ຊຸກຍູ້ ການພົວພັນ - ຮ່ວມມື ລະຫວ່າງ ພະແນກ ອຸດສາຫະກຳ ແລະການຄ້າ ແຂວງແທັງຫວ໋າ ແລະ ແຂວງ ຫົວພັນ

15:49 | 25/10/2018

ຍສໝ - ວັນທີ 25 ຕຸລາ, ຄະນະປະຕິບັດງານຂອງ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງຫົວພັນ ໄດ້ມາຢ້ຽມຢາມ, ເຮັດວຽກ, ແລກປ່ຽນ ແລະ ແບ່ງປັນບົດຮຽນປະສົບການ ກັບ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງແທັງຫວ໋າ.

ຊຸກຍູ້ ການພົວພັນ - ຮ່ວມມື ລະຫວ່າງ ພະແນກ ອຸດສາຫະກຳ ແລະການຄ້າ ແຂວງແທັງຫວ໋າ ແລະ ແຂວງ ຫົວພັນ

ບັນຍາກາດກອງປະຊຸມ.

ທີ່າກອງປະຊຸມ ຄະນະປະຕິບັດງານຂອງພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງແທັງຫວ໋າ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫົວພັນ ໄດ້ປະຊຸມແລກປ່ຽນ, ແບ່ງປັນບົດຮຽນກໍ່ຄືປະສົບການ ໃນການຈັດຕັ້ງປະຕິບັດວຽກງານ ການຄຸ້ມຄອງລັດ-ຂົງເຂດອຸດສາຫະກຳ ແລະ ການຄ້າ. ທັງສອງຝ່າຍໄດ້ປືກສາຫາລືແລກປ່ຽນນຳກັນ ແລະ ນຳສະເໜີບັນດາບົດຮຽນກໍ່ຄືປະສົບປະການ, ວິທີການກໍ່ຄືມາດຕະການຕ່າງໆ ເພື່ອເຮັດໃຫ້ປະກົດຜົນເປັນຈິງ, ບັນດາວຽກງານທີ່ໄດ້ເຊັນສັນຍາຮ່ວມມືກັນ ລະຫວ່າງ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງແທັງຫວ໋າ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫົວພັນ, ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ບັນດາຫົວໜ່ວຍທຸລະກິດ ໃນການເຄື່ອນໄຫວ ການຄ້າ ແລະ ມີໂອກາດດີໃນການເຂົ້າຮ່ວມງານຕະຫຼາດນັດ, ກອງປະຊຸມສຳມະນາ, ເຜີຍແຜ່, ໂຄສະນາ ສິນຄ້າກໍ່ຄືຜລິດຕະພັນທີ່ເປັນທ່າແຮງຂອງທ້ອງຖິ່ນ.

ຊຸກຍູ້ ການພົວພັນ - ຮ່ວມມື ລະຫວ່າງ ພະແນກ ອຸດສາຫະກຳ ແລະການຄ້າ ແຂວງແທັງຫວ໋າ ແລະ ແຂວງ ຫົວພັນ

ພະແນກ ອຸດສາຫະກຳ ແລະການຄ້າ ແຂວງແທັງຫວ໋າ ແລະ ແຂວງ ຫົວພັນ ເຊັນບົດບັນທຶກຊ່ວຍຈຳ.

ໃນແຜນການການເຮັດວຽກ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ ຫົວພັນ ແລະ ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງແທັງຫວ໋າ ໄດ້ເຊັນບົດບັນທືກຊ່ວຍຈຳ ບັນດາການເຄື່ອນໄຫວ ຮ່ວມມື ໃນປີ 2019. ຈາກນັ້ນ ເປົ້າໝາຍຂອງ ບົດບັນທືກຊ່ວຍຈຳ ເພື່ອເພີ່ມທະວີ ການຮ່ວມມື ໃນຂົງເຂດອຸດສາຫະກຳ ແລະ ການຄ້າ, ຊຸກຍູ້ການເຄື່ອນໄຫວຮ່ວມມືໃນການຊອກຕະຫຼາດ, ສ້າງເງື່ອນໄຂສະດວກໃຫ້ກໍ່ສ້າງການເປີດກວ້າງທຸລະກິດ. ພ້ອມກັນນັ້ນທັງສອງຝ່າຍເພີ່ມທະວີປະສານສົມທົບ, ຊ່ວຍເຫຼືອ ແລະ ແລກປ່ຽນຂໍ້ມູນຂ່າວສານ, ປະສົບການເພື່ອຍົກສູງຄວາມສາມາດໃນການຄຸ້ມຄອງລັດ ໃນຂົງເຂດອຸດສາຫະກຳການຄ້າ, ໃນນັ້ນຈຸດໃຈກາງແມ່ນບັນດາຂົງເຂດ: ແຜນພັດທະນາອຸດສາຫະກຳ, ການຄ້າ; ປະສົບການຄຸ້ມຄອງເຂດ, ກຸ່ມ ອຸດສາຫະກຳ, ສູນກາງການຄ້າ, ຮັານສັບຜະສິນຄ້າ, ຕະຫຼາດ; ຊຸກຍູ້ບັນດາການເຄື່ອນໄຫວສົ່ງເສີມ ການຄ້າ, ຊອກຫາຕະຫຼາດ.

(​ຫັດ​ທະ​ບູນ)

ເຫດການ
302 Found

Found

The document has moved here.