ຍສໝ - ໃນຕອນບ່າຍຂອງວັນທີ 17 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານ ຫງວຽນຊວນຟຸກ, ນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບ ທ່ານນາງ Lianys Torres Rivera, ເອກອັກຄະລັດຖະທູດກູບາປະຈຳ ຫວຽດນາມ.
ວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ ໄດ້ດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ V ອາຍຸການ 2020-2025 ສະມາຄົມມິດຕະພາບ ຫວຽດນາມ-ກູບາ. ກອງປະຊຸມໃຫຍ່ໄດ້ເລືອກຕັ້ງຄະນະບໍລິຫານງານລວມມີສະມາຊິກ 37 ຄົນ. ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ-ກູບາ ອາຍຸການ 2020-2025.
ເນື່ອງໃນໂອກາດຄົບຮອບ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ກະຊວງບັນດາກອງກຳລັງອາວຸດກູບາ (MINFAR) ຫາກໍ່ຈັດຕັ້ງການເຄື່ອນໄຫວດ້ານການເມືອງ-ວັດທະນະທຳທີ່ ປະເທດກູບາ, ແນໃສ່ເຊີດຊູມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ.
ຍສໝ - ໃນລະຫວ່າງວັນທີ 8 – 11 ກໍລະກົດ 2019, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງ ທິ້ ງອກ ທິ້ງ ແລະ ຄະນະຜູ້ແທນຂອງລັດ ຫວຽດນາມ ໄດ້ໄປຢ້ຽມຢາມສາທາລະນະລັດ ກູບາ ຢ່າງເປັນທາງການ.
ໃນວັນທີ 6 ມິຖຸນາ 2019 ທີ່ນະຄອນຫລວງວຽງຈັນ, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Homero Acosta Alvarez ກຳມະການສູນກາງພັກ ກອມມູນິດກູບາ, ເລຂາທິການສະພາແຫ່ງລັດ ແຫ່ງ ສ ກູບາ, ສະມາຊິກສະພາແຫ່ງຊາດ ອຳນາດປະຊາຊົນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ລະຫວ່າງ ວັນທີ 6-7 ມິຖຸນາ 2019.
ທ່ານ ນາງ ປານີ ຢາທໍ່ຕູ້ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງທ່ານ ນາງ ຢາມີລາ ພີນາ ໂອຈີດາ ກໍາມະການສູນກາງພັກກອມມູນິດ ກູບາ ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສ.ກູບາ, ເມື່ອວັນທີ 29 ພຶດສະພານີ້ ທີ່ຫ້ອງຮັບແຂກສະພາແຫ່ງຊາດ.
ຕອນເຊົ້າວັນທີ 11 ພະຈິກ 2018 ນີ້ ຢູ່ສຳນັກງານປະທານປະເທດ, ສະຫາຍ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດພົບປະສອງຝ່າຍກັບ ສະຫາຍ ມີເກັນ ດີເອັດ-ກາແນນ ແບຣມູເດັດ ປະທານສະພາແຫ່ງລັດ ແລະ ປະທານສະພາລັດຖະມົນຕີ ແຫ່ງ ສາທາລະນະລັດ ກູບາ ພ້ອມຄະນະ ເຊິ່ງສອງຝ່ຍຕ່າງກໍໄດ້ແຈ້ງໃຫ້ກັນຊາບ ສະພາບການທີ່ພົ້ນເດັ່ນຂອງສອງປະເທດ, ໄດ້ຕີລາຄາກ່ຽວກັບ ການຮ່ວມ ມືໃນໄລ ຍະຜ່ານມາ ແລະ ປຶກສາຫາລືທິດທາງການຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງປະເທດ, ແລກປ່ຽນທັດສະນະຕ່າງໆກ່ຽວກັບບັນຫາພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈນໍາກັນ.
ທິດທີ່ຜ່ານມາ, ຢູ ປະເທດ ສ. ກູບາ ໄດ້ດໍາເນີນພິທີມອບເຂົ້າສານ 5.000 ໂຕນ ຂອງພັກ-ລັດ ແລະ ປະຊາຊົນຫວຽດນາມ ໃຫ້ປະຊາຊົນກູບາ.
ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສູນກາງຊາວໜຸ່ມກອມມູນິດກູບາ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການແລກປ່ຽນການຮ່ວມມື - ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ສູນກາງຊາວໜຸ່ມສອງປະເທດ ລາວ-ກູບາ ໃຫ້ນັບມື້ເກີດດອກອອກຜົນຍິ່ງໆຂຶ້ນ.