ຍສໝ - ຕອນບ່າຍວັນທີ 19 ສິງຫາ, ຢູ່ສໍານັກງານໃຫຍ່ສະຖານທູດຫວຽດນາມ ປະຈໍາ ກຳປູເຈຍ, ທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ຫງວຽນມິງຫວູ ໄດ້ມີການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ກຳປູເຈຍ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນສິງຫາ (19 ສິງຫາ 1945 - 19 ສິງຫາ) 2025) ແລະ ວັນຊາດຫວຽດນາມ (2 ກັນຍາ 1945 - 2 ກັນຍາ 2025).
ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ , ຕອນບ່າຍວັນທີ 19 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ຂອງຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກກອມມູນິດຫວຽດນາມ ໂດຍສະຫາຍ ຫງວຽນແທ່ງເຕີມ, ກໍາມະການສູນກາງພັກ, ຮອງຫົວໜ້າຄະນະ ເປັນຫົວໜ້າຄະນະຜູ້ແທນ, ໄດ້ໂອ້ລົມສົນທະນາກັບຄະນະຜູ້ແທນຄະນະຈັດຕັ້ງສູນກາງພັກ ປະຊາຊົນປະຕິວັດລາວ ນຳໂດຍສະຫາຍ ບຸນສະດີ ທະນາມມວງ, ຄະນະກຳມະການສູນກາງພັກ, ຮອງຫົວໜ້າຄະນະ ເປັນຫົວໜ້າຄະນະຜູ້ແທນ. ພ້ອມກັບການເຂົ້າຮ່ວມມີທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ຫງວຽນມິງເຕີມ.
ຍສໝ - ນາມມະຍົດທູດພາສາຫວຽດນາມ 2025 ໄດ້ໃຫ້ກຽດແກ່ທ່ານນາງ ຫງວຽນທິແທງເຮື່ອງ ແລະ ປະຊາຄົມຊາວຫວຽດນາມ ຢູ່ລາວ ໃນການປົກປັກຮັກສາ ແລະ ເຜີຍແຜ່ພາສາຫວຽດນາມ ກໍ່ຄືການປັບປຸງຄວາມສາມັກຄີ ຫວຽດນາມ - ລາວ.
ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ແລ້ວ, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ຫວຽດນາມ (2 ກັນຍາ 1945 – 2 ກັນຍາ 2025), ຕອນເຊົ້າວັນທີ 16 ສິງຫາ, ຢູ່ແຂວງສະຫວັນນະເຂດ, ພາກກາງຂອງລາວ, ກົງສູນໃຫຍ່ ຫວຽດນາມ ປະຈຳ ແຂວງສະຫວັນນະເຂດ ໄດ້ສົມທົບກັບພະແນກສຶກສາທິການ ແລະ ກິລາ ແຂວງ ສະຫວັນນະເຂດ ຈັດການແຂ່ງຂັນບານເຕະນັກຮຽນນະຄອນ ໄກສອນ ພົມວິຫານ.
ຍສໝ - ຕອນບ່າຍວັນທີ 14 ສິງຫາ 2025, ຜູ້ຕາງໜ້າກະຊວງຕຳຫຼວດ ຫວຽດນາມ ປະຈຳ ລາວ ໄດ້ສົມທົບກັບກະຊວງຕຳຫຼວດລາວ ຈັດຕັ້ງການພົບປະກັບບັນດາການນຳ, ພະນັກງານ, ນັກຮົບຕຳຫຼວດ ປະຊາຊົນ ລາວ ທີ່ເຄີຍຮຽນຢູ່ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນຫວຽດນາມ (19 ສິງຫາ 1945 - 19 ສິງຫາ 2025) ແລະ 20 ປີແຫ່ງວັນບຸນທົ່ວປະຊາຊົນປົກປັກຮັກສາຄວາມປອດໄພແຫ່ງຊາດ (19 ສິງຫາ 2005 – 19 ສິງຫາ 2025).
ຍສໝ - ວັນທີ 12 ສິງຫາ, ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ ແລະ ວັນຊາດວັນທີ 2 ກັນຍາ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນມີ່ງເຕິມ ໄດ້ໄປຢ້ຽມຢາມ, ມອບຂອງຂວັນ ແລະ ສະແດງຄວາມຮູ້ບຸນຄຸນຕໍ່ບັນດາຄອບຄົວຊາວຫວຽດນາມ ຢູ່ຕ່າງປະເທດ ທີ່ໄດ້ລ້ຽງດູ, ໜູນຊ່ວຍພະນັກງານ, ນັກຮົບອາສາສະໝັກ ຫວຽດນາມ ໃນການຕໍ່ຕ້ານ.
