ສະມາຊິກສະພາສູງ John McCain - ຜູ້ມີການປະກອບສ່ວນອັນໃຫຍ່ຫຼວງໃນການສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ອາເມລິກາ

08:17 | 28/08/2018

ພວກຂ້າພະເຈົ້າເຄົາລົບບັນດາຄວາມມານະພະຍາຍາມຂອງທ່ານສະມາຊິກສະພາສູງ John McCain ໃນການສ້າງຕັ້ງ ແລະ ພັດທະນາການພົວພັນ ຫວຽດນາມ - ອາເມລິກາ ໃນບັນດາທົດສະວັດຜ່ານມາ.

ສະມາຊິກສະພາສູງ John McCain - ຜູ້ມີການປະກອບສ່ວນອັນໃຫຍ່ຫຼວງໃນການສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ-ອາເມລິກາ

ປ້າຍຊິລາຈາລຶກ ຢູ່ ໜອງ ຈຸກແບັກ ຮ່າໂນ້ຍ.

ວັນທີ 27 ສິງຫາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບເລື່ອງທ່ານສະມາຊິກສະພາສູງ ອາເມລິກາ John McCain ເສຍຊີວິດ, ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ ໃຫ້ຮູ້ວ່າ: ພວກຂ້າພະເຈົ້າຂໍຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄອບຄົວທ່ານສະມາຊິກສະພາສູງ ອາເມລິກາ John McCain ແລະ ສະພາແຫ່ງຊາດ ອາເມລິກາ. ທ່ານສະມາຊິກສະພາສູງ John McCain ແມ່ນຜູ້ຕາງໜ້າທີ່ດີເດັ່ນໃນລຸ້ນສະມາຊິກສະພາແຫ່ງຊາດ - ທະຫານຜ່ານເສິກ ອາເມລິກາ ໃນສົງຄາມຢູ່ ຫວຽດນາມ, ແມ່ນຜູ້ນຳໜ້າ ແລະ ມີການປະກອບສ່ວນອັນໃຫຍ່ຫຼວງໃນການຮຳບາດແຜສົງຄາມ, ສ້າງການພົວພັນເປັນປົກກະຕິ ແລະ ສ້າງຕັ້ງການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ ແລະ ອາເມລິກາ. ພວກຂ້າພະເຈົ້າເຄົາລົບບັນດາຄວາມມານະພະຍາຍາມຂອງທ່ານສະມາຊິກສະພາສູງ John McCain ໃນການສ້າງຕັ້ງ ແລະ ພັດທະນາການພົວພັນ ຫວຽດນາມ - ອາເມລິກາ ໃນບັນດາທົດສະວັດຜ່ານມາ.

ກໍ່ກ່ຽວຂ້ອງເຖິງເຫດການດັ່ງກ່າວ, ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຝາກໂທລະເລກແບ່ງເບົາຄວາມເສົ້າສະຫຼົດໃຈເຖິງຄອບຄົວທ່ານ ສະມາຊິກສະພາສູງ John McCain ແລະ ການນຳສະພາສູງ ອາເມລິກາ.

ແລະ ກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ຝາກໂທລະເລກ ແບ່ງເບົາຄວາມເສົ້າສະຫຼົດໃຈ ເຖິງຄອບຄົວທ່ານ ສະມາຊິກສະພາສູງ John McCain ແລະ ຈົດບັນທຶກໃສ່ປື້ມໄວ້ອາໄລທ່ານສະມາຊິກສະພາສູງ John McCain ຢູ່ສະຖານທູດ ອາເມລິກາ ປະຈຳ ຮ່າໂນ້ຍ.

(ແຫຼ່ງ​ຂໍ້​ມູນ​: vov5)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.