ອົງການຈັດຕັ້ງສາກົນ ຊ່ວຍຫລຸດຜ່ອນ ຄວາມສ່ຽງໄພພິບັດແກ່ ສປປ ລາວ

ອົງການຈັດຕັ້ງສາກົນ ຊ່ວຍຫລຸດຜ່ອນ ຄວາມສ່ຽງໄພພິບັດແກ່ ສປປ ລາວ

ໃນວັນທີ 19 ມີນາ 2021 ນີ້ ທີ່ນະຄອນຫລວງວຽງຈັນ, ອົງການອາຫານໂລກ ແລະ ອົງ ການພັດທະນາສາກົນ ອາເມລິກາ ຮ່ວມກັບ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ເປີດໂຄງ ການ ໃນການສ້າງຄວາມສາມາດ ກຽມຄວາມພ້ອມ ໃຫ້ການຊ່ວຍເຫລືອ ຫລຸດຜ່ອນຄວາມສ່ຽງ ໄພພິບັດຂັ້ນສູນກາງ ແລະ ທ້ອງຖິ່ນ ໃນສປປ ລາວ ໃນມູນຄ່າ 750.000 ໂດລາສະຫະລັດ. ໂດຍມີທ່ານ ກິນດາວົງ ຫລວງລາດ ຮອງກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາຜູ້ຕາງໜ້າ ອົງການຈັດຕັ້ງສາກົນ ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຫົວໜ້າໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມຄົນໃໝ່

ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ເຂົ້າຢ້ຽມຂ່ຳນັບຫົວໜ້າໂຄສະນາສຶກສາສູນກາງພັກກອມມູນິດຫວຽດນາມຄົນໃໝ່

ຍສໝ - ວັນທີ 17 ມີນາ 2021 ທີ່ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ,   ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມ​ຄະນະ​ໄດ້​ເຂົ້າ​ຢ້ຽມ​ຂໍ່ານັບ  ສະຫາຍ ຫງວຽນ ຈ້ອງ ​ເຫງ້ຍ, ​ເລຂາທິການ​ສູນ​ກາງ​ພັກ, ຫົວໜ້າຄະນະ​ໂຄສະນາ​ສຶກສາ​ສູນ​ກາງ​ພັກກອມມູນິດຫວຽດນາມ ​ເນື່ອງ​ໃນ​ໂອກາດທີ່ສະຫາຍ​ຮັບ​ຕຳ​ແໜ່ງ​ໃໝ່.    

ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນ ເປັນແຮງງານລາວ ເດີ່ນທາງມາຈາກປະເທດໄທ

ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນ ເປັນແຮງງານລາວ ເດີ່ນທາງມາຈາກປະເທດໄທ

ໃນວັນທີ 05 ມີນາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ.ຣັດຕະນະໄຊ ເພັດສຸວັນ ຕາງຫນ້າໃຫ້ຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງ ພະຍາດ COVID-19  ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 04 ມີນາ ທີ່ຜ່ານມາ ການເຝົ້າລະວັງຮອດ 5 ໂມງແລງ ພວກເຮົາໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 726 ຄົນ, ທຸກຄົນແມ່ນໄດ້ແທກອຸນ ຫະພູມຮ່າງກາຍ, ພົບຜູ້ຕິດເຊື້ອໂຄວິດ-19 ຈໍານວນ 2 ຄົນ. ຜູ້ຕິດເຊື້ອເບີ 46 ເປັນເພດຊາຍ, ອາຍຸ 28 ປີ, ອາຊີບກຳມະກອນ, ເຮັດວຽກຢູ່ແຂວງປະທຸມທານີ ປະເທດໄທ, ທີ່ຢູ່ປັດຈຸບັນ ເມືອງນານ, ແຂວງຫລວງພະບາງ; ຜູ້ຕິດເຊື້ອນ້ຳເບີ 47 ເປັນເພດຊາດ, ອາຍຸ 26 ປີ, ອາຊີບກຳມະກອນ, ເຮັດວຽກຢູ່ແຂວງປະທຸມທານີ, ປະເທດໄທ, ທີ່ຢູ່ປັດຈຸບັນ ເມືອງນານ, ແຂວງຫລວງພະບາງ.

