ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju-Jeonnam (ສ.ເກົາຫຼີ) ເປີດຫ້ອງການໃໝ່

ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju-Jeonnam (ສ.ເກົາຫຼີ) ເປີດຫ້ອງການໃໝ່

ຍສໝ - ສະມາຄົມ​ຊາວ​ຫວຽດນາມ ​ຢູ່​ເຂດ Gwangju – Jeonnam (ສ.​ເກົາຫຼີ) ຫາ​ກໍ່​ຈັດ​ຕັ້ງ​ພິທີ​ເປີດ​ຫ້ອງການ​ໃໝ່​ຢ່າງ​ສົມ​ກຽດ, ສົມທົບ​ກັບ​ລາຍການ​ຕ້ອນຮັບປີໃໝ່ວົງຄະນະຍາດ​ທີ່​ມີ​ຄວາມ​ໝາຍ​ຢູ່​ສູນ​ການ​ຄ້າ Gwangju Outlet.

ສ້າງຕັ້ງສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ

ສ້າງຕັ້ງສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ

ຍສໝ - ວັນ​ທີ 20 ມັງກອນ​ນີ້, ສະມາຄົມ​ມິດຕະພາບ ​ຫວຽດນາມ - ສ.​ເກົາຫຼີ ​ແລະ ສະມາຄົມ​ຊາວ​ ສ.​ເກົາຫຼີ ຢູ່​ນະຄອນ ຫ່າຍ​ຟ່ອງ ​ໄດ້​ຈັດ​ງານ​ພົບ​ປະ​ແລກປ່ຽນ​ມິດຕະພາບ ຫວຽດນາມ - ສ.​ເກົາຫຼີ ​ແລະ ​ເປີດ​ຕົວສະ​ໂມ​ສອນ​ວິ​ສາ​ຫະກິດ ຫວຽດນາມ - ສ.​ເກົາຫຼີ ນະຄອນ ຫ່າຍ​ຟ່ອງ.

ປ່ຽນແປງໃໝ່ວິທີເຂົ້າເຖິງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ຫວຽດ​ນາມ - ລາວ

ປ່ຽນແປງໃໝ່ວິທີເຂົ້າເຖິງ​ໃນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ປະ​ຊາ​ຊົນ​ຫວຽດ​ນາມ - ລາວ

ຍສໝ -​ ວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດຕັ້ງກອງປະຊຸມຄະນະບໍລິຫານງານ ຄັ້ງທີ 2, ຊຸດທີ 5 ເພື່ອສະຫຼຸບ, ຕີລາຄາວຽກງານໃນປີ 2024 ແລະ ວາງອອກທິດທາງ, ໜ້າທີ່ໃນປີ 2025.

ແທງຮວ່າ ຕ້ອນຮັບ ແລະ ບຳລຸງສ້າງນັກສຶກສາຕ່າງປະເທດ 58 ຄົນທີ່ມາຈາກແຂວງ ຫົວພັນ (ລາວ)

ແທງຮວ່າ ຕ້ອນຮັບ ແລະ ບຳລຸງສ້າງນັກສຶກສາຕ່າງປະເທດ 58 ຄົນທີ່ມາຈາກແຂວງ ຫົວພັນ (ລາວ)

ຍສໝ - ຄະນະ​ກຳມະການ​ປະຊາຊົນ​ແຂວງ ແທງ​ຮວ່າ ຫາ​ກໍ່​ໄດ້​ອອກ​ມະຕິ​ເລກທີ 98/QD-UBND ກ່ຽວ​ກັບ​ການມອບ​ຮັບ ​ແລະ ບຳລຸງ​ສ້າງ​ນັກ​ສຶກສາ​ຕ່າງປະເທດ 58 ຄົນ​ທີ່ມາຈາກ​ແຂວງ ​ຫົວພັນ, ສປປ ລາວ ​ໃນ​ສົກ​ຮຽນ 2024-2025.

ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການສຶກສາລະຫວ່າງຫວຽດນາມ - ການາດາ

ເສີມຂະຫຍາຍບົດບາດເປັນຂົວເຊື່ອມຕໍ່, ຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການສຶກສາລະຫວ່າງຫວຽດນາມ - ການາດາ

ຍສໝ - ນີ້​ແມ່ນ​ໜຶ່ງ​ໃນ​ບັນດາ​ທິດ​ທາງ, ໜ້າທີ່​ປີ 2025 ຂອງ​ສະມາຄົມ​ມິດຕະພາບ ຫວຽດນາມ - ກາ​ນາ​ດາ (ສະມາຄົມ) ​ໄດ້​ເປັນເອກະພາບ​ນຳ​ບັນດາ​ສະມາຊິກສະມາຄົມ​ໃນກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2024 ​ແລະ ທິດ​ທາງ​ວຽກ​ງານ​ປີ 2025 ​ໃນ​ວັນ​ທີ 16 ມັງກອນ ຢູ່​ຮ່າ​ໂນ້ຍ.

ຍ້ອງຍໍໃຫ້ບັນດານັກສຶກສາ ຫວຽດນາມ ທີ່ໄດ້ຮັບນາມມະຍົດ “ນັກສຶກສາ 5 ດີ” ຢູ່ສະຫະພັນ ລັດເຊຍ ໃນປີ 2024.

ຍ້ອງຍໍໃຫ້ບັນດານັກສຶກສາ ຫວຽດນາມ ທີ່ໄດ້ຮັບນາມມະຍົດ “ນັກສຶກສາ 5 ດີ” ຢູ່ສະຫະພັນ ລັດເຊຍ ໃນປີ 2024.

ຍສໝ - ວັນ​ທີ 7 ມັງກອນ 2025, ຢູ່​ສະຫະພັນ ​ລັດ​ເຊຍ ໄດ້​ດຳ​ເນີນ​ລາຍການ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ມູນເຊື້ອ​ຂອງນັກຮຽນ, ​ນັກ​ສຶກສາ ​ແລະ ສະມາຄົມ​ນັກ​ສຶກສາ ຫວຽດນາມ; ພິທີ​ສະຫຼຸບວຽກ​ງານ​ຂອງ​ສະມາຄົມ​ນັກ​ສຶກສາ ຫວຽດນາມ ປະ​ຈຳ​ ລັດ​ເຊຍ ​ໃນ​ປີ 2024 ​ແລະ ຊົມເຊີຍ, ຍ້ອງຍໍ​ນາມມະຍົດ “ນັກ​ສຶກສາ ​5 ດີ” ປີ 2024.

ຈຳນວນນັກທ່ອງທ່ຽວສາກົນຊອກຄົ້ນທີ່ພັກເຊົາຢູ່ ຫວຽດນາມ ໃນໄລຍະບຸນປີໃໝ່ປະຈຳຊາດເພີ່ມຂຶ້ນ 139%

ຈຳນວນນັກທ່ອງທ່ຽວສາກົນຊອກຄົ້ນທີ່ພັກເຊົາຢູ່ ຫວຽດນາມ ໃນໄລຍະບຸນປີໃໝ່ປະຈຳຊາດເພີ່ມຂຶ້ນ 139%

ຍສໝ - ລະດູ​ການ​ທ່ອງ​ທ່ຽວບຸນ​ປີໃໝ່ປະຈຳຊາດ 2025 ​ໄດ້​ຮັບ​ການ​ເຕີບ​ໂຕ​ຢ່າງ​ກະໂດດຂັ້ນຂອງຂະແໜງ​ການທ່ອງທ່ຽວ​ພາຍ​ໃນ, ທ່ອງ​ທ່ຽວ​ຕ່າງປະ​ເທດ ​ແລະ ນັກ​ທ່ອງ​ທ່ຽວ​ສາກົນ​ມາ ​ຫວຽດນາມ.

ທ່ານ ເຢື່ອງວັນຕຽນ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ.

ທ່ານ ເຢື່ອງວັນຕຽນ ດຳລົງຕຳແໜ່ງປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ.

ຍສໝ - ວັນ​ທີ 18 ມັງກອນ​ນີ້, ສະມາຄົມ​ມິດຕະພາບ​ ຫວຽດນາມ - ລາວ ​ແຂວງ ​ໄທ​ງວຽນ ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ IV, ອາຍຸການ 2024 - 2029.

