ໃນວັນທີ 20 – 21 ມີນາ 2019 ນີ້, ຄະນະກວດກາພັກ-ລັດແຂວງສະຫວັນນະເຂດ ໄດ້ຈັດກອງປະຊຸມວຽກງານ ຕິດຕາມ, ກວດກາທົ່ວແຂວງ ປະຈໍາປີ 2018 ແລະ ວາງທິດທາງແຜນການປີ 2019 ຂຶ້ນ ຢູ່ທີ່ຫ້ອງປະຊຸມຂອງຫ້ອງວ່າ ການປົກຄອງແຂວງສະຫວັນນະເຂດ, ໃຫ້ກຽດເປັນປະທານ ໃນພິທີໂດຍທ່ານ ປອ ໂພໄຊ ໄຊຍະສອນ ກໍາມະການ ສໍາ ຮອງສູນກາງພັກ ຮອງເລຂາພັກແຂວງ ຮອງເຈົ້າ ແຂວງສະຫວັນນະເຂດ ທ່ານ ໄຊຄໍາ ອຸ່ນມີໄຊ ຮອງປະທານ ກວດ ກາສູນກາງພັກ, ທ່ານ ນາງ ບຸນເຍື້ອນ ທິດພຸດທະວົງ ຄະນະປະຈໍາພັກແຂວງປະ ທານກວດກາພັກ-ລັດແຂວງ ສະຫວັນນະເຂດ, ມີບັນດາພະ ນັກງານລັດຖະກອນອ້ອມຂ້າງ ແຂວງ, ຕົວແທນຈາກ 14 ເມືອງ 1 ນະຄອນເຂົ້າຮ່ວມ.
ຍສມ - ຕອນເຊົ້າຂອງວັນທີ 28 ມັງກອນ, ຄະນະການນຳຂອງແຂວງ ເຫງະອານ ນຳໂດຍ ສະຫາຍ ໂພໄຊ ໄຊຍະສອນ ກຳມະການສຳຮອງສູນກາງພັກ, ຮອງເລຂາພັກແຂວງ, ຮອງເຈົ້າແຂວງໆສະຫວັນນະເຂດ ໄດ້ນຳພາພະນັກງານຂັ້ນແຂວງ ຢ້ຽມຢາມ ແລະ ອວຍພອນປີໃໝ່ຫວຽດຢູ່ແຂວງເຫງະອານ.
ຍສໝ - ຫວ່າງແລ້ວນີ້, ທີ່ນະຄອນດົງຮ່າ, ຄະນະຜູ້ແທນຄະນະກໍາມະການກວດກາແຂວງກວ້າງຈີ້ ໄດ້ຈັດຕັ້ງການພົບປະເຈລະຈາ ກັບ ຄະນະການກວດກາແຂວງສະຫວັນນະເຂດ.
ໃນວັນທີ 08 ພຶດສະພາ 2019, ທີ່ ກະຊວງການຕ່າງປະເທດ, ທ່ານ ນາງ ຄໍາເພົາ ເອີນທະວັນ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ເຈີ່ນ ກົງ ຖີ້ງ, ໃນໂອກາດທີ່ໄດ້ສໍາເລັດການປະຕິບັດໜ້າທີ່ເປັນ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ 3 ແຂວງພາກກາງ ຂອງ ລາວ ຄື: ແຂວງບໍລິຄໍາໄຊ, ແຂວງຄໍາມ່ວນ ແລະ ແຂວງສະຫວັນນະເຂດ, ຊຶ່ງມີສໍານັກງານຕັ້ງຢູ່ ແຂວງສະຫວັນນະເຂດ.
ຍສໝ - ຕອນບ່າຍວັນທີ 6 ພຶດສະພາ 2019, ກອງບັນຊາທະຫານຊາຍແດນແຂວງກວ້າງຈິ ໄດ້ຈັດພິທີການເຊັນສັນຍາລົງນາມ ໃນລະບຽບການ-ສົມກັນ ຕໍ່ສູ້ຕ້ານການຄ້າຂາຍຢາເສບຕິດ ແລະ ອາດສະຍາກຳ ຂອງສອງເມືອງ ເຊໂປນ; ເມືອງນອງ, ປກສ ແຂວງສະຫວັນນະເຂດ ປະເທດລາວ.
ໃນວັນທີ 10 ເມສານີ້, ທ່ານ ເຈີ່ນ ກົງ ຖິ້ງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ ໄດ້ເຂົ້າອວຍພອນທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໃນໂອກາດປີໃໝ່ລາວ ພສ 2562 ທີ່ຈະມາເຖິງນີ້ ທີ່ຫ້ອງຮັບແຂກຫ້ອງວ່າການປົກຄອງແຂວງ.
