ຍສໝ - ເວັບໄຊ riotimesonline.com (Brazil) ໄດ້ເອົາລົງບົດຂຽນກ່ຽວກັບສະພາບການຜະລິດທົ່ວໂລກພວມປ່ຽນແປງຢ່າງໄວວາ, ຄັດສະເໜີຂໍ້ມູນຫຼ້າສຸດຈາກນັກສະໜອງການບໍລິການຂໍ້ມູນດ້ານການເງິນແຖວໜ້າໂລກ S&P Global Market Intelligence (ອາເມລິກາ) ຊື່ງໃນນັ້ນໃຫ້ຮູ້ວ່າ: ຫວຽດນາມ ໄດ້ກາຍເປັນຈຸດໝາຍປາຍທາງອັນດັບໜຶ່ງ ເພື່ອໃຫ້ບັນດາບໍລິສັດຫັນປ່ຽນການຜະລິດ ແລະການຫັນປ່ຽນນີ້ ເພື່ອແນໃສ່ຮັກສາລະບົບສະໜອງບໍ່ຖືກຕັດຕອນ.
ສື່ມວນຊົນໃນພາກພື້ນ ແລະ ສາກົນ ພ້ອມກັນເອົາລົງຂ່າວສ່ອງແສງກ່ຽວກັບກອງປະຊຸມສຸດຍອດອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງໄດ້ຈັດຕັ້ງຢ່າງສຳເລັດ ດ້ວຍການລົງນາມຂໍ້ຕົກລົງດານການຄ້າໃຫຍ່ທີ່ສຸດໃນໂລກ, ໃນນັ້ນ ຖືອາຊີຕາເວັນອອກສ່ຽງໃຕ້ເປັນໃຈກາງ.
ຍສໝ - ການຈາກໄປຂອງ ສະຫາຍ ເລຂາຟຽວ ເປັນການສູນເສຍອັນໃຫຍ່ຫລວງຂອງພັກ, ລັດ ແລະ ປະຊາຊົນຫວຽດນາມ; ຕະຫລອດໄລຍະຫລາຍທົດສະວັດທີ່ຜ່ານມາ, ສະຫາຍ ເລຂາຟຽວໄດ້ມີການປະກອບສ່ວນຢ່າງໃຫຍ່ຫລວງເຂົ້າໃນພາລະກິດສ້າງສາພັດທະນາ ແລະ ປົກປັກຮັກສາປະເທດຊາດຫວຽດນາມ ເຮັດໃຫ້ປະທດຊາດຫວຽດນາມ ມີການພັດທະນາຢ່າງບໍ່ຢຸດຢັ້ງ.
ຍສໝ - ໃນຫ້ອງເຮັດວຽກຂອງຂ້າພະເຈົ້າຢູ່ ມະຫາວິທຍາໄລກຳມະບານ, ມີພາບຄວັດແກະສະຫຼັກທາດຫຼວງ ຍາມໃດກໍ່ໄດ້ຕັ້ງຢູ່ບ່ອນທີ່ສາມາດແນມເຫັນໄດ້ງ່າຍທີ່ສຸດ. ບໍ່ພຽງແຕ່ຍ້ອນຄວາມງາມທາງດ້ານສະລະປະກຳເທົ່ານັ້ນ, ເມື່ອເຫັນພາບຄວັດແກະສະຫຼັກດັ່ງກ່າວ ໄດ້ຊ່ວຍໃຫ້ຂ້າພະເຈົ້າຍາມໃດກໍຄິດເຖິງຄວາມຊົງຈຳທີ່ສວຍງາມ ກ່ຽວກັບການພົວພັນທີ່ເຕັມໄປດ້ວຍນ້ຳໃຈຄວາມຮັກແພງກັບສຳມະນາກອນຄົນລາວ.
