“ການພົວພັນລະຫວ່າງ ແດນມາກ - ຫວຽດນາມ ຈະສືບຕໍ່ພັດທະນາຂຶ້ນສູ່ລະດັບສູງໃໝ່”. ນີ້ແມ່ນຄຳຢັ້ງຢືນຂອງ ພະລາຊິນີ Margrethe II ທີ່ການຕ້ອນຮັບທ່ານ ເລືອງແທງງິ, ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳລາຊະອານາຈັກ ແດນມາກ, ເນື່ອງໃນໂອກາດເຂົ້າຍື່ນສານຕາຕັ້ງຂອງທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ໃນວັນທີ 06 ພຶດສະພາ.
ຕາມໝາກຜົນຕາຕະລາງບັນດາປະເທດທີ່ມີການສຶກສາດີທີ່ສຸດໃນປີ 2021 ຂອງ US News and World Report (USNEWS) ແລ້ວ, ຫວຽດນາມ ຢືນອັນດັບທີ 59, ເລື່ອນຂຶ້ນ 5 ຂັ້ນ ເມື່ອທຽບໃສ່ປີ 2020.
ນັບແຕ່ວັນທີ 06 – 08 ພຶດສະພາ, ຄະນະຜູ້ແທນສະຫະພັນໃຫຍ່ແຮງງານ ຫວຽດນາມ ໂດຍທ່ານ ຫງວຽນດິ່ງຄາງ, ປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ເປັນຫົວໜ້າ ນຳພາຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນແຮງງານໂລກ (WFTU) ຄັ້ງທີ 18 ເຊິ່ງຈັດຂຶ້ນຢູ່ ຣົມ, ອີຕາລີ. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ແທນກວ່າ 430 ທ່ານທີ່ມາຈາກ 106 ປະເທດໃນໂລກ.
ຍສໝ - ເພື່ອແນໃສ່ຕອບສະໜອງເຫດການ ງານມະຫາກຳກິລາ SEA Games 31 ທີ່ຈັດຂຶ້ນຢູ່ຫວຽດນາມ, ກົມທ່ອງທ່ຽວແຫ່ງຊາດໄດ້ເຜີຍແຜ່ຄລິບຫຼ້າສຸດຂອງລາຍການສື່ມວນຊົນຫວຽດນາມ: Go To Love! ດ້ວຍຫົວຂໍ້ວ່າ “Let’s shine and live fully” ຢູ່ຊ່ອງ YouTube ຂອງອົງການທ່ອງທ່ຽວແຫ່ງຊາດຫວຽດນາມ.
ຍສໝ - ຂະແໜງການທ່ອງທ່ຽວພວມຍູ້ແຮງການສື່ສານ, ໂຄສະນາການທ່ອງທ່ຽວຢູ່ນອກ SEA Games 31, ໝູນໃຊ້ກາລະໂອກາດທີ່ດີເພື່ອໂຄສະນາພາບພົດ, ປະເທດຊາດ, ຊາວຫວຽດນາມ ມາຍັງເພື່ອນມິດສາກົນ.
ວັນທີ 27 ເມສາ, ເປັນຄັ້ງທຳອິດທີ່ ຫວຽດນາມ ແຕ່ງຕັ້ງກອງທະຫານຊ່າງແສງໄປປະຕິບັດໜ້າທີ່ຢູ່ ຄະນະປ້ອງກັນຄວາມສະຫງົບຊົ່ວຄາວ ຂອງ ສປຊ ປະຈຳ Abyei - ເຂດເກີດການຂັດແຍ້ງກັນລະຫວ່າງ ຊູດັງ ແລະ ຊູດັງໃຕ້ (ເຊິ່ງເອີ້ນຫຍໍ້ວ່າ ຄະນະ UNISFA). ເຫດການດັ່ງກ່າວໄດ້ສ້າງຂີດໝາຍແກ່ບາດກ້າວພັດທະນາໃໝ່ ແລະ ສຳຄັນຂອງ ຫວຽດນາມ ໃນຂົງເຂດເຂົ້າຮ່ວມຮັກສາສັນຕິພາບ ສປຊ.
