ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືໃນວຽກງານກວດກາພັກ

ຫວຽດນາມ ແລະ ລາວ ເພີ່ມທະວີການຮ່ວມມືໃນວຽກງານກວດກາພັກ

ຍສໝ - ຕອນ​ເຊົ້າ​ວັນ​ທີ 4 ມິຖຸນາ​ນີ້, ຢູ່​ສຳນັກງານ​ສູນ​ກາງ​ພັກ, ປະທານ​ຄະນະ​ກວດກາ​ສູນ​ກາງ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ທ່ານ ​ເຈີ່ນເກີມຕູ້ ​ໄດ້​ເປັນ​ປະທານ​ການ​ພົບ​ປະ​ກັບ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ ກ່ຽວກັບການກວດກາ​ພັກ​ປະຊາຊົນ​ປະຕິວັດ​ລາວ ​ໂດຍ​ທ່ານ ຄຳພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ເລຂາທິການສູນກາງພັກປະຊາຊົນປະຕິວັດລາວ, ປະທານຄະນະກວດກາສູນກາງ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ປະທານອົງການກວດກາແຫ່ງລັດ ລາວ ເປັນຫົວໜ້າຄະນະ.

ການ​ນຳ​ພັກ​, ​ລັດ​ ຫວຽດ​ນາມ ​ສົ່ງໂທລະເລກອວຍພອນສະ​ເຫຼີມ​ສະ​ຫຼອງ 75 ປີ​ແຫ່ງ​ວັນ​ຊາດ​ຈີນ

ການ​ນຳ​ພັກ​, ​ລັດ​ ຫວຽດ​ນາມ ​ສົ່ງໂທລະເລກອວຍພອນສະ​ເຫຼີມ​ສະ​ຫຼອງ 75 ປີ​ແຫ່ງ​ວັນ​ຊາດ​ຈີນ

ຍສໝ -​ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 75 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາທາລະນະ​ລັດ​ປະຊາຊົນ​ຈີນ (1 ຕຸລາ 1949 – 1 ຕຸລາ 2024), ສະຫາຍ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ ຫວຽດນາມ, ປະທານ​ປະ​ເທດ ສາທາລະນະ​ລັດ ສັງຄົມ​ນິຍົມ ຫວຽດນາມ ໂຕເລີມ ໄດ້ມີໂທລະເລກ​ສົ່ງຄວາມ​ຊົມ​ເຊີຍ​ເຖິງ ສະຫາຍ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດຈີນ​, ປະທານ​ປະ​ເທດສາທາລະນະ​ລັດ​ປະຊາຊົນ​ຈີນ ສີ​ຈິ້ນ​ຜິງ.

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ພົບປະກັບການນຳພັກກອມມູນິດ, ອົງການຈັດຕັ້ງຝ່າຍຊ້າຍອາເມລິກາ

ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ພົບປະກັບການນຳພັກກອມມູນິດ, ອົງການຈັດຕັ້ງຝ່າຍຊ້າຍອາເມລິກາ

ຍສໝ - ບັນດາ​ຜູ້​ແທນ​ໄດ້​ສະ​ແດງ​ຄວາມຮູ້ສຶກຕື້ນຕັນໃຈເມື່ອໄດ້​ເຂົ້າ​ຮ່ວມ​ການ​ພົບ​ປະ​ກັບ​ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ ຫວຽດນາມ ໂຕເລີມ, ​ແບ່ງປັນ​ຄວາມ​ຮູ້ສຶກ​ພິ​ເສດ ​ແລະ ການ​ສະໜັບສະໜູນ ຫວຽດນາມ ​ດ້ວຍ​ຫຼາຍ​ຮູບ​ຫຼາຍ​ແບບຜ່ານ​ແຕ່ລະ​ໄລຍະ.

