ຫວຽດນາມຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ

08:13 | 29/05/2018

ຫວຽດນາມຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ, ຍາມໃດກໍຖືອາເມລິກາແມ່ນຄູ່ຮ່ວມມືສຳຄັນໃນນະໂຍບາຍການຕ່າງປະເທດຂອງຕົນ.

ຫວຽດນາມຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ

ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບທ່ານສະມາຊິກສະພາສູງອາເມລິກາ Cory Gardner.

ຕອນບ່າຍວັນທີ 28 ພຶດສະພາ, ທີ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານສະມາຊິກສະພາສູງ Cory Gardner, ປະທານອະນຸກຳມະການການຕ່າງປະເທດ ອາຊີຕາເວັນອອກ - ປາຊີຟິກ ແລະນະໂຍບາຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດສາກົນ ຂອງກຳມາທິການການຕ່າງປະເທດສະພາສູງອາເມລິກາ, ປະທານຄະນະກຳມາທິການທົ່ວປະເທດບັນດາສະມາຊິກສະພາສູງພັກສາທາລະນະລັດ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ ຫວຽດນາມຖືເປັນສຳຄັນການພົວພັນຄູ່ຮ່ວມມືຮອບດ້ານກັບອາເມລິກາ, ຍາມໃດກໍຖືອາເມລິກາແມ່ນຄູ່ຮ່ວມມືສຳຄັນໃນນະໂຍບາຍການຕ່າງປະເທດຂອງຕົນ. ທ່ານປະທານປະເທດ ເຈີ່ນດ້າຍກວາງ ສະເໜີໃຫ້ທັງສອງຝ່າຍ ຈົ່ງເພີ່ມທະວີການຮ່ວມມືຢູ່ບັນດາລະບອບລະບຽບການຢູ່ພາກພື້ນ, ໃນນັ້ນ ເອົາໃຈໃສ່ເປັນພິເສດເຖິງການປັບປຸງບົດບາດເປັນສູນກາງໃຫ້ໝັ້ນຄົງເຂັ້ມແຂງ ແລະ ສືບຕໍ່ຮັກສາຄວາມສາມັກຄີໃນກຸ່ມອາຊຽນ, ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງອາຊຽນ-ອາເມລິກາ ໃຫ້ພັດທະນາແບບຍືນຍົງ ແລະ ມີປະສິດທິຜົນ.

ສ່ວນທ່ານສະມາຊິກສະພາສູງ Cory Gardner ໄດ້ຕີລາຄາສູງບັນດາຜົນງານທີ່ ຫວຽດນາມບັນລຸໄດ້ໃນວິວັດການພັດທະນາເສດຖະກິດສັງຄົມໃນໄລຍະຜ່ານມາ; ແລະເນັ້ນໜັກວ່າ ອາເມລິກາມີຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືກັບຫວຽດນາມໃນບັນດາ ຂົງເຂດ ການເມືອງ - ການຕ່າງປະເທດ, ເສດຖະກິດ - ການຄ້າ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ເປັນຕົ້ນ.

(ແຫຼ່ງ​ຂໍ້​ມູນ​: vov5)

ເຫດການ
302 Found

Found

The document has moved here.