ນີ້ກໍ່ແມ່ນໂອກາດເພື່ອໃຫ້ 2 ຝ່າຍກວດກາ ແລະ ກຳນົດທິດສ້າງຂອບນິຕິກຳໃຫ້ສົມບູນແບບ, ສ້າງພື້ນຖານທີ່ສະດວກໃຫ້ແກ່ການເປີດກວ້າງການຮ່ວມມື 2 ຝ່າຍ, ຍົກລະດັບການພົວພັນໃນໄລຍະຈະມາເຖິງ.
ໃນ 2 ມື້ເຮັດວຽກ, ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ມີ 20 ລາຍການເຄື່ອນໄຫວຢູ່ ລາວ ແລະ ກຳປູເຈຍ.
ຍສໝ - ໃນບໍ່ເທົ່າໃດມື້, ງາຍບຸນ ຮວ່າລື 2026 ຈະໄດ້ໄຂຂຶ້ນຢ່າງເປັນທາງການຢູ່ແຜ່ນດິນມໍລະດົກນະຄອນ ນິງບິງ.
ຍສໝ - ໄຕມາດທີ 1 ປີ 2026, ຈຳນວນນັກທ່ອງທ່ຽວສາກົນມາ ຫວຽດນາມ ໄດ້ເພີ່ມຂຶ້ນຢ່າງແຂງ, ປະກອບສ່ວນເພີ່ມຂຶ້ນເປັນສອງຕົວເລກໃນຍອດຜະລິດຕະພັນຂອງຂະແໜງການບິນ.
ຍສໝ - ສ.ເກົາຫຼີ ຍັງຄົງເປັນໜຶ່ງໃນຕະຫຼາດທ່ອງທ່ຽວສາກົນທີ່ໃຫຍ່ທີ່ສຸດຂອງຫວຽດນາມ, ປະກອບສ່ວນເຂົ້າໃນການສົ່ງເສີມການແລກປ່ຽນວັດທະນະທຳ, ເສດຖະກິດ ແລະ ການທ່ອງທ່ຽວລະຫວ່າງສອງປະເທດຢ່າງເລິກເຊິ່ງ ແລະ ກວ້າງຂວາງຂຶ້ນເລື້ອຍໆ.
ຍສໝ - ໃນຕອນແລງຂອງວັນທີ 9 ເມສາ, ໃນພິທີມອບ-ຮັບໜ້າທີ່ວຽກງານລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະຫາຍ ລັດຖະມົນຕີ ເລີມທິເຟືອງແອງ, ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຜູ້ໃໝ່ ໄດ້ເນັ້ນໜັກວ່າ: ຄວາມຕ້ອງການທີ່ສະເໝີຕົ້ນສະເໝີປາຍຂອງຂະແໜງການ ແມ່ນການຮີບຮ້ອນຫັນປ່ຽນຈາກຈິນຕະນາການການຄຸ້ມຄອງ ໄປສູ່ຈິນຕະນາການແຫ່ງການສ້າງສັນ ແລະ ການພັດທະນາ; ສ້າງເງື່ອນໄຂ ແລະ ຂົງເຂດເພື່ອໃຫ້ບັນດານັກສິນລະປິນ, ວິສາຫະກິດ ແລະ ຊຸມຊົນ ເຂົ້າຮ່ວມໃນການພັດທະນາວັດທະນະທຳ.
ຍສໝ - ການທີ່ສະພາແຫ່ງຊາດ ຊຸດທີ XVI ປັບປຸງບູລະນະບັນດາຕຳແໜ່ງການນຳຫຼັກແຫຼ່ງ ແມ່ນໄດ້ຮັບການຕີລາຄາຈາກຫຼາຍອົງການຈັດຕັ້ງສາກົນ, ຄູ່ຮ່ວມມື ແລະ ຊຸມຊົນຄົນຫວຽດນາມຢູ່ຕ່າງປະເທດວ່າ ແມ່ນຂີດໝາຍທາງດ້ານການເມືອງທີ່ສຳຄັນ, ຮັບປະກັນຄວາມຕໍ່ເນື່ອງໃນການບໍລິຫານ, ຮັດແໜ້ນຄວາມເຊື່ອໝັ້ນ, ພ້ອມທັງເປີດໂອກາດໃຫ້ແກ່ການຊຸກຍູ້ການປະຕິຮູບ, ການເຊື່ອມໂຍງ ແລະ ຍົກສູງບົດບາດຂອງປະເທດຊາດ ໃນໄລຍະແຫ່ງການພັດທະນາໃໝ່.
ຍສໝ - ວັນທີ 9 ເມສາ 2026, ໃນກອງປະຊຸມລະຫວ່າງ ອາຊຽນ ແລະ ກຸ່ມບັນດາປະເທດ ອາເມລິກາ ລາຕິນ ແລະ Caribe (GRULAC) ທີ່ຈັດຂຶ້ນຢູ່ ປະເທດ ໂອຕຣິດ, ຫວຽດນາມ ສືບຕໍ່ຢືນຢັນບົດບາດເປັນເຈົ້າການ, ຕັ້ງໜ້າໃນການຊຸກຍູ້ລັດທິຫຼາຍຝ່າຍ ແລະ ເພີ່ມທະວີການປະສານສົມທົບລະຫວ່າງບັນດາປະເທດພວມພັດທະນາ.