ເພີ່ມທະວີການຮ່ວມມືລະຫວ່າງ ຄະນະຈັດຕັ້ງສູນກາງພັກ ຫວຽດນາມ-ລາວ

ເພີ່ມທະວີການຮ່ວມມືລະຫວ່າງ ຄະນະຈັດຕັ້ງສູນກາງພັກ ຫວຽດນາມ-ລາວ

ຍສໝ - ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ຈັດຕັ້ງແລກປ່ຽນຄະນະຜູ້ແທນລະຫວ່າງສອງຄະນະຈັດຕັ້ງສູນກາງພັກ ຫວຽດນາມ-ລາວ ໃນຊຸມປີຕໍ່ໄປ.

ຮ່າໂນ້ຍ - ວຽງຈັນ (ລາວ) : ແບ່ງປັນປະສົບການໃນວຽກງານກວດກາພັກ

ຮ່າໂນ້ຍ - ວຽງຈັນ (ລາວ) : ແບ່ງປັນປະສົບການໃນວຽກງານກວດກາພັກ

Ngày 27/8, Ủy viên Bộ Chính trị, Bí thư Thành ủy, Trưởng đoàn đại biểu Quốc hội thành phố Hà Nội Bùi Thị Minh Hoài đã chủ trì tiếp Đoàn Ban Kiểm tra Đảng - Thanh tra Chính phủ Thủ đô Vientiane (CHDCND Lào), do Ủy viên Ban Thường vụ Thành ủy, Chủ nhiệm Ban Kiểm tra Đảng - Thanh tra Chính phủ Thủ đô Vientiane Virasack Nammountry làm Trưởng đoàn, đến chào xã giao nhân dịp sang thăm, làm việc tại Hà Nội. ຍສໝ - ວັນທີ 27 ສິງຫາ, ສະຫາຍ ນາງ ບຸ່ຍທິມິນຮວ່າຍ ກໍາມະການກົມການເມືອງ, ເລຂາພັກນະຄອນ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ຮ່າໂນ້ຍ ໄດ້ເປັນປະທານພິທີຕ້ອນຮັບຄະນະກວດກາພັກ - ອົງການກວດກາລັດຖະບານ ນະຄອນຫຼວງ ວຽງຈັນ (ສປປ ລາວ), ໂດຍ ສະຫາຍ ວິລະສັກ ນາມມຸນຕີ ​ກຳມະການຄະນະປະຈຳພັກນະຄອນ, ຫົວໜ້າ​ຄະນະ​ກວດກາ​ພັກ - ​ອົງການ​ກວດກາ​ລັດຖະບານ ນະຄອນຫຼວງ ວຽງ​ຈັນ ເປັນຫົວໜ້າຄະນະ ​ໄດ້​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ​ຮ່າ​ໂນ້ຍ.

ເລຂາຄະນະພັກແຂວງ ເງ້ອານ ຕ້ອນຮັບການນຳແຂວງ ບໍລິຄຳໄຊ, ສປປ ລາວ

ເລຂາຄະນະພັກແຂວງ ເງ້ອານ ຕ້ອນຮັບການນຳແຂວງ ບໍລິຄຳໄຊ, ສປປ ລາວ

ຍສໝ - ວັນທີ 13 ສິງຫາ, ຢູ່ນະຄອນ ວິງ, ສະຫາຍ ໄທແທງກຸ໋ຍ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ​ເງ້ອານ ໄດ້ໃຫ້ການຕ້ອນຮັບ ສະຫາຍ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດເຂດ 11 ແຂວງ ບໍລິຄຳໄຊ, ສປປ ລາວ ພ້ອມດ້ວຍຄະນະ.

ສະຫາຍ ໂຕເລິມ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ສະຫາຍ ໂຕເລິມ ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ຍສໝ - ຕອນເຊົ້າວັນທີ 3 ສິງຫາ, ກອງປະຊຸມຄະນະບໍລິຫານງານສູນກາງພັກ ຊຸດທີ XIII ໄດ້ໄຂຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງຮ່າໂນ້ຍ.

