ຍສໝ - ໂຄງການທາງດ່ວນແຕ່ພະນົມເປັນໄປຫາດ່ານໝົກບາຍ ແນໃສ່ເພີ່ມທະວີການເຊື່ອມໂຍງ ແລະ ຊຸກຍູ້ການພົວພັນເສດຖະກິດລະຫວ່າງສອງແຂວງຊາຍແດນ ຫວຽດນາມ-ກຳປູເຈຍ ໂດຍສະເພາະແມ່ນສູມໃສ່ຊຸດດັນການນຳເຂົ້າ-ສົ່ງອອກລະຫວ່າງສອງຝ່າຍ.
ຍສໝ - ກຳປູເຈຍ ມອບຜ້າອັດປາກດັງທາງການແພດຕ້າເຊື້ອ 400 ກັບ, ຖົງມືອະນາໄມ 500 ກັບ, ຊຸດເຄື່ອງນຸ່ງກັນໂຄວິດ - 19 2000 ຊຸດ, ນຳ້ຢາລ້າງມືຂ້າເຊື້ອ 400 ຕຸກ ແລະ ໝີ່ສຳເລັດຮູບ 500 ແກັດ ໃຫ້ແຂວງໄຕນິງ.
ຍສໝ - ເຂົ້າຮ່ວມພິທີມີຜູ້ຕາງໜ້າຫ້ອງວ່າການລັດຖະບານ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບັນດາກະຊວງການປ້ອງກັນຊາດ, ກະຊວງຕຳຫຼວດ ແລະ ກະຊວງການເງິນ.
ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ, ກຳມາທິການການຕ່າງປະເທດຂອງສະພາແຫ່ງຊາດ ລາວ ແລະ ກຳມາທິການການຕ່າງປະເທດ, ຮ່ວມມືສາກົນ, ຖະແຫຼງຂ່າວ ແລະ ສື່ສານຂອງສະພາແຫ່ງຊາດ ກຳປູເຈຍ ໄດ້ສົມທົບກັນຈັດຕັ້ງກອງປະຊຸມປຶກສາຫາລືລະຫວ່າງ 3 ອົງການ ໃນວັນທີ 18 ຕຸລາ ຢູ່ແຂວງ ລ່າວກາຍ ປະເທດ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດເຂົ້າຮ່ວມງານສະເຫລີມສະຫລອງວັນຄົບຮອບ 40 ປີຂອງ “ເສັ້ນທາງໂຄ່ນລົ້ມລະບອບດັບສູນເຊື້ອຊາດ Pol Pot” (20 ມິຖຸນາ 1977/20 ມິຖຸນາ 2017) ແລະ ກັບຄືນສູ່ເສັ້ນທາງໃນເມື່ອກ່ອນທີ່ເພິ່ນພ້ອມດ້ວຍເພື່ອນຮ່ວມກົມກອງໄດ້ຜ່ານຜ່າກຳປູເຈຍຂ້າມຊາຍແດນມາຫວຽດນາມ. ທ່ານນາຍົກລັດຖະມົນຕີ Hun Sen ກ່າວວ່າ:
ຍສໝ - ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ເມືອງ 3 ຫາກໍ່ສົມທົບກັບສູນວັດທະນະທຳ ແລະ ກິລາແຂວງ ແລະ ຫໍພັກນັກສຶກສາລາວ ທີ່ນະຄອນ ໂຮ່ຈີມິນ ເພື່ອຈັດຕັ້ງການແຂ່ງຂັນກິລາມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ປີ 2023.
Ủy ban MTTQ Việt Nam Quận 3 vừa phối hợp Trung tâm Văn hóa - Thể thao quận và Ký túc xá sinh viên Lào tại TP.HCM tổ chức giải thể thao hữu nghị Việt Nam - Lào - Campuchia năm 2023.
ຍສໝ - ວັນທີ 19 ກັນຍານີ້, ທ່ານ ຟານວັນມາຍ ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ມີຮັບຕ້ອນ ທ່ານ ປອ ສອນທະນູ ທຳມະວົງ, ຄະນະກຳມະການສູນກາງພັກປະຊາຊົນປະຕິວັດລາວ, ປະທານສະຖາບັນວິທະຍາສາດເສດຖະກິດ ເເລະ ສັງຄົມແຫ່ງຊາດລາວ ເເລະ ທ່ານ Sok Touch, ປະທານສະຖາບັນຣາຊາບັນດິດສະພາ ກຳປູເຈຍ ທີ່ມາຢ້ຽມຢາມເຮັດວຽກຢູ່ນະຄອນ.
ຍສໝ - ທ່ານອະດີດ ເລຂາທິການໄຫຍ່ ເລຂາຟຽວ ຍັງມີບົດບາດສຳຄັນໃນການຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງກຳປູເຈຍ ແລະ ຫວຽດນາມ.