ຢູ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ຢູ່ ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ

ໃນວັນທີ 11 ກຸມພາ 2021 ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງກ່ຽວ ກັບການຄວບຄຸມ ພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວ່າ: ມາຮອດວັນທີ 11 ກຸມພາ 2021, ທົ່ວໂລກມີການລາຍງານການລະບາດ ທັງໝົດ 219 ປະເທດ ແລະ ເຂດແຄ້ນ ແລະ ມີຜູ້ຕິດເຊື້ອ ພະຍາດດັ່ງກ່າວ ຫລາຍກວ່າ 107,8 ລ້ານຄົນ. ໃນນີ້, ເສຍຊິວິດແລ້ວຫລາຍກວ່າ 2,3 ລ້ານຄົນ ແລະ ປີ່ນປົວຫາຍດີ 79,9 ລ້ານກວ່າຄົນ.

ກອງທ້ອນໂຮມອັດຖິແຂວງເງະອານ ຫາກໍ່ຄົ້ນພົບ 9 ອັດຖິທີ່ມີຊື່ ຢູ່ ສປປ ລາວ

ກອງທ້ອນໂຮມອັດຖິແຂວງເງະອານ ຫາກໍ່ຄົ້ນພົບ 9 ອັດຖິທີ່ມີຊື່ ຢູ່ ສປປ ລາວ

ຍສໝ - ປັດຈຸບັນ, ກອງທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດແຂວງເງະອານ ກໍາລັງລາຍງານຕໍ່ຂັ້ນເທິງ, ສືບຕໍ່ເປີດກວ້າງຂອບເຂດສໍາຫຼວດ. ຄາດວ່າພາຍຫຼັງບຸນປີໃໝ່ປະຈໍາຊາດ ປີສະຫຼູ 2021 ຈະຈັດຕັ້ງການທ້ອນໂຮມ.

ເສດຖະກິດຂອງ ສປປ ລາວ ຈະສາມາດຟື້ນຕົວ ໃນລະດັບໃດໜຶ່ງໃນປີ 2021

ເສດຖະກິດຂອງ ສປປ ລາວ ຈະສາມາດຟື້ນຕົວ ໃນລະດັບໃດໜຶ່ງໃນປີ 2021

ຖ້າສາມາດສືບຕໍ່ຄວບຄຸມ ພະຍາດລະບາດ ໄດ້ພາຍໃນປະເທດ ແລະ ພາກທຸລະກິດ ສາມາດສືບຕໍ່ຄ້າຂາຍກັບບັນດາປະ ເທດຄູ່ຄ້າ ຄາດວ່າ ເສດຖະກິດຂອງ ສປປ ລາວ ຈະສາມາດຟື້ນຕົວ ໃນລະດັບໃດໜຶ່ງໃນປີ 2021. 

ສປປ ລາວ ບໍ່ຄົນຕິດເຊື້ອໂຄວິດ-19 ເພີ່ມ ແຕ່ບໍ່ໃຫ້ ປະໝາດ ເພາະທົ່ວໂລກຍັງມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ

ສປປ ລາວ ບໍ່ຄົນຕິດເຊື້ອໂຄວິດ-19 ເພີ່ມ ແຕ່ບໍ່ໃຫ້ ປະໝາດ ເພາະທົ່ວໂລກຍັງມີຜູ້ຕິດເຊື້ອເພີ່ມຂຶ້ນຢ່າງຕໍ່ເນື່ອງ