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ການນຳພັກ ແລະ ລັດເຂົ້າຮ່ວມພິທີໄຫວ້ອາໄລຫາທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ

ຍສໝ - ງານ​ສົບ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ໄດ້​ດຳ​ເນີນ​ໄປ​ຢ່າງ​ເຄັ່ງຂຶມ​ຢູ່​ທີ່​ຫໍງານ​ສົບ​ແຫ່ງ​ຊາດ. ບັນດາຄະນະ​ບໍລິຫານງານ​​ສູນ​ກາງ​ພັກ; ປະທານປະເທດ; ລັດຖະບານ; ສະພາ​ແຫ່ງ​ຊາດ ​ແລະ ​ສູນກາງແນວ​ໂຮມ​ປະ​ເທດ​ຊາດ ​ຫວຽດນາມ ​ໄດ້​ເຂົ້າ​ວາງພວງມາລາໄຫວ້ອາໄລ.

ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແມ່ນນັກການເມືອງດີເດັ່ນ ແລະ ເປັນຜູ້ນຳທີ່ເປັນແບບຢ່າງ

ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແມ່ນນັກການເມືອງດີເດັ່ນ ແລະ ເປັນຜູ້ນຳທີ່ເປັນແບບຢ່າງ

ຍສໝ - ທ່ານປະທານສູນກາງສະມາຄົມມິດຕະພາບ ລາວ - ຫວຽດນາມ, ທ່ານ ບັນດິດ ບໍ່ວຽງຄໍາ ວົງດາລາ ໃຫ້ຂໍ້ສັງເກດ​ວ່າ: ສະຫາຍເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເປັນນັກການເມືອງ, ນັກວິທະຍາສາດ, ສາດສະດາຈານ, ເປັນຜູ້ນໍາທີ່ເປັນແບບຢ່າງດີເດັ່ນ.

ເປີດຊຸດອົບຮົມບຳລຸງກ່ຽວກັບວຽກງານພັກ ແລະ ມະຫາຊົນ ໃຫ້ພະນັກງານນະຄອນຫຼວງ ວຽງຈັນ

ເປີດຊຸດອົບຮົມບຳລຸງກ່ຽວກັບວຽກງານພັກ ແລະ ມະຫາຊົນ ໃຫ້ພະນັກງານນະຄອນຫຼວງ ວຽງຈັນ

ຍສໝ - ຕອນ​ເຊົ້າ​ວັນ​ທີ 15 ກໍລະກົດ, ຄະນະພັກນະຄອນນຫຼວງ ຮ່າ​ໂນ້ຍ ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ຊຸດ​ອົບຮົມ​ກ່ຽວກັບ​ວຽກງານພັກ ແລະ ມະຫາຊົນ ໃຫ້ພະນັກງານ ນະຄອນຫຼວງ ວຽງຈັນ ສາທາລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ ​ລາວ ປີ 2024. ເຂົ້າຮ່ວມພິທີເປີດມີສະຫາຍ ນາງ ຫງວຽນທິຕວ໋ຽນ, ກໍາມະການສູນກາງພັກ, ຮອງເລຂາຜູ້ປະຈຳການຄະນະພັກນະຄອນ ຮ່າໂນ້ຍ; ສະຫາຍ ວິລະສັກ ນາມມຸນຕີ, ຄະນະປະຈໍາພັກນະຄອນຫຼວງວຽງຈັນ, ຫົວໜ້າຄະນະກວດກາພັກ, ອົງການກວດກາລັດຖະບານ ນະຄອນຫຼວງ ວຽງຈັນ - ຫົວໜ້າຄະນະພະນັກງານນະຄອນຫຼວງ ວຽງຈັນ ມາເຄື່ອນໄຫວສຶກສາຢູ່ ຮ່າໂນ້ຍ.

