ຍສໝ - ຕອນບ່າຍວັນທີ 8 ພຶດສະພາ ຢູ່ຮ່າໂນ້ຍ, ທ່ານ ຫງວຽນງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Pallab Sengupta ປະທານສະພາສັນຕິພາບໂລກ, ປະທານສະພາສັນຕິພາບໂລກ, ເລຂາທິການອົງການສາມັກຄີທົ່ວປວງຊົນ ອິນເດຍ (AIPSP).
ຍສໝ - ຕອນບ່າຍວັນທີ 28 ພະຈິກ, ຢູ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໄດ້ພົບປະກັບພະບາດສົມເດັດ ພະບໍລົມມະນຽດ Norodom Sihamoni ພະມະຫາກະສັດແຫ່ງລາຊະອານາຈັກ ກຳປູເຈຍ ທີ່ຢ້ຽມຢາມທາງລັດຖະກິດຫວຽດນາມ ຕາມຄໍາເຊີນຂອງທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ.
ຍສໝ - ຊາຍແດນ ຫວຽດນາມ-ລາວ ທີ່ມີລວງຍາວເກືອບ 2.340 ກິໂລແມດ, ທິດເໜືອເລີ່ມແຕ່ບ່ອນຕິດຈອດສາມປະເທດຫວຽດນາມ-ລາວ-ຈີນ ຢູ່ ອາປາຈາຍ (ຕາແສງສິນເທົ່າ, ເມືອງເມື່ອງແຍ໊, ແຂວງດ້ຽນບຽນ), ແລະສິ້ນສຸດຢູ່ທິດໃຕ້, ບ່ອນຕິດຈອດກັນຂອງສາມປະເທດ ຫວຽດນາມ-ລາວ-ກຳປູເຈຍ, ຂຶ້ນກັບເມືອງງອັກໂຮ່ຍ, ແຂວງກອນຕູມ.
ຍສໝ - ວັນທີ 27 ພະຈິກ, ຢູ່ຫໍພິພິທະພັນຕຳຫຼວດປະຊາຊົນ, ກະຊວງຕຳຫຼວດ ແລະ ອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບທາງເພດ ແລະ ມອບສິດໃຫ້ແມ່ຍິງ (UN Women) ໄດ້ສົມທົບກັນຈັດຕັ້ງເປີດງານວາງສະແດງຮູບພາບ ແລະ ໂຄສະນາກົດໝາຍສິດທິມະນຸດໃນເດືອນການກະທຳກ່ຽວກັບຄວາມສະເໝີພາບທາງເພດ, ປ້ອງກັນ ແລະ ຮັບມືກັບຄວາມຮຸນແຮງບົນພື້ນຖານທາງເພດ.
ຍສໝ - ຕອນບ່າຍວັນທີ 17 ມິຖຸນາ, ຢູ່ ຮ່າໂນ້ຍ, ໄດ້ມີການດຳເນີນພິທີມອບ-ຮັບອຸປະກອນການແພດຂອງກະຊວງປ້ອງກັນປະເທດ ຫວຽດນາມ ໃຫ້ແກ່ກະຊວງປ້ອງກັນປະເທດ ລາວ, ໜູນຊ່ວຍລາວ ດຳລົງຕຳແໜ່ງປະທານ ອາຊຽນ 2024.
ຍສໝ - ວັນທີ 27 ພະຈິກ, ຢູ່ເມືອງ ຕຸ້ຍຟອງ (ແຂວງ ບິ່ງທ້ວນ), ອົງການເພື່ອນຮ່ວມອາຊີບກົນຈັກ ແລະ ສ້ອມແປງເຮືອແພຂອງຕາແສງ ເຟືອກເຖ ໄດ້ຮັບການສ້າງຕັ້ງໂດຍສະຫະພັນແຮງງານເມືອງ ຕຸ້ຍຟອງ (ແຂວງ ບິ່ງທ້ວນ) ດ້ວຍສະມາຊິກໃນຄະນະ 11 ຄົນ.
ຍສໝ - ຫວ່າງມໍ່ໆມານີ້, ສະຖານທູດ ຫວຽດນາມ ປະຈຳ ຮຸງກາຣີ ໄດ້ເຂົ້າຮ່ວມງານງານຕະຫຼາດນັດການກຸສົນທາງການທູດ ຄັ້ງທີ 13 ໂດຍສະມາຄົມພັນລະຍານັກການທູດນະຄອນ Budapest (ຮົງກາຣີ) ຈັດຕັ້ງ. ເຫດການດັ່ງກ່າວໄດ້ຈັດຂຶ້ນທີ່ສູນປ້ອງກັນຊາດ Balna Budapest ພາຍໃຕ້ການອຸປະຖໍາຂອງພັນລະຍາລັດຖະມົນຕີການຕ່າງປະເທດ ຮຸງກາຣີ ທ່ານນາງ Szilvia Szijjártó-Nagy.
