ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີ ແຫ່ງວັນສ້າງຕັ້ງ ກອງທັບປະຊາຊົນຫວຽດນາມ, 35 ປີແຫ່ງວັນບຸນທົ່ວປວງຊົນປ້ອງກັນຊາດ, ຕອນເຊົ້າວັນທີ 11 ທັນວາ, ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງການໄປຖະຫວາຍດອກໄມ້, ທູບທຽນອາໄລຫາພົນເອກ ຫວໍງວຽນຢາບ ແລະນັກຮົບກອງທະຫານໂຄສະນາປົດປ່ອຍຫວຽດນາມ 34 ຄົນ ຢູ່ເຂດປູສະນີຍະສະຖານແຫ່ງຊາດພິເສດປ່າເຈິ່ນຮືງດ້າວ, ຕາແສງ ຕາມກີມ, ເມືອງງວຽນບິ່ງ, ແຂວງກາວບັ່ງ. ທ່ານພົນເອກ ຟານວັນຢາງ, ກໍາມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານພິທີ.
ຍສໝ - ວັນທີ 12 ທັນວາ, ທະນາຄານຮ່ວມມືສາກົນຍີ່ປຸ່ນ (JBIC) ໄດ້ປະກາດໝາກຜົນການສຳຫຼວດຊີ້ໃຫ້ເຫັນວ່າ, ຫວຽດນາມ ພວມຢືນຢູ່ອັນດັບທີ 2 ໃນຈຳນວນສະຖານທີ່ລົງທຶນຕ່າງປະເທດທີ່ດຶງດູດໃຈ ແລະມີແງ່ຫວັງທີ່ສຸດສຳລັບບັນດາວິສາຫະກິດຂອງປະເທດນີ້.
ຍສໝ - ໂດຍໄດ້ຮັບຄຳເຊີນຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ແລະ ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງກະຊວງການຕ່າງປະເທດ ຫວຽດນາມ ແລະ ກະຊວງການຕ່າງປະເທດ ລາວ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທງເຊີນ ໄດ້ໄປຢ້ຽມຢາມ ລາວ ແລະ ເປັນປະທານຮ່ວມໃນການປຶກສາຫາລືການເມືອງ ຄັ້ງທີ 11 ຂັ້ນລັດຖະມົນຕີການຕ່າງປະເທດ ຫວຽດນາມ - ລາວ ແຕ່ວັນທີ 16-18 ທັນວາ 2024.
ຍສໝ - ໃນລະຫວ່າງວັນທີ 15-16 ທັນວາ, ຫຼາຍເຄື່ອນໄຫວທີ່ມີຄວາມໝາຍໄດ້ດຳເນີນຢູ່ ຈີນ ແລະ ລາວ ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນ ຫວຽດນາມ ແລະ 35 ປີແຫ່ງວັນບຸນປ້ອງກັນຊາດທົ່ວປວງຊົນ. ບັນດາລາຍການບໍ່ພຽງແຕ່ສະແດງໃຫ້ເຫັນນ້ຳໃຈມິດຕະພາບອັນເລິກເຊິ່ງລະຫວ່າງຫວຽດນາມ ແລະ ສອງປະເທດບ້ານໃກ້ເຮືອນຄຽງເທົ່ານັ້ນ, ຫາກຍັງສະແດງໃຫ້ເຫັນເຖິງມູນເຊື້ອອັນສະຫງ່າລາສີຂອງກອງທັບ ຫວຽດນາມ ໃນຕະຫຼອດ 80 ປີຜ່ານມາ.
ຍສໝ - ສືບຕໍ່ການໄປປະຕິບັດງານ ຢູ່ແຂວງ ບັກຢາງ, ວັນທີ 17 ທັນວາ, ຄະນະປະຕິບັດງານແຂວງ ໄຊສົມບູນ (ລາວ) ໄດ້ໄປຢ້ຽມຢາມເຂດທ່ອງທ່ຽວປູຊະນີຍະສະຖານ - ນິເວດ ໄຕອ່ຽນຕື້ (ເຊີນດົ້ງ) ແລະ ເຂດຕົ້ນໄມ້ກິນໝາກ ລຸກຫງ້ານ.
