ປະຈຸບັນ, ແຂວງ ຮ່າຢາງ ມີສະຫະກອນ 372 ແຫ່ງ ດ້ວຍສະມາຊິກກ່ວາ 8900 ຄົນ, ພ້ອມກັບໝູ່ບ້ານອາຊີບມູນເຊື້ອ 41 ແຫ່ງ ດ້ວຍການເຂົ້າຮ່ວມຂອງເກືອບ 3000 ຄອບຄົວ, ລາຍຮັບສະເລ່ຍຂອງຜູ້ອອກແຮງງານໃນໝູ່ບ້ານອາຊີບແມ່ນເກືອບ 4 ລ້ານດົ່ງ/ຄົນ/ເດືອນ. ບັນດາຮູບແບບສະຫະກອນ, ໝູ່ບ້ານອາຊີບຢູ່ ຮ່າຢາງ ພວມຊ່ວຍໃຫ້ ປຊຊ ລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ແລະ ພັດທະນາເສດຖະກິດເປັນເທື່ອລະກ້າວ.
ຍສໝ - ຕາມລາຍການນີ້, ປະຊາຊົນລາວທຸກຄົນ ແລະ ຊາວຕ່ງປະເທດເມື່ອເຂົ້າອອກ ເຂດເສດຖະກິດສາມລ່ຽມຄຳຕ້ອງໄດ້ຮັບການຕົກລົງຈາກຄະນະຄຸ້ມຄອງ ເຂດເສດຖະກິດພິເສດ. ບັນດາພໍ່ຄ້າໄດ້ຈຳແນກການເຄື່ອນໄຫວຢູ່ຕະຫຼາດຊົ່ວຄາວຢູ່ເຂດເສດຖະກິດພິເສດກໍ່ຍັງບໍ່ທັນສາມາດກັບຄືນຄ້າຂ່າວ ຕະຫຼອດຮອດເມື່ອມີປະກາດໃໝ່.
ຫວຽດນາມ ພວມພົ້ນເດັ່ນຂຶ້ນເປັນໜຶ່ງໃນບັນດາພື້ນຖານເສດຖະກິດທີ່ມີແງ່ຫວັງສຳຄັນຂອງ ອາຊີຕາເວັນອອກສ່ຽງໃຕ້.
ຍສໝ - ໂຄງການ “ພົບປະຜູ້ຕາງໜ້າດ້ານການຄ້າ ແລະ ເສດຖະກິດສາກົນຢູ່ ຮ່າໂນ້ຍ” ຈະດຳເນີນໃນວັນທີ 10 ມີນາ ຢູ່ ລອງບຽນ, ຮ່າໂນ້ຍ ໂດຍສູນສົ່ງເສີມການລົງທຶນ, ການຄ້າ ແລະ ທ່ອງທ່ຽວ ຮ່າໂນ້ຍ (HPA) ຈັດຕັ້ງ.
ຍສໝ - ຕາມທ່ານນາງ Dorsati Madani ນັກຊ່ຽວຊານເສດຖະກິດຂັ້ນສູງຂອງຫ້ອງວ່າການທະນາຄານໂລກ (WB) ປະຈຳ ຮ່າໂນ້ຍ ແລ້ວ, ເສດຖະກິດ ຫວຽດນາມ ຈະຟື້ນຟູພາຍຫຼັງຍົກເລີກຄຳສັ່ງ ລ໋ອກດາວ.
ຍສໝ - ທີ່ພິທີມອບຫຼຽນໄຊມິດຕະພາບ, ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸງ ໄດ້ອວຍພອນທ່ານເອກອັກຄະລັດຖະທູດ Daniel Kritenbrink ທີ່ໄດ້ປະຕິບັດສຳເລັດອາຍຸການຢູ່ ຫວຽດນາມ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຫງວຽນກ໊ວກຢຸງ ໄດ້ຕີລາຄາສູງການສົມທົບຂອງສະຖານທູດ ອາເມລິກາ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີຢືນຢັນວ່າ, ໃນສອງທົດສະວັດທີ່ຜ່ານມາ, ປະຊາຄົມວິສາຫະກິດຫວຽດນາມໄດ້ມີບາດກ້າວບຸກທະລຸ, ປະກອບສ່ວນເຂົ້າໃນການປົດປ່ອຍແລະພັດທະນາການຜະລິດ, ລະດົມແລະສົ່ງເສີມແຫຼ່ງ ກຳ ລັງເຂົ້າໃນການພັດທະນາເສດຖະກິດ - ສັງຄົມ, ປະກອບສ່ວນເຂົ້າໃນການຮັກສາຄວາມສະຖຽນລະພາບ ແລະ ການເຕີບໂຕເສດຖະກິດ, ເພີ່ມມູນຄ່າສົ່ງອອກ, ລາຍຮັບງົບປະມານ ແລະ ປະກອບສ່ວນສຳຄັນ ເຂົ້າໃນການແກ້ໄຂບັນຫາເສດຖະກິດ - ສັງຄົມ.
