ຍສໝ - ໜຶ່ງໃນບັນດາໜ້າທີ່ຈຸດສຸມຂອງປີ 2025 ໂດຍສະຫະພັນບັນດາອົງການມິຕະພາບແຂວງ (ສະຫະພັນ) ແລະ ບັນດາສະມາຄົມມິດຕະພາບທີ່ເປັນສະມາຊິກ ໄດ້ກຳນົດແມ່ນການເສີມຂະຫຍາຍບົດບາດຫຼັກແຫຼ່ງຂອງສະມາຊິກ, ພ້ອມກັນນັ້ນກໍ່ສ້າງອົງການຈັດຕັ້ງສະມາຄົມມິດຕະພາບທີ່ເຄື່ອນໄຫວຢູ່ເຂດຊຸມຊົນ.
ໃນປີ 2024, ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ ແລະສິ່ງທ້າທາຍຫຼາຍຢ່າງກໍ່ຕາມ, ແຕ່ເສດຖະກິດຫວຽດນາມ ຍັງຄົງຮັກສາລະດັບເຕີບໂຕ 7,09% ດ້ວຍບັນດາໝາກຜົນສຳຄັນທີ່ໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນ, ວິສາຫະກິດ. ເສດຖະກິດໃນປີ 2025 ຄາດວ່າຈະຟື້ນຕົວຢ່າງແຂງແຮງ, ມຸ່ງໄປເຖິງບັນລຸເປົ້າໝາຍເຕີບໂຕສູງກວ່າ 8%.
ຍສໝ - ໃນລາຍການ, ບັນດານັກສຶກສາສາກົນມາຈາກຫຼາຍປະເທດເຊັ່ນ: ເຢຍລະມັນ, ແບນຊິກ, ຍີ່ປຸ່ນ, ສ.ເກົາຫຼີ, ຈີນ ... ໄດ້ຮັບການແນະນຳບັນດາຈຸດວັດທະນະທຳທີ່ເປັນມູນເຊື້ອຂອງບຸນປີໃໝ່ປະຈຳຊາດ ຫວຽດນາມ, ໄດ້ລອງກຳລັງແຮງໃນບັນດາການລະຫຼິ້ນພື້ນເມືອງ, ຢ້ຽມຊົມບັນດາຮ້ານຂາຍເຄື່ອງຢູ່ຕະຫຼາດນັດຊົນນະບົດ, ໄດ້ຊິມລົດຊາດອາຫານບັນດາເຍື່ອງອາຫານພື້ນເມືອງໃນຍາມບຸນປີໃໝ່ ຫວຽດນາມ, ປະສານເຂົ້າກັບບັນດາຈັງຫວະເພງມ່ວນຊື່ນທີ່ເຕັມໄປດ້ວຍສີສັນລະດູບານໃໝ່.
ພ້ອມກັບແງ່ຫວັງເປັນໜ້າປະເອີບໃຈຂອງເສດຖະກິດໂລກ, ເສດຖະກິດຫວຽດນາມ ກໍ່ໄດ້ຮັບການຕີລາຄາວ່າ ສືບຕໍ່ເຕີບໂຕຢ່າງໝັ້ນຄົງໃນປີ 2025.
ຍສໝ - ສະມາຄົມຊາວຫວຽດນາມ ຢູ່ເຂດ Gwangju – Jeonnam (ສ.ເກົາຫຼີ) ຫາກໍ່ຈັດຕັ້ງພິທີເປີດຫ້ອງການໃໝ່ຢ່າງສົມກຽດ, ສົມທົບກັບລາຍການຕ້ອນຮັບປີໃໝ່ວົງຄະນະຍາດທີ່ມີຄວາມໝາຍຢູ່ສູນການຄ້າ Gwangju Outlet.
ຍສໝ - ວັນທີ 20 ມັງກອນນີ້, ສະມາຄົມມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແລະ ສະມາຄົມຊາວ ສ.ເກົາຫຼີ ຢູ່ນະຄອນ ຫ່າຍຟ່ອງ ໄດ້ຈັດງານພົບປະແລກປ່ຽນມິດຕະພາບ ຫວຽດນາມ - ສ.ເກົາຫຼີ ແລະ ເປີດຕົວສະໂມສອນວິສາຫະກິດ ຫວຽດນາມ - ສ.ເກົາຫຼີ ນະຄອນ ຫ່າຍຟ່ອງ.
