ຍສໝ - ຕອນຄ່ຳວັນທີ 4 ທັນວາ, ຢູ່ແຂວງ ເລີມດົ່ງ, ໄດ້ດໍາເນີນງານພົບປະແລກປ່ຽນວັດທະນະທຳ ແລະ ສິລະປະລະຫວ່າງ 2 ນະຄອນ ດ່າລາດ (ຫວຽດນາມ) ແລະ Chuncheon (ສ.ເກົາຫຼີ). ການເຄື່ອນໄຫວເພື່ອແນໃສ່ສະເຫຼີມສະຫຼອງ 5 ປີແຫ່ງວັນນະຄອນ ດ່າລາດ ແລະ ນະຄອນ Chuncheon ສ້າງຕັ້ງການພົວພັນລະຫວ່າງ 2 ນະຄອນ. ນີ້ກໍແມ່ນເຫດການຕອບສະໜອງ Festival ດອກໄມ້ດ່າລາດ ຄັ້ງທີ X – 2024.
ຍສໝ - ໂດຍປະຕິບັດຕາມລາຍການພົວພັນຕ່າງປະເທດ ປີ 2024 ຂອງກະຊວງປ້ອງກັນປະເທດຫວຽດນາມ, ໃນລະຫວ່າງວັນທີ 4-7 ພະຈິກ, ຢູ່ສິງກະໂປ, ນາຍທະຫານໜຸ່ມກອງທັບປະຊາຊົນຫວຽດນາມ ໄດ້ມີການເຄື່ອນໄຫວພົບປະແລກປ່ຽນຢ່າງມີຄວາມໝາຍ, ແທດຈິງຫຼາຍຢ່າງກັບນາຍທະຫານໜຸ່ມກໍາລັງປະກອບອາວຸດສາທາລະນະລັດສິງກະໂປ.
ຍສໝ - ຕອນເຊົ້າວັນທີ 9 ພະຈິກ, ບໍລິສັດບໍລິການທ່ອງທ່ຽວ Saigontourist ຈຳກັດຜູ້ດຽວ (ຂຶ້ນກັບບໍລິສັດໃຫຍ່ທ່ອງທ່ຽວໄຊງ່ອນ) ໄດ້ຕ້ອນຮັບ ແລະຮັບໃຊ້ກຳປັ່ນທ່ອງທ່ຽວທະເລ Celebrity Solstice (Royal Caribbean) ເຂົ້າທຽບທ່າຢູ່ທ່າກຳປັ່ນ ຝູມີ້ (ແຂວງບ່າເຣ້ຍ-ຫວູ້ງເຕົ່າ) ຂົນສົ່ງນັກທ່ອງທ່ຽວສາກົນ 20.600 ກວ່າຄົນທີ່ຖືສັນຊາດເອີລົບ, ອາເມລິກາ, ອົດສະຕາລີ ມາຫວຽດນາມ.
ຍສໝ - ຕອນບ່າຍວັນທີ 9 ພະຈິກ, ຄູ່ບ້ານທີ່ຢູ່ສອງຝັ່ງຊາຍແດນລະຫວ່າງບ້ານກະຕັງ (ເທດສະບານລາວບາວ, ເມືອງເຮືອງຮ່ວາ, ແຂວງກວາງຈິ) ແລະບ້ານແດນສະຫວັນ (ເມືອງເຊໂປນ, ແຂວງສະຫວັນນະເຂດ, ລາວ); ບ້ານກະຕູບ (ເທດສະບານລາວບາວ, ເມືອງເຮືອງຮ່ວາ, ແຂວງກວາງຈິ) ແລະບ້ານກະຕູບ 2 (ເມືອງເຊໂປນ, ແຂວງສະຫວັນນະເຂດ, ລາວ) ໄດ້ຈັດຕັ້ງກອງປະຊຸມແຮກສ່ຽວກຸ່ມບ້ານທີ່ຢູ່ສອງຝັ່ງຊາຍແດນຂຶ້ນໃນໄຕມາດທີ 4 ປີ 2024.
ຍສໝ - ວັນທີ 8 ພະຈິກ, ກົມຮັກສາສັນຕິພາບຫວຽດນາມ ໄດ້ສົມທົບກັບຫ້ອງວ່າການທີ່ປຶກສາທູດປ້ອງກັນຊາດ ແລະສະຖານທູດ ອົດສະຕາລີ ປະຈໍາ ຫວຽດນາມ ຈັດຕັ້ງລາຍການແລກປ່ຽນບົດຮຽນດ້ວຍຫົວຂໍ້ແມ່ຍິງ, ສັນຕິພາບ ແລະຄວາມໝັ້ນຄົງໃນການເຄື່ອນໄຫວຮັກສາສັນຕິພາບຂອງສະຫະປະຊາຊາດ (ສປຊ).