ປັດຈຸບັນ, ສປປ ລາວ ບໍ່​ມີ​ຜູ້​ຕິດ​ເຊື້ອ​ພະຍາດ​ໂຄ​ວິດ-19 ​ເພີ່ມ, ​ແຕ່​ບໍ່​ຄວນ​ປະໝາດ ​ເພາະ​ທົ່ວ​ໂລກ​ຍັງ​ມີ​ຕົວ​ເລກ ​ຜູ້​ຕິດ​ເຊື້ອ​ເພີ່ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ. ສະ​ເພາະ ຢູ່​ປະ​ເທດ​ເຮົາ ມາຮອດ​ວັນ​ທີ 28 ມັງກອນ ຕົວ​ເລກ​ຜູ້​ຕິດ​ເຊື້ອ​ສະ​ສົມ​ ຈຳນວນ 44 ຄົນ, ​ໃນ​ນັ້ນ ​ປິ່ນປົວ​ຫາຍ​ດີ​ແລ້ວ 41 ຄົນ ​ແລະ ຍັງອີກ 3 ​ແມ່ນ​ສືບ​ຕໍ່ຮັບການປິ່ນປົ່ວ ຢູ່ໂຮງໝໍທີ່ກຳນົດໄວ້ຄື: ກໍລະນີ 42 ຕິດຕາມປິ່ນປົວ ຢູ່ທີ່ແຂວງຈໍາປາສັກ, ກໍລະນີ 43 ຕິດຕາມປິ່ນປົວ ຢູ່ທີ່ແຂວງຫລວງນໍ້າທາ ແລະ ກໍລະນີ 44 ຕິດຕາມປິ່ນປົວ ຢູ່ທີ່ນະຄອນຫລວງວຽຈັນ, ທັງ 3 ຄົນ ແມ່ນມີສຸຂະພາບແຂງແຮງດີ.

ຍີ່ປຸ່ນ ຊ່ວຍເຫລືອ ສປປ ລາວ ດ້ານມາດຕະການຕໍ່ຕ້ານການກໍ່ການຮ້າຍ

ຍີ່ປຸ່ນ ຊ່ວຍເຫລືອ ສປປ ລາວ ດ້ານມາດຕະການຕໍ່ຕ້ານການກໍ່ການຮ້າຍ

ໃນວັນທີ 20 ມັງກອນ 2021 ເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ, ທ່ານ ທາເກວະກະ ເຄໂຊ ໄດ້ຕາງໜ້າມອບລົດ ລາດຕະເວນ ໃຫ້ແກ່ ທ່ານ ວິໄລ ຫລ້າຄຳຟອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ. ພິທີດັ່ງກ່າວ, ໄດ້ຈັດຂຶ້ນທີ່ກະຊວງ ປ້ອງກັນຄວາມສະຫງົບ ນະຄອນ ຫລວງວຽງຈັນ ພາຍໃຕ້ໂຄງການຊ່ວຍເຫລືອລ້າ ເພື່ອສົ່ງເສີມ ການພັດທະນາ ເສດຖະກິດ-ສັງຄົມ ຂອງ ຍີ່ປຸ່ນ ໃຫ້ແກ່ ສປປ ລາວ. (ໃນຂົງເຂດປ້ອງກັນຄວາມສະຫງົບ).

ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແລະ ຄົນເຈັບ ຕິດເຊື້ອໄດ້ອອກໂຮງໝໍໝົດທຸກຄົນແລ້ວ

ສປປ ລາວ ບໍ່ມີຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແລະ ຄົນເຈັບ ຕິດເຊື້ອໄດ້ອອກໂຮງໝໍໝົດທຸກຄົນແລ້ວ

ໃນວັນທີ 21 ມັງກອນ 2021, ທ່ານ ນາງ ດຣ.ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມ ພະຍາດຕິດຕໍ່, ກະຊວງ ສາທາລະນະສຸກ ໄດ້ລາຍງານສະພາບ ການລະບາດຂອງພະຍາດ ໂຄວິດ-19 ໃນ ສປປ ລາວ ວ່າ: ການເກັບຕົວຢ່າງ ມາກວດວິເຄາະ ແລະ ຄົ້ນຫາຜູ້ຕິດເຊື້ອພະຍາດ ໃນວັນທີ 20 ມັງກອນ 2021, ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 149 ຄົນ, ໃນນັ້ນມີ 72 ຕົວ ຢ່າງຈາກ ບຸກຄົນທົ່ວໄປບໍ່ມີອາການ, ແຮງງານລາວ ກັບມາແຕ່ໄທບໍ່ມີອາການ 21 ຕົວຢ່າງ, ແຮງງານຈີນບໍ່ມີອາການ 53 ຕົວຢ່າງ ແລະ ແຮງງານ ຫວຽດນາມ 03 ຕົວຢ່າງ, ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ.

ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ໃຫ້ປະຊາຊົນບໍ່ຄວນປະໝາດ

ສປປ ລາວ ບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ແຕ່ໃຫ້ປະຊາຊົນບໍ່ຄວນປະໝາດ

ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ໄດ້ລາຍງານໃຫ້ຮູ້ຕື່ມວ່າ: ສະເພາະວັນທີ 17 ມັງກອນ 2021 ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ 643 ຄົນ, ໃນນັ້ນມີ 386 ຕົວຢ່າງ ຈາກ ບຸກຄົນທົ່ວໄປທີ່ບໍ່ມີອາການ, ແຮງງານລາວມາແຕ່ໄທ ບໍ່ມີອາການ 72 ຕົວຢ່າງ ແລະ ແຮງງານຈີນ ທີ່ບໍ່ມີອາການ 185 ຕົວຢ່າງ ຜົນກວດວິເຄາະທັງໝົດ ແມ່ນບໍ່ພົບເຊື້ອ, ສັງລວມການກວດວິເຄາະ ແຕ່ເດືອນມັງກອນ 2020 ຫາ 17 ມັງກອນ 2021 ໄດ້ເກັບຕົວຢ່າງມາກວດທັງໝົດ 98.951 ຕົວຢ່າງ, ກວດພົບເຊື້ອສະສົມ 41 ຄົນ.

ສປປ ລາວ ຈະກາຍເປັນປະເທດ ທີ່ມີລາຍຮັບປານກາງສູງ

ສປປ ລາວ ຈະກາຍເປັນປະເທດ ທີ່ມີລາຍຮັບປານກາງສູງ

ສປປ ລາວ ຈະກາຍເປັນປະເທດ ທີ່ມີລາຍຮັບປານກາງສູງ ຖ້າຫາກສາມາດຮັກສາລະດັບການເຕີບໂຕ ຂອງເສດຖະກິດ ໃຫ້ຢູ່ໃນລະດັບ 6,5%-7% ໃນໄລຍະປີ 2020-2030 ແລະ ໃນເງື່ອນໄຂການເຕີບໂຕຂອງປະຊາກອນ 1,7% ຕໍ່ປີ, ຈະສາມາດບັນລຸລາຍ ໄດ້ແຫ່ງຊາດ ສະເລ່ຍຕໍ່ຫົວຄົນ 4.000 ໂດລາສະຫະລັດ ຈາກ 2.445 ໂດລາສະຫະລັດ ໃນປີ 2018 (ຕາມວິທີຄິດໄລ່ Atlas). ເຖິງວ່າ ຈະສາມາດບັນລຸໄດ້ກໍຕາມ, ສປປ ລາວ ອາດຈະຍັງຖືກຈັດ ຢູ່ໃນລໍາດັບຕໍ່າສຸດ ຂອງກຸ່ມປະເທດ ທີ່ມີລາຍຮັບປານກາງສູງ ຍ້ອນລາຍຮັບສະເລ່ຍ ຕໍ່ຫົວຄົນຂອງກຸ່ມ ປະເທດດັ່ງກ່າວ ແມ່ນນອນຢູ່ໃນລະຫວ່າງ 3.996 ໂດລາສະຫະລັດ ຫາ 12.375 ໂດລາສະຫະລັດ (ອີງຕາມການຈັດເງື່ອນໄຂ ຂອງທະນາຄານໂລກ ໃນເດືອນກໍລະກົດ 2019).

ສປປ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ສປປ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ

ທ່ານ ດຣ.ພູທອນ ເມືອງປາກ ກ່າວວ່າ: ປັດຈຸບັນ, ຢູ່ປະເທດຂອງພວກເຮົາ ມີຂະບວນການອັນສຳຄັນ ລະດັບຊາດຫລາຍຢ່າງ ເປັນຕົ້ນ ການດຳເນີນກອງປະຊຸມ ໃຫ່ຍຄັ້ງທີ XI ຂອງພັກ, ວັນສ້າງຕັ້ງກອງທັບ 20 ມັງກອນ ຄົບຮອບ 72 ປີ (1949-2021), ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ຄົບຮອບ 66 ປີ (1955-2021) ຊຶ່ງຈະຕ້ອງໄດ້ຮຽກຮ້ອງ ໃຫ້ທົ່ວສັງຄົມຮ່ວມແຮງ, ຮ່ວມໃຈກັນປ້ອງກັນພະຍາດ COVID-19 ເພື່ອໃຫ້ປະເທດຂອງພວກເຮົາ ມີຄວາມສະຫງົບສຸກ ຮັບປະກັນບໍ່ໃຫ້ມີການລະບາດຂອງພະຍາດ COVID-19. 

ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ

ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ

ໃນວັນທີ 24 ທັນວາ 2020 ຢູ່ທີ່ສຳນັກງານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີພິທີມອບຮັບເງິນຊ່ວຍເຫຼືອຈາກສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈຳນວນ 165.000.000 ດົງ (ໜຶ່ງຮ້ອຍຫົກສິບຫ້າລ້ານດົງ) ເພື່ອນຳໄປຊ່ວຍເຫຼືອປະຊາຊົນຢູ່ພາກກາງ ແລະ ເຂດໄຕຫງວຽນ ຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ.

ພິທີລົງນາມ ຈົດໝາຍແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ

ພິທີລົງນາມ ຈົດໝາຍແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ

ໃນວັນທີ 16 ທັນວາ 2020 ຢູ່ກະຊວງການຕ່າງປະເທດ, ໄດ້ມີພິທີລົງນາມຈົດໝາຍ ແລກປ່ຽນ ລະຫວ່າງ ສປປ ລາວ ແລະ ຍີ່ປຸ່ນ (Exchange Notes) ເພື່ອຜັນຂະຫຍາຍສັນຍາວ່າດ້ວຍການຮ່ວມມື ດ້ານເຕັກນິກ-ວິຊາການ ລະຫວ່າງ ອາຊຽນ-ຍີ່ປຸນ ທີ່ໄດ້ລົງນາມກັນ ໃນເດືອນພຶດ ສະພາ ຜ່ານມາ. ຕາງໜ້າຝ່າຍລາວ ຮ່ວມລົງນາມ ຄັ້ງນີ້, ແມ່ນ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ທັງເປັນຫົວໜ້າເຈົ້າໜ້າທີ່ ອາວຸໂສອາຊຽນ ຂອງ ສປປ ລາວ ແລະ ຕາງໜ້າຝ່າຍຍີ່ປຸ່ນ ແມ່ນ ທ່ານ ທາເກວາກະ ເຄໂຊ (TAKEWAKA Keizo) ເອກ​ອັກຄະ​ລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ມີບັນດາພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ເປີດງານ ວາງສະແດງຮູບພາບ 45 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ

ເປີດງານ ວາງສະແດງຮູບພາບ 45 ປີແຫ່ງການເຕີບໃຫຍ່ຂະຫຍາຍຕົວຂອງ ສປປ ລາວ

ໃນວັນທີ 11 ທັນວາ 2020 ນີ້, ຫ້ອງວ່າການສູນກາງພັກ ໄດ້ຈັດງານວາງສະແດງຮູບພາບ 45 ປີ ແຫ່ງການເຕີບໃຫຍ່ຂະຫຍາຍຕົວ ຂອງ ສປປ ລາວ ຢູ່ຫໍພິພິທະພັນໄກສອນ ພົມວິຫານ ນະຄອນຫລວງວຽງຈັນ ໂດຍມີທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະ ນະທຳ ແລະ ທ່ອງທ່ຽວ, ມີບັນດາຮອງລັດຖະມົນຕີ, ຫົວໜ້າກົມ, ຮອງກົມ ພ້ອມແຂກຖືກເຊີນ ເຂົ້າຮ່ວມ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານ ກອງປະຊຸມສຸດຍອດ ຂອບການ ຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV)

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເປັນປະທານ ກອງປະຊຸມສຸດຍອດ ຂອບການ ຮ່ວມມື ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV)

CLMV ແມ່ນກົນໄກຮ່ວມມືເປີດ, ດ້ານໜຶ່ງແມ່ນເສີມຂະຫຍາຍທ່າແຮງ, ຄວາມສາມາດບົ່ມຊ້ອນໃນການຮ່ວມມືທີ່ມີຢູ່ແລ້ວຂອງບັນດາປະເທດ CLMV, ແຕ່ດ້ານອື່ນແມ່ນຊ່ອງທາງຮຽກຮ້ອງເອົາການໜູນຊ່ວຍຂອງບັນດາປະເທດອາຊຽນ ອື່ນ ແລະບັນດາຄູ່ຮ່ວມມືພັດທະນາທີ່ສະຫງວນໃຫ້ບັນດາປະເທດ CLMV. ການຮ່ວມມື CLMV ສຸມໃສ່ເຂົ້າບັນດາຂົງເຂດ, ຄື: ການຄ້າ-ການລົງທຶນ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ກະສິກຳ, ອຸດສາຫະກຳ, ຄົມມະນາຄົມ...