ຍສໝ - ພາຍໃຕ້ການຊີ້ນຳຂອງພັກກອມມູນິດຫວຽດນາມ, ຫວຽດນາມໄດ້ມີການເຕີບໂຕຢ່າງເຂັ້ມແຂງ, ໄດ້ສ້າງຂີດໝາຍອັນໜັກແໜ້ນໃຫ້ແກ່ທີ່ຕັ້ງສາກົນນັບມື້ນັບສູງຂຶ້ນ.
ຍສໝ - ຕອນຄ່ຳວັນທີ 12 ສິງຫາ, ຢູ່ແຂວງຈໍາປາສັກ, ສະຖານກົງສຸນໃຫຍ່ ສສ ຫວຽດນາມ ປະຈໍາ ປາກເຊ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນຊາດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ໂດຍການເຂົ້າຮ່ວມຂອງບັນດາການນຳ 4 ແຂວງພາກໃຕ້ຂອງລາວ, ຜູ້ຕາງໜ້າບັນດາອົງການການທູດ, ປະຊາຄົມຊາວຫວຽດນາມ ແລະ ເພື່ອນມິດສາກົນ. ນີ້ແມ່ນໂອກາດເພື່ອກວດກາຄືນການເດີນທາງອັນສະຫງ່າລາສີຂອງປະຊາຊົນຫວຽດນາມ, ເຊີດຊູສາຍພົວພັນມິດຕະພາບທີ່ເປັນມູນເຊື້ອແບບພິເສດຫວຽດນາມ - ລາວ ແລະ ຢືນຢັນຄວາມຕັດສິນໃຈຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ.
ຍສໝ - ວັນທີ 14 ສິງຫາ, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ສົມທົບກັບຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ຈັດຕັ້ງການສຳມະນາວິທະຍາສາດແຫ່ງຊາດ ດ້ວຍຫົວຂໍ້ “ການປະຕິວັດເດືອນສິງຫາ ແລະ ວັນຊາດ 2 ກັນຍາ: ຄຸນຄ່າໃນຍຸກສະໄໝ ແລະ ຊີວິດຕະຫຼອດໄປ”.
ຍສໝ - ວັນທີ 12 ສິງຫາ, ຢູ່ຮ່າໂນ້ຍ, ສະຫາຍ ເຈີ່ນລືວກວາງ, ເລຂາສູນກາງພັກ, ຫົວໜ້າຄະນະນະໂຍບາຍ, ຍຸດທະສາດສູນກາງ ໄດ້ມີການເຮັດວຽກ ແລະ ແລກປ່ຽນປະສົບການກັບຄະນະຜູ້ແທນປະຕິຮູບວິສາຫະກິດສູນກາງພັກປະຊາຊົນປະຕິວັດລາວ ໂດຍສະຫາຍ ສະເຫຼີມໄຊ ກົມມະສິດ, ກໍາມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະ, ເປັນນຳໜ້າ ເນື່ອງໃນຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ວັນທີ 12 ສິງຫາ, ຢູ່ແຂວງເຊີນລາ ໄດ້ດຳເນີນການພົບປະເຈລະຈາປະຈຳປີ 2025 ລະຫວ່າງກອງບັນຊາການທະຫານຊາຍແດນແຂວງເຊີນລາ (ຫວຽດນາມ) ແລະ ກອງບັນຊາການທະຫານແຂວງຫົວພັນ (ສປປ ລາວ).
ຍສໝ - ຕອນເຊົ້າວັນທີ 11 ສິງຫາ, ຢູ່ສໍານັກງານກະຊວງປ້ອງກັນປະເທດ, ທ່ານພົນເອກ ຈິ້ງວັນກວຽດ, ເລຂາທິການສູນກາງພັກ, ກໍາມະການປະຈໍາຄະນະພັກການທະຫານສູນກາງ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນຫວຽດນາມ ໄດ້ເປັນປະທານພິທີຕ້ອນຮັບ ແລະ ພົບປະເຈລະຈາກັບທ່ານພົນໂທ ວົງສອນ ອິນພັນພິມ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບປະຊາຊົນລາວ.
ຍສໝ - ຫ້ອງຮຽນກຽມພາສາຫວຽດໃຫ້ຊາວຕ່າງປະເທດຫຼັກສູດ 2024-2025 ຂອງມະຫາວິທະຍາໄລ ເຕີນຈ່າວ ເຄີຍມີການໄປຢ້ຽມຢາມ, ຮ່ຳຮຽນຢູ່ມະຫາວິທະຍາໄລ ຮ່າລອງ (ກວາງນິງ). ຜ່ານບົດຮຽນພາກປະຕິບັດ, ເກມພາສາ ແລະ ການເຄື່ອນໄຫວແລກປ່ຽນວິຊາການສຶກສາ, ນັກສຶກສາລາວ ໄດ້ມີໂອກາດຝຶກຝົນຫຼໍ່ຫຼອມພາສາຫວຽດນາມ ແລະ ໄດ້ຮັບຮູ້ກ່ຽວກັບວັດທະນະທຳ ແລະ ສະພາບແວດລ້ອມການສຶກສາມະຫາວິທະຍາໄລຫວຽດນາມ.