ຍສໝ - ວັນທີ 13 ມັງກອນ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຈັດຕັ້ງກອງປະຊຸມຄະນະບໍລິຫານງານ ຄັ້ງທີ 2, ຊຸດທີ 5 ເພື່ອສະຫຼຸບ, ຕີລາຄາວຽກງານໃນປີ 2024 ແລະ ວາງອອກທິດທາງ, ໜ້າທີ່ໃນປີ 2025.
ຍສໝ - ຄະນະກຳມະການປະຊາຊົນແຂວງ ແທງຮວ່າ ຫາກໍ່ໄດ້ອອກມະຕິເລກທີ 98/QD-UBND ກ່ຽວກັບການມອບຮັບ ແລະ ບຳລຸງສ້າງນັກສຶກສາຕ່າງປະເທດ 58 ຄົນທີ່ມາຈາກແຂວງ ຫົວພັນ, ສປປ ລາວ ໃນສົກຮຽນ 2024-2025.
ຍສໝ - ນີ້ແມ່ນໜຶ່ງໃນບັນດາທິດທາງ, ໜ້າທີ່ປີ 2025 ຂອງສະມາຄົມມິດຕະພາບ ຫວຽດນາມ - ການາດາ (ສະມາຄົມ) ໄດ້ເປັນເອກະພາບນຳບັນດາສະມາຊິກສະມາຄົມໃນກອງປະຊຸມສະຫລຸບວຽກງານປີ 2024 ແລະ ທິດທາງວຽກງານປີ 2025 ໃນວັນທີ 16 ມັງກອນ ຢູ່ຮ່າໂນ້ຍ.
ຍສໝ - ວັນທີ 7 ມັງກອນ 2025, ຢູ່ສະຫະພັນ ລັດເຊຍ ໄດ້ດຳເນີນລາຍການສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອຂອງນັກຮຽນ, ນັກສຶກສາ ແລະ ສະມາຄົມນັກສຶກສາ ຫວຽດນາມ; ພິທີສະຫຼຸບວຽກງານຂອງສະມາຄົມນັກສຶກສາ ຫວຽດນາມ ປະຈຳ ລັດເຊຍ ໃນປີ 2024 ແລະ ຊົມເຊີຍ, ຍ້ອງຍໍນາມມະຍົດ “ນັກສຶກສາ 5 ດີ” ປີ 2024.
ຍສໝ - ລະດູການທ່ອງທ່ຽວບຸນປີໃໝ່ປະຈຳຊາດ 2025 ໄດ້ຮັບການເຕີບໂຕຢ່າງກະໂດດຂັ້ນຂອງຂະແໜງການທ່ອງທ່ຽວພາຍໃນ, ທ່ອງທ່ຽວຕ່າງປະເທດ ແລະ ນັກທ່ອງທ່ຽວສາກົນມາ ຫວຽດນາມ.
ຍສໝ - ວັນທີ 18 ມັງກອນນີ້, ສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງ ໄທງວຽນ ໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ IV, ອາຍຸການ 2024 - 2029.
ຍສໝ - ໃນຕອນເຊົ້າ ວັນທີ 19 ທັນວານີ້ 2024 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສອນໄຊ ສິພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ຫງວຽນ ຫ໋າຍ ນິງ,ລັດຖະມົນຕີກະຊວງຍຸຕິທໍາ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 18-20 ທັນວາ 2024.
ຍສໝ - ຕອນຄ່ຳວັນທີ 13 ມັງກອນ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໋ງ ພ້ອມດ້ວຍພັນລະຍາໄດ້ເປັນປະທານງານລ້ຽງຂອງລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ເພື່ອລ້ຽງຕ້ອນຮັບຄະນະການທູດເນື່ອງໃນໂອກາດປີໃໝ່ສາກົນ 2025 ແລະ ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ ປີມະເສັງ 2025.
ຍສໝ - ນັບແຕ່ວັນທີ 17-23 ມັງກອນ, ຢູ່ສູນການຄ້າ Aeon Mall ຮ່າດົງ (ຮ່າໂນ້ຍ), NHK (ຍີ່ປຸ່ນ) ຈະຈັດຕັ້ງເຫດການ “ຄົ້ນຫາ ຍີ່ປຸ່ນ” ພ້ອມກັບ NHK World-Japan ດ້ວຍບັນດາການເຄື່ອນໄຫວສີສັນພິເສດ, ແນໃສ່ຍົກສູງຄຸນນະພາບຮັບໃຊ້ຜູ້ຊົມ, ຜູ້ຟັງ ແລະ ໂຄສະນາພາບພົດປະເທດຊາດ, ວັດທະນະທໍາ ຍີ່ປຸ່ນ.
ຍສໝ - ວັນທີ 15 ມັງກອນ 1975, ສະມາຄົມມິດຕະພາບ ຫວຽດນາມ - ລາວ ໄດ້ຮັບການສ້າງຕັ້ງຂຶ້ນ, ເປັນຂີດໝາຍສຳຄັນໃນການເພີ່ມທະວີການແລກປ່ຽນ ແລະ ຄວາມເຂົ້າໃຈລະຫວ່າງປະຊາຊົນສອງປະເທດ. 50 ປີຜ່ານມາ, ສະມາຄົມໄດ້ປັບປຸງ ແລະ ພັດທະນາສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ຢ່າງບໍ່ຢຸດຢັ້ງ . ບັນດາການເຄື່ອນໄຫວທີ່ມີຄວາມຫຼາກຫຼາຍ ແລະ ປະດິດສ້າງຂອງສະມາຄົມ ໄດ້ປະກອບສ່ວນສ້າງສາຍພົວພັນມິດຕະພາບແບບພິເສດນີ້ໃຫ້ເປັນຊັບສົມບັດອັນລ້ຳຄ່າຂອງສອງຊາດ.
ຍສໝ - ທ່ານ Park Hang Seo ອະດີດຫົວໜ້າຄູຝຶກທີມບານເຕະແຫ່ງຊາດ ຫວຽດນາມ ຫາກໍ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດການພົວພັນມະຫາຊົນກິດຕິມະສັກຂອງແຂວງ Jeolla ເໜືອ (Jeonbuk) ເພື່ອຊ່ວຍຮັດແໜ້ນສາຍພົວພັນລະຫວ່າງສອງປະເທດ.
ຍສໝ - ຫວ່າງມໍ່ໆມານີ້, ປຶ້ມ "ເລື່ອງເລົ່າ ແລະ ພັນລະນາ ກວາງຊີ ກ່ຽວກັບນ້ຳໃຈມິດຕະພາບ ຈີນ - ຫວຽດນາມ" ແລະ ຮູບເງົາ "ບຽນຮ່າຍ" ໄດ້ແນະນຳຢູ່ ຈີນ.
ຍສໝ - ຄະນະຜູ້ແທນພັກ, ອຳນາດການປົກຄອງນະຄອນ ດົ່ງຊິ່ງ (ຈີນ) ແລະ ເຂດ ຟາງຈ່າງ (ຈີນ) ໄດ້ໄປຢ້ຽມຢາມ ແລະ ອວຍພອນອົງຄະນະພັກ, ລັດຖະບານ ແລະ ປະຊາຊົນນະຄອນ ມ໋ອງກ໋າຍ (ຫວຽດນາມ) ເນື່ອງໃນໂອກາດສະເຫຼີມສະຫຼອງ 95 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ ແລະ ຕ້ອນຮັບລະດູບານໃໝ່ ປີມະເສັງ 2025.
ຍສໝ - ຕອນເຊົ້າວັນທີ 14 ມັງກອນ, ຢູ່ຮ່າໂນ້ຍ, ກ່າວຄຳປາໄສທີ່ກອງປະຊຸມພົບປະສື່ມວນຊົນເນື່ອງໃນໂອກາດບຸນປີໃໝ່ປະຈຳຊາດ ປີມະເສັງ 2025, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຫວຍດນາມ ບຸຍແທງເຊີນ ໃຫ້ຮູ້ວ່າ ປີນີ້ ຫວຽດນາມ ຈະມີບັນດາການເຄື່ອນໄຫວທາງການທູດສອງຝ່າຍ, ຫຼາຍຝ່າຍທີ່ຟົດຟື້ນ, ພ້ອມກັນນັ້ນ ກໍຮັບຜິດຊອບການຈັດຕັ້ງເຫດການການທູດຫຼາຍຝ່າຍທີ່ສຳຄັນເຊັ່ນ: ເວທີປາໄສອະນາຄົດອາຊຽນ ຄັ້ງທີ 2, ກອງປະຊຸມສຸດຍອດຄູ່ຮ່ວມມືເພື່ອການເຕີບໂຕສີຂຽວ ແລະ ເປົ້າໝາຍທົ່ວໂລກ2030 (P4G), ກອງປະຊຸມສະຫະປະຊາຊາດກ່ຽວກັບການຄ້າ ແລະ ການພັດທະນາ (UNCTAD)...