ສະ​ວິດ ປ​າດ​ຖະ​ໜາ​ຢາກ​ບັນ​ລຸ​ໄດ້​ ສັນ​ຍາ​ການ​ຄ້າ​ເສ​ລີ FTA ກັບ ຫວຽດ​ນາມ

ສະ​ວິດ ປ​າດ​ຖະ​ໜາ​ຢາກ​ບັນ​ລຸ​ໄດ້​ ສັນ​ຍາ​ການ​ຄ້າ​ເສ​ລີ FTA ກັບ ຫວຽດ​ນາມ

ສະວິດ ມີຄວາມປາດຖະໜາຢາກລົງນາມໃນສັນຍາການຄ້າເລ FTA ທີ່ຄ້າຍຄືກັນສັນຍາ ລະຫວ່າງ ຫວຽດນາມ ກັບ ສະຫະພາບເອີຣົບ, ຜ່ານນັ້ນ ຈະລົບລ້າງທຸກສິ່ງກີດຂວາງໃນການຈໍລະຈອນສິນຄ້າລະຫວ່າງສອງປະເທດ. ມີຂໍ້ບຸລິມະສິດອີກອັນໜຶ່ງແມ່ນສ້າງກອບນິຕິກຳ ທີ່ອຳນວຍຄວາມສະດວກ, ປະຕິບັດສິດຊັບສິນທາງປັນຍາໃຫ້ມີປະສິດທິຜົນ.

ຫວຽດ​ນາມ - ອາ​ເມ​ລິ​ກາ​ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮ່ວມ​ມື​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ

ຫວຽດ​ນາມ - ອາ​ເມ​ລິ​ກາ​ ເຫັນ​ດີ​ເປັນ​ເອ​ກະ​ພາບ​ຮ່ວມ​ມື​ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ

ຍ​ສ​ໝ - ວັນທີ 5 ກຸມພາ 2021, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິງ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ ລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Antony Blinken.

ກະ​ຊວງ​ການ​ຕ່າງ​ປະ​ເທດ ພົບ​ປະ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເພດ​ຍິງ ແລະ ພັນ​ລະ​ຍາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ປະຈຳ ຫວຽດ​ນາມ

ກະ​ຊວງ​ການ​ຕ່າງ​ປະ​ເທດ ພົບ​ປະ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ເພດ​ຍິງ ແລະ ພັນ​ລະ​ຍາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ ປະຈຳ ຫວຽດ​ນາມ

ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດງານພົບປະສັງສັນ ກັບເອກອັກຄະລັດຖະທູດເພດຍິງ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນປະຈຳ ຮ່າໂນ້ຍ, ພັນລະຍາເອກອັກຄະລັດຖະທູດ ແລະ ພັນລະຍາການນຳກະຊວງການຕ່າງປະເທດ ເນື່ອງໃນໂອກາດ ວັນແມ່ຍິງສາກົນ ວັນທີ 8 ມີນາ.

ຫວຽດ​ນາມ ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກຸ່ມ​ບັນ​ດາ​ປະ​ເທດ​ອາ​ຊີ - ປາ​ຊີ​ຟ​ິກ​ຢູ່​ແອັດ​ສະ​ປາຍ

ຫວຽດ​ນາມ ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ກຸ່ມ​ບັນ​ດາ​ປະ​ເທດ​ອາ​ຊີ - ປາ​ຊີ​ຟ​ິກ​ຢູ່​ແອັດ​ສະ​ປາຍ

ຍ​ສ​ໝ - ທ່ານ​ ຮ່​ວາງ​ຊ​ວັນ​ຫ໋າຍ ກໍ່​ເນັ້ນ​ໜັກ​ເຖິງ​ການ​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດນາມ - ແອັດ​ສະ​ປາຍ ໃນ​ຊຸມ​ປີ​ຜ່ານ​ມາ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ ແອັດ​ສະ​ປາຍ ແລະ ບັນ​ດາ​ປະ​ເທດ​ອາ​ຊີ - ປາ​ຊີ​ຟິກ, ໃນ​ນັ້ນ ຫວ​ຽດ​ນາມ ຈະ​ກັບ​ຄື​ນ​ທ່າ​ພັດ​ທະ​ນາ ແລະ ເປີດ​ກ້​ວາງ​ກ່​ວາ​ອີກ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຊຸກຍູ້ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ປະ​ຊາ​ຊາດ