ຍສໝ - 2 ຝ່າຍເຊື່ອໝັ້ນວ່າ ການພົວພັນລະຫວ່າງ ຫວຽດນາມ - ຈີນ ບັນລຸໄດ້ບັນດາໝາກຜົນອັນຕັ້ງໜ້າ, ໂດຍສະເພາະແມ່ນ: ການພົບປະພົວພັນຂັ້ນສູງ ແລະ ທຸກຂັ້ນໄດ້ຮັບການເພີ່ມທະວີ, ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການທ່ອງທ່ຽວໄດ້ຮັບການພັດທະນາຢ່າງຕັ້ງໜ້າ...
ຍສໝ - LTS: "ເບິ່ງຄືນໄລຍະເວລາຢູ່ທີ່ນີ້, ຈາກບັນດາຄວາມຕື່ນຕາຄັ້ງທໍາອິດກ່ຽວກັບການຈະລາຈອນ, ອາຫານຕະຫຼອດເຖິງບັນດາການລົງຕົວຈິງຂອງການໄປຕາມຖະໜົນຫົນທາງ, ບັນດາຊ່ວງເວລາລຽບໆງ່າຍໆຂອງການນັ່ງຢູ່ແຄມທາງເພື່ອຊິມກາເຟ. ... ທັງຫມົດຊ່ວຍໃຫ້ຂ້າພະເຈົ້າຮູ້ສຶກ ແລະ ໄດ້ຊອກຮູ້ວັດທະນະທຳ, ປະຊາຊົນ ແລະ ວິຖີຊີວິດຂອງ ຮ່າໂນ້ຍ ຢ່າງເລິກເຊິ່ງກ່ວາອີກ”, ທ້າວ Meng Lei - ນັກສຶກສາ ຈີນ ຢູ່ທີ່ມະຫາວິທະຍາໄລ ຮ່າໂນ້ຍ ໄດ້ຂຽນບົດສົ່ງເຂົ້າຮ່ວມງານປະກວດບົດຂຽນ “ຮ່າໂນ້ຍ ໃນໃຈຂ້ອຍ” ຈັດໂດຍສະຫະພັນບັນດາອົງການມິດຕະພາບ ຮ່າໂນ້ຍ. ທີ່ພິທີມອບລາງວັນໃນເດືອນ ຕຸລາ ປີ 2024, ທ້າວ Meng Lei ໄດ້ຮັບລາງວັນທີ 1 ໃນການປະກວດດ້ວຍບົດຂຽນ “ຮ່າໂນ້ຍ ໃນໃຈຂ້ອຍ”. ເນື້ອໃນຂອງບົດຂຽນຄືດັ່ງລຸມນີ້:
ຍສໝ - ຫວ່າງແລ້ວນີ້, ຢູ່ນິວຢອກ, ອາເມລິກາ, ຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສະຫະປະຊາຊາດ (ສປຊ) ສົມທົບກັບຫ້ອງການທູດທະຫານຫວຽດນາມ ປະຈໍາ ສປຊ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 35 ປີແຫ່ງວັນບຸນປ້ອງກັນຊາດທ່ົວປວງຊົນ ພາຍໃຕ້ການເປັນປະທານຂອງທ່ານ ດັ້ງຮ່ວາງຢາງ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈໍາ ສປຊ.
ຍສໝ - ຕອນເຊົ້າວັນທີ 11 ທັນວາ, ຢູ່ຮ່າໂນ້ຍ, ໄດ້ດຳເນີນພິທີແຮກສ່ຽວລະຫວ່າງກົມການເງິນ, ກະຊວງປ້ອງກັນປະເທດຫວຽດນາມ ແລະກົມການເງິນ, ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ.
ຍສໝ - ວັນທີ 10 ທັນວາ, ໃນຂອບເຂດການຢ້ຽມຢາມຈີນ, ເປັນປະທານຮ່ວມກອງປະຊຸມ ຄັ້ງທີ 16 ຄະນະກໍາມະການຊີ້ນໍາການຮ່ວມມືສອງຝ່າຍ ຫວຽດນາມ-ຈີນ, ທ່ານ ບຸ່ຍແທັງເຊີນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ມີການພົບປະກັບທ່ານ Han Zheng ຮອງປະທານປະເທດ ສປ ຈີນ.