ອາທິດທີ່ຜ່ານມາ, ທ່ານ ບຸນຍູ້ ທຳມະວົງ ເຈົ້ານະຄອນໄກສອນ ພົມວິຫານ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ, ອຳນາດການປົກຄອງບ້ານ ແລະ ທ່ານ ໜູຝາດ ທິຣະວົງ ປະທານບໍລິສັດໜູຄຳກໍ່ສ້າງ ຈຳກັດ, ໄດ້ພ້ອມກັນລົງສຳຫຼວດເສັ້ນທາງຕັດໃໝ່, ແຕ່ບ້ານໂນນອຸດົມຫາບ້ານແກ້ງຫີນສູງ. ເຊິ່ງເສັ້ນທາງດັ່ງ ກ່າວແຕ່ກ່ອນເປັນພຽງເສັ້ນທາງທຳມະຊາດ, ການໄປມາພົບຄວາມລຳບາກ, ດັ່ງນັ້ນທາງອຳນາດການປົກຄອງຂັ້ນຕ່າງໆ ຈຶ່ງໄດ້ຕົກລົງເພື່ອປັບປຸງກໍ່ສ້າງເຊິ່ງໃນເບື້ອງຕົ້ນ ຄາດວ່າຈະເຮັດໃຫ້ເປັນຮູບທາງ ແລະກຳນົດຂອບເຂດທາງ. ທາງເສັ້ນດັ່ງກ່າວເມື່ອກໍ່ສ້າງສຳເລັດຈະໄດ້ອຳນວຍຄວາມສະດວກໃນຫຼາຍດ້ານ ເປັນຕົ້ນ: ການໄປ-ມາຫາສູ່, ຂົນສົ່ງສິນຄ້າຜະລິດຕະພັນກະສິກຳ ແລະການໄປໂຮງຮຽນ ຂອງລູກຫຼານຈະມີຄວາມສະດວກສະບາຍຍິ່ງຂຶ້ນ.
ໃນວັນທີ 5 ເມສາຜ່ານມາ ນີ້, ທ່ານ ພົຈ ຫງວຽນ ຢອນ ແອ໋ງ ຫົວໜ້າການທະຫານຂອງ ທະຫານເຂດ 4 ແຫ່ງ ສສ ຫວຽດນາມ ພ້ອມຄະນະໄດ້ ເຂົ້າຢ້ຽມຂ່ຳນັບ ແລະອວຍ ພອນການນຳຂັ້ນສູງຂອງ ແຂວງສະຫວັນນະເຂດເນື່ອງ ໃນໂອກາດປີໃໝ່ລາວ ພສ 2562 ທີ່ກຳລັງຈະມາຮອດ ໃນມໍ່ໆນີ້, ຊຶ່ງໃຫ້ກຽດຕ້ອນ ຮັບຄະນະໃນຄັ້ງນີ້ໂດຍທ່ານ ສັນຕິພາບ ພົມວິຫານ ກຳມະ ການສູນກາງພັກ ເລຂາພັກ ແຂວງເຈົ້າແຂວງສະຫວັນ ນະເຂດ, ມີທ່ານ ປອ ໂພໄຊ ໄຊຍະສອນ ກຳມະການສຳ ຮອງສູນກາງພັກຮອງເລຂາ ພັກແຂວງຮອງເຈົ້າແຂວງສະ ຫວັນນະເຂດ ພ້ອມພະແນກ ການ, ຂະແໜງການທີ່ກ່ຽວຂ້ອງ ຂອງແຂວງເຂົ້າຮ່ວມນຳ.
ໃນວັນທີ 29 ມີນາ 2019, ທ່ານ ສັນຕິພາບ ພົມວິຫານ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວສະຫວັນນະເຂດ ໄດ້ລົງຕິດຕາມການ ສ້າງກຸ່ມຜະລິດ ແລະ ຜະລິດ ເປັນສິນຄ້າ ຢູ່ເມືອງຈຳພອນ.
ໃນຕອນເຊົ້າຂອງວັນທີ 24 ທັນວາ 2018, ພິທີມອບ-ຮັບສະຖານີເຄືອຂ່າຍສົ່ງຕໍ່ສັນຍານວິທະຍຸ – ໂທລະພາບ ໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ບ້ານ ໂພໄຊ, ເມືອງພະລານໄຊ, ແຂວງສະຫວັນນະເຂດ, ໂດຍການເປັນປະທານ ຂອງທ່ານ ສະຫວັນຄອນ ຣາຊມຸນຕີ, ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ, ໂດຍມີທ່ານ ຄຳເຜີຍ ແກ້ວກິນນາລີ, ຮອງປະທານຄະນະກຳມາທິການຮ່ວມມືລາວ – ຫວຽດນາມ, ບັນດາທ່ານໃນຄະນະນຳຂອງກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ຄະນະນຳຈາກວິທະຍຸ – ໂທລະພາບແຫ່ງຊາດລາວ, ການນຳແຂວງ ແລະ ເມືອງພະລານໄຊ ແຂວງສະຫວັນນະເຂດ, ຜູ້ອຳນວຍການໃຫຍ່ບໍລິສັດ Emico, ຜູ້ອຳນວຍການວິທະຍຸກະຈາຍສຽງພາກກາງ – ພາກເໜືອຫວຽດນາມ ພ້ອມດ້ວຍແຂກຖືກເຊີນ.