ເວທີປາໄສໄດ້ປະກອບສ່ວນເຂົ້າໃນການເສີມຂະຫຍາຍຢ່າງສຸດຂີດ, ເຕົ້າໂຮມພູມປັນຍາຢ່າງຄົບຖ້ວນ, ການປະກອບສ່ວນບໍ່ພຽງແຕ່ຂອງບັນດາສະມາຊິກ ສະພາແຫ່ງຊາດ ເທົ່ານັ້ນ ຫາກຍັງດຶງດູດ, ສ້າງເຄືອຂ່າຍຂອງບັນດານັກຊ່ຽວຊານ, ນັກວິທະຍາສາດ, ນັກຄຸ້ມຄອງລົງເລິກແຖວໜ້າພາຍໃນປະເທດ ແລະ ຂອງບັນດາອົງການຈັດຕັ້ງສາກົນອີກດ້ວຍ.
ຍສໝ - ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ສ້າງແຜນຟື້ນຟູ, ເຕີບໂຕເສດຖະກິດໃນເງື່ອນໄຂທີ່ໄດ້ຮັບການສັກວັກຊິນກັນໂຄວິດ - 19 ໃນວົງກ້ວາງ.
ຍສໝ - ທ່ານ ຫງວຽນຈີ໊ຢຸງ ໃຫ້ຮູ້ວ່າ ຫວຽດນາມ ໄດ້ ແລະ ພວມຍູ້ໄວການກຽມພ້ອມບັນດາເງື່ອນໄຂ: ກວດກາຄືນໃໝ່ກອງທຶນດິນ, ໜ້າພຽງ, ໂຮງງານ ແລະ ບັນດາຮາກຖານໂຄງລ່າງທີ່ຈຳເປັນຕ້ອງຕ່າງໆເພື່ອຮັບໃຊ້ໃຫ້ແກ່ການຜະລິດ, ຍູ້ໄວວິວັດການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ທີ່ມີຄຸນນະພາບ.
ຍສໝ - ຕາມການຄາດຄະເນຂອງ WB, ຂະແໜງກະສິກຳຄາດວ່າຈະມີການຟື້ນຟູພາຍຫຼັງຜົນກະທົບຈາກໂລກລະບາດໃນໄຕມາດ I 2020 ແລະ ບັນດາຄວາມເສຍຫາຍຈາກພາຍຸນ້ຳຖ້ວມໃນປີ 2020. ຂະແໜງການບໍລິການສືບຕໍ່ຟື້ນຟູຍ້ອນການຍົກເລິກມາດຕະການຈຳກັດບໍລິເວນໃນສັງຄົມ ເກືອບທັງໝົດ ແລະ ດ້ວຍຄວາມຕ້ອງການເພີ່ມຂຶ້ນຂອງຊັ້ນກາງພາຍໃນປະເທດ
ຍສໝ - ທ່ານ ຫວູບ໊າຝູ, ຫົວໜ້າກົມສົ່ງເສີມການຄ້າ, ຢັ້ງຢືນວ່າ: ຫວຽດນາມແມ່ນຈຸດນັດພົບທີ່ ຍອດຢ້ຽມ ຂອງບັນດານັກລົງທຶນຕ່າງປະເທດເມື່ອມີແຫຼ່ງສະໜອງຜະລິດຕະພັນກະເສດ, ທັນຍະຫານທີ່ອຸດົມສົມບຸນ ຮັບປະກັນໄດ້ຄຸນນະພາບ, ເໝາະສົມກັບລູກຄ້າຢູ່ບັນດາລະດັບທີ່ແຕກຕ່າງກັນ ເພື່ອສະໜອງໃຫ້ແກ່ຕະຫຼາດສາກົນ.
