ສູນກາງຊາວໜຸ່ມ ລາວ-ກູບາ ລົງນາມການຮ່ວມມືສຳລັບ 2018-2023

14:27 | 25/05/2018

ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສູນກາງຊາວໜຸ່ມກອມມູນິດກູບາ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການແລກປ່ຽນການຮ່ວມມື - ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ສູນກາງຊາວໜຸ່ມສອງປະເທດ ລາວ-ກູບາ ໃຫ້ນັບມື້ເກີດດອກອອກຜົນຍິ່ງໆຂຶ້ນ.

ສູນກາງຊາວໜຸ່ມ ລາວ-ກູບາ ລົງນາມການຮ່ວມມືສຳລັບ 2018-2023

ພິ​ທີ​ເຊັນ​ບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການແລກປ່ຽນການຮ່ວມມື ໃນໄລຍະປີ 2018-2023.

ໃນວັນທີ 24 ພຶດສະພາ 2018 ທີ່ນະຄອນຫລວງວຽງຈັນ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ສູນກາງຊາວໜຸ່ມກອມມູນິດກູບາ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການແລກປ່ຽນການຮ່ວມມື ໃນໄລຍະປີ 2018-2023 ເພື່ອສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ກໍຄື ສູນກາງຊາວໜຸ່ມສອງປະເທດ ລາວ-ກູບາ ໃຫ້ນັບມື້ເກີດດອກອອກຜົນຍິ່ງໆຂຶ້ນ.

ໃຫ້ກຽດລົງນາມໃນຄັ້ງນີ້, ໂດຍ ສະຫາຍ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ແລະ ສະຫາຍ ນາງ ສູເຊລີ ມຣໍຟາ ກົງຊາເຣັສ ເລຂາໜຶ່ງ ຄະນະບໍລິຫານງານ ສູນກາງຊາວໜຸ່ມກອມມູນິດກູບາ ໂດຍມີເອກອັກຄະລັດຖະທູດ ສ.ກູບາ ປະຈຳລາວ ແລະ ພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ ເປັນສັກຂີພິຍານ.

ອີງຕາມເນື້ອໃນ ຂອງບົດບັນທຶກດັ່ງກ່າວ, ທັງສອງຝ່າຍ ຈະສືບຕໍ່ເຮັດວຽກຮ່ວມກັນເພື່ອປະກອບ ສ່ວນໃນການເສີມສ້າງມິດຕະພາບ, ການຮ່ວມມື, ການໄປມາຫາສູ່, ຮຽນຮູ້ເຊິ່ງກັນ ແລະ ກັນ ແລະ ສ້າງຄວາມເຊື້ອໝັ້ນ ທາງດ້ານການເມືອງ ລະຫວ່າງສອງອົງການຈັດຕັ້ງຊາວໜຸ່ມ, ໂດຍຜ່ານການແລກປ່ຽນຂໍ້ມູນຂ່າວສານ, ບັນດາເອກະສານທີ່ເຫັນວ່າ ສອງຝ່າຍມີຄວາມສົນໃຈ ໃນຂົງເຂດວຽກງານ ຊາວໜຸ່ມ-ເຍົາວະຊົນ ບົນພື້ນຖານການນັບຖືລະບຽບ ຫລັກການຂອງສອງປະເທດ. ທັງສອງຝ່າຍໄດ້ເປັນເອກະພາບກັນ ໃນການແລກປ່ຽນປະສົບການ ໃນວຽກທີ່ກ່ຽວຂ້ອງ ກັບວຽກນະໂຍບາຍຊາວໜຸ່ມ; ສົ່ງເສີມຈັດບັນດາເນື້ອໃນຫົວຂໍ້ຕ່າງໆ ວ່າດ້ວຍສ້າງສາຍພົວພັນມິດຕະພາບ ຂອງສອງປະເທດ; ແລກປ່ຽນບົດຮຽນທາງດ້ານການສຶກສາ ແລະ ຮູບແບບການແຊກແຊງຂອງຊາວໜຸ່ມ ໃນລະບົບການເມືອງສັງຄົມນິຍົມ; ແລກປ່ຽນພະນັງງານ, ຜູ້ຊ່ຽວຊານ ກ່ຽວກັບວຽກງານຊາວໜຸ່ມ ໂດຍຜ່ານ ການຈັດສຳມະນາ, ການບັນຍາຍ ແລະ ການຝຶກອົບຮົມ, ແລກປ່ຽນສານອວຍພອນ ເນື່ອງໃນໂອກາດວັນສຳຄັນຕ່າງໆ ຂອງສອງຊາດລາວ-ກູບາ; ຊຸກຍູ້ໃຫ້ມີການແລກປ່ຽນລະຫວ່າງ ຄະນະນຳຂັ້ນສູງສອງຝ່າຍ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນກອງປະຊຸມປຶກສາຫາລືຫລາຍຝ່າຍໃນເວທີສາກົນ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.