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2024: ເຊື່ອມ​ຕໍ່​ໄວ​ໜຸ່ມ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງນອນ

ຄ້າຍ​ພັກ​ແລ້ງ ຫວຽດ​ນາມ 2024: ເຊື່ອມ​ຕໍ່​ໄວ​ໜຸ່ມ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ກັບ​ບ້ານ​ເກີດ​ເມືອງນອນ

ຍສໝ - ລາຍການຄ້າຍພັກແລ້ງ ຫວຽດນາມແມ່ນເພື່ອແນໃສ່ສ້າງໂອກາດໃຫ້ໄວໜຸ່ມສະໜິດຕະພັນກັບບ້ານເກີດເມືອງນອນ, ປະເທດຊາດ, ໄດ້ລົງຕົວຈິງ ແລະ ເຮັດໃຫ້ຄວາມຮູ້ທາງດ້ານວັດທະນະທຳອຸດົມສົມບູນກ່ວາເກົ່າ.

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັັກກອມມູນິດຫວຽດນາມ ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ

ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັັກກອມມູນິດຫວຽດນາມ ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ

ຍສໝ - ວັນທີ 16 ກໍລະກົດ, ທີ່ຮ່າໂນ້ຍ, ທ່ານ ເລຮວ່າຍຈູງ ເລຂາທິການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັັກກອມມູນິດຫວຽດນາມ ໄດ້ຕ້ອນຮັບຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນ ປະຕິວັດລາວ.

ຍີ່ປຸ່ນ ນຳໃຊ້ລະບອບເກັບພາສີພັກເຊົາ​ໃຫ້ນັກທ່ອງທ່ຽວຕ່າງປະເທດ

ຍີ່ປຸ່ນ ນຳໃຊ້ລະບອບເກັບພາສີພັກເຊົາ​ໃຫ້ນັກທ່ອງທ່ຽວຕ່າງປະເທດ

ຍສໝ - ​ເພື່ອ​ຕອບ​ສະໜອງກັບຈຳນວນ​ນັກ​ທ່ອງ​ທ່ຽວ​ທີ່​ເພີ່ມ​ຂຶ້ນ​ຢ່າງ​ວ່ອງ​ໄວ, ອຳນາດການປົກຄອງຢູ່ 12 ທ້ອງ​ຖິ່ນ​ຂອງ​ຍີ່​ປຸ່ນ​ ​ໄດ້​ນຳ​ໃຊ້ ຫຼື ມີວາງ​ແຜນ​ນຳ​ໃຊ້ ​ແລະ ອຳນາດການປົກຄອງ 30 ກວ່າແຫ່ງພວມ​ພິຈາລະນາ​ນຳ​ໃຊ້​ລະບອບ​ລະບອບເກັບພາສີພັກເຊົາ.

ເລຂາຄະນະພັກແຂວງ ແທັງຮວ໋າ ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຫົວພັນ - ລາວ

ເລຂາຄະນະພັກແຂວງ ແທັງຮວ໋າ ຕ້ອນຮັບຄະນະຜູ້ແທນສະພາປະຊາຊົນແຂວງ ຫົວພັນ - ລາວ

ຍສໝ - ຕອນ​ບ່າຍ​ວັນ​ທີ 29 ພຶດສະພາ, ຢູ່​ທີ່​ໂຮງ​ແຮມ ​ຈຳ​ປາ, ​ເມືອງ ເຊິມເຊີນ, ສະ​ຫາຍ ໂດ໊ຈ່ອງຮຶງ, ກຳມະການ​ສູນ​ກາງ​ພັກ, ​ເລຂາ​ຄະນະ​ພັກ​ແຂວງ, ປະທານ​ສະພາ​ປະຊາຊົນ​ແຂວງ ແທງຮວ໋າ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະປະຕິບັດງານ​​ຂອງ​ສະພາ​ປະຊາຊົນ​ແຂວງ​ ຫົວ​ພັນ, ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ນຳໂດຍ ສະຫາຍ ຄອນປະພັນ ເລືອງສີຈັນທອງ, ກຳມະການຄະນະປະຈຳພັກແຂວງ, ຮັກສາການປະທານສະພາປະຊາຊົນແຂວງ ຫົວພັນ, ເຂົ້າຮ່ວມກອງປະຊຸມແລກປ່ຽນປະສົບການວຽກງານຂອງ ສະພາ​ປະຊາຊົນ​ສອງ​ແຂວງ ​ໄດ້​ຈັດ​ຂຶ້ນ​ຢູ່ທີ່​ແຂວງ ແທງ​ຮວ໋າ. ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍັງ​ມີ​ບັນດາ​ສະຫາຍ​ຄື: ​ສະຫາຍ ເລ​ຕ໋ຽນ​ລາມ, ກຳມະການ​ຄະນະ​ປະຈຳ​ພັກ​ແຂວງ, ຮອງ​ປະທານຜູ້​ປະຈຳການສະພາ​ປະຊາຊົນ​ແຂວງ; ສະຫາຍ ຫງວຽນກວາງຫາຍ, ຮອງປະທານສະພາປະຊາຊົນແຂວງ ແທງຮວ໋າ.