ຍສໝ - ສືບຕໍ່ການຢ້ຽມຢາມຢ່າງເປັນທາງການ ຢູ່ ສປປ ລາວ, ໃນຕອນບ່າຍຂອງວັນທີ 9 ເມສາ, ທີ່ນະຄອນຫຼວງວຽງຈັນ, ສະຫາຍ ເຈິ່ນເກີ໋ມຕູ້, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ພົບປະກັບພະນັກງານສະຖານທູດ ພ້ອມດ້ວຍພໍ່ແມ່ພີ່ນ້ອງຊຸມຊົນຄົນຫວຽດນາມ ທີ່ພວມດຳລົງຊີວິດຢູ່ ສປປ ລາວ ຢ່າງຫຼວງຫຼາຍ.
ຍສໝ - ໃນທ່າມກາງບັນຍາກາດອັນຟົດຟື້ນມ່ວນຊື່ນແຫ່ງການສະເຫຼີມສະຫຼອງບຸນປີໃໝ່ປະເພນີ ບຸນປີໃໝ່ລາວ ຢູ່ທົ່ວທຸກຫົນແຫ່ງໃນ ສປປ ລາວ, ສະຫາຍ ເຈິ່ນ ເກີ໋ມ ຕູ້, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການ ແລະ ຄະນະຜູ້ແທນຂັ້ນສູງຫວຽດນາມ ໄດ້ເດີນທາງມາຢ້ຽມຢາມຢ່າງເປັນທາງການ ຢູ່ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕາມຄຳເຊີນຂອງ ສະຫາຍ ວິໄລ ລັກຄຳຟອງ, ກຳມະການກົມການເມືອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ.
ຍສໝ - ໃນຕອນເຊົ້າຂອງວັນທີ 9 ເມສາ, ທີ່ນະຄອນຫຼວງວຽງຈັນ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ ແລະ ສົມກຽດ, ທ່ານ ເຈິ່ນເກິ່ມຕູ໋, ຜູ້ປະຈຳການຄະນະເລຂາທິການ ໄດ້ພົບປະເຈລະຈາກັບ ທ່ານ ວິໄລ ລັກຄຳຟອງ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ປະຊາຊົນ ປະຕິວັດລາວ.
ຍສໝ - ໃນການຢ້ຽມຢາມຢ່າງເປັນທາງການຢູ່ລາວ, ຕອນບ່າຍວັນທີ 9 ເມສາ ທີ່ນະຄອນຫຼວງວຽງຈັນ, ທ່ານ ເຈິ່ນເກີມຕູ໋, ກຳມະການກົມການເມືອງ, ຜູປະຈຳຄະນະເລຂາທິການສູນກາງພັກ ໄດ້ພົບປະກັບທ່ານເລຂາທິການໃຫຍ່ ແລະ ປະທານປະເທດລາວ ທອງລຸນ ສີສຸລິດ.
ຍສໝ - ງານບຸນເຮັດຈາຂອງຊາວເຜົ່າໄທຢູ່ແຂວງເຊີນລາບໍ່ພຽງແຕ່ເປັນກິດຈະກຳທາງສາສະໜາພື້ນເມືອງເທົ່ານັ້ນ ແຕ່ຍັງເປັນພື້ນທີ່ວັດທະນະທຳທີ່ເປັນເອກະລັກ, ຮັກສາຄຸນຄ່າພື້ນເມືອງ ແລະ ປະກອບສ່ວນເຂົ້າໃນການຮັກສາເອກະລັກຂອງຊົນເຜົ່າໃນຊີວິດສະໄໝໃໝ່.
ຍສໝ - ຫວຽດນາມມຸ່ງໝັ້ນທີ່ຈະບັນລຸການເຕີບໂຕສອງຕົວເລກໃນໄລຍະທີ່ຈະມາເຖິງ, ພ້ອມທັງສືບຕໍ່ເສີມສ້າງພື້ນຖານຂອງສະຖຽນລະພາບດ້ານເສດຖະກິດມະຫາພາກ. ບົດລາຍງານຊີ້ໃຫ້ເຫັນວ່າຮອດປີ 2025, ຕົວຊີ້ວັດເສດຖະກິດ-ສັງຄົມທີ່ສຳຄັນທັງ 15 ຢ່າງມີແນວໂນ້ມທີ່ຈະບັນລຸ ຫຼື ເກີນກວ່ານັ້ນ.
