ນາຍົກລັດຖະມົນຕີ ຫວຽດນາມ ສົ່ງຈົດໝາຍອວຍພອນພໍ່ແມ່ພີນ້ອງເຜົ່າຂະແມເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay

08:29 | 14/04/2021

ຍ​ສ​ໝ - ຕອນຄ່ຳວັນທີ 12 ເມສາ, ການນຳນະຄອນໂຮ່ຈີມິນ ໄດ້ພົບປະກັບນັກສຶກສາລາວ, ກຳປູເຈຍ ທີ່ພວມຮ່ຳຮຽນໃນບໍລິເວນນະຄອນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງລາວ ແລະ ບຸນປີໃໝ່ປະຈຳຊາດ Chol Chnam Thmay ຂອງ ກຳປູເຈຍ.

VUFO, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ກຳ​ປູ​ເຈຍ ອວຍ​ພອນ​ບຸນ​ເຕັດປະ​ຈຳ​ຊາດ Chol Chnam Thmay ກຳ​ປູ​ເຈຍ VUFO, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ກຳ​ປູ​ເຈຍ ອວຍ​ພອນ​ບຸນ​ເຕັດປະ​ຈຳ​ຊາດ Chol Chnam Thmay ກຳ​ປູ​ເຈຍ
ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອວຍພອນການນຳລາວ ແລະ ກຳປູເຈຍ ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ບຸນ Chol Chnam Thmay ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອວຍພອນການນຳລາວ ແລະ ກຳປູເຈຍ ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ບຸນ Chol Chnam Thmay
ນາຍົກລັດຖະມົນຕີ ຫວຽດນາມ ສົ່ງຈົດໝາຍອວຍພອນພໍ່ແມ່ພີນ້ອງເຜົ່າຂະແມເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay
ພາບປະກອບ:chinhphu.vn

ເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay 2021 ຂອງພໍ່ແມ່ພີນ້ອງເຜົ່າ ຂະແມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສົ່ງຈົດໝາຍອາຍພອນມາຍັງພໍ່ແມ່ພີນ້ອງ ແລະ ພະສົງສຳມະເນນເຜົ່າ ຂະແມ.

ໃນຈົດໝາຍ, ທ່ານ ຟ້າມມິງຈິງ ມີຄວາມຫວັງຢາກໃຫ້ສິ່ງທີ່, ດີງາມທີ່ສຸດມາໃຫ້ພໍ່ແມ່ປະຊາຊົນ ແລະ ພະສົງສຳມະເນນເຜົ່າຂະແມ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ໃຫ້ຮູ້ວ່າ: ເປັນຄັ້ງທຳອິດ ຫວຽດນາມ ມີແຜນຮ່າງ ແລະ ໂຄງການເປົ້າໝາຍແຫ່ງຊາດທີ່ສະຫງວນສະເພາະໃຫ້ການພັດທະນາສັງລວມເສດຖະກິດ - ສັງຄົມເຂດພໍ່ແມ່ປະຊາຊົນບັນດາເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ. ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈຂອງທຸກຂັ້ນ, ທຸກຂະແໜງ ແລະ ປະຊາຊົນໃນການປະຕິບັດບັນດາຂໍ້ກຳນົດການປ້ອງກັນ, ຕ້ານໂຄວິດ-19 ຢ່າງເຂັ້ມງວດ, ພໍ່ແມ່ພີນ້ອງເຜົ່າຂະແມ ຕ້ອນຮັບບຸນປີໃໝ່ Chol Chnam Thmay ດ້ວຍຄວາມສະຫງົບສຸກ ເຕັມໄປດ້ວຍຄວາມໝາຍວັດທະນະທຳ, ເສີມຂະຫຍາຍສີສັນ, ຮີດຄອງປະເພນີອັນດີງາມຂອງຕົນ. ພ້ອມທັງ, ສືບຕໍ່ເສີມຂະຫຍາຍມູນເຊື້ອຮັກຊາດ, ສາມັກຄີ, ປະກອບສ່ວນພ້ອມກັບທົ່ວປະເທດປະຕິບັດບັນດາເປົ້າໝາຍ, ໜ້າທີ່ພັດທະນາເສດຖະກິດ - ສັງຄົມທີ່ໄດ້ວາງອອກຢ່າງມີໄຊ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຢູ່ບັນດາທ້ອງຖິ່ນຄື: ນະຄອນໂຮ່ຈີນິນ, ແຂວງ ບາກລຽວ, ດັ໊ກນົງ, ເກີນເທີ… ໄດ້ມີການເຄື່ອນໄຫວຫຼາຍຢ່າງຄື: ຢື້ຢາມຖາມຂ່າວ, ມອບຂອງຂວັນ, ອວຍພອນບຸນປີໃໝ່ພໍ່ແມ່ປະຊາຊົນ, ພະສົງສຳມະເນນ, ມອບທຶນສຶກສາໃຫ້ແກ່ນັກຮຽນ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ຫວຽດນາມ.

