ຫວຽດນາມ - Morocco: ສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ

12:00 | 02/08/2025

ຍສໝ - ​ວັນ​ທີ 30 ກໍລະກົດ, ຢູ່​ຮ່າ​ໂນ້ຍ, ສະຖານທູດ​ລາຊະ​ອານາຈັກ Morocco ປະຈຳ ຫວຽດນາມ ​ໄດ້​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ 26 ປີ​ແຫ່ງ​ວັນ​ການ​ຂຶ້ນເຈົ້າກະສັດຂອງກະສັດ Mohammed VI (30 ກໍລະກົດ 1999 – 30 ກໍລະກົດ 2025). ປີ 2025 ກໍ່​ແມ່ນ​ວັນ​ສະ​ເຫຼີມ​ສະຫຼອງ 64 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ຫວຽດ​ນາມ ແລະ Morocco (1961 – 2025), ເປັນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື 2 ຝ່າຍ​ໃນ​ຫລາຍ​ຂົງ​ເຂດ, ພິ​ເສດ​ແມ່ນ​ເສດ​ຖະ​ກິດ, ການ​ສຶກ​ສາ ແລະ ການ​ແລກ​ປ່ຽນ​ປະ​ຊາ​ຊົນ.

ຫວຽດນາມ - Morocco ຊຸກຍູ້​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ສະມາຄົມ​ມິດຕະພາບ
ປັບປຸງ ແລະ ​ເປີດ​ກວ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ ລະຫວ່າງ ຫວຽດນາມ ​ແລະ Morocco

ກ່າວຄຳປາໄສທີ່ພິທີ, ທ່ານເອກອັກຄະລັດຖະທູດ Moroccan ປະຈຳ ຫວຽດນາມ Jamale Chouaibi ໃຫ້ຮູ້ວ່າ ພາຍໃຕ້ການນຳພາຂອງເຈົ້າກະສັດ Mohammed VI, Morocco ບັນລຸໄດ້ບັນດາຜົນງານສຳຄັນຫຼາຍຢ່າງໃນຂະບວນການຫັນປະເທດເປັນທັນສະໄໝ, ຫັນເສດຖະກິດເປັນຫຼາກຫຼາຍ, ຫຼຸດຜ່ອນຄວາມທຸກຍາກ, ພັດທະນາພະລັງງານທົດແທນ ແລະ ເພີ່ມທະວີການເຊື່ອມຕໍ່ພາກພື້ນ. ບັນດາ​ໝາກຜົນ​ດັ່ງກ່າວ​ແມ່ນ​ເປັນ​ພະຍານ​ໃຫ້​ແກ່​ວິ​ໄສ​ທັດ​ປະຕິ​ຮູບ​ຢ່າງ​ກ້າຫານ ​ແລະ ຍຸດ​ທະ​ສາດ​ພັດທະນາ​ໄລຍະ​ຍາວ​ທີ່ Morocco ​ໄດ້​ປະຕິບັດ​ຢ່າງ​ບໍ່​ຢຸດ​ຢັ້ງ, ມຸ່ງ​ໄປ​ເຖິງ​ຈຸດໝາຍ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ.

ຫວຽດນາມ - Morocco: ສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ

ທ່ານເອກອັກຄະລັດຖະທູດ Moroccan ປະຈຳ ຫວຽດນາມ Jamale Chouaibi ກ່າວຄຳປາໄສທີ່ພິທີໄຂເປີດ. (ພາບ: Trung Nghia)