ໃນວັນທີ 26 ພະຈິກ ນີ້ ທີ່ນະຄອນຫຼວງວຽງຈັນ (ລາວ), ເນື່ອງ ໃນໂອກາດທີ່ຄະນະຜູ້ແທນສະພາທິດສະດີສູນກາງພັກກອມມູນິດຫວຽດນາມ ມາຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຳມະນາທິດສະດີສອງພັກ ລາວ - ຫວຽດນາມ ຄັ້ງທີ XI ໃນລະຫວ່າງວັນທີ 26 - 29 ພະຈິກນີ້, ສະຫາຍ ຫງວຽນຊວນຖັງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຫົວໜ້າສະຖາບັນການເມືອງແຫ່ງຊາດ ໂຮ່ຈິມິນ, ປະທານສະພາທິດສະດີສູນກາງພັກ ໄດ້ ເຂົ້າຢ້ຽມຂ່ຳນັບສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດ ແຫ່ງ ສປປ ລາວ.
ຍສໝ - ທ່ານນາງ ຫງວຽນທິແທັງ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ເຄົາລົບນັບຖືອາລົມຈິດ, ການຊ່ວຍເຫຼືອ, ການປະກອບສ່ວນອັນລ້ຳຄ່າຂອງການນຳລຸ້ນຕ່າງໆ, ປະຊາຊົນລາວອ້າຍນ້ອງ ທີ່ໄດ້ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ.
ຍສໝ - ໂດຍຮັບການສ້າງຕັ້ງຂຶ້ນໃນປີ 2020, Nippon Travel ແມ່ນຫົວໜ່ວຍທີ່ມີຊື່ສຽງແຖວໜ້າຂອງຫວຽດນາມ ໃນຂົງເຂດປີ້ຍົນ, tour ທ່ອງທ່ຽວ ແລະ ວີຊາຍີ່ປຸ່ນ.
ຍສໝ - ງານບຸນແລກປ່ຽນວັດທະນະທຳ ອາຊີ ຢູ່ເຂດປົກຄອງພິເສດ ຮົງກົ່ງ (ຈີນ) ແລະ ງານບຸນວັດທະນະທຳອາຫານການກິນປະຈຳປີ ຄັ້ງທີ 24 ຢູ່ເຂດປົກຄອງພິເສດ ມາກາວ (ຈີນ) ພວມດຳເນີນ ແລະ ມີການເຂົ້າຮ່ວມຂອງບັນດາຮ້ານແນະນຳໂຄສະນາວັດທະນະທຳ, ອາຫານ ຫວຽດນາມ.
ຍສໝ - ທ່ານພົນເອກ ຟານວັນຢາງ ເນັ້ນໜັກວ່າ ຫວຽດນາມ, ລາວ ແລະກໍາປູເຈຍ ແມ່ນປະເທດບ້ານໃກ້ເຮືອນຄຽງທີ່ສະໜິດສະໜົມ.
ຍສໝ - ທ່ານນາງ Anne Le Hénanff, ຜູ້ຕາງໜ້າສະພາແຫ່ງຊາດແຂວງ Morbihan, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຝຣັ່ງ - ຫວຽດນາມ ຂອງສະພາແຫ່ງຊາດ ຝຣັ່ງ ແລະ ຜູ້ຕາງໜ້າອົງການພັດທະນາ ຝຣັ່ງ (AFD) ປະຈຳ ຫວຽດນາມ ໄດ້ມີບັນດາການລົງຕົວຈິງທີ່ໜ້າຈັບໃຈ ເມື່ອມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຮວ່າບິ່ງ ໃນໄລຍະທີ່ຜ່ານມານີ້.
ຍສໝ - ການຝຶກຊ້ອມຄັ້ງນີ້ໄດ້ຮັບຜົນສຳເລັດຢ່າງຈົບງາມ, ນີ້ແມ່ນການເຄື່ອນໄຫວແທດຈິງໃນການຮ່ວມມືດ້ານປ້ອງກັນຊາດລະຫວ່າງຫວຽດນາມ-ລາວ-ກຳປູເຈຍ.