ນາຍົກລັດຖະມົນຕີ ຫວຽດນາມ ສົ່ງຈົດໝາຍອວຍພອນພໍ່ແມ່ພີນ້ອງເຜົ່າຂະແມເນື່ອງໃນໂອກາດບຸນປີໃໝ່ Chol Chnam Thmay

ທະຫານປ້ອງກັນຊາຍແດນແຂວງ ດັ໊ກນົງ ມອບຂອງຂວັນໃຫ້ກຳລັງປົກປັກຮັກສາເຂດຊາຍແດນແຂວງ Mundulkiri, ກຳປູເຈຍ (ພາບ: TTXVN)

ວັນທີ 12 ເມສາ, ຄະນະປະຕິບັດງານກະຊວງຕຳຫຼວດ, ສະພາຊົນເຜົ່າຂອງສະພາແຫ່ງຊາດ, ຄະນະສະມາຊິກສະພາແຫ່ງຊາດ ແລະ ແຂວງ ບາກລຽວ ໄດ້ໄປຢ້ຽມຢາມ, ອວຍພອນບັນດາພະສົງສຳມະເນນ, ຄະນະບໍລິຫານງານ, ພຸດທະສາສະນິກກະຊົນຢູ່ວັດ ເດີຍໝ່ວງ, ເມືອງ ເຟື໊ອກລອງ ແລະ ວັດ ຊຽມກ໊ານ ຢູ່ນະຄອນ ບາກລຽວ. ກ່າວຄຳເຫັນຢູ່ບັນດາສະຖານທີ່ມາຢ້ຽມຢາມ, ທ່ານຮອງລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເລເຕີ໊ນເຕີ໊ຍ ປາດຖະໜາວ່າ, ພະສົງສຳມະເນນ, ຄະນະບໍລິຫານວັດ ເດີຍໝ່ວງ, ວັດ ຊຽມກ໊ານ ຈະພ້ອມກັບພຸດທະສາສະນິກະຊົນສືບຕໍ່ຕັ້ງໜ້າເຂົ້າຮ່ວມຂະບວນການປົກປັກຮັກສາຄວາມສະຫງົບແຫ່ງຊາດ, ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໃຫ້ເປັນຢ່າງດີ.

ຕອນຄ່ຳວັນທີ 12 ເມສາ, ການນຳນະຄອນໂຮ່ຈີມິນ ໄດ້ພົບປະກັບນັກສຶກສາລາວ, ກຳປູເຈຍ ທີ່ພວມຮ່ຳຮຽນໃນບໍລິເວນນະຄອນ ເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດຂອງລາວ ແລະ ບຸນປີໃໝ່ປະຈຳຊາດ Chol Chnam Thmay ຂອງ ກຳປູເຈຍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຮອງເລຂາຄະນະພັກນະຄອນໂຮ່ຈີມິນ ຫງວຽນໂຮ່ຫາຍ ເຊື່ອໝັ້ນວ່າ, ນັກສຶກສາລາວ, ກຳປູເຈຍ ຈະພ້ອມກັບຊາວໜຸ່ມນະຄອນແມ່ນປັດໄຈຕັ້ງໜ້າ ປະກອບສ່ວນຮັດແໜ້ນຄວາມສາມັກຄີ, ມິດຕະພາບ, ນ້ຳໃຈສະໜິດແໜ້ນຂອງປະຊາຊົນ 3 ປະເທດກວ່າ.