ຍສໝ - ບັນດາປະເທດ ເກືອບທັງໝົດໄດ້ສະໜັບສະໜູນການນຳໃຊ້ມາດຕະການເປັນກາງໃນການສະກັດກັ້ນ, ແກ້ໄຂການຂັດແຍ້ງ, ປະທະກັນ ໂດຍຖືວ່າ ສະພາຄວາມໝັ້ນຄົງ ສປຊ ມີບົດບາດຕົ້ນຕໍ ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ຄວນສືບຕໍ່ໜູນຊ່ວຍ, ຊຸກຍູ້ມາດຕະການເປັນກາງຜ່ານການສະໜັບສະໜູນດ້ານການເມືອງໃຫ້ແກ່ ການເປັນກາງ, ກຳມະການໄກ່່ເກ່ຍ, ສ້າງກຳລັງຄວາມສາມາດເປັນກາງ ໃຫ້ແກ່ບັນດາອົງການຈັດຕັ້ງພາກພື້ນ, ເພີ່ມທະວີການເຂົ້າຮ່ວມຂອງແມ່ຍິງ ຕໍ່ວິວັດທະນາການຄວາມເປັນກາງ.
ຍສໝ - ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ແລະ ຄະນະຜູ້ແທນຫວຽດນາມ ໄດ້ຢືນຢັນທັດສະນະສະເໝີຕົ້ນສະເໝີປາຍຂອງຫວຽດນາມ ໃນການປະຕິບັດແນວທາງພົວພັນຕ່າງປະເທດທີ່ເປັນເອກະລາດ, ເປັນເຈົ້າຕົນເອງ, ເພື່ອສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ພັດທະນາ, ຫັນການພົວພັນຕ່າງປະເທດເປັນຫຼາຍຝ່າຍ ແລະ ຫຼາຍຮູບຫຼາຍແບບ...
ຍສໝ - ຕອນບ່າຍວັນທີ 27 ພະຈິກ, ຄະນະກຳມະການປະຊາຊົນແຂວງ ເງະອ່ານ ໄດ້ສົມທົບກັບ ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ແລະ ສະຫະພັນ ບັນດາອົງການມິດຕະພາບແຂວງ ຈັດກອງປະຊຸມວິທະຍາສາດ “ວຽກງານການທູດປະຊາຊົນໃນຂະບວນການການເຊື່ອມໂຍງ ແລະ ພັດທະນາເສດຖະກິດສັງຄົມ - ສັງຄົມ ແຂວງ ເງະອານ”.
ຍສໝ - ບົດຂຽນໄດ້ເອົາລົງໃນເວັບໄຊຂອງ IMF ໂດຍຕີລາຄາວ່າ ຫວຽດນາມແມ່ນແບບຢ່າງທີ່ດີກ່ຽວກັບຜົນສຳເລັດຂອງປະເທດທີ່ພວມມີການພັດທະນາສາມາດເອົາໄຊຊະນະໂລກລະບາດ Covid – 19.
ຍສໝ - ເມື່ອແລກປ່ຽນກ່ຽວກັບສະພາບການໂລກລະບາດ, ບັນດາລັດຖະມົນຕີໄດ້ເຫັນດີເປັນເອກະພາບແບ່ງປັນບົດຮຽນປະສົບການ, ບັນດາຂໍ້ມູນການແພດ, ບັນດາຮູບພາບຄາດຄະເນ, ແນະນຳເຕັກນິກ ແລະ ບັນດາມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມ, ປິ່ນປົວ ແລະ ຮັບມືກັບໂລກລະບາດ Covid – 19.