ລາວ: ບັນດາການເຄື່ອນໄຫວ ສະເຫລີມສະຫລອງວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ

ລາວ: ບັນດາການເຄື່ອນໄຫວ ສະເຫລີມສະຫລອງວັນສະຖາປານາ ສປປ ລາວ ຄົບຮອບ 45 ປີ

ບັນດາການນຳ, ອະດິດການນຳພັກ-ລັດ, ພະເຖລະນຸເຖລະ, ພ້ອມດ້ວຍອົງການຈັດຕັ້ງມະຫາຊົນຕ່າງໆ ຈຳນວນ 700 ກວ່າຄົນ ໄດ້ມາເຕົ້າໂຮມກັນ ຢູ່ທີ່ຫໍປະຊຸມ ແຫ່ງຊາດ, ນະຄອນຫລວງວຽງຈັນ ໃນຕອນເຊົ້າ ວັນທີ 2 ທັນວາ 2020 ເພື່ອສະເຫລີມສະຫລອງ ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 45 ປີ (2/12/1975-2/12/2020) ແລະ ວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປຊົນລາວທັງຊາດ ຄົບຮອບ 100 ປີ.

ກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ລາວ ອວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ

ກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ລາວ ອວຍພອນ ວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ

ເມື່ອບໍ່ດົນມານີ້, ຢູ່ຫ້ອງຮັບແຂກຫ້ອງວ່າການແຂວງຫລວງພະບາງ,   ທ່ານ ຫງວຽນດັ້ງຮຸ່ງ ຫົວໜ້າກົງສູນໃຫຍ່ ສສ ຫວຽດນາມ ປະຈຳ ພາກເໜືອ ແຂວງຫລວງພະບາງ ສປປ.ລາວ ພ້ອມດ້ວຍຄະນະ ໄດ້ນຳເອົາກະຕາດອກໄມ້ເຂົ້າອວຍ ພອນ ທ່ານ ຄຳຂັນ ຈັນທະວີສຸກ ເຈົ້າແຂວງຫລວງພະບາງ ເນື່ອງໂອກາດວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ.

ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ຢ້ຽມຢາມ  ສປປ ລາວ ເພື່ອຮັດແໜ້ນການຮ່ວມມື

ຮອງນາຍົກລັດຖະມົນຕີ ສສ ຫວຽດນາມ ຢ້ຽມຢາມ ສປປ ລາວ ເພື່ອຮັດແໜ້ນການຮ່ວມມື

ຍ​ສ​ໝ - ສອງຝ່າຍ ຍັງເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນການຢ້ຽມຢາມ ແລະ ການພົບປະຂອງການນໍາຂັ້ນສູງຂອງສອງປະເທດ ດ້ວຍຫລາຍຮູບແບບ ແລະ ປະຕິບັດກົນໄກການຮ່ວມມືທີ່ມີຢູ່ແລ້ວ ລະຫວ່າງສອງປະເທດ ກໍຄືສອງກະຊວງໃຫ້ມີປະສິດທິຜົນຍິ່ງໆຂຶ້ນ.

ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາລາວ  ອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ

ເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈໍາລາວ ອວຍພອນວັນຊາດ ແຫ່ງ ສປປ ລາວ ຄົບຮອບ 45 ປີ

ສະຫາຍ ຫງວຽນບ໋າຮຸ່ງ ເອກອັກຄະລັດຖະທູດ ແຫ່ງ ສສ. ຫວຽດນາມ ປະຈໍາ ລາວ ໄດ້ຕີລາຄາສູງ ການພັດທະນາຂອງ ສປປ ລາວ ຕະຫລອດໄລຍະ 45 ປີ ຜ່ານມາ ເຮັດໃຫ້ການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເສດຖະກິດມີການຂະຫຍາຍຕົວໄວ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງເທື່ອລະກ້າວ.

ເຫດການ