ທ່ານນາຍົກລັດຖະມົນຕີ ລາວ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳຫວຽດນາມ

ທ່ານນາຍົກລັດຖະມົນຕີ ລາວ ຕ້ອນຮັບລັດຖະມົນຕີກະຊວງຍຸຕິທຳຫວຽດນາມ

ຍສໝ - ໃນຕອນເຊົ້າ ວັນທີ 19 ທັນວານີ້ 2024 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຫງວຽນ ຫ໋າຍ ນິງ,ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 18-20 ທັນວາ 2024.

ງານລ້ຽງຕ້ອນຮັບຄະນະການທູດໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ

ງານລ້ຽງຕ້ອນຮັບຄະນະການທູດໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ

ຍສໝ - ຕອນ​ຄ່ຳ​ວັນ​ທີ 13 ມັງກອນ​, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຟ້າ​ມມິງຈິ໋ງ ພ້ອມ​ດ້ວຍ​ພັນ​ລະ​ຍາ​ໄດ້​ເປັນປະທານງານລ້ຽງຂອງ​ລັດຖະບານ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ເພື່ອ​ລ້ຽງ​ຕ້ອນຮັບ​ຄະນະ​ການ​ທູດ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່ສາກົນ 2025 ​ແລະ ​​ກະກຽມ​ຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະເສັງ 2025.

"ຄົ້ນຫາ ຍີ່ປຸ່ນ" ພ້ອມກັບ NHK World-Japan

ຍສໝ - ນັບແຕ່ວັນທີ 17-23 ມັງກອນ, ຢູ່ສູນການຄ້າ Aeon Mall ຮ່າດົງ (ຮ່າໂນ້ຍ), NHK (ຍີ່ປຸ່ນ) ຈະຈັດຕັ້ງເຫດການ “ຄົ້ນຫາ ຍີ່ປຸ່ນ” ພ້ອມກັບ NHK World-Japan ດ້ວຍບັນດາການເຄື່ອນໄຫວສີສັນພິເສດ, ແນໃສ່ຍົກສູງຄຸນນະພາບຮັບໃຊ້ຜູ້ຊົມ, ຜູ້ຟັງ ແລະ ໂຄສະນາ​ພາບ​ພົດປະເທດຊາດ, ວັດ​ທະ​ນະ​ທໍາ ​ຍີ່​ປຸ່ນ​.

ສະມາຄົມມິດຕະພາບ ຫວຽດນາມ - ລາວ: ເຄິ່ງສະຕະວັດເພີ່ມພູນຄູນສ້າງມິດຕະພາບແບບພິເສດ ຫວຽດນາມ - ລາວ

ສະມາຄົມມິດຕະພາບ ຫວຽດນາມ - ລາວ: ເຄິ່ງສະຕະວັດເພີ່ມພູນຄູນສ້າງມິດຕະພາບແບບພິເສດ ຫວຽດນາມ - ລາວ

ຍສໝ - ວັນ​ທີ 15 ມັງກອນ 1975, ສະມາຄົມ​ມິດຕະພາບ ​ຫວຽດນາມ - ລາວ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ​ເປັນ​ຂີດ​ໝາຍ​ສຳຄັນ​ໃນ​ການ​ເພີ່ມ​ທະວີ​ການ​ແລກປ່ຽນ ​ແລະ ຄວາມ​ເຂົ້າ​ໃຈ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. 50 ປີຜ່ານມາ, ສະມາຄົມ​ໄດ້​ປັບປຸງ ແລະ ພັດທະນາ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ . ບັນດາ​ການ​ເຄື່ອນ​ໄຫວ​ທີ່​ມີ​ຄວາມ​ຫຼາກ​ຫຼາຍ ​ແລະ ປະດິດສ້າງຂອງ​ສະມາຄົມ ​ໄດ້​ປະກອບສ່ວນ​ສ້າງສາ​ຍພົວພັນ​ມິດຕະພາບແບບ​ພິ​ເສດ​ນີ້​ໃຫ້​ເປັນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ​ສອງຊາດ.

