ຍສໝ - ວັນທີ 4 – 5 ມັງກອນ 2025, ຢູ່ສວນສາທາລະນະ Naniwa no Miyato, ນະຄອນ Osaka, ປະເທດ ຍີ່ປຸ່ນ, ຈະດຳເນີນລາຍການ “ລະດູບານໃໝ່ບ້ານເກີດເມືອງນອນ 2025” ດ້ວຍຫົວຂໍ້ “ຫົວໃຈ ຫວຽດນາມ”.
ວັນທີ 10 ທັນວາ, ຢູ່ ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E. Knapper ແລະ ຄະນະປະຕິບັດງານໂຮງຮຽນ Harvard Kennedy ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສູນສຳເນົາແຫ່ງຊາດ III, ກົມເອກະສານ ແລະ ການສຳເນົາແຫ່ງລັດ ຫວຽດນາມ. ຢູ່ທີ່ນີ້, ທ່ານ Knapper ໄດ້ໄປຢ້ຽມຢາມເຂດວາງສະແດງ ແລະ ເບິ່ງຊຸດເອກະສານການເດີນທາງໄປພາກໃຕ້ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ດັ້ງຖຸ້ຍເຈິມ.
ຍສໝ - ຫວ່າງແລ້ວນີ້, ທີ່ຮ່າໂນ້ຍ, ທ່ານ ຟານແອັງເຊີນ ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບຫວຽດນາມ (VUFO) ໄດ້ຕ້ອນຮັບຄະນະຜູ້ແທນຄຸນພໍ່ ສາສະໜາໂປແຕສຕັງ ສາກົນ ແລະພະນັກງານສອງຄົນຂອງສະຖາບັນເຊື່ອມຕໍ່ທົ່ວໂລກ (IGE/ອາເມລິກາ), ນໍາໂດຍ ຄຸນພໍ່ Bob Roberts ປະທານ IGE ທີ່ພວມມີການຢ້ຽມຢາມຫວຽດນາມ.
ຍສໝ - ປີ 2024 ແມ່ນຂີດໝາຍບັນດາບາດກ້າວສຳຄັນໃນການພົວພັນທາງການທູດປະຊາຊົນຂອງແຂວງ ໄຕນິງ, ປະກອບສ່ວນປັບປຸງການພົວພັນຖານບ້ານໃກ້ເຮືອນຄຽງທີ່ເປັນມິດຕະພາບກັບບັນດາແຂວງຊາຍແດນຂຶ້ນກັບ ລາຊະອານາຈັກ ກຳປູເຈຍ. ໂດຍປະຕິບັດຄໍາສັ່ງເລກທີ 12-CT/TW ຂອງຄະນະເລຂາທິການວ່າດ້ວຍການເພີ່ມທະວີການນຳພາຂອງພັກ, ຍົກສູງວຽກງານການທູດປະຊາຊົນໃນສະພາບການໃໝ່ຢ່າງມີປະສິດທິຜົນ, ແຂວງສາມາດບັນລຸໄດ້ຜົນງານທີ່ພົ້ນເດັ່ນຫຼາຍຢ່າງ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມໝັ້ນຄົງ ແລະ ການພັດທະນາເຂດຊາຍແດນ.
ຍສໝ - ວັນທີ 11 ທັນວາ 2024, ໂດຍຕາງໜ້າໃຫ້ຄະນະເລຂາທິການ, ສະຫາຍ ເຈີນເກີມຕູ໋, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ, ປະທານຄະນະກຳມະການກວດກາສູນກາງ ໄດ້ລົງນາມ ແລະ ປະກາດໃຊ້ຄຳສັ່ງເລກທີ 40-CT/TW, ກ່ຽວກັບການຈັດຕັ້ງ ປີໃໝ່ປະຈຳຊາດ ປີມະເສັງ 2025.
ຍສໝ - ຫວ່າງແລ້ວນີ້, ທີ່ສໍານັກງານກະຊວງການຕ່າງປະເທດ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕ້ອນຮັບທ່ານ Cosato David Chumi ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະຮ່ວມມື ອາຟຣິກາຕາເວັນອອກ ທານຊາເນຍ, ເນື່ອງໃນໂອກາດເດີນທາງມາຢ້ຽມຢາມຫວຽດນາມ ແລະເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງຄັ້ງທີໜຶ່ງລະຫວ່າງກະຊວງການຕ່າງປະເທດຂອງສອງປະເທດ.