ຍສໝ - ວັນທີ 8 ພະຈິກ ຕາມເວລາທ້ອງຖິ່ນ, ໂຮງໝໍສະໜາມຂັ້ນ 2 ເລກ 6 ຂອງຫວຽດນາມ ໄດ້ເຂົ້າຮ່ວມການນຳສົ່ງຄົນເຈັບເພດຍິງ ສັນຊາດເຄນຍາ ທີ່ຖືພາລູກແຝດ ນ້ຳຄາວປາແຕກກ່ອນ ແລະມີຄວາມສ່ຽງເກີດລູກກ່ອນກຳນົດສູງທີ່ສຸດ.
ຍສໝ - ໃນຂອບເຂດການຢ້ຽມຢາມ ສິງກະໂປ ຢ່າງເປັນທາງການຂອງທ່ານ ເຈິ່ນແທງເໝິນ ປະທານສະພາແຫ່ງຊາດຫວຽດນາມ ໃນລະຫວ່າງວັນທີ 1-3 ທັນວາ, ປະໂຫຍກທີ່ສອງຝ່າຍໄດ້ກ່າວຫຼາຍກວ່າໝູ່ແມ່ນ “ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອຮ່ວມມືພັດທະນາ”, “ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນກັນ”.
ຍສໝ - ປ້ອງກັນ, ຕ້ານໄຟໄໝ້ປ່າ, ໜູນຊ່ວຍ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ພັດທະນາເສດຖະກິດ, ວັດທະນະທຳ, ສັງຄົມ; ເຂົ້າຮ່ວມການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍຄວາມປອດໄພ, ອະທິປະໄຕຄວາມໝັ້ນຄົງເຂດຊາຍແດນ, ຫຼັກໝາຍຂອງແຕ່ລະປະເທດ... ນີ້ແມ່ນບັນດາການເຄື່ອນໄຫວຮ່ວມແຮງຮ່ວມໃຈປົກປັກຮັກສາປ່າໄມ້, ອະນຸລັກຮັກສາຊັບພະຍາກອນທຳມະຊາດຢູ່ເຂດຊາຍແດນ ຫວຽດນາມ - ລາວ.
ຍສໝ - ບັນດາງານແຂ່ງຂັນກິລາໄດ້ສ້າງສະໜາມທີ່ດີ, ຟົດຟື້ນເພື່ອໃຫ້ປະຊາຊົນຂອງ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ມີການພົບປະແລກປ່ຽນ, ຮັດແໜ້ນນ້ຳໃຈຄວາມສາມັກຄີ.
ຍສໝ - ໃນໂອກາດທ້າຍອາທິດ, ປະຊາຊົນຢູ່ເຂດຊາຍແດນເມືອງ ກີເຊີນ, ແຂວງ ເຫງ້ອານ ໄດ້ໄປຕະຫຼາດນັດຊາຍແດນຢ່າງກະຕືລືລົ້ນ.
ຍສໝ - ລາຍການສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຢູ່ວິທະຍາໄລການແພດ ຮ່າຕິ້ງ ໄດ້ປະກອບສ່ວນຮັດມິດຕະພາບແບບພິເສດລະຫວ່າງ ຫວຽດນາມ - ລາວ.
ຍສໝ - ທີ່ສັບປະດາວັດທະນະທຳ ຫວຽດນາມ - ຍີ່ປຸ່ນ, ທ່ານ Ito Naoki ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ຍີ່ປຸ່ນ ປະຈຳ ຫວຽດນາມ ໄດ້ມອບຕົ້ນດອກສະກຸຣະ 200 ຕົ້ນ - ສັນຍາລັກແຫ່ງຄວາມງາມຂອງວັດທະນະທຳ ຍີ່ປຸ່ນ ໃຫ້ແຂວງ ໄຕນິງ, ໂດຍປູກຢູ່ເທິງຈອມພູ ບ່າແດນ.
ຍສໝ - ຕອນຄ່ຳວັນທີ 3 ທັນວາ, ພິທີມອບລາງວັນທົ່ວປະເທດກ່ຽວກັບຂ່າວສານການຕ່າງປະເທດ ຄັ້ງທີ 10 ໄດ້ດຳເນີນຢູ່ໂຮງລະຄອນໃຫຍ່, ຮ່າໂນ້ຍ.