ທ່ານ Park Hang Seo ແມ່ນເອກອັກຄະລັດຖະທູດການພົວພັນມະຫາຊົນກິດຕິມະສັກ, ເຊື່ອມຕໍ່ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ

ທ່ານ Park Hang Seo ແມ່ນເອກອັກຄະລັດຖະທູດການພົວພັນມະຫາຊົນກິດຕິມະສັກ, ເຊື່ອມຕໍ່ການພົວພັນລະຫວ່າງ ຫວຽດນາມ - ສ.ເກົາຫຼີ

ຍສໝ - ທ່ານ Park Hang Seo ອະດີດ​ຫົວໜ້າ​ຄູ​ຝຶກທີມບານ​ເຕະ​ແຫ່ງຊາດ ຫວຽດນາມ ຫາ​ກໍ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເປັນ​ເອກ​ອັກຄະ​ລັດຖະທູດ​ການພົວພັນມະຫາຊົນກິດຕິມະສັກຂອງ​ແຂວງ Jeolla ​ເໜືອ (Jeonbuk) ​ເພື່ອ​ຊ່ວຍ​ຮັດແໜ້ນສາຍ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ເປີດ​ຕົວປຶ້ມ ແລະ ຮູບເງົາກ່ຽວກັບນ້ຳໃຈມິດຕະພາບ ຈີນ - ຫວຽດນາມ

ເປີດ​ຕົວປຶ້ມ ແລະ ຮູບເງົາກ່ຽວກັບນ້ຳໃຈມິດຕະພາບ ຈີນ - ຫວຽດນາມ

ຍສໝ - ຫວ່າງ​ມໍ່ໆ​ມາ​ນີ້, ປຶ້ມ "ເລື່ອງເລົ່າ ແລະ ພັນລະນາ ​ກວາງຊີ​ ​ກ່ຽວ​ກັບ​​ນ້ຳໃຈມິດ​ຕະ​ພາບ​ ຈີນ - ຫວຽດນາມ" ​ແລະ ​ຮູບ​ເງົາ​ "ບຽນ​ຮ່າຍ"​ ໄດ້ແນະ​ນຳ​ຢູ່ ຈີນ.

ມ໋ອງກ໋າຍ: ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຢູ່ຊາຍແດນ ຫວຽດນາມ - ຈີນ

ມ໋ອງກ໋າຍ: ເພີ່ມທະວີການພົວພັນມິດຕະພາບ ແລະ ການຮ່ວມມືຢູ່ຊາຍແດນ ຫວຽດນາມ - ຈີນ

ຍສໝ - ​ຄະນະຜູ້ແທນ​ພັກ, ອຳນາດການປົກຄອງນະຄອນ ດົ່ງ​ຊິ່ງ (ຈີນ) ​ແລະ ເຂດ ​ຟາງ​ຈ່າງ (ຈີນ) ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ອົງຄະນະ​ພັກ, ລັດຖະບານ ​ແລະ ປະຊາຊົນ​ນະຄອນ ມ໋ອງກ໋າຍ (ຫວຽດນາມ) ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 95 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ຕ້ອນຮັບ​ລະດູ​ບານໃໝ່ ​ປີມະເສັງ 2025.

ຫຼາຍ​ເຫດການ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ໂດຍ​ຫວຽດນາມ ​ໃນ​ປີ 2025

ຫຼາຍ​ເຫດການ​ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ ​ຈະ​ໄດ້​ຮັບ​ການຈັດ​ຕັ້ງ​ໂດຍ​ຫວຽດນາມ ​ໃນ​ປີ 2025

ຍສໝ -​ ຕອນ​ເຊົ້າ​ວັນ​ທີ 14 ມັງກອນ, ຢູ່​ຮ່າ​ໂນ້ຍ, ກ່າວຄຳປາໄສທີ່​ກອງ​ປະຊຸມພົບປະສື່ມວນຊົນເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ປະຈຳ​ຊາດ ປີມະເສັງ 2025, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫວຍດນາມ ບຸຍແທງເຊີນ ​ໃຫ້​ຮູ້​ວ່າ ປີ​ນີ້ ຫວຽດນາມ ຈະ​ມີ​ບັນດາ​ການ​ເຄື່ອນ​ໄຫວ​​ທາງ​ການ​ທູດສອງຝ່າຍ, ຫຼາຍ​ຝ່າຍທີ່ຟົດຟື້ນ, ພ້ອມ​ກັນ​ນັ້ນ ​ກໍ​ຮັບຜິດຊອບ​ການຈັດ​ຕັ້ງ​ເຫດການ​ການ​ທູດ​ຫຼາຍ​ຝ່າຍ​ທີ່​ສຳຄັນ​ເຊັ່ນ: ​ເວທີ​ປາ​ໄສ​ອະນາ​ຄົດ​ອາ​ຊຽນ ຄັ້ງ​ທີ 2, ກອງ​ປະຊຸມ​ສຸດ​ຍອດ​ຄູ່​ຮ່ວມ​ມື​ເພື່ອ​ການ​ເຕີບ​ໂຕ​ສີຂຽວ​ ​ແລະ ​ເປົ້າ​ໝາຍທົ່ວໂລກ2030 (P4G), ກອງ​ປະຊຸມ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ຄ້າ ​ແລະ​ ການ​ພັດທະນາ (UNCTAD)...

