ຍສໝ - ວັນທີ 30 ພະຈິກ, ທີ່ນະຄອນຫຼວງ Tokyo, ສະຖານທູດຫວຽດນາມໃນປະເທດຍີ່ປຸ່ນ ຮ່ວມກັບ ກະຊວງມະຫາດໄທຫວຽດນາມ ໄດ້ຈັດພິທີ “ວັນແຮງງານຫວຽດນາມໃນປະເທດຍີ່ປຸ່ນ ປີ 2025”. ງານນີ້ເປັນໂອກາດໃນການຍົກຍ້ອງການມີສ່ວນຮ່ວມຂອງຊຸມຊົນແຮງງານຫວຽດນາມ, ພ້ອມທັງຢືນຢັນຄຸນນະພາບ, ຕຳແໜ່ງທີ່ເດັ່ນຊັດຂຶ້ນຂອງແຮງງານກຸ່ມນີ້ໃນຕະຫຼາດແຮງງານຂອງຍີ່ປຸ່ນ.
ຍສໝ - ດ້ວຍຄວາມເອົາໃຈໃສ່ ແລະ ບຸລິມະສິດຂອງພັກ ແລະ ລັດ ໄດ້ສະແດງອອກຜ່ານບັນດານະໂຍບາຍ ແລະ ໂຄງການຕົວຈິງ; ການເຂົ້າຮ່ວມຂອງກະຊວງ, ຄະນະ, ຂະແໜງການ, ສະມາຄົມ; ການຕອບສະໜອງຂອງປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ການເຄື່ອນໄຫວສິດສອນ ແລະ ຮຽນພາສາຫວຽດນາມ ໄດ້, ພວມສືບຕໍ່ແຜ່ຂະຫຍາຍໄປທົ່ວ 5 ທະວີບ. ການເຄື່ອນໄຫວນີ້ໄດ້ທຳລາຍບັນດາຮົ້ວກີດຂວາງດ້ານພາສາ, ຊຸກຍູ້ຊາວຫວຽດນາມຢູ່ຕ່າງປະເທດລຸ້ນທີ 2 ແລະ 3 ສືບຕໍ່ຮັກສາ ແລະ ເຊີດຊູບັນດາພາສາແມ່, ຮັກສາເອກະລັກແຫ່ງຊາດ.
ຍສໝ - ວັນທີ 25 ພະຈິກ, ຢູ່ນະຄອນ ໂຮ່ຈີມິນ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ບຸ່ຍແທັງເຊີນ ໄດ້ໃຫ້ການຕ້ອນຮັບທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ການສື່ສານ ລາວ, ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສເສດຖະກິດລະດູໃບໄມ້ຫຼົ່ນປີ 2025.
ຍສໝ - ຫວ່າງມໍ່ໆນີ້, ການແຂ່ງຂັນເວົ້າເກັ່ງ, ຮູບພາບ, ຄວາມສາມາດພາສາຫວຽດນາມ... ຢູ່ ຍີ່ປຸ່ນ ນັບມື້ນັບໄດ້ຮັບຄວາມນິຍົມຊົມຊອບ. ມັນບໍ່ພຽງແຕ່ແມ່ນການເຄື່ອນໄຫວຍົກສູງຄວາມສາມາດດ້ານພາສາເທົ່ານັ້ນ, ຫາກຍັງແມ່ນການອະນຸລັກຮັກສາ ແລະ ເຜີຍແຜ່ພາສາແມ່ໃນຊຸມຊົນຊາວ ຫວຽດນາມ ປະມານ 600.000 ຄົນພວມດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ທີ່ນີ້. ນອກນີ້ຍັງເປັນບ່ອນຫຼິ້ນຂອງນັກສຶກສາຕ່າງປະເທດທີ່ຮຽນພາສາຫວຽດນາມ, ຊ່ວຍໃຫ້ເຂົາເຈົ້າປະຕິບັດ ແລະ ສະແດງຄວາມເຂົ້າໃຈດ້ານພາສາ ແລະ ວັດທະນະທຳ ຫວຽດນາມ.
ຍສໝ - ຄະນະກຳມະການປະຕິບັດງານກ່ຽວກັບບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດຈະຈັດຕັ້ງ “ກອງປະຊຸມສາກົນຄັ້ງທີ 5 ກ່ຽວກັບການຮ່ວມມືລະຫວ່າງຫວຽດນາມ ແລະ ບັນດາອົງການບໍ່ຂຶ້ນກັບລັດຖະບານຕ່າງປະເທດ, ບັນດາຄູ່ຮ່ວມມືເພື່ອການພັດທະນາແບບວັດທະນາຖາວອນ ແລະ ຍືນຍົງ” ໃນວັນທີ 4 ທັນວາ 2025.
