ສອງກະຊວງພາຍໃນ ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນ ການພົວພັນຮ່ວມມື

15:29 | 05/07/2018

ໂດຍປະຕິບັດຕາມບົດບັນທຶກການຮ່ວມມື ສອງກະຊວງພາຍໃນໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ຄະນະນໍາ ແລະ ວິຊາການໄດ້ແລກປ່ຽນ ບົດຮຽນຮ່ວມກັນເປັນປົກກະຕິ ສອງຝ່າຍໄດ້ເພີ່ມທະວີ ການພົບປະແລກປ່ຽນບົດຮຽນ ປະສົບການ ແລະ ເປີດກວ້າງການຮ່ວມມືຊ່ວຍເຫລືເຊິ່ງກັນ ແລະ ກັນໃຫ້ແທດເໝາະກັບສະພາບຕົວຈິງ.

ສອງກະຊວງພາຍໃນ ລາວ-ຫວຽດນາມ ເພີ່ມທະວີຮັດແໜ້ນ ການພົວພັນຮ່ວມມື

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງພາຍໃນ ສປປ ລາວ ແລະ ກະຊວງພາຍໃນ ສສ ຫວຽດນາມ.(ພາບ: KPL )

ກອງປະຊຸມພົບປະສອງຝ່າຍ ລະຫວ່າງ ກະຊວງພາຍໃນ ສປປ ລາວ ແລະ ກະຊວງພາຍໃນ ສສ ຫວຽດນາມ ໄດ້ຈັດຂຶ້ນໃນວັນທີ 4 ກໍລະກົດ 2018 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ, ໃນໂອກາດທີ່ຄະນະຜູ້ແທນຂັ້ນສູງ ກະຊວງພາຍໃນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານ ຢູ່ ສປປ ລາວ ລະຫວ່າງ ວັນທີ 03-07 ກໍລະກົດ 2018 ເຊິ່ງຕ່າງໜ້າຝ່າຍລາວ ນຳໂດຍ, ທ່ານ ຄໍາໝັ້ນ ສູນວິເລີດ ກໍາມະການສູນກາງພັກ ລັດຖະມົນຕີ ກະຊວງພາຍໃນ ແລະ ຝ່າຍຫວຽດນາມ ນໍາໂດຍ ທ່ານ ເລ ວີ້ງເຕີນ ກໍາມະການສູນກາງພັກຄອມມູນິດຫວຽດນາມ ລັດຖະມົນຕີກະຊວງພາຍໃນ ສສ ຫວຽດນາມ, ມີເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ, ມີຫົວໜ້າຫ້ອງການ, ບັນດາຫົວໜ້າກົມ, ສະຖາບັນ, ສູນ ແລະ ວິຊາການທີ່ກ່ຽວຂ້ອງ ຂອງທັງສອງຝ່າຍ ເຂົ້າຮ່ວມ.

ການພົບປະຄັ້ງນີ້, ເປັນການສືບຕໍ່ຮັດແໜ້ນສາຍພົວມິດຕະພາບ ທີ່ມີມູນເຊື້ອ ແລະ ຄວາມສາມັກຄີແບບພິເສດ ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ-ຫວຽດນາມ-ລາວ, ໂດຍສະເພາະ ແມ່ນເພື່ອເສີມຂະຫຍາຍການພົວ ພັນ-ຮ່ວມມື ໃນຂົງເຂດວຽກງານຂະແໜງພາຍໃນ ລະຫວ່າງ ສອງກະຊວງພາຍໃນ ລາວ ແລະ ຫວຽດນາມ ໃຫ້ນັບມື້ນັບເພີ່ມທະວີຂຶ້ນ ແລະ ທັງສອງຝ່າຍໄດ້ແຈ້ງໃຫ້ກັນຊາບ ສະພາບການ ເຄື່ອນໄຫວວຽກງານ ແລະ ການຮ່ວມມື ລະຫວ່າງ ສອງກະຊວງພາຍໃນ ໃນໄລຍະຜ່ານມາ ແລະ ຕໍ່ໜ້າ.