ຕອນບ່າຍວັນດຽວກັນ, ສະຫະສະມາຄົມບັນດາອົງການຈັດຕັ້ງມິດຕະພາບນະຄອນ ເກີນເທີ ໄດ້ສົມທົບກັບສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ຂອງນະຄອນ ຈັດຕັ້ງງານພົບປະສັງກັບສັນບັນດາສະມາຊິກເຊິ່ງແມ່ນພໍ່ແມ່ປະຊາຊົນຊາວເຜົ່າ ຂະແມ ໃນສະມາຄົມ; ນັກສຶກສາ ກຳປູເຈຍ ທີ່ພວມຮ່ຳຮຽນຢູ່ບັນດາມະຫາວິທະຍາໄລໃນບໍລິເວນນະຄອນ.

VUFO, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ກຳ​ປູ​ເຈຍ ອວຍ​ພອນ​ບຸນ​ເຕັດປະ​ຈຳ​ຊາດ Chol Chnam Thmay ກຳ​ປູ​ເຈຍ VUFO, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ -ກຳ​ປູ​ເຈຍ ອວຍ​ພອນ​ບຸນ​ເຕັດປະ​ຈຳ​ຊາດ Chol Chnam Thmay ກຳ​ປູ​ເຈຍ

ຍ​ສ​ໝ - ທ່ານນາງປະທານ VUFO ຫງວຽນ​ເຟືອງ​ງາ ແລະ ທ່ານຮອງປະທານສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ຫວູ​ເວືອງວຽດ ໄດ້ມອບຊໍ່ດອກໄມ້ ແລະ ພ້ອມກັນນັ້ນກໍ່ໄດ້ສົ່ງຄຳ​ອວຍ​ພອນໄປ​ຍັງທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ Chay Navuth ພ້ອມ​ດ້ວຍພັນລະຍາ ແລະ ພະນັກງານທັງ ໝົດ ຂອງສະຖານທູດກຳປູເຈຍ ປະຈຳ ຫວຽດນາມຈົ່ງມີສຸຂະພາບທີ່​ເຂັ້ມ​ແຂວງ ,ມີ​ຄວາມສຸກ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນປີ ...

ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອວຍພອນການນຳລາວ ແລະ ກຳປູເຈຍ ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ບຸນ Chol Chnam Thmay ນາຍົກລັດຖະມົນຕີ ຫງວຽນຊວນຟຸກ ອວຍພອນການນຳລາວ ແລະ ກຳປູເຈຍ ເນື່ອງໃນໂອກາດບຸນປີໃໝ່ລາວ ແລະ ບຸນ Chol Chnam Thmay

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ອວຍພອນປີໃໝ່ທ່ານນາຍົກລັດຖະມົນຕີລາວ ທອງລຸນ ສິສຸລິດ ແລະ ທ່ານນາຍົກລັດຖະມົນຕີກຳປູເຈຍ Samdech Techo Hunsen.

ການພົບປະກັບນັກສຶກສາລາວ ແລະ ນັກສຶກສາກຳປູເຈຍ ເນື່ອງໃນໂອກາດບຸນປີໃໝ່ ລາວ ແລະ ບຸນ Chol Chnam Thmay ກຳປູເຈຍ ການພົບປະກັບນັກສຶກສາລາວ ແລະ ນັກສຶກສາກຳປູເຈຍ ເນື່ອງໃນໂອກາດບຸນປີໃໝ່ ລາວ ແລະ ບຸນ Chol Chnam Thmay ກຳປູເຈຍ

ຍສໝ - ນັກສຶກສາລາວ ແລະ ກຳປູເຈຍ ກວ່າ 500 ຄົນ ໄດ້ປະຕິບັດພິທີມັດແຂນ, ຫົດນໍ້າ ແລະ ອວຍພອນປີໃໝ່ເຊິ່ງກັນ ແລະ ກັນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.