ຍສໝ - ທີ່ສໍານັກງານກະຊວງການຕ່າງປະເທດ ແລະການທູດເສດຖະກິດຮຸງກາຣີ ຢູ່ນະຄອນຫຼວງ Budapest, ທ່ານນາງ ຫງວຽນທິບິກຖາວ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ຮຸງກາຣີ ຫາກໍ່ໄດ້ຮັບປະດັບຫຼຽນໄຊກາກະບາດຮຸງກາຣີ, ຍ້ອນມີການປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນການເຄື່ອນໄຫວເພີ່ມພູນຄູນສ້າງ ແລະພັດທະນາການພົວພັນສອງຝ່າຍ. ນີ້ແມ່ນລາງວັນອັນສູງສົ່ງຂອງລັດຮຸງກາຣີ ມອບໃຫ້ບັນດາບຸກຄົນທີ່ມີການປະກອບສ່ວນແບບແຜນໃນການເຄື່ອນໄຫວວັດທະນະທໍາ, ວິທະຍາສາດ, ສິລະປະ ຫຼື ໃນຂົງເຂດວິຊາສະເພາະ, ເພື່ອຊຸກຍູ້ຜົນປະໂຫຍດຂອງຮຸງກາຣີ ແລະຍົກສູງບັນດາຄຸນຄ່າຂອງມວນມະນຸດ.
ຍສໝ - ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ-ຣູມານີ ໄດ້ຈັດຕັ້ງການພົບປະສັງສັນມິດຕະພາບ ເນື່ອງໃນໂອກາດສະເຫຼີມສະຫຼອງ 106 ປີແຫ່ງວັນຊາດ ຣູມານີ (1 ທັນວາ 1918 / 1 ທັນວາ 2024) ແລະມຸ່ງໄປເຖິງສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຣູມານີ (3 ກຸມພາ 1950 / 3 ກຸມພາ 2025).
ຍສໝ - ຫວ່າງແລ້ວນີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເຈິ່ນຮົ່ງຮ່າ ຮອງນາຍົກລັດຖະມົນຕີຫວຽດນາມ ໄດ້ຕ້ອນຮັບຄະນະນັກຊ່ຽວຊານຍີ່ປຸ່ນ ກ່ຽວກັບຂົງເຂດພະຍາກອນອຸຕຸນິຍົມອຸທົກກະສາດ ນໍາໂດຍທ່ານ Hiroshi Fukada ອະດີດເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາ ຫວຽດນາມ.
ຍສໝ - ຫວ່າງມໍ່ໆມານີ້, ທະຫານຊາຍແດນແຂວງກາວບັງ (ຫວຽດນາມ) ແລະທະຫານຊາຍແດນເຂດກວາງຊີ (ຈີນ) ໄດ້ສົມທົບກັນຈັດຕັ້ງພິທີເລີ່ມການດໍາເນີນລາດຕະເວນຮ່ວມຢູ່ຫຼັກໝາຍທີ 807, 808 ແລະແຕ່ຫຼັກໝາຍທີ 813 ຮອດຫຼັກໝາຍທີ 816 ຢູ່ເສັ້ນຊາຍແດນທາງບົກ ຫວຽດນາມ-ຈີນ.
ຍສໝ - ທີ່ການໂອ້ລົມເຈລະຈາ, ບັນດາວິສາຫະກິດ ຫວຽດນາມ ແລະ ອາເມລິກາ ໄດ້ມີການແບ່ງປັນ, ແລກປ່ຽນຫຼາຍຢ່າງກ່ຽວກັບບັນດາກາລະໂອກາດຮ່ວມມື, ລະບຽບການກ່ຽວກັບການລົງທຶນ, ດຳເນີນທຸລະກິດຢູ່ ອາເມລິກາ.
ຫວ່າງແລ້ວນີ້, ສະມາຄົມມິດຕະພາບຫວຽດນາມ-ສິງກະໂປ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງ ແລະຮັບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ.
ຫວ້າງແລ້ວນີ້, ທີ່ນະຄອນໂຮ່ຈີມິນ, ສະຖາບັນການເມືອງ ເຂດ II ຈັດຕັ້ງພິທີຕ້ອນຮັບຄະນະຜູ້ແທນໂຮງຮຽນການເມືອງ-ການປົກຄອງແຂວງຈໍາປາສັກ. ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວແນໃສ່ສ້າງຕັ້ງ, ເພີ່ມທະວີການພົວພັນອັນເລິກເຊິ່ງລະຫວ່າງສອງຝ່າຍ.
ຍສໝ - ວັນທີ 7 ທັນວາ, ຢູ່ຄ້າຍກວດກາຊາຍແດນ ຮົ່ງໄທ, ປ້ອມປ້ອງກັນຊາຍແດນ ເຍີມ, ຄະນະປະຈຳຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ເມືອງ ອາເລື໋ອຍ ໄດ້ສົມທົບກັບຄະນະຄຸ້ມຄອງບໍລິຫານສະມາຄົມພຸດທະສາສະໜາ ຫວຽດນາມ ເມືອງ, ແນວໂຮມປະເທດຊາດຕາແສງ ກວາງເຍີມ ແລະ ປ້ອມປ້ອງກັນຊາຍແດນ ເຍີມ ຈັດຕັ້ງໂຄງການມອບຂອງຂວັນໃຫ້ປະຊາຊົນ ບ້ານ ເຊຊັບ ເມືອງ ກະລຶມ, ແຂວງເຊກອງ, ສປປ ລາວ.