ນັກສຶກສາ ລາວ ລົງຕົວຈິງກ່ຽວກັບການ​ດັບເພີງຢູ່ຫໍພັກ

ນັກສຶກສາ ລາວ ລົງຕົວຈິງກ່ຽວກັບການ​ດັບເພີງຢູ່ຫໍພັກ

ຍສໝ - ວັນ​ທີ 24 ມີນາ​ນີ້, ຫໍ​ພັກ​ນັກ​ສຶກສາ​ ລາວ ຢູ່ນະຄອນ ​ໂຮ່ຈິ​ມິນ ສົມທົບ​ກັບຫ້ອງການຕຳຫຼວດປ້ອງກັນອັກຄີໄພ ​ແລະ ກູ້ໄພກູ້ຊີບຕຳ ຫຼວດ​ເມືອງ 3 ຈັດ​ຕັ້ງ​ລາຍການ​ອົບຮົມທັກສະການປ້ອງກັນອັກຄີໄພໃຫ້​ນັກ​ສຶກສາ​ທີ່​ພັກ​ຢູ່​ຫໍ​ພັກ.

ແຂວງ ຮ່າ​ລອງ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ນັບ​ພັນ​ຄົນ​ມາ​ພັກຜ່ອນ​ຢ່ອນ​ອາລົມ

ແຂວງ ຮ່າ​ລອງ ຕ້ອນຮັບ​ນັກ​ທ່ອງ​ທ່ຽວ​ສາກົນ​ນັບ​ພັນ​ຄົນ​ມາ​ພັກຜ່ອນ​ຢ່ອນ​ອາລົມ

ຍສໝ - ຕອນ​ເຊົ້າ​ວັນ​ບຸນ​ກຸດປີ​ໃໝ່, ອ່າວ ຮ່າ​ລອງ (ກວາງ​ນິງ) ໄດ້​ຕ້ອນ​ຮັບ​ບັນ​ດາ​ນັກ​ທ່ອງ​ທ່ຽວ​ກຸ່ມ​ທຳ​ອິດ “ບຸກ​ເຂົ້າ” ແລະ​ລົງ​ເຮືອ​ໄປ​ຢ້ຽມ​ຢາມ​ອ່າວ​ມໍ​ລະ​ດົກ.