ຍສໝ - ວັນທີ 8 ສິງຫານີ້, ຢູ່ນະຄອນຫຼວງວຽງຈັນຂອງປະເທດລາວ, ການແຂ່ງຂັນ pickleball ຄັ້ງທຳອິດໂດຍສະຖານທູດຫວຽດນາມ ປະຈຳລາວ ໄດ້ໄຂຂຶ້ນດ້ວຍບັນຍາກາດເບີກບານມ່ວນຊື່ນ, ຕື່ນເຕັ້ນ ແລະ ເຕັ້ມໄປດ້ວຍພະລັງງານ.
ຍສໝ - ການຮັກສາພາສາຫວຽດນາມ ໃນປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດບໍ່ພຽງແຕ່ແມ່ນຄວາມມານະພະຍາຍາມປົກປັກຮັກສາເອກະລັກສະເພາະເທົ່ານັ້ນ, ຫາກຍັງເປັນການຢືນຢັນຄວາມເອກອ້າງທະນົງໃຈຂອງຊາດໃນຂະບວນການເຊື່ອມໂຍງ.
ຍສໝ - ໃນທຸກສະພາບການ, ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ຮັກສາ ແລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ສະໜິດສະໜົມ, ສັດຊື່ບໍລິສຸດຫວຽດນາມ - ລາວ.
ຍສໝ - ຕາມນັກຂ່າວສຳນັກຂາວສ່ານຫວຽດນາມ ປະຈຳ ລາວ, ຕອນບ່າຍວັນທີ 8 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດຕັ້ງງານແຂ່ງຂັນ Pickleball ເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນປະຕິວັດເດືອນສິງຫາ (1945 – 2025) ແລະ ວັນຊາດ (2 ກັນຍາ 1945 – 2 ກັນຍາ 2025).
ຍສໝ - ບໍລິສັດຫຸ້ນສ່ວນທ່າກຳປັ່ນສາກົນ ລາວ-ຫວຽດ ແມ່ນວິສາຫະກິດມີການລົງທຶນຕ່າງປະເທດ ດຳເນີນທຸລະກິດໃນຂົງເຂດຂົນສົ່ງສິນຄ້າຢູ່ທ່າກຳປັ່ນ ຫວູງອາງ (ແຂວງ ຮ່າຕິ້ງ). ນີ້ແມ່ນຫົວໜ່ວຍທີ່ໄດ້ປະຕິບັດບັນດາລະບອບ, ນະໂຍບາຍ ແລະ ເກື້ອກູນໃຫ້ຜູ້ແຮງງານເປັນຢ່າງດີ, ໄດ້ສະເໜີໃຫ້ກຽດເປັນ “ວິສາຫະກິດເພຶ່ອໃຫ້ຄົນງານ ໃນປີ 2025”.
ຍສໝ - ຜ່ານ 4 ລຸ້ນ, ຄອບຄົວຂອງນາງ ເນື່ອງ ຍັງຮັກສາ ແລະ ສືບທອດພາສາແມ່ເປັນແຫຼ່ງທີ່ສັກສິດ ເພື່ອໃຫ້ຊາວຫວຽດນາມ ບໍ່ພຽງແຕ່ດຳລົງຊີວິດທາງປາກເວົ້າເທົ່ານັ້ນ ຫາກຍັງໄດ້ຮັບການສ່ອງແສງຜ່ານຮີດຄອງປະເພນີ ແລະ ວິຖີຊີວິດອີກດ້ວຍ.
ຍສໝ - ຢູ່ເມືອງເຊໂປນ, ເປັນເມືອງພູດອຍຫ່າງໄກສອກຫຼີກຂອງແຂວງສະຫວັນນະເຂດ, ທາງພາກກາງຂອງລາວ, ການປະກົດຕົວຂອງບັນດາວິສາຫະກິດຫວຽດນາມ ບໍ່ພຽງແຕ່ນຳມາເຊິ່ງກຳລັງວັງຊາໃໝ່ໃຫ້ແກ່ພື້ນຖານເສດຖະກິດທ້ອງຖິ່ນເທົ່ານັ້ນ, ຫາກຍັງປະກອບສ່ວນສຳຄັນເຂົ້າໃນຂະບວນການປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ສ້າງວຽກເຮັດງານທຳ ແລະ ພັດທະນາກະສິກຳແບບຍືນຍົງ.