ຫວຽດນາມ ມີຄວາມປາດຖະໜາຢາກຮັກສາ ແລະ ເປີດກວ້າງສາຍພົວພັນຮ່ວມມືກັບ ໂມນາໂກ ໂດຍຜ່ານການສະໜັບສະໜູນເຊິ່ງກັນແລະກັນຢູ່ເວທີປາໄສຫຼາຍຝ່າຍ, ແລກປ່ຽນຄະນະທຸກຂັ້ນ ແລະ ຊຸກຍູ້ການຮ່ວມມືລະຫວ່າງ ຫວຽດນາມ ແລະ ໂມນາໂກ ໃນບັນດາຂົງເຂດຄື ເສດຖະກິດຂຽວ, ການເດີນເຮືອ, ການຫັນເປັນດີຈີຕອນ...
ຫວຽດນາມ ພວມພົ້ນເດັ່ນຂຶ້ນເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີແງ່ຫວັງສຳຄັນຂອງ ອາຊີຕາເວັນອອກສ່ຽງໃຕ້.
ຍສໝ - ຫວ່າງແລ້ວນີ້, ວາລະສານ Times Higher Education (THE) ໄດ້ປະກາດໝາກຜົນຕາຕະລາງຈັດອັນດັບ THE Impact Rankings. ນີ້ແມ່ນຕາຕະລາງຖືເອົາການນຳໜ້າໃນການປະຕິບັດ 17 ເປົ້າໝາຍພັດທະນາແບບຍືນຍົງ (SDG) ຂອງ ສປຊ ເປັນມາດຖານຈັດອັນດັບບັນດາອົງການສຶກສາຂັ້ນມະຫາວິທະຍາໄລໃນທົ່ວໂລກ.
ຍສໝ - ສອງໂຄງການທີ່ມີຜົນກະທົບຢ່າງໄວວາ ໂດຍລັດຖະບານ ອິນເດຍ ອຸປະຖຳແຂວງ ເຮົ້າຢາງ ມີມູນຄ່າ 100.000 ໂດລາສະຫະລັດ ຈະປະຕິບັດສຳເລັດໃນເດືອນເມສາ ປີ 2021 ໄດ້ຊ່ວຍໃຫ້ປະຊາຊົນຢູ່ແຫ່ງນີ້ປັບປຸງຊີວິດການເປັນຢູ່, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດໄດ້ເປັນຢ່າງດີ.
ຕອນຄ່ຳວັນທີ 30 ເມສາ, ສະມາຄົມນັກຮົບເກົ່າ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ທ້ອນໂຮມປະເທດຊາດເປັນເອກະພາບຄົບຮອບ 47 ປີ (30/04/1975-30/04/2022) ແລະ ວັນກຳມະກອນສາກົນ.
ຫຼັກໝັ້ນຂອງ ຫວຽດນາມ ຕໍ່ຄຳສັ່ງຫ້າມຫາປາຂອງ ຈີນ ຢູ່ທະເລຕາເວັນອອກນັ້ນ ແມ່ນຄວາມສະເໝີຕົ້ນສະເໝີປາຍ, ໄດ້ຢັ້ງຢືນຢ່າງລະອຽດຈະແຈ້ງໃນຊຸມປີຜ່ານມາ.
ຍສໝ - ຄຸນພໍ່ ຫງວຽນຫຶວມາກ, ປະທານສາສະຫນາ Mennonite ຫວຽດນາມ (ພາກເໜືອ) ໃຫ້ຮູ້ວ່າ, ທີ່ກອງປະຊຸມຄັ້ງນີ້, ທີ່ກອງປະຊຸມສະມັດຊາໃຫຍ່ຈະຮັບຮອງເອົາບົດລາຍງານການເຄື່ອນໄຫວໃນອາຍຸການ 35 (2017-2021); ປຶກສາ ຫາລືທິດທາງຂອງການພັດທະນາສະມາຄົມໃນໄລຍະໃຫມ່.
