ຫວຽດນາມ ແລະ ຮຸງກາຣີ ນຳການພົວພັນຂຶ້ນເປັນ“ຄູ່ຮ່ວມມືຮອບດ້ານ”

19:37 | 10/09/2018

ຕອນເຊົ້າວັນທີ 10 ກັນຍາ, ຢູ່ນະຄອນຫຼວງບູດາແປສແຫ່ງຮຸງກາຣີ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ໄດ້ມີການເຈລະຈາກັບທ່ານນາຍົກລັດຖະມົນຕີ ຮຸງກາຣີ ວິກໂຕ ໂອບານ

ຫວຽດນາມ ແລະ ຮຸງກາຣີ ນຳການພົວພັນຂຶ້ນເປັນ“ຄູ່ຮ່ວມມືຮອບດ້ານ”

ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຮຸງກາຣີ ວິກໂຕ ໂອບານẢnh minh họa

ທ່ີການເຈລະຈາ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ຢືນຢັນວ່າ ຫວຽດນາມຍາມໃດກໍຖືເປັນສຳຄັນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບຮຸງກາຣີ; ຖືຮຸງກາຣີເປັນຄູ່ຮ່ວມມືທີ່ສຳຄັນແຖວໜ້າຢູ່ພາກພື້ນເອີລົບຕາເວັນອອກກາງ.

ທ່ານນາຍົກລັດຖະມົນຕີ ຮຸງກາຣີ ວິກໂຕ ໂອບານ ຢືນຢັນວ່າ ການຢ້ຽມຢາມຂອງ ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງແມ່ນເຫດການທີ່ສຳຄັນ, ເປັນຂີດໝາຍໃໝ່ໃນການພົວພັນລະຫວ່າງລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ຮຸງກາຣີ ວິກໂຕ ໂອບານ ເຊື່ອໝັ້ນວ່າ ການຢ້ຽມຢາມຄັ້ງນີ້ຈະສ້າງພະລັງແຮງໃໝ່ເພື່ອຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືຮອບດ້ານກັບຮຸງກາຣີໃຫ້ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ.

ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຮຸງກາຣີ ວິກໂຕ ໂອບານ ໄດ້ເຫັນດີນຳກັນນຳການພົວພັນລະຫວ່າງ 2 ປະເທດຂຶ້ນເປັນ “ຄູ່ຮ່ວມມືຮອບດ້ານ”, ຕາມນັ້ນແລ້ວ 2 ຝ່າຍດຳເນີນການພົບປະແລກປ່ຽນຢ່າງເປັນປະຈຳລະຫວ່າງການນຳຂັ້ນສູງຂອງ 2 ປະເທດ; ເພີ່ມທະວີການປຶກສາຫາລືດ້ານການເມືອງ, ສົນທະນາຍຸດທະສາດໃນທຸກພາກສ່ວນຄື : ພັກ, ລັດຖະບານ, ສະພາແຫ່ງຊາດ, ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນຕ່າງໆ. 2 ຝ່າຍຕັດສິນໃຈມານະພະຍາຍາມຊຸກຍູ້ການຮ່ວມມືໃນບັນດາຂົງເຂດ, ເປັນຕົ້ນແມ່ນເສດຖະກິດ, ການຄ້າ, ການລົງທຶນ, ການປ້ອງກັນຊາດ, ການສຶກສາ-ບຳລຸງສ້າງ, ວິທະຍາສາດ-ເຕັກໂນໂລຊີ….

2 ຝ່າຍເຫັນດີເພີ່ມທະວີການປຶກສາຫາລືບັນດາບັນຫາພາກພື້ນ ແລະ ສາກົນທີ່ 2 ຝ່າຍຕ່າງກໍມີຄວາມສົນໃຈ; ຮ່ວມມືຢ່າງມີປະສິດທິຜົນໃນບັນດາອົງການຈັດຕັ້ງສາກົນ ແລະ ເວທີປາໄສຫຼາຍຝ່າຍ.

ພາຍຫຼັງການເຈລະຈາ, ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟຸຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຮຸງກາຣີ ວິກໂຕ ໂອບານ ໄດ້ເຂົ້າຮ່ວມກອງປະຊຸມກັບນັກຂ່າວ, ອອກຖະແຫຼງການຮ່ວມກ່ຽວກັບການສ້າງຕັ້ງສາຍພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ-ຮຸງກາຣີ ແລະ ເປັນສັກຂີພິຍານພິທີລົງນາມໃນເອກະສານທີ່ສຳຄັນບາງ

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.