ຍສໝ - ຕອນບ່າຍຂອງວັນທີ 30 ພະຈິກ 2018 ຢູ່ທີ່ກອງພັນ ຝຶກແອບ - ກົນຈັກ, ກອງບັນຊາການທະຫານຊາຍແດນ ແຂວງ ກວ້າງຈິ ໄດ້ຈັດພິທີປິດ ຊຸດຝຶກອົບຮົບ ວິຊາການດ້ານການຄຸ້ມຄອງ ແລະ ປ້ອງກັນຊາຍແດນ ໃຫ້ແກ່ພະນັກງານ ຂອງກອງບັນຊາການທະຫານ ແຂວງ ສະຫວັນນະເຂດ ແລະ ແຂວງສາລະວັນ ປີ 2018. ເຂົ້າຮ່ວມໃນງານດັ່ງກ່າວປະກອບ ມີ ທ່ານ ຮ່າ ສີດົ່ງ ຮອງປະທານກຳມະການປະຊາຊົນແຂວງກວ້າງຈິ.
ຍສໝ - ໃນຕອນເຊົ້າຂອງວັນທີ 15 ພະຈິກ 2018 ນີ້, ຢູ່ທີ່ຫ້ອງຮັບຮອງແຂວງບໍລິຄຳໄຊ ທ່ານ ເຈິນກວງທິ່ງ ປະທານກົງສູນໃຫຍ່ ສສ.ຫວຽດນາມ ປະຈຳພາກກາງແຂວງສະຫວັນນະເຂດ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕ່າຂອງຂັວນເຂົ້າອວຍພອນການນຳຂອງແຂວງບໍລິຄຳໄຊ ຊົມເຊີຍວັນສະຖາປານາ ສປປ ລາວ ຄົບຮອບ 43 ປີ; ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ທ່ານ ກອງແກ້ວ ໄຊສົງຄາມ ກຳມະການສູນກາງພັກ, ເລາຂພັກແຂວງ, ເຈົ້າແຂວງບໍລິຄຳໄຊ ພ້ອມດ້ວຍຄະນະ.
ຍສໝ - ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2018, ຢູ່ທີ່ນະຄອນໄກສອນພົມວິຫານ, ແຂວງສະຫວັນນະເຂດ ຄະນະ ປະຕິິບັດງານ ກອງບັນຊາ ທະຫານຊາຍແດນ ແຂວງ ກວ້າງບິ່ງ, ໂດຍທ່ານ ພັນໂທ ຈິ໋ງ ແທ໋ງບິງ, ຮອງຫົວໜ້າ ກອງບັນຊາການ ທັງເປັນຫົວໜ້າເສນາທິການ ທະຫານຊາຍແດນແຂວງ ເປັນຫົວໜ້າ ຄະນະນຳພາ ໃນການຢ້ຽມຢາມໃນຄັ້ງນີ້, ການພົບປະ ແລະ ເຮັດວຽກ ໃນຄັ້ງນີ້ ເປັນເທື່ອທີ VI ກັບ ກອງບັນຊາການ ປກສ ແຂວງສະຫວັນນະເຂດ.
ຍສໝ - ໃນທ້າຍອາທິດທີ່ຜ່ານມາ, ຢູ່ທີ່ສູນການຄ້າ ສະຫວັນໄອເຕັກ ເປີດງານສະແດງ ແລະ ຈຳໜ່າຍສິນຄ້າມິດຕະພາບ ດ້ານການຄ້າ, ການບໍລິການ ແລະ ການທ່ອງທ່ຽວຄັ້ງທີ 2 ຂອງແຂວງສະຫວັນນະເຂດ ແລະ ນະຄອນໂຮ່ຈີ່ມິນ ຫວຽດນາມ .ເຂົ້າຮ່ວມເປັນປະທານຂອງທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ , ທ່ານ ຣິ່ງ ແກັກມ້າງ ຮອງປະທານ ຄະນະກຳມະການປະຊາຊົນ ນະຄອນໂຮ່ຈີມິນ ປະທານສະມາຄົມມິດຕະພາບລາວ-ຫວຽດນາມ ພ້ອມນັກທຸລະກິດທັງ ສອງ ແຂວງສອງປະເທດເຂົ້າຮ່ວມ.
