|
ກອງປະຊຸມພົບປະ ລະຫວ່າງ ຄະນະປະຕິບັັດງານພິເສດ ແຂວງກວ້າງຈິ ແລະ ສະຫວັນນະເຂດ ໄດ້ເຊັນລົງນາມ ແຜນການ-ການຮ່ວມມື ລະດູແລ້ງ 2018-2019.
ລະດູແລ້ງ ປີ 2017-2018, ຈັດຕັ້ງປະຕິບັດຕາມບົດບັນທືກໄດ້ລົງນາມນຳກັນ, ທັງສອງຝ່າຍໄດ້ປະສານສົມທົບ ແລະ ຊີ້ນຳ ກອງຂຸດຄົ້ນ ແລະ ທ້ອນໂຮມອັດຖິ 584, ກອງບັນຊາການທະຫານແຂວງ ຊອກຫາ, ທ້ອນໂຮມ ໄດ້ອັດຖິຈຳນວນ 21 ອັດຖິນັກຮົບນິລະນາມ ແລະ ຫຼຸມສົບໝູ່ຄະນະ ທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ສະຫຼະຊີວິດໃນປາງສົງຄາມ ຢູ່ຜືນແຜ່ນດິນລາວ ກັບຄືນບ້ານເກີດເມືອງນອນ, ບັນດາອັດຖິນັກຮົບທີ່ຄົນພົບແມ່ນນັກຮົບນິລະນາມ, ຍັງບໍ່ທັນມີຊື່, ທີ່ຢູ່ ແລະ ກົມກອງຄັກແນ່. ເດືອນ ພຶດສະພາ 2018 ຄະນະປະຕິບັດງານພິເສດ ສອງແຂວງໄດ້ ຈັດພິທີມອບ-ຮັບ, ພິທີກຳປົງສົບອັດຖິນັກຮົບນິລະນາມທີ່ ສຸສານ ນັກຮົບວິລະຊົນແຫ່ງຊາດ ເສັ້ນທາງເລກທີ 9 ຢ່າງສະຫງ່າງາມ ແລະ ສົມກຽດ.
ຄະນະປະຕິບັດງານພິເສດ ແຂວງກວ້າງຈິ ຕີລາຄາສູງການປະສານສົມທົບ ແລະ ສ້າງເງື່ອນໄຂສະດວກຂອງ ອຳນາດການປົກຄອງທ້ອງຖິ່ນ ແລະ ອຳນາດການປົກຄອງຂັ້ນແຂວງ ຮ່ວມກັບປະຊາຊົນບັນດາເຜົ່າຂອງລາວ ໄດ້ຕັ້ງໜ້າປະກອບສ່ວນເຮື່ອແຮງຊ່ວຍເຫຼືອ ໃຫ້ແກ່ກອງຂຸດຄົ້ນ ຊອກຫາ 584 ປະສົບຜົນສຳເລັດຢ່າງຈົບງາມໃນພາລະກິດ. ທັງສອງຝ່າຍໄດ້ອະນຸມັດຜ່ານ ແລະ ເຊັນລົງນາມ ໃນແຜນການ-ການຮ່ວມມື ລະດູແລ້ງ 2018-2019, ໃນນັ້ນສຸມໃສ່ບາງເນື້ອໃນຫຼັກຄື: ມາດຕະການຊຸກຍູ້ການຈັດຕັ້ງປະຕິບັດວຽກງານການຊອກຫາ ແລະ ທ້ອນໂຮມ ອັດຖິນັກຮົບວິລະຊົນ, ເຮັດວຽກງານໂຄສະນາເຜີຍແຜ່ເປັນຢ່າງດີ, ປຸກລະດົມຂົນຂວາຍ ຂັ້ນແຂວງ, ອຳນາດການປົກຄອງ ແລະ ປະຊາຊົນພາຍໃນແຂວງ ສະຫວັນນເຂດ ຊ່ວຍເຫຼືອ ກອງຂຸດຄົ້ນຊອກຫາ 584 ໃນຂະບວນການຊອກຫາ, ທ້ອນໂຮມ. ພ້ອມກັນນັ້ນ ຕ້ອງໄດ້ສົ່ງຂໍ້ມູນຂ່າວສານໃຫ້ແກ່ກັນທ່ວງທັນເວລາ ກ່ຽວກັບບັນຫາທີ່ກ່ຽວຂ້ອງກັບສະພາບການຄວາມສະຫງົບດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ລຽບຕາມແນວຊາຍແດນ ແລະ ຂົງເຂດຂອງການຂຸດຄົ້ນ ແລະ ຊອກຫາ ອັດຖິນັກຮົບວິລະຊົນ...
(ຫັດທະບູນ)