ຍສໝ - ການແລກປ່ຽນຂໍ້ມູນຂ່າວສານ; ການຝຶກແອບນໍາໃຊ້ທຸງນ້ອຍທີ່ຈັບດ້ວຍມື; ຝຶກແອບຄົ້ນຫາ ແລະກູ້ໄພ ແລະຂົນຂວາຍຊາວປະມົງສອງປະເທດ ປະຕິບັດກົດໝາຍ ແລະກົດລະບຽບ ເມື່ອຂຸດຄົ້ນສິນທະເລຢ່າງເຂັ້ມງວດ... ນັ້ນແມ່ນບັນດາການເຄື່ອນໄຫວຢ່າງແທດຈິງໃນຂົນຂວາຍຊາວປະມົງສອງປະເທດ ປະຕິບັດກົດໝາຍ ແລະກົດລະບຽບ ເມື່ອຂຸດຄົ້ນສິນທະເລຂອງທະຫານເຮືອ ຫວຽດນາມ-ກຳປູເຈຍ ຢ່າງເຂັ້ມງວດ.
ຍສໝ - ເຫດການນີ້ເປັນຂີດໝາຍເລີ່ມດຳເນີນບັນດາການເຄື່ອນໄຫວທີ່ມີຫຼາຍຮູບຫຼາຍແບບເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງສາຍພົວພັນທາງການທູດລະຫວ່າງສອງປະເທດ, ເຊິ່ງຈະຈັດຂຶ້ນໃນປີໜ້າ.
ຍສໝ - ວັນທີ 9 ທັນວາ, ຄະນະຊີ້ນຳແຫ່ງຊາດ 515 ໄດ້ສົມທົບກັບສະຖານທູດອາເມລິກາ ປະຈຳ ຫວຽດນາມ, ກົມພົວພັນຕ່າງປະເທດ (ກະຊວງປ້ອງກັນປະເທດຫວຽດນາມ) ແລະອົງການທີ່ກ່ຽວຂ້ອງ ໄດ້ຈັດຕັ້ງພິທີມອບ-ຮັບວັດຖຸລະນຶກໃນສະໄໝສົງຄາມຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ, ນັກຮົບເກົ່າຫວຽດນາມ ໂດຍ ອາເມລິກາ ສະໜອງໃຫ້.
ຍສໝ - ວັນທີ 10 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຫວຽດນາມ ນໍາໂດຍ ທ່ານ ຮວ່າງດ້າວເກືອງ ຮອງລັດຖະມົນຕີກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວ ໄດ້ມີການເຮັດວຽກກັບຄະນະຜູ້ແທນຫ້ອງວ່າການສູນກາງພັກປະຊາຊົນປະຕິວັດ ລາວ ນໍາໂດຍ ທ່ານ ຄໍາພາ ພິມມະສອນ ຮອງຫົວໜ້າຫ້ອງວ່າການສູນກາງພັກ.
ຍສໝ - ນັບແຕ່ປີ 2007, ງານມະໂຫລານມິດຕະພາບປະຊາຊົນ ຫວຽດນາມ - ອິນເດຍ ໄດ້ກາຍເປັນຂົວເຊື່ອມຕໍ່ທີ່ສຳຄັນ, ປະກອບສ່ວນປັບປຸງຄວາມສາມັກຄີ ແລະ ການພົວພັນຮ່ວມມືລະຫວ່າງສອງປະເທດຢ່າງໝັ້ນແກ່ນ. ໂດຍສະຫະພັນບັນດາອົງການມິດຕະພາບຫວຽດນາມ ໄດ້ສົມທົບກັບສະມາຄົມມິດຕະພາບ ຫວຽດນາມ - ອິນເດຍ ແລະ ອົງການສັນຕິພາບ ແລະ ຄວາມສາມັກຄີທົ່ວ ອິນເດຍ (AIPSO) ຈັດຕັ້ງໝູນວຽນຢູ່ ຫວຽດນາມ ແລະ ອິນເດຍ, ງານມະໂຫລານແມ່ນໂອກາດເພື່ອພົບປະແລກປ່ຽນປະຊາຊົນສອງປະເທດ ພ້ອມກັນນັ້ນ ກໍ່ເປີດໂອກາດໃຫ້ແກ່ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງໃນຫຼາຍຂົງເຂດເສດຖະກິດ, ວັດທະນະທຳ, ການສຶກສາ...