ຍສໝ - ໃນວັນທີ 26 ກັນຍາ 2018 ຢູ່ທີ່ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ ຄະນະນຳ ແຂວງສະຫວັນນະເຂດ ໄດ້ເຂົ້າວາງພວງມາລາເພື່ອ ໄຫວ້ອາໄລເຖິງດວງວິນຍານ ຂອງສະຫາຍ ເຈີ່ນດ້າຍ ກວາງ ປະທານປະເທດ ສສ ຫວຽດນາມເຊິ່ງເສຍຊີວິດໃນວັນທີ 22 ກັນຍາ 2018.
ຍສໝ - ຕອນເຊົ້າຂອງວັນທີ 26/9/2018 ເວລາ 9:00ໂມງ, ຢູ່ທີ່ ສະຖານກົງສຸນໃຫຍ່ຫວຽນາມ ປະຈຳ ແຂວງສະຫວັນນະເຂດ ໄດ້ຈັດພິທີວາງພວງມາລາ ແລະ ເຊັນປື້ມອາໄລ ທ່ານ ເຈີ່ນ ດ໋າຍ ກວາງ ກຳມະການກົມການເມືອງສູນກາງພັກ ກອມມູນິດຫວຽດນາມ ປະທານປະເທດ ແຫ່ງ ສສ ຫວຽດນາມ.
ຍສໝ - ວັນທີ 24 ກັນຍາ 2018 ຢູ່ ຕົວເມືອລາວບາວ ເມືອງ ເຮືອງຫວ໋າ, ຄະນະປະຕິບັດງານພິເສດ ສອງແຂວງ ກວ້າງຈິ ແລະ ສະຫວັນນະເຂດ ໄດ້ຈັດກອງປະຊຸມພົບປະ ແລກປ່ຽນ, ເອກກະພາບນຳກັນ ກ່ຽວກັບແນວທາງນະໂຍບາຍ ສືບຕໍ່ຜັນຂະຫຍາຍພະລະກິດ ສຳຫຼວດ, ຊອກຫາອັດຖິນັກຮົບທີ່ເສຍສະຫຼະຢູ່ ສປປ ລາວ ລະດູແລ້ງ 2018-2019. ເຂົ້າຮ່ວມໃນກອງປະຊຸມພົບປະຄັ້ງນີ້ ຝ່າຍ ກວ້າງຈິ ມີ ທ່ານ ມາຍ ທຶກ ຮອງປະທານ ຄະນະປະຈຳ ສະພາປະຊາຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງ ເປັນຫົວໜ້າຄະນະ. ສ່ວນຝ່າຍສະຫວັນນະເຂດ ມີ ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງ, ປະທານຄະນະປະຕິບັດງານພິເສດແຂວງ.
ການສ້າງຂີດຄວາມສາມາດ ຂອງຊຸມຊົນໃນເຂດຊົນນະບົດ ສຳລັບການ ພັດທະນາ ການທ່ອງທ່ຽວ ແລະ ການປັບປຸງຊີວິດການເປັນຢູ່ ຂອງປະຊາຊົນ ເພື່ອບັນລຸການຄຸ້ມຄອງຊັບພະຍາກອນ ທາງທຳມະຊາດໃຫ້ມີຄວາມຍືນຍົງ ໂດຍອີງໃສ່ທ່າແຮງ ຂອງເຂດ ອະນຸລັກສັດປ່າໂອ່ງ-ມັ່ງ ຫລື ແຫ່ງອື່ນໆ ທີ່ໃກ້ກັບນະ ຄອນໄກສອນ ພົມວິຫານ.
ຍສໝ - ໃນລະຫວ່າງວັນທີ 10-11 ກັນຍາ 2018 ທີ່ເມືອງວິລະບູລີ ແຂວງ ສະຫວັນນະເຂດ, ທ່ານ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈໍາ ເຂດເລືອກຕັ້ງທີ 13 ແຂວງສະຫວັນເຂດ, ພ້ອມດ້ວຍບັນດາ ສສຊ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ) ປະຈໍາເມືອງ ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ໂຄສະນາເຜີຍແຜ່ຜົນສໍາເລັດ ກອງປະຊຸມ ສະໄໝ ສາມັນເທື່ອທີ 5 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ VIII ແລະ ສະພາປະຊາຊົນແຂວງ (ສພຂ) ຊຸດທີ I .
ຍສໝ - ອາທິດທີ່ຜ່ານມາ, ຢູ່ ສະຫວັນນະເຂດ ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ປະຈຳ ແຂວງສະຫວັນນະເຂດ ໄດ້ຈັດງານສະເຫຼີມ ສະຫຼອງວັນຊາດຫວຽດນາມ ຄົບຮອບ 73 ປີ (2/9/1945-2/9/2018) ຂຶ້ນຢ່າງເປັນທາງ ການ ຢູ່ ທີ່ພັດຕະຄານດາວຮຸ່ງ .