ຍສໝ - ການນຳນະຄອນເຊື່ອໝັ້ນວ່າ ນັກສຶກສາລາວ, ກຳປູເຈຍ ພ້ອມກັບຊາວໜຸ່ມນະຄອນ ແມ່ນປັດໄຈຕັ້ງໜ້າ ທີ່ຈະປະກອບສ່ວນເຂົ້າໃນການຮັກແໜ້ນນ້ຳໃຈສາມັກຄີ, ມິດຕະພາບ, ນ້ຳໃຈສະໜິດຕິດພັນລະຫວ່າງປະຊາຊົນ ສາມປະເທດໃຫ້ຫຼາຍກ່ວາອີກ.
ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດຕັ້ງເວທີປາໄສ “ແມ່ຍິງ ຫວຽດນາມ - ລາວ - ກຳປູເຈຍເຊື່ອມໂຍງ, ຮ່ວມມືເພື່ອການພັດທະນາສີຂຽວ ແລະ ຍືນຍົງ ໃນໂລກທີ່ມີພະຍາດໂຄວິດ - 19”.
ຍສໝ - ເຈົ້າຄອງນະຄອນຫຼວງພະນົມເປັນ ທ່ານ Khuong Sreng ແລະ ເລຂາຄະນະພັກນະຄອນ ຮ່າໂນ້ຍ ທ່ານ ດິງຕຽນຢຸງ ເຫັນດີຈະຮ່ວມກັນຊອກຫາທິດທາງການຮ່ວມມືທີ່ແທດຈິງລະຫວ່າງ 2 ນະຄອນ, ຮັບປະກັນປະສິດທິຜົນໃນສະພາບປົກກະຕິໃໝ່.
ຍສໝ - 23 ສະຖານອະນຸສາວະລີທີ່ເປັນຄຳກ່າວຂານກ່ຽວກັບວັນເວລາທີ່ເຄັ່ງຕຶງທີ່ສຸດໃນປະຫວັດສາກຳປູເຈຍ, ກ່ຽວກັບສົງຄາມພິເສດຂອງກຳລັງປະກອບອາວຸດສອງຊາດ, ກ່ຽວກັບໄຊຊະນະທີ່ໄດ້ປ່ຽນແປງປະຫວັດສາດຂອງຊົນຊາດໜຶ່ງ - ໄຊຊະນະ 7 ມັງກອນ 1979.
ຍສໝ - ການເຄື່ອນໄຫວດັ່ງກ່າວ ຂອງແຂວງດົ່ງທາບ ເພື່ອແນໃສ່ເພີ່ມທະວີນ້ຳໃຈມິດຕະພາບຄວາມສາມັກຕີ, ການຮ່ວມມືຊ່ວຍເຫຼືອເຊິ່ງກັນແລະກັນ ລະຫວ່າງອຳນາດການປົກຄອງ ແລະ ອົງການແນວໂຮມຂອງບັນດາໜ່ວຍງານຕິດກັບຊາຍແດນໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19.
ຍສໝ - ຕອນເຊົ້າວັນທີ 7 ມັງກອນ, ຢູ່ນະຄອນ ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ແຂວງ ກວາງນິງ ໄດ້ຈັດຕັ້ງການພົບປະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງ; 46 ປີແຫ່ງວັນໄຊຊະນະສົງຄາມປົກປັກຮັກສາເຂດຊາຍແດນຕາເວັນຕົກສຽງໃຕ້ຂອງປະເທດຊາດ ວັນທີ 7 ມັງກອນ (1979-2025) ແລະ ສະຫຼຸບວຽກງານຂອງສະມາຄົມໃນປີ 2024, ຜັນຂະຫຍາຍໜ້າທີ່ໃນປີ 2025.
ຍສໝ - ຕອນບ່າຍວັນທີ 29 ກັນຍາ, ຢູ່ນະຄອນ ກອນຕູມ, ຄະນະຜູ້ແທນກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ໂດຍສະຫາຍພັນເອກ ເລກວກຫວຽດ, ຫົວໜ້າກອງບັນຊາການທະຫານປ້ອງກັນຊາຍແດນແຂວງ ເປັນຫົວໜ້າຄະນະພົບປະເຈລະຈາກັບຄະນະຜູ້ແທນກອງບັນຊາການທະຫານແຂວງ ອັດຕະປື (ສປປ ລາວ) ໂດຍສະຫາຍ ພັນເອກ ບຸນຈັນ ສີຫາວົງ, ຫົວໜ້າກອງບັນຊາການກອງບັນຊາການທະຫານແຂວງ ແລະ ຄະນະຜູ້ແທນເຂດການທະຫານແຂວງ Rattanakiri (ລາຊະອານາຈັກກໍາປູເຈຍ) ໂດຍສະຫາຍ ພັນໂທ ອຸກ ໂສດທິ - ຮອງຜູ້ບັນຊາການ ເປັນຫົວໜ້າຄະນະ.