ຍສໝ - ຕາມມາດຕະຖານປະເທດມີລາຍຮັບປານກາງຕ່ຳຂອງທະນາຄານໂລກ, ອັດຕາຄວາມທຸກຍາກຢູ່ຫວຽດນາມ ໄດ້ຫຼຸດຈາກ 16,8% ລົງເປັນ 5% ໃນໄລຍະ 2010-2020, ມີກວ່າ 10 ລ້ານຄົນ ໄດ້ຮັບການໜູນຊ່ວຍຫຼຸດພົ້ນອອກຈາກຄວາມທຸກຍາກ.
ຍສໝ - ເຈົ້າຄອງນະຄອນຫຼວງພະນົມເປັນ ທ່ານ Khuong Sreng ແລະ ເລຂາຄະນະພັກນະຄອນ ຮ່າໂນ້ຍ ທ່ານ ດິງຕຽນຢຸງ ເຫັນດີຈະຮ່ວມກັນຊອກຫາທິດທາງການຮ່ວມມືທີ່ແທດຈິງລະຫວ່າງ 2 ນະຄອນ, ຮັບປະກັນປະສິດທິຜົນໃນສະພາບປົກກະຕິໃໝ່.
ຍສໝ - ວັນທີ 27 ເມສານີ້, ກອງທະຫານຊ່າງແສງ ແລະໂຮງໝໍກາງສະໜາມ ຂັ້ນ 2 ໄດ້ເຄື່ອນພົນໄປປະຕິບັດໜ້າທີ່ຢູ່ Abyei ແລະ ຊູດານໃຕ້. ທ່ານພົນຕີ ຮວ່າງກິມຟູງ, ຫົວໜ້າກົມຮັກສາສັນຕິພາບຫວຽດນາມ (ກະຊວງປ້ອງກັນປະເທດ) ໄດ້ໃຫ້ສຳພາດຕໍ່ສຳນັກຂ່າວສານຫວຽດນາມ ກ່ຽວກັບເຫດການຄັ້ງນີ້...
ຍສໝ - ໃນໄລຍະ 9 ວັນໃນການເດີນທາງໄປຍັງໝູ່ເກາະ ເຈື່ອງຊາ ແລະ ເຮືອນຂຸດເຈາະ DK1, ຄະນະປະຕິບັດງານຊຸດທີ 4 ໄດ້ມອບຂອງຂວັນໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນຢູ່ໝູ່ເກາະ ດ້ວຍຍອດມູນຄ່າກວ່າ 90 ຕື້ດົ່ງ.
SEA Games 31 ຈະດຳເນີນໃນລະຫວ່າງວັນທີ 12 – 23 ພຶດສະພາ ຢູ່ຮ່າໂນ້ຍ ແລະ 11 ແຂວງ, ນະຄອນອ້ອມຂ້າງ.
ທ່ານ ດັ້ງຮ່ວາງຢາງ ເນັ້ນໜັກວ່າ: ຫວຽດນາມ ຈະປຶກສາຫາລືກັບບັນດາຝ່າຍຢ່າງແໜ້ນແຟ້ນ ເພື່ອຮັບປະກັນແຫຼ່ງກຳລັງຢ່າງມີປະສິດທິຜົນ ໃຫ້ແກ່ວິວັດທະນາການສັນຕິພາບ ແລະ ຈະສືບຕໍ່ປະກອບສ່ວນຢ່າງມີຄວາມໝາຍເຂົ້າໃນຄວາມມານະພະຍາຍາມຮັກສາ ແລະ ສ້າງສັນຕິພາບ.
ຕອນບ່າຍວັນທີ 27 ເມສາ, ຢູ່ຮ່າໂນ້ຍ, ທ່ານພົນເອກ ໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Gunnar Wiegand ຫົວໜ້າກົມໃຫຍ່ຮັບຜິດຊອບ ອາຊີ - ປາຊີຟິກ, ອົງການພົວພັນການຕ່າງປະເທດຂອງ ເອີລົບ (EEAS) ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.