ຍສໝ - ອົງການ Quacquarelli Symonds ປະກາດໝາກຜົນການຈັດອັນດັບບັນດາຮາກຖານການສຶກສາຂັ້ນມະຫາວິທະຍາໄລອາຊີ 2025 (QS AUR 2025). ຕາມນັ້ນແລ້ວ, ຫວຽດນາມ ມີ 17 ຮາກຖານບຳລຸງສ້າງນອນໃນຕາຕະລາງຈັດອັນດັບນີ້, ເພີ່ມຂຶ້ນ 2 ໂຮງຮຽນເມື່ອທຽບໃສ່ຄັ້ງກ່ອນແມ່ນ: ມະຫາວິທະຍາໄລເປີດນະຄອນໂຮ່ຈີມິນ ແລະມະຫາວິທະຍາໄລ ວິງ.
ຍສໝ - ຫວຽດນາມ ໄດ້ວາງອອກບັນດາເປົ້າໝາຍ ແລະເສັ້ນທາງໂດຍຜ່ານຍຸດທະສາດພັດທະນາຂະແໜງເຄິ່ງຊັກນຳໄຟຟ້າຮອດປີ 2030, ວິໄສທັດຮອດປີ 2050.
ຍສໝ - ໃນປີ 2024, ທະຫານຊາຍແດນແຂວງກວ໋າງບິ່ງ ແລະກອງບັນຊາການປ້ອງກັນຄວາມສະຫງົບແຂວງສະຫວັນນະເຂດ ໄດ້ເພີ່ມທະວີການສົມທົບກັນ, ສ້າງກໍາລັງແຮງສັງລວມໃນການຄຸ້ມຄອງ, ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມສະຫງົບຢູ່ເຂດຊາຍແດນຂອງສອງແຂວງ, ສອງປະເທດ; ຮັກສາ ແລະເສີມຂະຫຍາຍການພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມື ແລະພັດທະນາໃຫ້ເປັນຢ່າງດີ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ ຮ່າໂນ້ຍ, ຄະນະຜູ້ແທນສະມາຄົມມິດຕະພາບ ຫວຽດນາມ-ລາວ ໂດຍທ່ານພົນຕີ ເລວັນເຮິນ, ຮອງປະທານສະມາຄົມນຳໜ້າຄະນະ ໄດ້ໄປຢ້ຽມຢາມ ແລະ ອວຍພອນສະຖານທູດ ລາວ ປະຈໍາ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ.
ຍສໝ - ຫວ່າງມໍ່ໆມານີ້, ຢູ່ນະຄອນ ໂຮ່ຈີມິນ, ກົມພົວພັນຕ່າງປະເທດ ແລະ ກົມກົດໝາຍ ແລະ ການປະຕິຮູບດ້ານບໍລິຫານ, ຕຸລາການ - ກະຊວງຕຳຫຼວດ ຫວຽດນາມ ສົມທົບກັບໂຄງການພັດທະນາສະຫະປະຊາຊາດ (UNDP) ຢູ່ ຫວຽດນາມ ໄດ້ຈັດຕັ້ງການສຳມະນາສາກົນ “ແນະນຳບົດລາຍງານແຫ່ງຊາດຄັ້ງທີສອງຂອງ ຫວຽດນາມ ກ່ຽວກັບການປະຕິບັດສົນທິສັນຍາຕ້ານການທໍລະມານ ແລະ ຮູບແບບອື່ນໆຂອງການປະພຶດ ຫຼື ການລົງໂທດທີ່ໂຫດຮ້າຍ, ບໍ່ມີມະນຸດສະທຳ ຫຼື ເຮັດໃຫ້ມະນຸດອັບອາຍຂາຍໜ້າ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 – 2 ທັນວາ 2024), ແຂວງ ຫາຍຟ່ອງ ແລະ ເຊີນລາ ໄດ້ຈັດຕັ້ງການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ສະໜິດຕິດພັນຄວາກຮັກແພງອັນແໜ້ນແຟ້ນລະຫວ່າງປະຊາຊົນສອງຊາດ ຫວຽດນາມ - ລາວ.
ຍສໝ - ການຢ້ຽມຢາມດຳເນີນໄປໃນໂອກາດທີ່ສອງປະເທດຫາກໍ່ສະເຫຼີມສະຫຼອງ 1 ປີແຫ່ງການຍົກລະດັບການພົວພັນ “ຄູ່ຮ່ວມມືຍຸດທະສາດຮອບດ້ານເພື່ອສັນຕິພາບ ແລະຄວາມວັດທະນາຖາວອນຢູ່ ອາຊີ ແລະໂລກ”; ການພົວພັນ ຫວຽດນາມ-ຍີ່ປຸ່ນ ສືບຕໍ່ພັດທະນາຢ່າງແຂງແຮງ ແລະຮອບດ້ານໃນທຸກຂົງເຂດດ້ວຍຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງສູງ, ການພົບປະແລກປ່ຽນຂັ້ນສູງ ແລະທຸກຂັ້ນດໍາເນີນຢ່າງສະໜິດສະໜົມ.