ບັກຢາງ: ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ

ບັກຢາງ: ສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ຈີນ

ຍສໝ - ວັນ​ທີ 12 ມັງກອນ​ນີ້, ຢູ່​ແຂວງ ບັກ​ຢາງ, ສະມາຄົມ​ມິດຕະພາບ ​ຫວຽດນາມ - ຈີນ ​ແຂວງ ບັກ​ຢາງ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສະ​ເຫຼີມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ ຫວຽດນາມ - ຈີນ, ພ້ອມກັນນັ້ນ ກໍ່ສະຫຼຸບ​ວຽກ​ງານ​ການ​ທູດ​​ປະຊາຊົນ​ປີ 2024 ແລະ ວາງອອກທິດທາງການ​ເຄື່ອນໄຫວ​ ປີ 2025​.

ເປີດງານເຫດການແລກປ່ຽນວັດທະນະທຳ ຫວຽດນາມ-ຈີນ ປີ 2025 ຢູ່ ແຂວງ ຢຸນນານ, ຈີນ

ເປີດງານເຫດການແລກປ່ຽນວັດທະນະທຳ ຫວຽດນາມ-ຈີນ ປີ 2025 ຢູ່ ແຂວງ ຢຸນນານ, ຈີນ

ຍສໝ - ຕອນ​ຄ່ຳ​ວັນ​ທີ 13 ມັງກອນ​, ພິທີເລີ່ມຕົ້ນການເຄື່ອນໄຫວພົບ​ປະ​ແລກປ່ຽນມະນຸດສະທຳ ແລະ​ ງານມະໂຫລານ​ປະຊາຊົນ​ເຂດ​ຊາຍ​ແດນ​ ຫວຽດນາມ - ຈີນ 2025 ​ໄດ້​ດຳເນີນ​ຢູ່​ເມືອງ​ ມາລີ​ຟໍ​, ແຂວງ​ ຢຸນນານ,​ ຈີນ. ເຫດການ​ໄດ້​ດຶງ​ດູດ​ປະຊາຊົນ​ເຂດ​ຊາຍ​ແດນ​ສອງ​ປະ​ເທດເຂົ້າ​ຮ່ວມ​ມ່ວນ​ຊື່ນ ແລະ ຮ້ອງ​ເພງ​ມິດຕະພາບ​ໃນ​ລະດູບານ​ໃໝ່​ເປັນ​ຈຳນວນ​ຫຼວງ​ຫຼາຍ​.

ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ຕ້ອນຮັບທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງປ້ອງກັນຄວາມສະຫງົບລາວ

ທ່ານ​ເລຂາທິການ​ໃຫຍ່ ໂຕເລີມ ຕ້ອນຮັບທ່ານຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງປ້ອງກັນຄວາມສະຫງົບລາວ

ຍສໝ - ວັນ​ທີ 12 ມັງກອນ​ນີ້, ຢູ່​ສຳນັກງານ​ສູນ​ກາງ​ພັກ, ທ່ານ​ເລຂາທິການ​ໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ໂຕເລີມ ໄດ້ຕ້ອນຮັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ກະຊວງປ້ອງກັນຄວາມສະຫງົບ​ລາວ ​ໂດຍ ພົນເອກ ວິໄລ ຫຼ້າຄຳ​ຟອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງປ້ອງກັນຄວາມສະຫງົບ ລາວ ນຳໜ້າຄະນະ ມີການຢ້ຽມຢາມ ແລະ ເຮັດວຽກຢູ່​ຫວຽດນາມ.