ລັດຖະມົນຕີ ປະຈຳ ສນຍ ຕ້ອນຮັບຄະນະຜູ້ແທນສູນກາງພັກກອມມູນິດ ກູບາ

14:26 | 07/06/2019

ໃນວັນທີ 6 ມິຖຸນາ 2019 ທີ່ນະຄອນຫລວງວຽງຈັນ, ທ່ານ ຈະເລີນ ເຢຍປາວເຮີ ລັດຖະມົນຕີ ປະຈຳສຳນັກງານນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ Homero Acosta Alvarez ກຳມະການສູນກາງພັກ ກອມມູນິດກູບາ, ເລຂາທິການສະພາແຫ່ງລັດ ແຫ່ງ ສ ກູບາ, ສະມາຊິກສະພາແຫ່ງຊາດ ອຳນາດປະຊາຊົນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ລະຫວ່າງ ວັນທີ 6-7 ມິຖຸນາ 2019.

ລັດຖະມົນຕີ ປະຈຳ ສນຍ ຕ້ອນຮັບຄະນະຜູ້ແທນສູນກາງພັກກອມມູນິດ ກູບາ

ບັນຍາກາດການຕ້ອນຮັບຜູ້ແທນສູນກາງພັກກອມມູນິດ ກູບາ ທີ່ ນະຄອນຫຼວງວຽງຈັນ. (ພາບ:ເກດສະໜາ)

ໃນໂອກາດດັ່ງກ່າວ, ທ່ານ ຈະເລີນ ເຢຍປາວເຮີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ພົບປະສອງຝ່າຍ, ພ້ອມຕີລາຄາສູງຕໍ່ການມາຢ້ຽມຢາມ ສປປ ລາວ ຂອງຄະນະຜູ້ແທນສູນກາງພັກກອມມູນິດກູບາ ໃນຄັ້ງນີ້, ເຊິ່ງເປັນນິມິດໝາຍອັນດີ ໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃຫ້ນັບມື້ນັບເຕີບໃຫຍ່ຂະຫຍາຍຕົວຍິ່ງໆຂຶ້ນ, ພ້ອມສະແດງຄວາມເຊື່ອໝັ້ນວ່າ ການມາຢ້ຽມຢາມໃນຄັ້ງນີ້, ຈະເປັນການສືບຕໍ່ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ໄປສູ່ບາດ ກ້າວໃໝ່.

ພ້ອມນີ້, ທ່ານ Homero Acosta Alvarez ກໍໄດ້ສະແດງຄວາມຂອບໃຈ ມາຍັງລັດຖະບານ ແຫ່ງ ສປປ ລາວ ກໍຄື ທ່ານ ຈະເລີນ ເຢຍປາວເຮີ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມສະແດງຄວາມດີໃຈ ທີ່ໄດ້ມີໂອກາດມາຢ້ຽມຢາມ ສປປ ລາວ. ໃນໂອກາດດຽວກັນ, ທ່ານ Homero Acosta Alvarez ກໍໄດ້ໃຫ້ກຽດ ປາຖະກະຖາ ແລກປ່ຽນບົດຮຽນ ກ່ຽວກັບການປັບປຸງລັດຖະທຳມະ ນູນໃໝ່ ຢູ່ ສາທາລະນະລັດກູບາ ໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ ທົ່ວຫ້ອງວ່າການສຳ ນັກງານາຍົກລັດຖະມົນຕີ.

(ແຫຼ່ງ​ຂໍ້​ມູນ​: ຊາຍຄົນເດີມ/ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.