ຍສໝ - ການຕີລາຄາຜົນກະທົບຂອງນະໂຍບາຍມີຄວາມໝາຍສຳຄັນ, ຊ່ວຍໃຫ້ບັນດາອົງການທີ່ມີອຳນາດເລືອກເອົາໄດ້ບັນດານະໂຍບາຍທີ່ດີທີ່ສຸດ, ເໝາະສົບກັບພຶດຕິກຳຕົວຈິງ.
ຍສໝ - ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19, ຄາດວ່າປີນີ້ຈັງຫວະການເຕີບໂຕດ້ານເສດຖະກິດຂອງປະເທດທີ່ພວມພັດທະນາຢູ່ພາກພື້ນອາຊີ-ປາຊີຟິກ ຈະຊ້າລົງ.
ໜ່ວຍງານພິເສດແມ່ນອົງການສົມທົບລະຫວ່າງຂະແໜງ, ມີໜ້າທີ່ຊ່ວຍໃຫ້ລັດຖະບານ, ທ່ານນາຍົກລັດຖະມົນຕີຄົ້ນຄ້ວາ, ຊີ້ນຳ, ສົມທົບກັນແກ້ໄຂບັນດາວຽກງານສຳຄັນ, ລະຫວ່າງຂະແໜງໃນການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ແລະ ປະຊາຊົນທີ່ຖືກຜົນກະທົບຈາກໂລກລະບາດໂຄວິດ - 19.
ຍສໝ - ສຳນັກຂ່າວສານ Reuters ໄດ້ລົງຂາວວ່າ FPT Semiconductor ຫາກໍ່ເປີດຕົວຊິບທຳອິດໃນຊຸດຜະລິດຕະພັນ Internet of thing ໃຫ້ແກ່ຂົງເຂດສາທາລະນະສຸກ. ບໍລິສັດຕັ້ງເປົ້າໝາຍຈະແຊກຊຶມເຂົ້າຕະຫຼາດພາກພື້ນ ອາຊີ - ປາຊີຟິກ ດ້ວຍແຜນການສະໜອງຊິບ 25 ລ້ານອັນໃນທົ່ວໂລກ ໃນປີ 2023.
ຍສໝ - ຫວຽດນາມ ແລະ ມາຣົກມີການພົວພັນທີ່ມາແຕ່ດົນນານ ແລະ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ສອງປະເທດ, ທ່ານນາງປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ໄດ້ສົ່ງຈົດໝາຍສະແດງຄວາມຊົມເຊີຍຕໍ່ທ່ານສາດສະດາຈານ El Mostafa Ktiri ປະທານສະມາຄົມມິດຕະພາບ ມາຣົກ ຫວຽດນາມ.
ຍສໝ - ໃນບົດລາຍງານ e-Conomy SEA 2021 ທີ່ Google, Temasek ແລະ Bain & Company ຫາກໍ່ໄດ້ປະກາດໃນວັນທີ 10 ພະຈິກ ໄດ້ຍົກອອກຂໍ້ສັງເກດວ່າ ພື້ນຖານເສດຖະກິດອິນເຕີເນັດຂອງ ຫວຽດນາມ ຄາດວ່າຈະກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 2 ຢູ່ອາຊີຕາເວັນອອກສ່ຽງໃຕ້, ບັນລຸໄດ້ 220 ຕື້ USD ກ່ຽວກັບຍອດມູນຄ່າສິນຄ້າ (GMV) ໃນປີ 2030…
ຕອນເຊົ້າວັນທີ 29 ມິຖຸນາ, ຢູ່ນະຄອນຫຼວງ ລອນດອນປະເທດອັງກິດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫ້ວ ໄດ້ພົບປະເຈລະຈາກັບທ່ານປະທານສະພາສູງ ອັງກິດ John Mcfall.
ຍສໝ - ປີ 2016, ຫວຽດນາມໄດ້ປະກາດໃຊ້ກົດໝາຍວ່າດ້ວຍການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ. ຜູ້ຂຽນກໍ່ຖືວ່າ ບັນດການປ່ຽນແປງທີ່ມີລັກສະນະໂຄງປະກອບນີ້ ໄດ້ປັບປຸງເງື່ອນໄຂເສດຖະກິດຂອງປະຊາຊົນ ແລະ ບັນດາການປະຕິຮູບດ້ານເສດຖະກິດນີ້ ໄດ້ນຳມາເຊິ່ງສະພາບການແຫ່ງຄວາມສະເໝີພາບໃຫ້ແກ່ການລົງທຶນເອກະຊົນພາຍໃນປະເທດ.