ຫວ່າງແລ້ວນີ້, ຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງລາຍການຍ້ອງຍໍຊົມເຊີຍ “ນັກສຶກສາ ລາວ - ກຳປູເຈຍ ຜູ້ດີເດັ່ນ” ປີ 2021. ເນື່ອງໃນໂອກາດນີ້, ມີນັກສຶກສາ ລາວ ແລະ ກຳປູເຈຍ ຈຳນວນ 107 ຄົນ ທີ່ພວມຮ່ຳຮຽນຢູ່ ນະຄອນ ໂຮ່ຈີມິນ ໄດ້ຮັບການຍ້ອງຍໍຊົມເຊີຍ ຍ້ອນມີຜົນງານທີ່ດີເດັ່ນໃນການຮ່ຳຮຽນ ແລະ ຕັ້ງໜ້າເຂົ້າຮ່ວມການເຄື່ອນໄຫວຂະບວນການ.
ຍສໝ - ຕາມການປະກາດຂອງສະຖານທູດຫວຽດນາມປະຈຳກຳປູເຈຍແລ້ວ, ຄາດວ່າໃນຄັ້ງທີ 4 ຂອງໂຄງການຊ່ວຍເຫລືອສຸກເສີນຄັ້ງນີ້, ມີຄອບຄົວທີ່ມີຄວາມສ່ຽງສູງກ່ວາໝູ່ 1,847 ຄອບຄົວຢູ່ 9 ແຂວງ/ເມືອງຂອງກຳປູເຈຍ ຈະໄດ້ຮັບການໜູນຊ່ວຍ. ແຕ່ລະພູດຂອງຂວັນລວມມີ: ເຂົ້າສານ 20 ກິໂລກຼາມ,ຜ້າອັດປາກ - ດັງ, ນ້ຳຢາຂ້າເຊື້ອ...
ຍສໝ - ສຳລັບບັນດາແຂວງຊາຍແດນເວົ້າລວມ, ແຂວງກອນຕູມ ເວົ້າສະເພາະ ແມ່ນຈັດຕັ້ງປະຕິບັດວຽກງານການທູດປະຊາຊົນໄດ້ເປັນຢ່າງດີ ບໍ່ພຽງແຕ່ສ້າງເປັນກຳລັງແຮງສັງລວມໃຫ້ແກ່ວຽກງານການຕ່າງປະເທດຂອງແຂວງເທົົ່ານັ້ນ, ຫາກຍັງໄດ້ປະກອບສ່ວນສຳຄັນໃນການປັບປຸງ, ເສີມຂະຫຍາຍກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງນໍ້າໃຈຂອງປະຊາຊົນໃນການປົກປັກຮັກສາເສັ້ນຊາຍແດນແຫ່ງຊາດຢ່າງໜັກແໜ້ນນຳອີກ.
ຍສໝ - ແຜນການພັດທະນາການທ່ອງທ່ຽວເຂດສາມລ່ຽມພັດທະນາ CLV ໄດ້ຮັບການສ້າງ ແລະ ຈັດຕັ້ງປະຕິບັດ ຈະປະກອບສ່ວນເຊື່ອມຕໍ່ບັນດາຄວາມສາມາດບົ່ມຊ້ອນການທ່ອງທ່ຽວຂອງສາມປະເທດ, ສ້າງບັນດາສາຍການທ່ອງທ່ຽວ, ເຊື່ອມໂຍງບັນດາຈຸດນັດພົບ, ສ້າງການແຜ່ຂະຫຍາຍ, ຊຸກຍູ້ການເຕີບໂຕເສດຖະກິດ - ສັງຄົມຢູ່ເຂດນີ້ ແລະ ຈາກນັ້ນເປີດກ້ວາງໄປສູ່ບັນດາທ້ອງຖິ່ນໃນຂອບເຂດສາມປະເທດ
ຍສໝ - ເຂດເສັ້ນທາງເປີດຕາແສງ ໂລກເຕິນ, ເມືອງ ໂລກນິງ, ແຂວງ ບິ່ງເຟືອກ ແມ່ນບ່ອນທີ່ທ່ານນາຍົກລັດຖະມົນຕີ Hun Sen ໃນ 45 ປີກ່ອນໄດ້ດຳເນີນບັນດາບາດກ້າວທຳອິດມາຫວຽດນາມ, ໃນວິວັດການເຄື່ອນໄຫວກູ້ຊາດ.