ຊຸກຍູ້ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ປະ​ຊາ​ຊາດ

ຍສໝ - ແຕ່ວັນທີ 14 – 18 ກໍລະກົດ, ຄະນະປະຕິບັດງານຂອງ ກະຊວງການຕ່າງປະເທດ ຫວຽດນາມໂດຍທ່ານ ເລແອັງຕວນ ຮອງລັດຖະມົນຕີ ເປັນຫົວຫນ້າຄະນະໄດ້ຜັນຂະຫຍາຍຫລາຍການເຄື່ອນໄຫວຮ່ວມມືກັບບັນດາອົງການຂອງສປຊ ຢູ່ ວຽນນາ ປະເທດ ໂອຕະລິດ ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງທີ 58 ຂອງ ຄະນະກຳມະການກົດໝາຍການຄ້າສາກົນ ສປຊ.

​ແບ່ງ​ປັນ​ບົດ​ຮຽນ, ປະ​ສົບ​ການ​ໃນ​ການ​ສ້າງ​ລະ​ບົບ​ຈັດ​ລຳ​ດັບ​ຄຸນ​ນະ​ພາບ​ຕີ​ລາ​ຄາ​ຜົນ​ກະ​ທົບ​ຂອ​ງ​ນະ​ໂຍ​ບາຍລ​ະ​ຫວ່າງຫວຽດ​ນາມ ແລະ ອັງ​ກິດ

​ແບ່ງ​ປັນ​ບົດ​ຮຽນ, ປະ​ສົບ​ການ​ໃນ​ການ​ສ້າງ​ລະ​ບົບ​ຈັດ​ລຳ​ດັບ​ຄຸນ​ນະ​ພາບ​ຕີ​ລາ​ຄາ​ຜົນ​ກະ​ທົບ​ຂອ​ງ​ນະ​ໂຍ​ບາຍລ​ະ​ຫວ່າງຫວຽດ​ນາມ ແລະ ອັງ​ກິດ

ຍ​ສ​ໝ - ການຕີ​ລາ​ຄາ​ຜົນ​ກະ​ທົບ​ຂອງ​ນະ​ໂຍ​ບາຍ​ມີ​ຄວາມ​ໝາຍ​ສຳ​ຄັນ, ຊ່ວຍ​ໃຫ້​ບັນ​ດາ​ອົງ​ການ​ທີ່​ມີ​ອຳ​ນາດ​ເລືອກ​ເອົາ​ໄດ້​ບັນ​ດາ​ນະ​ໂຍ​ບາຍ​ທີ່​ດີ​ທີ່​ສຸດ, ເໝາ​ະ​ສົບ​ກັບ​ພຶດ​ຕິ​ກຳ​ຕົວ​ຈິງ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ ຢ່າງ​ຈົບ​ງາມ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອງ​ດິ່ງ​ເຫວະ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ ຢ່າງ​ຈົບ​ງາມ

ຫວ່າງແລ້ວນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມາຮອດຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງທາງການ ແລະ ຈົບງາມ. ການຢ້ຽມຢາມໄດ້ປະຕິບັດຕາມຄຳເຊື້ອເຊີນຂອງທ່ານປະທານສະພາຕ່ຳ ອົດສະຕາລີ Milton Dick, ທ່ານປະທານສະພາສູງ ອົດສະຕາລີ Sue Lines ແລະ ທ່ານປະທານສະພາແຫ່ງຊາດ ນິວຊີແລນ Adrian Rurawhe ນັບແຕ່ວັນທີ 30 ພະຈິກ ຫາວັນທີ 6 ທັນວາ 2022.

ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ

ຫວຽດນາມ ເຂົ້າຮ່ວມກອງປະຊຸມຂອງສະພາຄວາມໝັ້ນຄົງ ສປຊ

ຍ​ສ​ໝ - ທ່ານເລຮ່ວາຍຈຸງ ຢັ້ງຢືນວ່າ ຫວຽດນາມເຂົ້າໃຈຄວາມສ່ຽງຢ່າງເລິກເຊິ່ງຕໍ່ສັນຕິພາບໂລກ, ສິ່ງທ້າທາຍໃໝ່ເປັນຕົ້ນແມ່ນ ການປ່ຽນແປງຂອງດິນຟ້າອາກາດ, ໂລກລະບາດ ຫຼື ວິກິດການໃນພາກພື້ນ ແລະ ສາກົນ.

ບັນ​ດາ​ຖ້ຽວ​ຂົນ​ສົ່ງ​ເຄື່ອງ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ສາ​ມັກ​ຄີ, ການ​ແບ່ງ​ປັນ​ໃນ​ເຫດ​ໄພ​ພິ​ບັດ

ບັນ​ດາ​ຖ້ຽວ​ຂົນ​ສົ່ງ​ເຄື່ອງ​ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ສາ​ມັກ​ຄີ, ການ​ແບ່ງ​ປັນ​ໃນ​ເຫດ​ໄພ​ພິ​ບັດ

​ຍ​ສ​ໝ - ເຫດ​ໄພ​ພິ​ບັດ ທີ່​ໂຫດ​ຮ້າຍ​ຢູ່ ຕວັກ​ກີ ແລະ ຊີ​ຣີ ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ນັບ​ໝຶ່ນ​ຄົນ ແລະ ຜູ້​ຕົກ​ເຂົ້າ​ສູ່​ສະ​ພາບ​ການ​ບໍ່​ມີ​ບ່ອນ​ພັກ​ພາ​ອາ​ໄສ​ນັບ​ແສນ​ຄົນ. ດ້ວຍ​ຈິດ​ໃຈ “ຮັກ​ແພງ​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ”. ຫວຽດ​ນາມ ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຄົມ​ສາ​ກົນ​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ທີ່​ຈຳ​ເປັນ​ເພື່ອ​ຊ່ວຍ​ເຫຼືອ​ປະ​ຊາ​ຊົນ​ຕວັກ​ກີ ຜ່ານ​ຜ່າ​ໄລ​ຍະ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຄື​ໃນ​ປັດ​ຈຸ​ບັນ.

ນັກ​ຊ່ຽວ​ຊານ​ເຢ​ຍະ​ລ​ະ​ມັນ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ ກ່ຽວກັບສະ​ພາບ​ການ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ​ປີ 2021

ນັກ​ຊ່ຽວ​ຊານ​ເຢ​ຍະ​ລ​ະ​ມັນ ຕີ​ລາ​ຄາ​ຢ່າງ​ຕັ້ງ​ໜ້າ ກ່ຽວກັບສະ​ພາບ​ການ​ເສດ​ຖະ​ກິດ​ຂອງ ຫວຽດ​ນາມ ໃນ​ປີ 2021

ນັກຂ່າວສຳນັກຂ່າວສານ ຫວຽດນາມ ປະຈຳ ເຢຍລະມັນ ໄດ້ສຳພາດທ່ານ Daniel Müller ນັກຊ່ຽວຊານດ້ານເສດຖະກິດ ຮັບຜິດຊອບ ອາຊຽນ ຂອງ ສະຫະພັນ ວິສາຫະກິດ ເຢຍລະມັນ ປະຈຳ ອາຊີ-ປາຊີຟິກ ກ່ຽວກັບສະພາບການເສດຖະກິດຂອງ ຫວຽດນາມ ໃນ 6 ເດືອນຕົ້ນປີ 2021.

ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ: ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ: ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ກົນ​ໄກ​ຮ່ວມ​ມື​ໃນຫຼາຍ​ຂົງ​ເຂດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຍ​ສ​ໝ - ຫວ່າງ​ແລ້ວ​ນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ, ທ່ານເລ​ຂາ​ທິ​ການໃຫຍ່, ນາ​ຍົກ​ລັດ​ຖະ​ມົນ​ຕີລາວ ທອງ​ລຸນ ​ສີ​ສຸ​ລິດ ແລະ ທ່ານ ປະ​ທານ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ, ນາ​ຍົກ​ລັດ​ຖະ​ມົນ​ຕີ Samdech Techo Hun Sen ໄດ້​ດຳ​ເນີນກອງ​ປະ​ຊຸມ​ສຳ​ມະ​ນາ​ທາງ​ອອນ​ລາຍ​ເພື່ອ​ແລ​ກ​ປ່ຽນ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ​ກໍ່​ຄື​ການ​ຮ່ວມ​ມື 3 ຝ່າຍ.

ແມ່​ຍິງ​ຫວຽດ​ນາມ - ລາວ ຈັດ​ຕັ້ງການເຄື່ອນໄຫວແບບອາສາສະໝັກໃຈ​ ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນ​ທີ 8 ມີນາ

ແມ່​ຍິງ​ຫວຽດ​ນາມ - ລາວ ຈັດ​ຕັ້ງການເຄື່ອນໄຫວແບບອາສາສະໝັກໃຈ​ ເພື່ອ​ສະ​ເຫຼີມ​ສະ​ຫຼອງ​ວັນ​ທີ 8 ມີນາ

ຍສໝ - ວັນທີ 5 ມີນາ 2025, ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈຳ ຫຼວງພະບາງ ໄດ້ສົມທົບກັບສະຫະພັນແມ່ຍິງແຂວງຫຼວງພະບາງ, ສະມາຄົມຊາວຫວຽດນາມ ແຂວງຫຼວງພະບາງ ແລະ ສະມາຄົມວິສາຫະກິດຫວຽດນາມ ຢູ່ພາກເໜືອຂອງລາວ ເພື່ອຈັດຕັ້ງພິທີມິດຕິງ ແລະ ການເຄື່ອນໄຫວອາສາສະໝັກຢູ່ວັດ ພະໂອ, ແຂວງຫຼວງພະບາງ ເນື່ອງໃນໂອກາດສະເຫຼີມສະຫຼອງ 115 ປີແຫ່ງວັນແມ່ຍິງສາກົນ 8 ມີນາ (8 ມີນາ 1910 - 8 ມີນາ 2025).

ທະ​ເລ​ຕາ​ເວັນ​ອອກ: ການ​ເຈ​ລະ​ຈາ ແລະ ບັນ​ດາ​ການ​ກະ​ທຳ​​ຂູ່ເຂັນແບບ​ໃໝ່

ທະ​ເລ​ຕາ​ເວັນ​ອອກ: ການ​ເຈ​ລະ​ຈາ ແລະ ບັນ​ດາ​ການ​ກະ​ທຳ​​ຂູ່ເຂັນແບບ​ໃໝ່

ຍ​ສ​ໝ - ​ສະ​ຖາ​ບັນ ອາ​ຊີ - ອາບ​ຟ​ຼິກ​ກາ ຂອງມະ​ຫາວ​ິ​ທະ​ຍາ​ໄລ Hamburg (ປະ​ເທດເຢຍ​ລະ​ມັນ) ຈະ​ຈັດ​ກອງ​ປ​ະ​ຊຸມ​ສາ​ກົນ​ທາງ​ອອນ​ລາຍກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ ໃນ​ວັນ​ທີ 9 ກໍ​ລະ​ກົດ ດ້ວຍ​ຫົວ​ຂໍ້ “5 ປີ​ພາຍຫຼັງ​ຄຳ​ຕັດ​ສິນ​ຂອງ​ສານ​ກຳ​ມະ​ການ​ປະ​ຈຳ PCA ກ່ຽວ​ກັບ​ທະ​ເລ​ຕ​າ​ເວັນ​ອອກ​ ​ວັນ​ທີ 12 ກໍ​ລະ​ກົດ 2016: ການ​ເຈ​ລະ​ຈາ ແລະ ບັນ​ດາ​ການ​ກະ​ທຳ​​ຂູ່​ເຂັນແບບໃໝ່”.

ຜູ້​ວ່າ​ການ St. Petersburg ສະ​ເໜີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

ຜູ້​ວ່າ​ການ St. Petersburg ສະ​ເໜີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

ຍສ​ໝ - ຜູ້​ວ່າ​ການ St. Petersburg Beglov ໃຫ້​ຮູ້​ວ່າ ອຳ​ນາດ​ການ​ປົກ​ຄອງ​ນະ​ຄອນ ຖື​ການ​ພົວພັນກັບ ຫວຽດ​ນາມ ເປັນ​ສຳ​ຄັນ ແລະ ມີ​ຄວາມ​ຫວັງ​ຢາກ​ສືບ​ຕໍ່​ຍູ້​ແຮງ​ການ​ຮ່ວມ​ມື​ກັບ ຫວຽດ​ນາມ

ມອບຫຼຽນ​ໄຊ, ຫຼຽນ​ກາໃຫ້​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​ສະ​ຫະ​ພັນ​ແມ່​ຍິງ​ລາວ

ມອບຫຼຽນ​ໄຊ, ຫຼຽນ​ກາໃຫ້​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​ສະ​ຫະ​ພັນ​ແມ່​ຍິງ​ລາວ

ຕອນບ່າຍວັນທີ 2 ກໍລະກົດ, ຢູ່ນະຄອນດ່ານັ້ງ, ສະຫະພັນແມ່ຍິງ ຫວຽດນາມ ໄດ້ຈັດພິທີ ສະເຫຼີມສະຫຼອງ ປີສາມັກຄີມິດຕະພາບ ຫວຽດນາມ - ລາວ ປີ 2022 ແລະ ມອບຫຼຽນໄຊ, ຫຼຽນກາແຫ່ງລັດ ຫວຽດນາມ ໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນຂອງສະຫະພັນແມ່ຍິງລາວ.

ສະພາຄວາມໝັ້ນຄົງ ປສຊ ໄດ້ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການອາບການິດສະຖານ

ສະພາຄວາມໝັ້ນຄົງ ປສຊ ໄດ້ຈັດກອງປະຊຸມທາງອອນລາຍເພື່ອປຶກສາຫາລືກ່ຽວກັບສະພາບການອາບການິດສະຖານ

ຍ​ສ​ໝ - ທ່ານ​ນາງ Deborah Lyons ທູດ​ພິ​ເສດ​ຂອງ​ທ່ານ ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ກ່ຽວ​ກັບ​ອາບ​ກາ​ນິດ​ສະ​ຖານ ທັງ​ເປັນ​ຜູ້​ນຳ​ໜ້າ UNAMA ໃຫ້​ຮູ້​ວ່າ ວິ​ວັດ​ທະ​ນາ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ລະ​ຫວ່າງ ລັດ​ຖະ​ບານ ອາບ​ກາ​ນິດ​ສະ​ຖານ ແລະ ກຳ​ລັງ​ຕາ​ລີ​ບານ ບັນ​ລຸ​ໄດ້​ບາງ​ຄວາມ​ຄືບ​ໜ້າ, ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ​ເລື່ອງ​ສອງ​ປະ​ເທດ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ຂໍ້​ກຳ​ນົດ ແລະ ລະ​ບຽບ​ການ​ເຈ​ລະ​ຈາ​ໃນ​ວັນ​ທີ 2 ທັ​ນ​ວາ 2020.

ຫວຽດນາມສືບຕໍ່ສະແດງບົດບາດຄວບຄູ່ຢູ່​ ສ​ປ​ຊ

ຫວຽດນາມສືບຕໍ່ສະແດງບົດບາດຄວບຄູ່ຢູ່​ ສ​ປ​ຊ

ຍ​ສ​ໝ - ຫວຽດນາມຕັ້ງໜ້າປະສານສົມທົບຫຼັກໝັ້ນຂອງຕົນກັບອິນໂດເນເຊຍ ເພື່ອອອກຖະແຫຼງການຮ່ວມ ຢູ່ສະພາຄວາມໝັ້ນຄົງກ່ຽວກັບສະພາບການຢູ່ໂຊມາເລຍ, ລີບີ. ແລະ ພາກພື້ນ Sahel (ອາຟຣິກາເໜືອ) ໃນເດືອນພະຈິກປີ 2020.

ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິນເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ

ທ່ານຮອງນາຍົກລັດຖະມົນຕີຟ້າມບິ່ງມິນເຂົ້າຮ່ວມວາລະປຶກສາຫາລືຂັ້ນສູງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ຢືນຢັນວ່າການຮ່ວມມືລະຫວ່າງສະຫະປະຊາຊາດ ແລະ ສະຫະພັນອາຟຼິກາແມ່ນກອບສຳຄັນສຳລັບການປະຕິບັດບັນດາຂໍ້ລິເລີ່ມດ້ານຄວາມໝັ້ນຄົງ ແລະສັນຕິພາບໃນພາກພື້ນ, ໂດຍຜ່ານການນຳໃຊ້ການສະໜັບສະໜູນ ແລະ ຊິ​ຊາ​ການຂອງສາກົນ.

ຮ່າ​ໂນ້ຍ ຈັດ​ຕັ້ງ​ລາຍ​ການ “ຮ່ວມ​ແຮງ​ຮ່ວມ​ໃຈ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ”

ຮ່າ​ໂນ້ຍ ຈັດ​ຕັ້ງ​ລາຍ​ການ “ຮ່ວມ​ແຮງ​ຮ່ວມ​ໃຈ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ຖອຍ​ໄປ”

ໂດຍຕອບສະໜອງຕາມຄຳຮຽກຮ້ອງ “ທົ່ວປວງຊົນສາມັກຄີກັນ, ພະຍາຍາມປ້ອງກັນ, ຕ້ານໂລກລະບາດໂຄວິດ - 19” ຂອງທ່ານປະທານປະເທດ ແລະ ຄະນະປະທານ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ຕອນຄ່ຳວັນທີ 19 ມິຖຸນາ, ຢູ່ ຫໍວັດທະນະທຳ ແຮງງານມິດຕະພາບ ຫວຽດນາມ - ລັດເຊຍ, ນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງລາຍການ “ຮ່າໂນ້ຍ ຮ່ວມແຮງຮ່ວມໃຈຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ.”

ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຕັ້ງ​ຄວາມ​ຫວັງຕໍ່​ກົງ​ຈັກ​ບຸກ​ຄະ​ລາ​ກອນ​ຂອງ​ອາ​ຍຸ​ການ​ໃໝ່

ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຕັ້ງ​ຄວາມ​ຫວັງຕໍ່​ກົງ​ຈັກ​ບຸກ​ຄະ​ລາ​ກອນ​ຂອງ​ອາ​ຍຸ​ການ​ໃໝ່

ສະພາແຫ່ງຊາດຊຸດທີ XV ໄດ້ສຸມໃສ່ການບູລະນະບຸກຄະລາກອນການນຳຫຼັກແຫຼ່ງເພື່ອໃຫ້ກົງຈັກລັດ ມີຄວາມໝັ້ນຄົງເຂັ້ມແຂງຢ່າງແທ້ຈິງ, ມີວິໄສທັດຍຸດທະສາດ, ຂ້ຽວຂາດ, ມີຫົວຄິດປະດິດສ້າງ, ນຳພາປະເທດຜ່ານຜ່າຄວາມຫຍຸ້ງຍາກເທື່ອລະກ້າວ ແລະ ມີການພັດທະນາບຸກທະລຸໃນໄລຍະ 2021 – 2026.