ທ່ານ​ເອກ​ອັກຄະ​ລັດຖະທູດ Jamale Chouaibi ​ເນັ້ນ​ໜັກ​ວ່າ ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ກໍ່ສ້າງ​ບົນ​ພື້ນຖານ​ເຄົາລົບ​ເຊິ່ງກັນ ​ແລະ​ ກັນ, ​ປະຫວັດສາດ​ແຫ່ງ​ການ​ຮ່ວມ​ມື​ອັນ​ດີງາມ ​ແລະ ຫຼັກການ​ລວມ. ທ່ານ​ໄດ້​ຍົກ​ອອກ​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ​ເມື່ອ​ບໍ່​ດົນ​ມາ​ນີ້, ​ເຊັ່ນ: ການ​ຢ້ຽມຢາມ ຫວຽດນາມ ຂອງ​ປະທານ​ສະພາ​ຕ່ຳMoroccan Rachid Talbi Alami ​ໃນ​ເດືອນມັງກອນ 2025 ​ແລະ ການ​ຢ້ຽມຢາມ Morocco ຂອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ເຈີ່ນແທງເໝີນ, ແມ່ນ​ຫຼັກ​ຖານ​ທີ່​ຈະ​ແຈ້ງ​ເຖິງ​ຄວາມ​ຕັດສິນ​ໃຈ​ທາງ​ດ້ານ​ການ​ເມືອງ​ຂອງ​ສອງ​ປະ​ເທດ​ ເພື່ອ​ຊຸກຍູ້​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

ທ່ານ​ເອກ​ອັກຄະ​ລັດຖະທູດ Jamale Chouaibi ໄດ້ສະແດງຄວາມປາດ​ຖະໜາ​ວ່າ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ພັດທະນາ​ຢ່າງເຂັ້ມແຂງ, ບົນ​ພື້ນຖານ​ຄວາມ​ຕັດສິນ​ໃຈ​ຮ່ວມ​ມື ​ເພື່ອ​ກໍ່ສ້າງ​ອະນາຄົດ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ໝັ້ນຄົງ.

ທ່ານ​ນາງ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​ມິງຮັ່ງ ໃຫ້​ຮູ້​ວ່າ ຫວຽດນາມ ຊົມ​ເຊີຍ Morocco ກ່ຽວ​ກັບ​ບັນດາ​ບາດກ້າວ​ທີ່​ຕັ້ງໜ້າ​ໃນ​ການ​ປະຕິບັດ “ວິ​ໄສ​ທັດ 2030”, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດຫັນເປັນອຸດສາຫະກຳ, ການ​ຫັນປ່ຽນ​ພະລັງງານ ​ແລະ ພັດທະນາ​ແບບ​ຍືນ​ຍົງ. ຫວຽດນາມ ເຊື່ອ​ໝັ້ນ​ວ່າ Morocco ຈະ​ສືບ​ຕໍ່​ຢືນຢັນ​ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ຕົນ​ໃນ​ພາກ​ພື້ນ ​ແລະ ສາກົນ.

ຫວຽດນາມ - Morocco: ສືບຕໍ່ຊຸກຍູ້ການຮ່ວມມືສອງຝ່າຍໃນຫຼາຍຂົງເຂດ
ທ່ານ​ນາງ ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​ມິງຮັ່ງ ກ່າວຄຳປາໄສທີ່ພິທີ​ສະ​ເຫຼີ​ມສະຫຼອງ 26 ປີ​ແຫ່ງ​ວັນ​ຂຶ້ນ​ເຈົ້າກະສັດຂອງກະສັດ Mohammed VI ໃນວັນທີ 30 ກໍລະກົດ ຢູ່ ຮ່າໂນ້ຍ. (ພາບ: Trung Nghia)

ທ່ານນາງ ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​ມິງຮັ່ງ ເນັ້ນ​ໜັກ​ວ່າ ປີ 2025 ​ແມ່ນ​ຂີດ​ໝາຍ​ສຳຄັນ​ ເພື່ອສະ​ເຫຼີ​ມສະຫຼອງ 65 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ. ບົນພື້ນຖານມິດຕະພາບທີ່ເປັນມູນເຊື້ອ, ຫວຽດນາມ ແລະ Morocco ໄດ້ຮັກສາກົນໄກການເຈລະຈາເປັນປະຈຳ, ແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ, ຈາກການເມືອງ, ເສດຖະກິດ, ການຄ້າເຖິງການສຶກສາ - ບຳລຸງສ້າງ ແລະ ພົບປະແລກປ່ຽນປະຊາຊົນ.

ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫງວຽນ​ມິງຮັ່ງ ກໍໄດ້ສະແດງຄວາມ​ຂອບ​ໃຈ​ຢ່າງ​ຈິງ​ໃຈ​ຕໍ່​ລັດ​ຖະ​ບານ Moroccan ທີ່​ໄດ້​ໃຫ້​ທຶນ​ການ​ສຶກ​ສາ​ຫລາຍ​ຢ່າງ​ໃຫ້​ນັກ​ສຶກ​ສາ​ຫວຽດ​ນາມ, ຖື​ວ່າ​ນີ້​ແມ່ນ​ສັນ​ຍາ​ລັກ​ອັນ​ສົດ​ໃສ​ຂອງ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ລະ​ຫວ່າງ 2 ປະ​ເທດ. ພ້ອມ​ກັນ​ນັ້ນ, ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ລຸ້ນໜຸ່ມ​ຈະ​ເປັນ​ຂົວ​ຕໍ່​ອັນໝັ້ນຄົງປະກອບສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ຢ່າງ​ເລິກ​ເຊິ່ງ ​ແລະ ໝັ້ນຄົງ​ຂອງ​ການ​ພົວພັນ​ຫວຽດນາມ - Morocco ​ໃນ​ອະນາຄົດ.

ຫວຽດນາມ - Morocco ຊຸກຍູ້​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ສະມາຄົມ​ມິດຕະພາບ ຫວຽດນາມ - Morocco ຊຸກຍູ້​ການ​ລົງ​ນາມ​ໃນ​ບົດ​ບັນທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະຫວ່າງ 2 ສະມາຄົມ​ມິດຕະພາບ

ຍສໝ - ຕອນ​ເຊົ້າ​ວັນ​ທີ 26 ກໍລະກົດ​ນີ້, ຢູ່​ນະຄອນຫຼວງ Rabat, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ​ເຈີ່ນແທງເໝີນ ​ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານປະທານ​ສະມາຄົມ​ມິດຕະພາບ​ Morocco - ຫວຽດນາມ Mustapha El Ktiri ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ລາຊະ​ອານາຈັກ Morocco ຢ່າງ​ເປັນ​ທາງ​ການ. ຢູ່ທີ່ນີ້, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການຊຸກຍູ້ການລົງນາມໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືລະຫວ່າງ 2 ສະມາຄົມມິດຕະພາບ, ເພີ່ມທະວີການເຄື່ອນໄຫວພົບປະແລກປ່ຽນປະຊາຊົນ ແລະ ...

ປັບປຸງ ແລະ ​ເປີດ​ກວ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ ລະຫວ່າງ ຫວຽດນາມ ​ແລະ Morocco ປັບປຸງ ແລະ ​ເປີດ​ກວ້າງ​ການ​ພົວພັນ​ຄູ່​ຮ່ວມ​ມື​ ລະຫວ່າງ ຫວຽດນາມ ​ແລະ Morocco

ຍສໝ - ຄວາມໝາຍທຳອິດຂອງການຢ້ຽມຢາມ ມາຣົກ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໃນໄລຍະຈະມາເຖິງ ແມ່ນການພິສູດຢ່າງຈະແຈ້ງໃຫ້ແກ່ເຈດຈຳນົງທາງການເມືອງຢ່າງຈິງໃຈຈາກທັງສອງຝ່າຍໃນການຊຸກຍູ້, ປັບປຸງ ແລະ ເປີດກວ້າງການພົວພັນຄູ່ຮ່ວມມືລະຫວ່າງສອງປະເທດ.

ມີງດຶກ