ຍສໝ - ວັນທີ 25 ພະຈິກ, ຄະນະກໍາມະການປະຊາຊົນແຂວງ ກວາງຈິ້ ມີຂໍ້ຕົກລົງເລກທີ 2860/QD-UBND ອະນຸມັດຜ່ານໂຄງການ “ການສຳມະນາຊຸກຍູ້ຂະບວນການຫັນປ່ຽນພະລັງງານມຸ່ງໄປເຖິງເປົ້າໝາຍການປ່ອຍອາຍພິດລົງເປັນ 0 ໃນປີ 2050 ຢູ່ແຂວງ ກວາງຈິ້” ຈັດຕັ້ງໂດຍອົງການ WWF - ຫວຽດນາມ ອຸປະຖຳເພື່ອແນໃສ່ໜູນຊ່ວຍຍົກສູງຄວາມຮັບຮູ້ ແລະ ເພີ່ມທະວີຄວາມສາມາດກ່ຽວກັບການຊຸກຍູ້ໃນການບັນລຸເປົ້າໝາຍຫຼຸດຜ່ອນການປ່ອຍອາຍພິດເຮືອນແກ້ວ ແລະ ການປ່ອຍອາຍພິດລົງເປັນ 0 (Net-zero).
ຍສໝ - ພ້ອມກັບທ່ານນາງ ຫງວຽນທິມິງຫງວຽດ, ພັນລະຍາຂອງທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ມາຢ້ຽມຢາມໂຮງຮຽນອະນຸບານ ຫວຽດ – ບູນ (ເມືອງ ຫາຍບ່າຈື່ງ, ຮ່າໂນ້ຍ) ໃນວັນທີ 25 ພະຈິກ, ພັນລະຍາຂອງທ່ານປະທານາທິບໍດີ ບູນກາຣີ Rumen Radev ໄດ້ສະແດງຄວາມປະທັບໃຈ ແລະ ມີຄວາມສຸກ ເມື່ອເຖິງວ່າຢູ່ຫ່າງໄກກັນຫຼາຍເປັນສິບພັນກິໂລແມັດ, ແຕ່ມີໂຮງຮຽນກ່ຽວກັບວັດທະນະທໍາ ບູນກາຣີ ຢູ່ ຫວຽດນາມ.
ຍສໝ - ນີ້ແມ່ນເນື້ອໃນແລກປ່ຽນຕົ້ນຕໍທີ່ການພົບປະ ແລະ ເຮັດວຽກກັບຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2025-2028 ໂດຍສະຫະພັນບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດຕັ້ງໃນວັນທີ 22 ພະຈິກ ຢູ່ ຮ່າໂນ້ຍ.
ຍສໝ - Time Out - ວາລະສານການທ່ອງທ່ຽວແຖວໜ້າຂອງ ອັງກິດ - ຫາກໍ່ນຳແນະນຳ top 9 ຈຸດປາຍທາງທີ່ປອດໄພທີ່ສຸດໃນໂລກສຳລັບນັກທ່ອງທ່ຽວຍິງທີ່ໄປຄົນດ່ຽວ, ໃນນັ້ນມີຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 24 ພະຈິກ, ພິທີຕ້ອນຮັບທ່ານພົນເອກ ຟານວັນຢາງ ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະຄະນະຜູ້ແທນຂັ້ນສູງກະຊວງປ້ອງກັນປະເທດຫວຽດນາມ ຢ້ຽມຢາມລາຊະອານາຈັກ ກໍາປູເຈຍ ຢ່າງເປັນທາງການ ເຊິ່ງໄດ້ຈັດຂຶ້ນຢູ່ສໍານັກງານກະຊວງປ້ອງກັນປະເທດກໍາປູເຈຍ ຢູ່ນະຄອນຫຼວງພະນົມເປັນ, ພາຍໃຕ້ການເປັນປະທານຂອງທ່ານພົນເອກ Tea Seiha ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດກໍາປູເຈຍ. ພາຍຫຼັງພິທີຕ້ອນຮັບ, ທ່ານພົນເອກ ຟານວັນຢາງ ແລະທ່ານພົນເອກ Tea Seiha ໄດ້ດໍາເນີນການພົບປະສອງຝ່າຍ.
ຍສໝ - ບັນດາຫ້ອງຮຽນພາສາຫວຽດນາມ ຢູ່ລາວ ບໍ່ພຽງແຕ່ແມ່ນບ່ອນຮັກສາພາສາແມ່ໃຫ້ຊຸມຊົນຊາວຫວຽດນາມ ອາໄສຢູ່ຕ່າງປະເທດເທົ່ານັ້ນ, ຫາກຍັງເປັນຂົວຕໍ່ວັດທະນະທຳ, ຊ່ວຍໃຫ້ຊາວຫວຽດນາມ ແລະ ລາວ ມີຄວາມສະໜິດຕິດພັນກວ່າອີກ. ຢູ່ເບື້ອງຫຼັງທຸກຕົວອັກສອນແມ່ນຄວາມມານະພະຍາຍາມທີ່ບໍ່ອິດເມື່ອຍຂອງຜູ້ທີ່ຫວ່ານກ້າຕົວອັກສອນ, ຖືພາລະກິດເພີ່ມພູມຄູນສ້າງນ້ຳໃຈມິດຕະພາບລະຫວ່າງສອງປະເທດໃນຕົວສະເໜີ.