ຍສໝ - ຕອນບ່າຍວັນທີ 10 ທັນວາ, ທີ່ສໍານັກງານສູນກາງພັກ, ທ່ານ ໂຕເລິມ ເລຂາທິການໃຫຍ່ ໄດ້ຕ້ອນຮັບທ່ານ David Petraeus ໜຶ່ງໃນບັນດາຮ່ວມກໍາມະສິດກອງທຶນ Kohlberg Kravis Roberts (KKR - ອາເມລິກາ), ທັງແມ່ນປະທານສະຖາບັນທົ່ວໂລກຂອງ KKR ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ຫວຽດນາມ.
ຍສໝ - ທ່ານ ຮວ່າງບິ່ງກວນ, ອະດີດກຳມະການສູນກາງພັກ, ອະດີດຫົວໜ້າຄະນະພົວພັນການຕ່າງປະເທດສູນກາງ ໄດ້ຮັບຫຼຽນໄຊອາທິດອຸໄທ (Ordre du Soleil levant) ຈາກລັດຖະບານ ຍີ່ປຸ່ນ ຍ້ອນບັນດາການປະກອບສ່ວນໃຫ້ແກ່ຄວາມມິດຕະພາບລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ.
ປີ 2024 ຈະເປັນສັກຂີພິຍານບັນດາຜົນງານທີ່ພົ້ນເດັ່ນໃນການພົວພັນ ຫວຽດນາມ-ຝຣັ່ງ, ດ້ວຍການຢ້ຽມຢາມ ຝຣັ່ງ ຢ່າງເປັນທາງການຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ທີ່ດຳເນີນໄປໃນເດືອນຕຸລາຜ່ານມາ, ສອງປະເທດໄດ້ອອກຖະແຫຼງການຮ່ວມຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ. ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ ໄດ້ມີການໂອ້ລົມກັບທ່ານ Olivier Brochet ເອກອັກຄະລັດຖະທູດ ຝຣັ່ງ ປະຈໍາ ຫວຽດນາມ ກ່ຽວກັບຜົນງານຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ກໍ່ຄືບຸລິມະສິດແກ່ການຮ່ວມມືໃນໄລຍະຈະມາເຖິງ.
ຍສໝ - ສິລະປະຍຸດການທະຫານຫວຽດນາມ ໄດ້ຮັບການພັດທະນາຢ່າງບໍ່ຢຸດຢັ້ງ, ປະກອບສ່ວນອັນໃຫຍ່ຫຼວງເຂົ້າໃນໄຊຊະນະຂອງການປະຕິວັດ. ຄົ້ນ ຄວ້າ, ພັດທະນາສິລະປະຍຸດການທະຫານຫວຽດນາມ ແມ່ນບັນຫາຮີບດ່ວນ ແລະຈຳເປັນທັງດ້ານທິດສະດີ ແລະພຶດຕິກຳ, ຕອບສະໜອງຄວາມຮຽກຮ້ອງຂອງໜ້າທີ່ ກຽມພ້ອມສູ້ຮົບ ແລະສູ້ຮົບ ປົກປັກຮັກສາປະເທດຊາດຫວຽດນາມ ສັງຄົມນິຍົມໃນສະພາບການໃໝ່.
ຍສໝ - ປີ 2024 ຫວຽດນາມ ໄດ້ສ້າງຄວາມປະທັບໃຈໃນສາຍຕາຂອງເພື່ອນມິດສາກົນ. ເພື່ອມີຄວາມເຂົ້າໃຈຈະແຈ້ງກວ່າກ່ຽວກັບຜົນງານດັ່ງກ່າວ, ນັກຂ່າວສໍານັກຂ່າວສານຫວຽດນາມ ປະຈຳນິວເດລີ ໄດ້ມີການສຳພາດທ່ານ SD Pradhan ອະດີດຮອງທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອິນເດຍ.