ໃນວັນທີ 23 ມີນາ 2021 ຢູ່ກະຊວງປ້ອງກັນປະເທດ, ໄດ້ຈັດພິທີໂຮມຊຸມນຸມ ລະນຶກວັນຄຽດແຄ້ນ ຂອງປະຊາຊົນລາວ, ວັນນັກຮົບເສຍ ອົງຄະ-ເສຍ ສະຫລະຊີວິດ ເພື່ອປະເທດຊາດ ຄົບຮອບ 75 ປີ (21 ມີນາ 1946 - 21 ມີນາ 2021), ໂດຍການເປັນປະທານຂອງ ສະຫາຍ ພົນໂທ ທອງລອຍ ສິລິວົງ ກໍາມະການສູນກາງພັກ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ ການເມືອງກອງທັບ, ມີຄະນະພັກ-ຄະນະນໍາ, ພະນັກງານ ປະຕິວັດ-ອາວຸໂສບໍານານ ແລະ ພະນັກງານຫລັກແຫລ່ງ ອ້ອມຂ້າງກະຊວງ ປ້ອງກັນປະເທດ ເຂົ້າຮ່ວມເປັນຈໍານວນຫລາຍ.
ອົງການອາຫານໂລກ ໄດ້ຮັບທຶນຈາກກະຊວງກະສິກຳ ສະຫະລັດອາເມລິກາ ຈຳນວນ 25 ລ້ານ ໂດລາສະຫະລັດ ເພື່ອຈັດຕັ້ງປະຕິບັດ ໂຄງການ ອາຫານທ່ຽງ ໃນໂຮງຮຽນ ຢູ່ ສປປ ລາວ ພາຍໃຕ້ແຜນງານແມັກໂກເວີນໂດ (McGovern-Dole) ເປັນໄລຍະເວລາ 5 ປີ (2021-2025).
ຍສໝ - ໃນວັນທີ 18 ມີນາ 2021 ທ່ານ ນາງ ວຽງສະຫັວນ ສີປະເສີດ ໄດ້ເຂົ້າຍື່ນສານຕາຕັ້ງຕໍ່ສົມເດັດ ຢັງດີ ເປີຕວນ ອາກົງ ອານ ຊຸນຕານ ອັບດູລາ ຣີ ອາຢາຕູດິນ, ຣາຊາທິບໍດີ ແຫ່ງ ມາເລເຊຍ ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ມາເລເຊຍ.
ໃນວັນທີ 23 ມີນາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ນາງ ດຣ.ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະ ເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານກ່ຽວກັບສະພາບການພະຍາດທົ່ວປະເທດລາວ.
ວັນທີ 22 ມີນາ 2021, ທ່ານ ຫງວຽນ ຊັວນ ຟຸກ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ໄດ້ສົ່ງໂທລະເລກຊົມເຊີຍ ເຖິງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວທີ່ ນະຄອນຫຼວງວຽງຈັນ ມີເນື້ອໃນດັ່ງນີ້:
ພັກປະຊາຊົນປະຕິວັດລາວ ໄດ້ສືບທອດພາລະກິດ ອັນສະຫງ່າງາມ ຂອງພັກກອມມູນິດອິນດູຈີນແລະ ຢືດໝັ້ນໃນອຸດົມການ ກໍຄືທາດແທ້ ຂອງພັກ ປະຕິວັດ ມາກ-ເລນິນ ຢ່າງໜັກແໜ້ນ, ທັງເປັນເຈົ້າການເສີມຂະຫຍາຍ ມູນເຊື້ອອັນສະຫງ່າລາສີ ແລະ ກໍາລັງແຮງສັງລວມ ພາຍໃນຊາດ ສົມທົບກັບກຳລັງແຮງ ຂອງຍຸກສະໄໝ ສາມາດເຮັດສຳເລັດ ພາລະກຳປະຫວັດສາດ ໄດ້ຢ່າງສົມກຽດ, ເປີດສັງກາດໃໝ່ແຫ່ງຄວາມເປັນ ເອກະລາດ ແຫ່ງຊາດ, ອິດສະຫລະພາບ ແລະ ຄວາມເປັນເຈົ້າຕົນເອງ ຂອງປະຊາຊົນລາວບັນ ດາເຜົ່າ.
ຍສໝ - ຫວ່າງແລ້ວນີ້, ລັດຖະບານສປປ.ລາວ ໄດ້ປະກາດວ່າ ສະຫະພາບເອີຣົບ (ອີຢູ) ໃຫ້ຄຳໝັ້ນສັນຍາສະໜັບສະໜູນປະເທດລາວ 2,8 ລ້ານເອີໂຣ (ປະມານ 32 ຕື້ກີບ) ໂດຍຜ່ານອົງການອະນາໄມໂລກ (WHO) ເພື່ອຊ່ວຍເຫຼືອປະເທດລາວຮັບມືກັບການລະບາດຂອງ COVID-19.
ຜູ້ມີສິດປ່ອນບັດເລືອກຕັ້ງ ທົ່ວປະເທດມີທັງໝົດ 4.279.243 ຄົນ, ຍິງ 2.128.167 ຄົນ, ມີໜ່ວຍປ່ອນບັດທັງໝົດ 7.217 ໜ່ວຍ. ໃນນີ້ ມີ 40 ໜ່ວຍເລືອກຕັ້ງ ທີ່ປະຈໍາຢູ່ຕ່າງປະເທດ, ມີພົນລະເມືອງລາວອາໄສ ຢູ່ຕ່າງປະເທດ ມີສິດປ່ອນບັດເລືອກຕັ້ງ ຈຳນວນ 13.404 ຄົນ, ຍິງ 5.493 ຄົນ.
ຍສໝ - ການນໍາກອງບັນຊາການທະຫານແຂວງແທັງຮ໊ວາ ແລະກອງບັນຊາການທະຫານຊາຍແດນແຂວງແທັງຮວາ ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງປະເທດເພື່ອນມິດລາວເວົ້າລວມ ແລະກອງບັນຊາການທະຫານແຂວງຫົວພັນເວົ້າສະເພາະໃນການສົມທົບກັນປະຕິບັດໜ້າທີ່ຮັກສາຄວາມໝັ້ນຄົງດ້ານການເມືອງ, ຮັບປະກັນປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນຂອງສອງປະເທດ...
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳ ສປປ.ລາວ, ໃນວັນທີ 3 ກຸມພາ, ຜູ້ນຳຂອງຫຼາຍກະຊວງ, ພະແນກການ ແລະ ອົງການຈັດຕັ້ງຕ່າງໆຂອງ ສປປ.ລາວ ໄດ້ມາຢ້ຽມຢາມສະຖານທູດຫວຽດນາມປະ ຈຳນະຄອນຫຼວງວຽງຈັນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມຄົບຮອບ 91 ປີ ແລະ ຊົມເຊີຍໃນການປະສົບຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ທີ່ ກະຊວງແຜນການ ແລະ ການລົງທຶນຫວຽດນາມນະຄອນຫຼວງຮ່າໂນ້ຍ ສສ.ຫວຽດນາມ, ທ່ານ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ທ່ານ ຫງວຽນຈີຢູ້ງ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແຫ່ງ ສສ ຫວຽດນາມ.
ຍສໝ - ຫວ່າງແລ້ວນີ້, ກອງ 584, ກອງບັນຊາການທະຫານແຂວງກວ໊າງຈິ ໄດ້ຂຸດເອົາ, ທ້ອນໂຮມໄດ້ 2 ອັດຖິທີ່ຫໍ່ໃນຜ້າຫົ່ມ.
ກອງປະຊຸມໃຫຍ່ຜູ້ແທນ ຊາວໜຸ່ມທົ່ວປະເທດ ຄັ້ງທີ VIII ໄດ້ອັດລົງຢ່າງເປັນທາງການ ດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 25 ທັນວາ 2020 ພາຍໃຕ້ການເປັນປະທານ ຂອງສະຫາຍ ອາລຸນໄຊ ສູນນະລາດ ກຳມະການສຳຮອງສູນກາງພັກ, ເລຂາຄະນະ ບໍລິຫານງານພັກ, ເລຂາຄະນະບໍລິຫານງານ ສຊປລ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ 11 ບັນລຸໄດ້ປະມານ 869 ລ້ານໂດລາສະຫະລັດ. ໃນນັ້ນ, ມູນຄ່າການສົ່ງອອກ ມີປະມານ 436 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ມີປະມານ 434 ລ້ານໂດລາສະຫະລັດ ແລະ ເກີນດຸນການຄ້າປະມານ 2 ລ້ານໂດລາສະຫາລັດ.
ຍສໝ - ໜັງສືພິມປະຊາຊົນ (Pasaxon) ຂອງປະເທດລາວ ສະບັບອອກໃນວັນທີ 21 ທັນວາ ມີບົດຂຽນທີ່ຕີລາຄາສູງຕໍ່ຜົນສຳເລັດຂອງຫວຽດນາມ ໃນການເປັນປະທານອາຊຽນ 2020.
ໃນວັນທີ 15 ທັນວານີ້, ຢູ່ໂຮງຮຽນທະຫານຊາຍແດນ 712 ໄດ້ຈັດພິທີມອບ-ຮັບເຄື່ອງຊ່ວຍເຫຼືອຂອງກອງບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດ ສສ ຫວຽດນາມທີ່ໄດ້ນຳເອົາເຄື່ອງບໍລິໂພກປະ ເພດເຂົ້າສານ(ເຂົ້າຈ້າວ) ຈຳນວນ 25 ໂຕນ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ຂອງສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020), ສະຖານທູດສປປ.ລາວ ປະຈຳຫວຽດນາມ ໄດ້ສະເໜີລິເລີ່ມວ່າ “ຫັນປ່ຽນຄ່າຊື້ດອກໄມ້ ມາເປັນເປັນການບໍລິຈາກສະໜັບສະໜູນ ໃຫ້ແກ່ປະຊາຊົນເຂດພາກກາງຫວຽດນາມ ທີ່ໄຮັບຜົນກະທົບຈາກໄພພິບັດທຳມະຊາດ ແລະ ນ້ຳຖ້ວມໃນເມື່ອບໍ່ດົນມານີ້.”
ຍສໝ - ໃນວັນທີ 1 ທັນວາ, ທ່ານນາງ ຈິ້ງຖິເຕີມອຸປະທູດຊົ່ວຄາວແຫ່ງ ສສ.ຫວຽດນາມ ປະຈຳ ສປປ.ລາວ ໄດ້ນຳພາຄະນະຜູ້ແທນສະຖານທູດ ແລະ ບັນດາອົງການຂອງຫວຽດນາມ ຢູ່ ອ້ອມຂ້າງສະຖານທູດ ໄດ້ໄປຢ້ຽມຢາມສຳນັກງານໃຫຍ່ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງປ້ອງກັນປະເທດລາວ ທີ່ນະຄອນຫຼວງວຽງຈັນ ເພື່ອອວຍພອນຊົມວັນຊາດ ສປປ.ລາວ ຄົບຮອບ 45 ປີ (2 ທັນວາ 1975 - 2 ທັນວາ 2020).
ຍສໝ - ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ເນັ້ນໜັກວ່າ, ໃນໄລຍະ 45 ປີແຫ່ງການສ້າງຕັ້ງສປປ.ລາວ, ສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ ສືບຕໍ່ສ້າງຄວາມເຂັ້ມແຂງ ແລະ ພັດທະນາ ເຂົ້າສູ່ລວງກວ້າງ ແລະ ລວງເລິກ, ໂດຍສະເພາະ ໃນສະພາບການທີ່ມີການປ່ຽນແປງຢ່າງໄວວາ ໃນພາກພື້ນ ແລະ ສາກົນ, ໂລກລະບາດ COVID-19 ໄດ້ສ້າງຜົນກະທົບທາງລົບຕໍ່ພາກພື້ນ, ໃນນັ້ນມີປະເທດລາວ ແລະ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 45 ປີ (02/12/1975 – 02/12/2020), ວັນທີ 01 ທັນວາ 2020, ການນໍາພັກ, ລັດ ສສ.ຫວຽດນາມ ໄດ້ສົ່ງສານອວຍພອນມາຍັງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ລາວ ແລະ ທ່ານນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ ລາວ.