ຍສໝ - ວາລະສານ ຍຸກສະໄໝ ຂໍແນະນຳເນື້ອໃນເຕັມບົດປາໄສຂອງທ່ານ ຟານແອງເຊີນ, ປະທານສະຫະພັນບັນດາອົງການຈັດຕັ້ງມິດຕະພາບ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອ (17 ພະຈິກ 1950 – 17 ພະຈິກ 2025), ໄດ້ຮັບຫຼຽນກາແຮງງານຊັ້ນ 1 ແລະ ກອງປະຊູມຮັກຊາດ ໄລຍະ 2025-2025.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກູບາ (2 ທັນວາ 1960 – 2 ທັນວາ 2025), ທ່ານເອກອັກຄະລັດຖະທູດ ກູບາ ປະຈຳ ຫວຽດນາມ Rogelio Polanco Fuentes ແບ່ງປັນກັບວາລະສານ ຍຸກສະໄໝ ກ່ຽວກັບສາຍພົວພັນມິດຕະພາບແບບພິເສດລະຫວ່າງປະຊາຊົນສອງປະເທດ.
ຍສໝ - ສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ມີບົດບາດເປັນຂົວຕໍ່ທີ່ໜ້າເຊື່ອຖື, ສ້າງເງື່ອນໄຂໃຫ້ສະມາຄົມວິສາຫະກິດ ຫວຽດນາມ ຢູ່ ຈີນ ເຊື່ອມຕໍ່ກັບບັນດາວິສາຫະກິດ, ອົງການຈັດຕັ້ງທີ່ມີຊື່ສຽງຂອງຈີນ, ໄດ້ຊ່ວຍໃຫ້ເຂົາເຈົ້າມີໂອກາດພົວພັນ, ແລກປ່ຽນ ແລະ ເຮັດວຽກໂດຍກົງກັບບັນດາຄູ່ຮ່ວມມືຍຸດທະສາດຢູ່ ຫວຽດນາມ. ນີ້ແມ່ນບັນດາການແບ່ງປັນຂອງທ່ານນາງ ປອ. ຈາມີ, ປະທານສະມາຄົມວິສາຫະກິດ ຫວຽດນາມ ປະຈຳ ຈີນ ກ່ຽວກັບບັນດາໝາກຜົນທີ່ພົ້ນເດັ່ນເມື່ອຮ່ວມມືກັບ VUFO.
ຍສໝ - ເກີດ ແລະ ເຕີບໃຫຍ່ຢູ່ ມາເລເຊຍ, ເລຫງວຽນລືວອານ - ຜູ້ເຂົ້າແຂ່ງຂັນທີ່ອາຍຸນ້ອຍທີ່ສຸດໄດ້ຊະນະການແຂ່ງຂັນຊອກຫາທູດເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຕ່າງປະເທດ ປີ 2025 - ໄດ້ກາຍມາເປັນໜ້າຕາປົກກະຕິຂອງລຸ້ນໜຸ່ມຊາວ ຫວຽດນາມ ຢູ່ຕ່າງປະເທດທີ່ຮັກແພງ ແລະ ນັບຖືພາສາແມ່. ນັບແຕ່ໄວຮຽນພາສາຫວຽດໃນຫ້ອງທີ່ແມ່ໄດ້ສ້າງຕັ້ງຂຶ້ນ, ກາຍເປັນຜູ້ຊ່ວຍສອນ, ເຜີຍແຜ່ວັດທະນະທຳຫວຽດນາມ ຢູ່ ມາເລເຊຍ, ການເດີນທາງຂອງ ອານ ແມ່ນເຄື່ອງໝາຍສະແດງໃຫ້ເຫັນເຖິງຄຸນຄ່າອັນຍືນຍົງຂອງພາສາຫວຽດໃນຊຸມຊົນຊາວຫວຽດນາມຢູ່ຕ່າງປະເທດ.
ຍສໝ - ຫວຽດນາມ ພວມສົມທົບກັນຢ່າງຕັ້ງໜ້າກັບບັນດາອົງການ ແລະ ບັນດາປະເທດໃນທົ່ວໂລກ ເພື່ອຕ້ານການຫາປາທີ່ຜິດກົດໝາຍ, ບໍ່ມີການລາຍງານ, ບໍ່ມີລະບຽບ (IUU) ແລະ ພັດທະນາການປະມົງແບບຍືນຍົງ. ບັນດາຄວາມມານະພະຍາຍາມນີ້ບໍ່ພຽງແຕ່ປົກປັກຮັກສາຊັບພະຍາກອນສິນໃນນ້ຳເທົ່ານັ້ນ ຫາກຍັງຍົກສູງກຳລັງການຄຸ້ມຄອງ, ຄວາມໂປ່ງໃສຂອງຕ່ອງໂສ້ການສະໜອງ, ເພີ່ມທະວີການແຂ່ງຂັນສາກົນຂອງອຸດສາຫະກຳອາຫານທະເລຂອງຫວຽດນາມ.
ຍສໝ - ຢູ່ນະຄອນເກົ່າແກ່ Chartres, ໂດຍໃຊ້ເວລາຂັບລົດຈາກປາຣີ (ຝຣັ່ງ) ເປັນເວລາ 1 ຊົ່ວໂມງ, ນາງ ຮ່ວາງທິຍີ, ຊາວກວາງຈີ້, ຫວຽດນາມ ໄດ້ສອນລູກສອງຄົນເວົ້າພາສາຫວຽດນາມ, ອ່ານປຶ້ມຫວຽດນາມ, ຮ້ອງເພງເດັກນ້ອຍຫວຽດນາມ. ນາງ ຍີ ແບ່ງປັນວ່າ ການປົກປັກຮັກສາພາສາຫວຽດນາມໃຫ້ລູກບໍ່ແມ່ນ “ໜ້າທີ່” ແຕ່ແມ່ນຄວາມສຸກເລັກນ້ອຍໃນແຕ່ລະມື້. "ຕາບໃດທີ່ຍັງມີພາສາຫວຽດນາມຢູ່ໃນເຮືອນ, ຂາ້ພະເຈົ້າຍັງຮູ້ສຶກວ່າບ້ານເກີດເມືອງນອນຂອງຂາ້ພະເຈົ້າຍັງໃກ້ຊິດ".
ຍສໝ - ຈາກຫ້ອງຮຽນອອນໄລຢູ່ໂຮງຮຽນຮັກພາສາຫວຽດນາມ (ອົດສະຕາລີ), ປັນຍາປະດິດ (AI) ພວມກາຍເປັນ “ເພື່ອນ” ຊ່ວຍໃຫ້ນັກຮຽນຫວຽດນາມ ຢູ່ຕ່າງປະເທດນັບຮ້ອຍຄົນຄົ້ນພົບຄວາມງາມຂອງພາສາແມ່ຂອງເຂົາເຈົ້າຢ່າງມີຊີວິດຊີວາ ແລະ ສ້າງສັນ. ຍ້ອນ AI, ແຕ່ລະບົດຮຽນ, ແຕ່ລະເລື່ອງ, ແຕ່ລະຮູບກາຍເປັນການເດີນທາງເຊື່ອມຕໍ່ເດັກນ້ອຍກັບບ້ານເກີດເມືອງນອນ.
ຍສໝ - ນີ້ແມ່ນບັນດາການແບ່ງປັນຂອງທ່ານ ສຈ.ປອ. ຫງວຽນມິວທ໋ວຽດ, ຫົວໜ້າບັນນາທິການໃຫຍ່ໂຄງການສຶກສາທົ່ວໄປຊຸດໃໝ່ (2018) ເພື່ອຍົກສູງປະສິດທິຜົນການສອນພາສາຫວຽດນາມ ໃຫ້ແກ່ເດັກຊາວຫວຽດນາມ ຢູ່ຕ່າງປະເທດ.
ຍສໝ - ຕາມທ່ານຫົວໜ້າຜູ້ຕາງໜ້າຜູ້ປະຈຳໂຄງການພັດທະນາສະຫະປະຊາຊາດ (UNDP) ປະຈໍາ ຫວຽດນາມ ນາງ Ramla Khalidi ແລ້ວ, ກຳລັງແຮງຂອງວິໄສທັດໄລຍະຍາວ ແລະ ການນຳທີ່ເຂັ້ມແຂງ ໄດ້ນຳເອົາບັນດາຜົນງານອັນໃຫຍ່ຫຼວງມາໃຫ້ຫວຽດນາມ ໃນໄລຍະຜ່ານມາ.
ຍສໝ - ແຕ່ລະປີ, ຫວຽດນາມ ມີຄົນງານໄປເຮັດວຽກຢູ່ຕ່າງປະເທດນັບແສນຄົນ, ໄດ້ນຳເອົາເງິນສົ່ງອອກປະມານ 6-7 ຕື້ USD, ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມ.
ຍສໝ - ວັນທີ 30 ຕຸລານີ້, ຢູ່ນອກກອງປະຊຸມສຸດຍອດການຮ່ວມມືເສດຖະກິດອາຊີ - ປາຊີຟິກ (APEC) ທີ່ຈັດຂຶ້ນຢູ່ Gyeongju, ສ.ເກົາຫຼີ, ຫວຽດນາມ ແລະ ສິງກະໂປໄດ້ລົງນາມໃນບົດບັນທຶກຊ່ວຍຈຳ (MOC) ກ່ຽວກັບການຄ້າເຂົ້າສານ.
ຍສໝ - ຕອນຄ່ຳວັນທີ 28 ຕຸລາ 2025, ໃນບັນຍາກາດເບີກບານມ່ວນຊື່ນໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975-2 ທັນວາ 2025), ສະຖານທູດຫວຽດນາມ ປະຈຳລາວ ສົມທົບກັບກະຊວງວັດທະນະທຳ ແລະ ທ່ອງທ່ຽວລາວ, ສູນວັດທະນະທຳຫວຽດນາມ ປະຈຳລາວ ແລະ ໂຮງລະຄອນຕຸກກະຕານ້ຳຫວຽດນາມ ໄດ້ຈັດຕັ້ງການສະແດງສີລະປະລະຄອນຕຸກກະຕານ້ຳທີ່ເປັນເອກະລັກສະເພາະຢູ່ໂຮງກາຍະສິນແຫ່ງຊາດລາວ.
ຍສໝ - ໃນທົ່ວປະເທດເອີຣົບ, ໃນຕົວເມືອງທີ່ຄຶກຄື້ນເຊັ່ນ: Prague, Berlin, Paris ຫຼື Warsaw, ມັນບໍ່ຍາກທີ່ຈະຊອກຫາຮ້ານຄ້າ, ບໍລິສັດ, ຮ້ານອາຫານຫຼືສູນການຄ້າທີ່ມີເຄື່ອງຫມາຍຫວຽດນາມ. ພາຍຫຼັງ 3 ທົດສະວັດແຫ່ງການເຊື່ອມໂຍງ, ປະຊາຄົມວິສາຫະກິດຫວຽດນາມ ຢູ່ສະຫະພາບເອີລົບ (ອີຢູ) ໄດ້ກາຍເປັນໜຶ່ງໃນບັນດາຮູບພາບທີ່ສົດໃສ ແລະ ພາກພູມໃຈທີ່ສຸດຂອງຈິດໃຈຫວຽດນາມ: ດຸໝັ່ນ, ອົດທົນ, ນ້ຳໃຈສາມັກຄີ ແລະ ຍາມໃດກໍ່ຫວນຄືນສູ່ກົກເຄົ້າເຫງົ້າກໍ.
ຍສໝ - ຝ່າຍຄະນະປະຈຳຝຣັ່ງປະຈຳສະຫະປະຊາຊາດໄດ້ອອກຖະແຫຼງການ ຊົມເຊີຍການເປັນເຈົ້າພາບຈັດຕັ້ງສົນທິສັນຍາຮ່າໂນ້ຍຂອງຫວຽດນາມ, ຜ່ານນັ້ນຊຸກຍູ້ການຮ່ວມມືສາກົນໃນຂົງເຂດດີຈີຕອນ.
ຍສໝ - ນີ້ແມ່ນການແບ່ງປັນຂອງທ່ານປອ. ເຈີ່ນຫືວຈີ໋, ຫົວໜ້າພາກວິຊາພາສາ - ວັດທະນະທຳ ຫວຽດນາມ ແລະ ອາຊີຕາເວັນອອກສ່ຽງໃຕ້, ມະຫາວິທະຍາໄລພາສາຕ່າງປະເທດ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ກ່ຽວກັບການເຮັດໃຫ້ພາສາຫວຽດນາມ ເປັນ “ພາສາຂົວ” ຢູ່ພາກພື້ນ ແລະ ໃນໂລກ.