ຍສໝ - ທ່ານນາງປະທານ VUFO ຫງວຽນເຟືອງງາ ຢືນຢັນວ່າ VUFO ຈະສົມທົບກັນຢ່າງຕັ້ງໜ້າກັບສະຖານທູດ Algeria ປະຈຳ ຫວຽດນາມ ຈັດຕັ້ງບັນດາການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ຄື: ກອງປະຊຸມສຳມະນາ, ໂອ້ລົມສົນມະນາ, ແລກປ່ຽນວັດທະນະທຳ, ສິລະປະ, ສະເຫຼີມສະຫຼອງເຫດການສຳຄັນຂອງສອງປະເທດ...
ຍສໝ - ເຂົ້າຮ່ວມພິທີມີຜູ້ຕາງໜ້າຫ້ອງວ່າການລັດຖະບານ, ຄະນະພົວພັນຕ່າງປະເທດສູນກາງພັກ ແລະ ບັນດາກະຊວງການປ້ອງກັນຊາດ, ກະຊວງຕຳຫຼວດ ແລະ ກະຊວງການເງິນ.
ຍສໝ - ທ່ານ Hiroyuki Moribe, ຜູ້ອຳນວຍການສະຖາບັນຄົ້ນຄ້ວາເສດຖະກິດ ຫວຽດນາມ ຂອງຍີ່ປຸ່ນ, ໄດ້ຢັ້ງຢືນເມື່ອຕອບສຳພາດກ່ຽວກັບເລື່ອງ ຫວຽດນາມຍັງຄົງຮັກສາໄດ້ທ່າເຕີບໂຕເສດຖະກິດຢ່າງຕັ້ງໜ້າໂດຍບໍ່ຫົວຊາຕໍ່ໂລກລະບາດ ໂຄວິດ - 19.
ຍສໝ - ວັນທີ 19 ເມສາ, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນກອງປະຊຸມຜູ້ແທນສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ນະຄອນໂຮ່ຈີມິນ ຄັ້ງທີ III ອາຍຸການ 2022 – 2027.
ຍສໝ - ສະພາບການວັນນະຄະດີສຳລັບຊາວໜຸ່ມ, ເຍົາວະຊົນຢູ່ລັດເຊຍ ແລະ ຫວຽດນາມ ໃນປັດຈຸບັນເປັນຄືແນວໃດ, ບົດບາດຖ່າຍທອດວັດທະນາທຳລະຫວ່າງບັນດາລຸ້ນຄົນຂອງວັນນະຄະດີຄືແນວໃດ… ໄລຍະຜ່ານມາ ບັນດານັກວັນນະຄະດີ, ນັກວິພາກວິຈາກວັນນະຄະດີລະຫວ່າງສອງປະເທດໄດ້ພ້ອມກັນແບ່ງປັນໃນການພົວພັນແລກປ່ຽນ - ການໂອ້ລົມສົນທະນາທາງໄກວັນນະຄະດີ ລັດເຊຍ - ຫວຽດນາມ.
ຕອນເຊົ້າວັນທີ 13 ເມສາ, ຢູ່ຮ່າໂນ້ຍ, ກົມການເມືອງ, ຄະນະເລຂາສູນກາງພັກໄດ້ຈັດກອງປະຊຸມທົ່ວປະເທດຄົ້ນຄ້ວາ, ຮ່ຳຮຽນ, ເຊື່ອມຊືມ ແລະ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມຄັ້ງທີ 2 ຄະນະບໍລິຫານງານສູນກາງພັກຊຸດທີ XIV.
ຍສໝ - ງານແຂ່ງຂັນບານເຕະຊາວຫວຽດນາມ ອາໄສ ຢູ່ ສ.ເກົາຫຼີ (VFAK-Vietnam Airlines Compatriot Cup 2022) ໂດຍສະມາຄົມບານເຕະຫວຽດນາມ ສ.ເກົາຫຼີ ຈັດຕັ້ງ ໄດ້ດຳເນີນຢູ່ສະໜາມກິລານະຄອນ Cheonan ແຂວງ Chungcheong ໃຕ້ (ສ.ເກົາຫຼີ).
ໃນຕອນເຊົ້າວັນທີ 19 ມິຖຸນາ ດ້ວຍເຮືອບິນຂອງ ສາຍການບິນຫວຽດນາມ, ຮອງປະທານປະເທດ ສສ ຫວຽດນາມ ສະຫາຍ ນາງ ດັ້ງ ຖິ ຫງ໋ອກ ຖິ້ງ ຢ້ຽມຢາມລາວຢ່າງເປັນທາງການ.
ຍສໝ - ທ່ານ ເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ສະແດງຄວາມຍິນດີຕໍ່ການພົວພັນສາມັກຄີແບບພິເສດລະຫວ່າງ ລາວ ຫວຽດນາມ ທີ່ນັບມື້ນັບພັດທະນາຢ່າງເລິກເຊິ່ງກວ້າງແຂວງ, ທ່ານສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ທີ່ໄດ້ສະຫງວນໃຫ້ແກ່ ພັກ, ລັດ ແລະ ປະຊາຊົນ ລາວ ການຊ່ວຍເຫຼືອອັນຍິ່ງໃຫຍ່, ສຸດຈິດສຸດໃຈ ແລະ ມີປະສິດທິຜົນທີ່ສຸດແຕ່ກ່ອນມາຮອດປັດຈຸບັນ.
ຍສໝ - ວັນທີ 22 ມີນາ, ປະທານປະເທດ, ນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົ່ງໂທລະເລກຢື້ຢາມຖາມຂ່າວກ່ຽວກັບເຫດອຸປະຕິເຫດເຮືອບິນຕົກຢູ່ ກວາງຊີ, ຈີນ.