ທ່ານ ທອງລຸນ ສີສຸລິດ ຢືນຢັນວ່າ ພ້ອມແລ້ວທີ່ຈະຮຽງບ່າຮຽງໄຫຼ່ກັບ ສະຫາຍ ໂຕເລິມ ສືບຕໍ່ເພີ່ມພູນຄູນສ້າງ ແລະ ເພີ່ມທະວີສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ
ຕອນເຊົ້າວັນທີ 08 ເມສາ, ຢູ່ທຳນຽບປະທານປະເທດ (ທີ່ ຮ່າໂນ້ຍ), ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດແຫ່ງ ສສ. ຫວຽດນາມ ໄດ້ເປັນປະທານກອງປະຊຸມປະກາດຂໍ້ຕົກລົງຂອງກົມການເມືອງ ບົ່ງຕົວຄະນະບໍລິຫານງານ, ຄະນະປະຈຳ, ເລຂາ, ຮອງເລຂາພັກລັດຖະບານ ແລະ ປະກາດໃຊ້ຂໍ້ຕົກລົງແຕ່ງຕັ້ງຄະນະລັດຖະບານຊຸດໃໝ່ 2026 – 2031.
ຍສໝ - ໃນວັນທີ 8 ເມສາ, ຄະນະກໍາມະການປະຊາຊົນແຂວງ ດົ່ງນາຍ ໄດ້ຈັດຕັ້ງການໂຮມຊຸມນຸມສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ (ລາວ) ແລະ Chol Chnam Thmay (ກຳປູເຈຍ), ແລະ ງານບຸນວັດທະນະທໍາມິດຕະພາບ ຫວຽດນາມ - ລາວ - ກຳປູເຈຍ ໃຫ້ແກ່ນັກສຶກສາ ລາວ ແລະ ກຳປູເຈຍ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລ, ວິທະຍາໄລໃນແຂວງ.
ຍສໝ - ນັກສຶກສາລາວເກືອບ 300 ຄົນ ທີ່ພວມຮໍ່າຮຽນຢູ່ມະຫາວິທະຍາໄລສຶກສາ-ນະຄອນ ດານັງ ໄດ້ສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ ດ້ວຍພິທີກຳຕາມປະເພນີອັນເຕັມທີ່ດ້ວຍບັນຍາກາດອັນອົບອຸ່ນ ແລະ ເບີກບານມ່ວນຊື່ນ.
ຍສໝ - ຕອນເຊົ້າວັນທີ 8 ເມສາ, ທີ່ຮ່າໂນ້ຍ, ສະຖານທູດລາວ ປະຈຳຫວຽດນາມ ໄດ້ຈັດງານສະເຫຼີມສະຫຼອງປີໃໝ່ບຸນປີໃໝ່ປະຈຳຊາດລາວ ໂດຍການຕ້ອນຮັບການນຳຂັ້ນສູງ ແລະ ຜູ້ຕາງໜ້າຈາກບັນດາກະຊວງ, ຂະແໜງການ, ອົງການຕ່າງໆໃນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.
ຍສໝ - ໃນວັນທີ 8 ເມສາ, ຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງໄດ້ຈັດກອງປະຊຸມທົ່ວປະເທດເພື່ອໃນຕອນເຊົ້າມື້ດຽວ, ດ້ວຍຈິດໃຈອັນຮີບດ່ວນ, ຈິງຈັງ ແລະ ມີຄວາມຮັບຜິດຊອບ, ກອງປະຊຸມທົ່ວປະເທດກ່ຽວກັບການຄົ້ນຄ້ວາ, ສຶກສາ, ເຊື່ອມຊຶມ ແລະ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 14 ຂອງພັກສຳລັບນັກຂ່າວ, ຜູ້ຈັດພິມ, ແລະ ຜູ້ແທນນັກສິລະປິນ ແລະ ປັນຍາຊົນ ໄດ້ສຳເລັດວາລະກອງປະຊຸມຂອງຕົນຢ່າງສຳເລັດຜົນ. ໂດຍຮັບການແບ່ງງານຂອງສະຫາຍຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ແລະ ສະຫາຍຮອງຫົວໜ້າຄະນະປະຈຳ, ຕາງໜ້າໃຫ້ຜູ້ນຳຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ , ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນປະເສີດມາຍັງສະຫາຍ, ຜູ້ແທນ ແລະ ທີມງານນັກຂ່າວ, ຜູ້ຈັດພິມ, ນັກປັນຍາຊົນ ແລະ ນັກສິລະປິນທົ່ວປະເທດ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ປະສົບຜົນສຳເລັດ. ສຳລັບອົງການສື່ມວນຊົນ ແລະ ການພິມເຜີຍແຜ່ ແລະ ຜູ້ແທນນັກສິລະປິນ, ນັກປັນຍາຊົນ. ວາລະສານ ຍຸກສະໄໝ ຂໍນຳສະເໜີບົດສະຫຼຸບຂອງກອງປະຊຸມໂດຍທ່ານ ເຈິ່ນແທ່ງເລີມ, ກຳມະການສູນກາງພັກ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນ.