ໃນວັນທີ 8 ພະຈິກ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ທ່ານ ເມຣຸດ ຄາວູໂຊລູ (Mevlut Cavusoglu) ລັດຖະມົນຕີ ຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກທີ່ ສປປ ລາວ ໃນລະຫວ່າງວັນທີ 7-8 ພະຈິກ 2018.
ຍສໝ - ວັນທີ 25 ຕຸລາ, ຄະນະປະຕິບັດງານຂອງ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງຫົວພັນ ໄດ້ມາຢ້ຽມຢາມ, ເຮັດວຽກ, ແລກປ່ຽນ ແລະ ແບ່ງປັນບົດຮຽນປະສົບການ ກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງແທັງຫວ໋າ.
ຍສໝ - ຕອນຄ່ຳວັນທີ 29 ກັນຍາ, ແຂວງ ອຽນບ໋າຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມື, ມິດຕະພາບ ລະຫວ່າງ ແຂວງອຽນບ໋າຍ (ຫວຽດນາມ) ແລະ ແຂວງ ວຽງຈັນ (2008-2018).
ທ່ານ Kim Jong – un ໄດ້ສະແດງຄວາມຂອບອົກຂອບໃຈ, ພ້ອມທັງຖະແຫຼງກຽມພ້ອມການພັດທະນາການພົວພັນ 2 ຝ່າຍຫຼາຍກ່ວາອີກ.
ຕອນເຊົ້າວັນທີ 10 ກັນຍາ, ຢູ່ນະຄອນຫຼວງບູດາແປສແຫ່ງຮຸງກາຣີ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ຮຸງກາຣີ ວິກໂຕ ໂອບານ
ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງທ່ານປະທານາທິບໍດີສະຫະພັນລັດເຊຍ Vladimir Putin, ທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຈະໄປຢ້ຽມຢາມ ລັດເຊຍ ຢ່າງເປັນທາງການ ໃນລະຫວ່າງວັນທີ 5 – 8 ກັນຍາ 2018.
ພວກຂ້າພະເຈົ້າເຄົາລົບບັນດາຄວາມມານະພະຍາຍາມຂອງທ່ານສະມາຊິກສະພາສູງ John McCain ໃນການສ້າງຕັ້ງ ແລະ ພັດທະນາການພົວພັນ ຫວຽດນາມ - ອາເມລິກາ ໃນບັນດາທົດສະວັດຜ່ານມາ.
ສະມາຊິກສະພາສູງ ອາເມລິກາ John McCain ໄດ້ເຖິງແກ່ມໍລະນະກຳໃນເວລາ 16 ໂມງ 28 ນາທີ ຂອງວັນທີ 25 ສິງຫາ ( 3 ໂມງເຊົ້າວັນທີ 26 ສິງຫາຕາມເວລາຮ່າໂນ້ຍ).
ແຂວງຮ່າຕິ້ງ ມີເສັ້ນຊາຍແດນຍາວ 145 ກິໂລແມັດ ຕິດກັບແຂວງຄໍາມ່ວນ, ບໍລິຄໍາໄຊ (ປະເທດລາວ). ໃນຫຼາຍປີຜ່ານມາ, ອໍານາດການປົກຄອງ, ປະຊາຊົນ ແລະທະຫານຊາຍແດນແຂວງຮ່າຕິ້ງ ໄດ້ປະຕິບັດວຽກງານພົວພັນຕ່າງປະເທດຢູ່ເຂດຊາຍແດນ, ການພົວພັນຕ່າງປະເທດປະຊາຊົນເປັນຢ່າງດີ, ປະກອບສ່ວນຮັດແໜ້ນນໍ້າໃຈສາມັກຄີຢ່າງສະໜິດຕິດແໜ້ນກັບອໍານາດການປົກຄອງ, ປະຊາຊົນ ແລະກໍາລັງທີ່ກ່ຽວຂ້ອງຂອງປະເທດເພື່ອນມິດລາວ, ຊ່ວຍເຫຼືອກັນພັດທະນາເສດຖະກິດ-ສັງຄົມ, ຕໍ່ສູ້ຕ້ານອາດຊະຍາກໍາປະເພດຕ່າງໆຢ່າງມີປະສິດທິຜົນ, ປົກປັກຮັກສາອະທິປະໄຕ, ຄວາມໝັ້ນຄົງຢູ່ເຂດຊາຍແດນຂອງແຕ່ລະປະເທດ.
ຍສໝ - ວັນທີ 13 ສິງຫາ, ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງກອງປະຊຸມການທູດຄັ້ງທີ 30 ດ້ວຍຫົວຂໍ້ວ່າ “ການທູດຫວຽດນາມ: ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ, ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກຢ່າງມີໄຊ”. ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເຂົ້າຮ່ວມ ແລະຊີ້ນໍາກອງປະຊຸມ.
ວັນທີ 01 ສິງຫາ 1973, ຫວຽດນາມ ແລະ ສິງກະໂປ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ. ຜ່ານ 45 ປີຜ່ານມາ, ການພົວພັນລະຫວ່າງ 2 ປະເທດໄດ້ຮັບການປັບປຸງ ແລະ ເພີ່ມພູນຄຸນສ້າງຈາກການນຳ 2 ປະເທດຢ່າງບໍ່ຢຸດຢັ້ງ. ພິທີສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແມ່ນໂອກາດເພື່ອໃຫ້ການນຳ ແລະ ປະຊາຊົນ 2 ປະເທດພ້ອມກັນຫວນຄືນ ແລະ ມຸ່ງໄປເຖິງອະນາຄົດ, ຊຸກຍູ້ການພົວພັນໃຫ້ຂຶ້ນສູ່ລະດັບສູງໃໝ່.
ຍສໝ - ຕອນເຊົ້າມື້ວັນທີ 17 ກໍລະກົດ ຢູ່ທີ່ ສຳນັກງານສະພາແຫ່ງຊາດ , ກຳມະການກົມການເມືອງ ຮອງສະພາປະຈຳສະພາແຫ່ງຊາດ ຕ່ອງທິຟ໋ອງ ໄດ້ພົບປະກັບ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດລາວ ພົນໂທ ແສງນວນ ໄຊຍະລາດ.
ໂດຍປະຕິບັດຕາມບົດບັນທຶກການຮ່ວມມື ສອງກະຊວງພາຍໃນໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ຄະນະນໍາ ແລະ ວິຊາການໄດ້ແລກປ່ຽນ ບົດຮຽນຮ່ວມກັນເປັນປົກກະຕິ ສອງຝ່າຍໄດ້ເພີ່ມທະວີ ການພົບປະແລກປ່ຽນບົດຮຽນ ປະສົບການ ແລະ ເປີດກວ້າງການຮ່ວມມືຊ່ວຍເຫລືເຊິ່ງກັນ ແລະ ກັນໃຫ້ແທດເໝາະກັບສະພາບຕົວຈິງ.
ໃນລະຫວ່າງວັນທີ 11 – 12 ມິຖຸນາ 2018 ຢູ່ໂຕກຽວ, ປະເທດຍີ່ປຸ່ນ ໄດ້ດໍາເນີນກອງປະຊຸມສາກົນ ກ່ຽວກັບອະນາຄົດຂອງອາຊີຄັ້ງທີ 24. ເຂົ້າຮ່ວມກອງປະຊຸມມີການນຳຂັ້ນສູງ, ຜູ້ຕາງໜ້າບັນດາກະຊວງ, ຂະແໜງການຂອງບັນດາປະເທດ ແລະ ຜູ້ແທນຈາກບັນດາອົງການຈັດຕັ້ງຢູ່ພາກພື້ນ ແລະ ສາກົນ, ວົງການນັກຮຽນຮູ້, ວິສາຫະກິດຍີ່ປຸ່ນ ແລະ ສາກົນ ຈຳນວນ 500 ທ່ານ.
ຕອນເຊົ້າມື້ວານນີ້, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານນາງ Julie Bishop ລັດຖະມົນຕີກະຊວງການຕ່າງປະເທດແຫ່ງອົດສະຕາລີ ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.
ຫວຽດນາມຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ, ຍາມໃດກໍຖືອາເມລິກາແມ່ນຄູ່ຮ່ວມມືສຳຄັນໃນນະໂຍບາຍການຕ່າງປະເທດຂອງຕົນ.
ຍສໝ - ທ່ານ ຮອງນາຍົກລັດຖະມົນຕີ ເວືອງດິ່ງເຮວະ ໄດ້ຕ້ອນຮັບ ທ່ານ ເຈບຟລີ້ ເກີຣິດສ (Jeffrey Gerrish) ຮອງຜູ່ຕາງໜ້າການຄ້າຂອງສະຫາລັດອາເມລິກາ,ໃນຕອນບ່າຍ ວັນທີ 21 ພຶດສະພາ.
ວກ.ອອນໄລ - ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສົມເດັດເຕໂຈ ຮຸນເຊນ ນາຍົກລັດຖະມົນຕີແຫ່ງ ລາຊະອານາຈັກກຳປູເຈຍ, ທ່ານຫງວຽນຊວັນຝຸກ ນາຍົກລັດຖະມົນຕີແຫ່ງ ສສ ຫວຽດນາມ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງຂອງລັດຖະບານແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ລາຊະອານາຈັກກຳປູເຈຍ ຢ່າງເປັນທາງການ, ແຕ່ວັນທີ 24-25 ເມສາ 2017.