ຍສໝ - ຕອນເຊົ້າວັນທີ 14 ທັນວາ, ຢູ່ເຂດຮ່ອງຮອຍ ໂຮ່ຈີມິນ ແຂວງອຸດອນທານີ (ໄທ), ໄດ້ດຳເນີນພິທີເປີດເຮືອນຮ້ານລຸງໂຮ່ – ໂຄງການນີ້ມີຄວາມໝາຍປະຫວັດສາດ ແລະ ວັດທະນະທຳອັນເລິກເຊິ່ງ, ສະແດງໃຫ້ເຫັນຄວາມຮັກແພງ ແລະ ຄວາມຮູ້ບຸນຄຸນຂອງປະຊາຄົມຊາວ ຫວຽດນາມ ຢູ່ ໄທ ແລະ ບັນດາເພື່ອນມິດສາກົນທີ່ມີຕໍ່ປະທານ ໂຮ່ຈີມິນ, ພ້ອມທັງປະກອບສ່ວນປົກປັກຮັກສາ ແລະ ເຜີຍແຜ່ບັນດາຄຸນຄ່າມູນເຊື້ອອຸດົມຄະຕິ, ຄຸນສົມບັດສິນທຳຂອງທ່ານ
ຍສໝ - ພາຍຫຼັງ 2 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ, ສູນພາສາຫວຽດນາມ Tulip ຢູ່ Tulip ຢູ່ ໂຮນລັງ ໄດ້ກາຍເປັນສະຖານທີ່ພົບປະວັດທະນະທຳທີ່ຄຸ້ນເຄີຍຂອງປະຊາຄົມຊາວ ຫວຽດນາມ ຢູ່ເຂດດິນແດນດອກໄມ້ Tulip. ຈາກບັນດາຊັ້ນຮຽນທີ່ອ່ອນແອໃນເບື້ອງຕົ້ນ, ສູນໄດ້ຜັນຂະຫຍາຍເທື່ອລະກ້າວ, ປະກອບສ່ວນປົກປັກຮັກສາພາສາຫວຽດໃຫ້ຊາວຫວຽດນາມຢູ່ຕ່າງປະເທດລຸ້ນທີ 2 ແລະ 3, ພ້ອມທັງເຜີຍແຜ່ຄວາມສວຍງາມຂອງພາສາຫວຽດໃຫ້ແກ່ເພື່ອນມິດສາກົນ.
ຍສໝ - ທະນາຄານພັດທະນາອາຊີ (ADB) ໄດ້ແຕ່ງຕັ້ງທ່ານ Shantanu Chakraborty ເປັນຜູ້ອໍານວຍການປະຈຳປະເທດຄົນໃໝ່ ປະຈຳຫວຽດນາມ.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານນາງ ຫງວຽນທິບິກລຽນ, ເລຂາໂທ ສະຖານທູດຫວຽດນາມ ປະຈຳ ໂປໂລຍ ໄດ້ຕີລາຄາສູງບັນດາການເຄື່ອນໄຫວຂອງສະມາຄົມໃນໄລຍະຜ່ານມາ ແລະ ອວຍພອນໃຫ້ກອງປະຊຸມໃຫຍ່ປະສົບຜົນສຳເລັດຢ່າງຈົບງາມ.
ຍສໝ - ທີ່ກອງປະຊຸມສະຫລຸບ 5 ປີແຫ່ງການປະຕິບັດຄຳສັ່ງສະບັບເລກທີ 45 ລົງວັນທີ 19 ພຶດສະພາ ປີ 2015 ຂອງກົມການເມືອງ ກ່ຽວກັບວຽກງານສຳລັບ ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ໃນສະພາບການໃໝ່, ທ່ານ ຟ້າມບິນມິງ, ລັດຖະມົນຕີ ກະຊວງການຕ່າງປະເທດຫວຽດນາມ ໄດ້ຕີລາຄາສູງຕໍ່ບັນດາການປະກອບສ່ວນອັນແທດຈິງຂອງ ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ ເຂົ້າໃນພາລະກິດສ້າງສາ ແລະ ປົກປັກຮັກສາປະເທດຊາດໃນໄລຍະທີ່ຜ່ານມາ.