ຍສໝ - ດ້ວຍຄວາມຮັກແພງຕໍ່ວັດທະນະທຳຫວຽດນາມ, ບັນດາໄວໜຸ່ມລາວ ຄືທ່ານນາງ ເມສາ ບົວວອນ ແລະ ທ່ານ ພູມພິທັດ ອຸປະເສີດ ພວມເຜີຍແຜ່ບັນດາຄຸນຄ່າອັນດີງາມກ່ຽວກັບວັດທະນະທຳຂອງສອງປະເທດ. ໂດຍຜ່ານແຕ່ລະວິດີໂອຢ່າງສັດຊື່ຈິງໃຈ, ພວກເຂົາບໍ່ພຽງແຕ່ສົ່ງແຮງບັນດານໃຈເທົ່ານັ້ນ ຫາກຍັງຕິດພັນນ້ຳໃຈມິດຕະພາບ ຫວຽດນາມ - ລາວ ໃຫ້ນັບມື້ນັບແໜ້ນແຟ້ນ.
ຫວ່າງແລ້ວນີ້, ທ່ານ Vadim Potanin, ຫົວໜ້າຜູ້ຕາງໜ້າພະນັກງານຂັ້ນສູງ ຂອງກົມໜູນຊ່ວຍການເຄື່ອນໄຫວຮັກສາສັນຕິພາບຢູ່ສໍານັກງານ ສປຊ, ນິວຢອກ ແລະທ່ານນາງ Uchenna Odenigbo, ຫົວໜ້າພະແນກໜູນຊ່ວຍຄະນະປະຕິບັດງານ UNISFA ໄດ້ມາຢ້ຽມຢາມ ແລະເຮັດວຽກກັບກອງຊ່າງແສງເລກ 3 ຂອງຫວຽດນາມ ແລະສະແດງຄວາມປະທັບໃຈອັນດີງາມ.
ຍສໝ - ດ້ວຍການໜູນຊ່ວຍຈາກບັນດາຜູ້ຊ່ຽວຊານຢູ່ໂຮງໝໍການແພດທະຫານ 103 ຫວຽດນາມ, ໂຮງໝໍສູນກາງ 103 ກອງທັບປະຊາຊົນລາວ ໄດ້ເປັນເຈົ້າເຕັກນິກການປ່ຽນຖ່າຍໝາກໄຂ່ຫຼັງເທື່ອລະກ້າວ, ເປີດສັງກາດໃຫມ່ໃນຂະແໜງການສາທາລະນະສຸກຂອງລາວ. ບັນດາຄວາມມານະພະຍາຍາມດັ່ງກ່າວ ບໍ່ພຽງແຕ່ແມ່ນຂີດໝາຍຄວາມກ້າວໜ້າດ້ານວິຊາສະເພາະເທົ່ານັ້ນ ຫາກຍັງເປັນສັນຍາລັກໃຫ້ແກ່ນ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ.
ຍສໝ - ກຳລັງທະຫານຊາຍແດນ ຫວຽດນາມ ແລະ ລາວ ໄດ້ເປັນເຈົ້າການ, ຕັ້ງໜ້າໃນການສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນ ແລະ ບັນລຸໄດ້ບັນດາໝາກຜົນພົ້ນເດັ່ນໃນການຄຸ້ມຄອງປ້ອງກັນຊາຍແດນ, ຮັກສາຄວາມປອດໄພ, ກໍ່ສ້າງເສັ້ນຊາຍແດນສາມັກຄີ, ສັນຕິພາບ, ມິດຕະພາບຂອງສອງປະເທດ.
ຍສໝ - ບໍ່ພຽງແຕ່ອອກອາກາດບັນດາຜະລິດຕະພັນສື່ມວນຊົນກ່ຽວກັບສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດຫວຽດນາມ - ລາວ, ສື່ມວນຊົນຂອງສອງປະເທດຍັງໄດ້ເປີດຕົວບັນດາໜ້າເວັບ, ການຮ່ວມມື ແລະ ໜູນຊ່ວຍເຊິ່ງກັນ ແລະ ກັນເພື່ອພ້ອມກັນພັດທະນາ.
ຍສໝ - ພາຍຫຼັງ 20 ປີແຫ່ງການພັດທະນາ, ສະມາຄົມແມ່ຍິງ ຫວຽດນາມ ຢູ່ ຮຸງກາຣີ (ສະມາຄົມ) ໄດ້ກາຍເປັນເຮືອນລວມ ເພື່ອຕິດພັນແມ່ຍິງ ຫວຽດນາມ ຢູ່ ຮຸງກາຣີ.