ຍສໝ - ນັກສະແດງຍິງເຊື້ອຊາດ ຫວຽດນາມ Kelly Marie ເຈິ່ນ ລອດເຂົ້າຕອບບັນດາຊີລາຍຊື່ ຊາວອາຊີ 100 ຄົນທີ່ມີຜົນກະທົບໃນປີ 2021.
ວັນທີ 22 ທັນວາ ແມ່ນສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ຄົບຮອບ 78 ປີ (22/12/1944 – 22/12/2022) ແລະ ວັນມູນເຊື້ອທົ່ວປວງຊົນປ້ອງກັນຊາດ ຄົບຮອບ 33 ປີ (22/12/1989 – 22/12/2022). ໂດຍໄດ້ເລີ່ມມາຈາກກອງທະຫານທຳອິດທີ່ເຄື່ອນໄຫວໃນຂະບວນການປະຕິວັດຂອງພັກຄອມມູນິດ ຫວຽດນາມ, ກອງທັບປະຊາຊົນ ຫວຽດນາມ ໄດ້ສ້າງວິລະກຳທີ່ລ້ຳເລີດຫຼາຍຢ່າງ ແລະ ນັບມື້ນັບເຕີບໃຫຍ່ເຂັ້ມແຂງ, ກຽມພ້ອມປົກປັກຮັກສາປະເທດຊາດຢ່າງໝັ້ນຄົງ.
ຍສໝ - ທ່ານ ຟ້າມບິ່ງດ່າມ ຫົວໜ້າສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຮົ່ງກົງ (ຈີນ) ໃຫ້ຮູ້ວ່າ ຕ້ອງມີການກະກຽມໃຫ້ເປັນຢ່າງດີ ເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນໃນການຮ່ວມມືລະຫວ່າງບັນດາທ້ອງຖິ່ນ ຫວຽດນາມ ແລະ ຮົ່ງກົງ ພາຍລັງໂລກລະບາດໂຄວິດ - 19...
ຍສໝ - ໂອ້ລົມເຈລະຈາໄດ້ຮັບການຈັດຕັ້ງຂຶ້ນດ້ວຍເປົ້າໝາຍສະຫຼຸບ, ຕີລາຄາສະພາບການ, ໝາກຜົນທີ່ບັນລຸໄດ້ຂອງຂົງເຂດຂົນຂວາຍໜູນຊ່ວຍຂອງອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ຈາກນັ້ນຖອດຖອນບົດຮຽນ, ປະສົບການ, ບັນດາຂໍ້ຈຳກັດທີ່ຈະຕ້ອງໄດ້ຮັບການແກ້ໄຂໃນໄລຍະຈະມາເຖິງ.
ຍສໝ - ນີ້ແມ່ນການກວດປິ່ນປົວພະຍາດຄັ້ງທຳອິດໃນປີ 2023 ຂອງໂຮງໝໍເຈີໄຣ ພະນົມເປັນ ຕາມໂຄງການຮ່ວມມືຮັບະກັນຊີວິດສັງຄົມ ໂດຍສະຖານທູດ ຫວຽດນາມ ປະຈຳກຳປູເຈຍ ປຸກລະດົມ.
ຍສໝ - ແຂວງ ກວ໋າງບິ່ງ ໜູນຊ່ວຍການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ເອກະພາບ, ຮັບໃຊ້ການສິດສອນໃຫ້ນັກຮຽນແຂວງ ຄຳມ່ວນ (ລາວ) ດ້ວຍມູນຄ່າປະມານ 25 ຕື້ດົ່ງ.
ຍສໝ - ອັດຖິຂອງທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ 17 ອັດຖິ ທີ່ເສຍຊີວິດຢູ່ແຂວງຄໍາມ່ວນ (ລາວ) ໄດ້ຖືກຂຸດຄົ້ນ ແລະ ທ້ອນໂຮມໂດຍໜ່ວຍງານເລກທີ 589 ຂອງກອງບັນຊາການທະຫານ ແຂວງກວາງບິ່ງ.
ເຖິງວ່າປະສົບກັບຄວາມຫຍຸ້ງຍາກເປັນພິເສດໃນໄລຍະກ່ວາ 1 ປີທີ່ຜ່ານມາ ແຕ່ສອງປະເທດ ຫວຽດນາມ ແລະ ລາວ ຍາມໃດກໍ່ຊ່ວຍເຫຼືອກັນໃນບັ້ນຕໍ່ສູ້ຕ້ານໂລກລະບາດໂຄວິດ - 19.
ໃນຈຳນວນ 19 ປະເທດໃນພາກພື້ນ ອາຊີ, ຫວຽດນາມ ຢືນອັນດັບທີ 4. ໃນນັ້ນ, ຫວຽດນາມ ນຳໜ້າພາກພື້ນໃນຂົງເຂດກົດໝາຍ ແລະ ນະໂຍບາຍ ພ້ອມກັບ ຟີລິບປິນ ແລະ ໄທ; ຢືນອັນດັບທີ 2 ໃນຂົງເຂດຄວາມສາມາດເປັນຜູ້ຕ່າງໜ້າ ແລະ ບົດບາດທາງດ້ານການເມືອງ ເຊິ່ງຖັດມາຈາກ ສິງກະໂປ.
ທ່ານເອກອັກຄະລັດຖະທູດ ເປຣູ ປະຈຳຫວຽດນາມ Augusto Morelli ໄດ້ໃຫ້ຂໍ້ສັງເກດວ່າ, ດ້ວຍບັນດາຜົນງານທີ່ບັນລຸໄດ້ໃນການພັດທະນາເສດຖະກິດ ແລະ ເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ແມ່ນສະມາຊິກສຳຄັນຢູ່ ອາຊີ ແລະ ໂລກ.