ການນຳພັກ ແລະ ລັດ ຫວຽດນາມ ອວຍພອນວັນຄ້າຍວັນເກີດ 100 ປີ ຂອງ ສະຫາຍ ຄຳໄຕ ສີພັນດອນ

ການນຳພັກ ແລະ ລັດ ຫວຽດນາມ ອວຍພອນວັນຄ້າຍວັນເກີດ 100 ປີ ຂອງ ສະຫາຍ ຄຳໄຕ ສີພັນດອນ

ຍສໝ - ຕາມ​ສຳນັກ​ຂ່າວສານ​ຫວຽດນາມ​ປະຈຳ​ລາວ, ຕອນ​ບ່າຍ​ວັນ​ທີ 7 ກຸມພາ​ນີ້, ຢູ່​ນະຄອນຫຼວງ​ວຽງ​ຈັນ, ທ່ານ​ເອກ​ອັກຄະ​ລັດຖະທູດ​ຫວຽດນາມ ປະຈຳ​ລາວ ຫງວຽນ​ບ໋າ​ຮຸ່ງ ​ຕາງໜ້າໃຫ້​​ການ​ນຳ​ພັກ ​ແລະ ລັດ ​ໄດ້​ມອບ​ຈົດໝາຍ​ອວຍພອນ ແລະ ກະຕ່າ​ດອກ​ໄມ້ ຂອງ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫວໍວັນເຖືອງ ​ໃຫ້​ທ່ານ​ນາຍົກລັດຖະມົນຕີ ລາວ ສອນ​ໄຊ ສີ​ພັນ​ດອນ​, ເນື່ອງໃນໂອກາດວັນຄ້າຍວັນເກີດ ຄົບຮອບ 100 ປີ (8 ກຸມພາ 1924 – 8 ກຸມພາ 2024) ຂອງສະຫາຍ ຄຳໄຕ ສີພັນດອນ, ອະດີດ ປະທານປະເທດ ແຫ່ງ ສປປ ລາວ.

ການນໍາແຂວງຫົວພັນ ຢ້ຽມຢາມ ແລະອວຍພອນບຸນເຕັດອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮວ໊າ

ການນໍາແຂວງຫົວພັນ ຢ້ຽມຢາມ ແລະອວຍພອນບຸນເຕັດອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮວ໊າ

ຍສໝ - ສະຫາຍ ຄໍາແພງ ໄຊສົມແພງ ຫວັງວ່າ ໃນໄລຍະຈະມາເຖິງ, ສອງແຂວງຈະສືບຕໍ່ຮ່ວມແຮງຮ່ວມໃຈເພີ່ມພູນຄູນສ້າງ, ພັດທະນາສາຍພົວພັນຮ່ວມມືໃຫ້ຂຶ້ນສູ່ລະດັບສູງໃໝ່ ແລະນັບມື້ນັບດີງາມ, ໝັ້ນແກ່ນກວ່າອີກ. ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈໍາຊາດຂອງຫວຽດນາມ - ປີມະໂລງ 2024, ໂດຍຕາງໜ້າໃຫ້ອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນລາວບັນດາເຜົ່າແຂວງຫົວພັນ, ສະຫາຍ ຄໍາແພງ ໄຊສົມແພງ ໄດ້ສົ່ງພອນໄຊອັນປະເສີດມາຍັງອົງຄະນະພັກ, ອໍານາດການປົກຄອງ ແລະປະຊາຊົນບັນດາເຜົ່າແຂວງແທັງຮວ໊າ ປີໃໝ່ຈົ່ງມີໄຊຊະນະໃໝ່ຫຼາຍຢ່າງ.

ພິທີອັດກອງປະຊຸມສໍາມະນາທິດສະດີ  ຄັ້ງທີ X ລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ

ພິທີອັດກອງປະຊຸມສໍາມະນາທິດສະດີ ຄັ້ງທີ X ລະຫວ່າງພັກກອມມູນິດຫວຽດນາມ ແລະພັກປະຊາຊົນປະຕິວັດລາວ

ຍສໝ - ທີ່ວາລະປຶກສາຫາລືຕ່າງໆ, ບັນດາການນຳ, ນັກທິດສະດີ, ນັກວິທະຍາສາດຂອງສອງພັກ ໄດ້ນຳສະເໜີບົດປະກອບຄໍາເຫັນ 10 ບົດ ໂດຍສຸມໃສ່ບັນຫາຫຼັກ ແລະສຳຄັນຫຼັ້ກແຫຼ່ງຂອງວຽກງານພັດທະນາວັດທະນະທຳ ແລະຄົນຢູ່ ຫວຽດນາມ ແລະລາວ.