ໃນໂອກາດນີ້, ທ່ານ ຄໍາໝັ້ນ ສູນວິເລີດ ໄດ້ສະເໜີສະພາບລວມຂອງກະຊວງພາຍໃນ ແລະ ມີຄໍາເຫັນຕີລາຄາການ​ຮ່ວມ​ມື ​ລະຫວ່າງ ສອງ​ກະຊວງ ​​ໄລຍະຜ່ານມາ ວ່າ: ໂດຍປະຕິບັດຕາມບົດບັນທຶກການຮ່ວມມື ສອງກະຊວງພາຍໃນໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ຄະນະນໍາ ແລະ ວິຊາການໄດ້ແລກປ່ຽນ ບົດຮຽນຮ່ວມກັນເປັນປົກກະຕິ ສອງຝ່າຍໄດ້ເພີ່ມທະວີ ການພົບປະແລກປ່ຽນບົດຮຽນ ປະສົບການ ແລະ ເປີດກວ້າງການຮ່ວມມືຊ່ວຍເຫລືເຊິ່ງກັນ ແລະ ກັນໃຫ້ແທດເໝາະກັບສະພາບຕົວຈິງ. ອັນສໍາຄັນຝ່າຍຫວຽດນາມ ຊ່ວຍເຫລືທາງດ້ານວິຊາການ ແລະ ການພັດທະນາຊັບພະຍາກອນມະນຸດ ໃຫ້ແກ່ ສປປ ລາວ ຕະຫລອດມາ ເຊັ່ນ: ການກໍ່ສ້າງ-ບໍາລຸງຍົກລະດັບ ທາງດ້ານທິດສະດີການເມືອງ ແລະ ດ້ານວິຊາການເປັນຕົ້ນ: ຂົງເຂດວຽກງານສໍາເນົາເອກະສານ ເຊິ່ງນັບແຕ່ ປີ 2011-2015 ໄດ້ໃຫ້ທຶນລະດັບປະລິນຍາໂທ 8 ທຶນ ປະລິນຍາຕີ 25 ທຶນ ແລະ ທຶນຝຶກອົບຮົມໄລຍະສັ້ນ 5 ທຶນ. ຂົງເຂດບໍລິຫານລັດ ໄດ້ຝຶກອົບຮົມໄລຍະສັ້ນ ໃຫ້ພະນັກງານການນໍາຂັ້ນເມືອງຂອງລາວ 2 ຊຸດ, ມີຜູ້ເຂົ້າຮ່ວມຈໍານວນ 40 ຄົນ. ໄດ້ຊ່ວຍທາງດ້ານຊ່ຽວຊານ ໃນການປັບປຸງການຈັດຕັ້ງ ແລະ ການສ້າງນິຕິກໍາກ່ຽວກັບ ການບໍລິຫານລັດ. ການແລກປ່ຽນບົດຮຽນ ທາງດ້ານວິຊາການໃນຫລາຍຂົງເຂດ ເຊັ່ນ: ວຽກງານການຄຸ້ມຄອງລັດຖະກອນ ການປົກຄອງທ້ອງຖິ່ນ ແລະ ການກໍານົດເຂດການປົກຄອງ ການບໍລິການຜ່ານກົນໄກປະຕູດຽວ ວຽກງານຄຸ້ມຄອງອົງການ ຈັດຕັ້ງສັງຄົມ ວຽກງານແຂ່ງຂັນ-ຍ້ອງຍໍ. ນອກນັ້ນ, ກະຊວງພາຍໃນ ສສ ຫວຽດນາມ ຍັງໄດ້ໃຫ້ການຊ່ວຍເຫລືອ ກໍ່ສ້າງອາຄານກົມເອກະສານແຫ່ງຊາດ ເປັນມູນຄ່າ 58 ຕື້ດົ່ງ, ຊຶ່ງປະກອບມີຫ້ອງເກັບມ້ຽນເອກະສານ ແລະ ຫ້ອງເຮັດວຽກ ໄດ້ຊ່ວຍເຫລືອ ຄອມພິວເຕີຈໍານວນ 10 ເຄື່ອງ ເພື່ອຮັບໃຊ້ວຽກງານແຂ່ງຂັນ-ຍ້ອງຍໍ.

ພ້ອມດຽວກັນນີ້, ທ່ານ ເລ ວີ້ງເຕີນ ກໍໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນ ຮັບອັນອົບອຸ່ນ ແລະ ຈະສືບຕໍ່ໃຫ້ການຮ່ວມມື ໃນການພັດທະນາຊັບພະຍາກອນມະນຸດ ຊ່ວຍເຫລືອໃນການປັບປຸງຂົງເຂດວຽກງານ ຂະແໜງພາຍໃນ ແກ່ກະຊວງພາຍໃນຂອງລາວ ຢ່າງຮອບດ້ານ ໂດຍສະເພາະ ການສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການ ທັງຂັ້ນສູນກາງ ແລະ ທ້ອງຖິ່ນ ຂອງລາວ ໃຫ້ນັບມື້ນັບມີຄວາມເຂັ້ມແຂງ.

ໃນຕໍ່ໜ້າສອງກະຊວງພາຍໃນ ລາວ-ຫວຽດນາມ ຈະສືບຕໍ່ແລກປ່ຽນ ຄະນະຜູ້ແທນຂັ້ນສູງ ເພື່ອຖອດຖອນບົດຮຽນນໍາກັນ ໃນປັບປຸງການບໍລິຫານລັດ ແລກປ່ຽນຄະນະວິຊາການ ເພື່ອແລກປ່ຽນບົດ ຮຽນທາງ ດ້ານວິຊາການຕ່າງໆ ຕາມເງື່ອນໄຂ ເຊັ່ນ: ການປັບປຸງລະບົບການບໍລິຫານລັດ ການປັບປຸງກົງຈັກການຈັດຕັ້ງ ການແລກປ່ຽນດ້ານການປົກຄອງທ້ອງຖິ່ນ. ໃນນີ້, ອາດມີການແລກປ່ຽນບົດຮຽນ ລະດັບເມືອງ ແລະ ຮາກຖານໃນເຂດຊາຍແດນ ການແລກປ່ຽນກ່ຽວກັບກົງຈັກ ການບໍລິຫານ-ຄຸ້ມຄອງຕົວເມືອງ ເຊັ່ນ: ເທດສະບານ-ນະຄອນ ແລະ ການກໍ່ສ້າງ-ບໍາລຸງຍົກລະດັບພະນັກງານ-ລັດຖະກອນໃນດ້ານຕ່າງໆ ໃນນັ້ນ ແມ່ນການຍົກລະ ດັບພະນັກງານ ການນໍາຂັ້ນເມືອງ, ການຍົກລະດັບທາງດ້ານ ວິຊາການຕ່າງໆ, ການຄົ້ນຄວ້າດ້ານການປົກຄອງ ແລະ ອື່ນໆ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ເຫດການ
302 Found

Found

The document has moved here.