ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ເຂົ້າອວຍພອນການນຳຂັ້ນສູງຂອງແຂວງສະຫວັນນະເຂດ

10:55 | 11/04/2019

ໃນວັນທີ 10 ເມສານີ້, ທ່ານ ເຈີ່ນ ກົງ ຖິ້ງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງສະຫວັນນະເຂດ ໄດ້ເຂົ້າອວຍພອນທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ ໃນໂອກາດປີໃໝ່ລາວ ພສ 2562 ທີ່ຈະມາເຖິງນີ້ ທີ່ຫ້ອງຮັບແຂກຫ້ອງວ່າການປົກຄອງແຂວງ.

ກົງສູນໃຫຍ່ແຫ່ງ ສສ ຫວຽດນາມ ເຂົ້າອວຍພອນການນຳຂັ້ນສູງຂອງແຂວງສະຫວັນນະເຂດ

ທ່ານ ເຈີ່ນ ກົງ ຖິ້ງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳ ແຂວງສະຫວັນນະເຂດ ເຂົ້າອວຍພອນທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງສະຫວັນນະເຂດ.


ໂອກາດນີ້, ທ່ານ ກົງ ສຸນໃຫຍ່ ກໍ່ໄດ້ກ່າວອວຍພອນ ໄຊແດ່ທ່ານເຈົ້າແຂວງສະ ຫວັນນະເຂດ ພ້ອມທັງສະແດງ ຄວາມຂອບໃຈຕໍ່ຄະນະພັກ-ອຳນາດການປົກຄອງ, ກຳລັງ ປະກອບອາວຸດ ແລະປະຊາ ຊົນຊາວແຂວງສະຫວັນນະ ເຂດ ທີ່ໄດ້ອຳນວຍຄວາມສະ ດວກໃນການເຄື່ອນໄຫວວຽກ ງານຂອງກົງສຸນພວກເຮົາຕະ ຫຼອດເຖິງບັນດານັກ ທຸລະກິດ ແລະຊາວຫວຽດນາມທີ່ເຂົ້າ ມາທຳມາຫາກິນຢູ່ທີ່ແຂວງ ສະຫວັນນະເຂດ ພ້ອມທັງໃຫ້ ຄວາມຮ່ວມມືເປັນຢ່າງດີໃນການຂຸດຄົ້ນອັດຖິຊ່ຽວຊານ ແລະທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ທີ່ແຂວງ ຊຶ່ງປະຈຸບັນການຂຸດຄົ້ນແມ່ນປະສົບຜົນສຳເລັດຫຼາຍສົມຄວນ.
ຈາກນັ້ນ, ທ່ານ ສັນຕິພາບ ພົມວິຫານ ກໍ່ໄດ້ກ່າວສະແດງຄວາມຂອບໃຈຕໍ່ພັກ ແລະລັດຖະບານຫວຽດນາມ ກໍ່ຄືກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈຳແຂວງ ທີ່ໄດ້ໃຫ້ການຊ່ວຍເຫຼືອແຂວງສະຫວັນນະເຂດເລື້ອຍມາ ພ້ອມນີ້, ທ່ານເຈົ້າແຂວງ ແລະທ່ານກົງສຸນໃຫຍ່ ກໍ່ຢືນຢັນຢ່າງໜັກແໜ້ນວ່າຈະຮ່ວມກັນສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບລາວ-ຫວຽນດນາມ ໃຫ້ງອກງາມຍິ່ງໆຂຶ້ນໄປ..

(ແຫຼ່ງ​ຂໍ້​ມູນ​: ຂ່າວ ສະຫວັນນະເຂດ)

ເຫດການ
302 Found

Found

The document has moved here.