ຍສໝ - ວັນທີ 6 ສິງຫາ, ຢູ່ຮ່າໂນ້ຍ, ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ ໄດ້ຈັດຕັ້ງກອງປະຊຸມຂ່າວ ເພື່ອຂໍ້ມູນກ່ຽວກັບບາງການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນຊາດແຫ່ງສາທາລະນະລັດສັງຄົມນິຍົມຫວຽດນາມ (2 ກັນຍາ 1945-2 ກັນຍາ 2025).
ຍສໝ - ໃນລະຫວ່າງວັນທີ 15 ເມສາ ຫາວັນທີ 2 ພຶດສະພາ ຢູ່ນະຄອນ ຟູ໋ກວກ (ແຂວງ ກຽນຢາງ), ຫໍສະໝຸດທະຫານເຮືອເຂດ 5 ໄດ້ຈັດຕັ້ງງານວາງສະແດງ, ວາງສະແດງ ແລະ ແນະນຳປຶ້ມ ດ້ວຍຫົວຂໍ້ “ພ້ອມກັບປື້ມກ້າວເຂົ້າສູ່ຍຸກພັດທະນາປະເທດຊາດ”. ການເຄື່ອນໄຫວແມ່ນເພື່ອຕອບສະໜອງວັນປື້ມ ແລະ ວັດທະນະທຳການອ່ານ ຫວຽດນາມ ຄັ້ງທີ 4, ພ້ອມກັນນັ້ນກໍ່ສະເຫຼີມສະຫຼອງວັນບຸນສຳຄັນຂອງປະເທດ ແລະ ທະຫານເຮືອ.
ຍສໝ - ໃນຕອນຮຸ່ງເຊົ້າຂອງວັນທີ 10 ມິຖຸນາ, ທີ່ສູນການຄ້າ ຊາປາ ຂອງ ຫວຽດນາມ ຢູ່ນະຄອນຫຼວງ Prague, ສາທາລະນະລັດ ເຊັກໂກ ໄດ້ເກີດເຫດໄຟໄໝ້ຮ້ານຂາຍອາຫານ ແລະ ສິນຄ້າບໍລິໂພກ. ໂຊກດີທີ່ໄຟໄດ້ຖືກຄວບຄຸມຢ່າງທັນການ. ສະຖານທູດ ຫວຽດນາມ ປະຈຳ ສາທາລະນະລັດ ເຊັກໂກ ໄດ້ລົງສະຖານທີ່ເກີດເຫດ ເພື່ອຈະໄປຢ້ຽມຢາມປະຊາຊົນພ້ອມທັງຫນູນຊ່ວຍຄົວເຮືອນທີ່ເສຍຫາຍໃນທັນທີ.
ບັນດາເອກອັກຄະລັດຖະທູດ ຈະປະຕິບັດໜ້າທີ່ຢູ່ 4 ທະວີບ (ຄື: ອາຊີ, ເອີລົບ, ອາເມລິກາ, ອາບຟຣີກາ), ໃນນັ້ນມີຫຼາຍປະເທດແມ່ນຄູ່ຮ່ວມມືສຳຄັນ, ເພື່ອນມິດທີ່ເປັນມູນເຊື້ອຂອງ ຫວຽດນາມ.
ຫວ່າງແລ້ວນີ້, ທ່ານອັກຄະລັດຖະທູດ ສປປ. ລາວ ປະຈຳ ສະຫະພັນ ລັດເຊຍ ວົງວິໄລ ທິບພະລັງສີ ໄດ້ເຂົ້າ ອວຍພອນວັນຊາດຫວຽດນາມ ທີ 2 ກັນຍາ ຄົບຮອບ 77 ປີຢູ່ ສະຖານທູດ ຫວຽດນາມ ປະຈຳ ລັດເຊຍ.
ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີ ແຫ່ງວັນຊາດປະເທດສາທາລະນະລັດ ໂອຕາລິດ (26/10/1955 – 26/10/2021), ວັນທີ 26 ຕຸລາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານ Wolfgang Sobotka, ປະທານສະພາແຫ່ງລັດ ສາທາລະນະລັດ ໂອຕາລິດ.