ເປີດກອງປະຊຸມອົງການໄອຍະການປະຊາຊົນມີ ຊາຍແດນລວມ ຫວຽດນາມ - ລາວ ຄັ້ງທີ 6

ເປີດກອງປະຊຸມອົງການໄອຍະການປະຊາຊົນມີ ຊາຍແດນລວມ ຫວຽດນາມ - ລາວ ຄັ້ງທີ 6

ຍສໝ - ຕອນເຊົ້າວັນທີ 13 ສິງຫາ, ຄະນະວຽກງານ ຂອງອົງການໄອຍະການ ຫວຽດນາມ ນຳໂດຍສະຫາຍ ເລ ມິນ ຈິ໋, ກຳມະການສູນກາງພັກ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ໄດ້ ເຂົ້າຮ່ວມກອງປະຊຸມອົງການໄອຍະການປະຊາຊົນມີ ຊາຍແດນລວມ ຫວຽດນາມ - ລາວ ຄັ້ງທີ 6.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນການປ້ອງກັນ ແລະ ຕໍ່ຕ້ານ ການຄ້າມະນຸດ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນການປ້ອງກັນ ແລະ ຕໍ່ຕ້ານ ການຄ້າມະນຸດ

ຍສໝ - ຕອນເຊົ້າວັນທີ 8 ສິງຫາ, ຢູ່ ຍາຈາງ (ແຂວງ ແຄ໋ງ ຫ່ວາ), ກະຊວງ ຕຳຫຼວດໄດ້ຈັດກອງປະຊຸມຕີລາຄາ ໝາກຜົນແຫ່ງການຮ່ວມມືລະຫວ່າງຫວຽດນາມ ແລະ ລາວ ກ່ຽວກັບການປ້ອງກັນ, ຕໍ່ຕ້ານການຄ້າມະນຸດ ແລະ ການປົກປ້ອງຜູ້ຖືກເຄາະຮ້າຍຈາກການຄ້າມະນຸດໃນປີ 2018 - ປີ 2019.

ພັດທະນາຊີວິດການເປັນຢູ່ຂອງປະຊາຊົນຢູ່ຊາຍແດນຫວຽດນາມ - ລາວ

ພັດທະນາຊີວິດການເປັນຢູ່ຂອງປະຊາຊົນຢູ່ຊາຍແດນຫວຽດນາມ - ລາວ

ຍສໝ - ວັນທີ 7 ສິງຫານີ້, ສູນບໍລິການດ້ານກະສິກຳ ເມືອງ ອາ ເລື້ອຍ ໄດ້ສົມທົບກັບຄ້າຍທະຫານປ້ອງກັນຊາຍແດນ ເຍີມ, ກອງບັນຊາການທະຫານຊາຍແດນ ແຂວງ ເທື່ອທຽນເຫວ້ ໄດ້ມອບແນວພັນພືດເກືອບ 200 ຊະນິດ ແລະ ໄກ່ພັນຈຳນວນ 460 ໂຕໃຫ້ແກ່ຊາວ ບ້ານເຊຊາບ ຢູ່ເມືອງ ກາຫຼຶມ, ແຂວງເຊກອງ, ປະເທດລາວ.

ໄມຕີຈິດອັນດູດດື່ມ ນ້ຳໃຈມິດຕະພາບໄວໜຸ່ມຫວຽດນາມ - ລາວ

ໄມຕີຈິດອັນດູດດື່ມ ນ້ຳໃຈມິດຕະພາບໄວໜຸ່ມຫວຽດນາມ - ລາວ

ໃນຊຸມມື້ຜ່ານມາ, ຄະນະຊາວໜຸ່ມນະຄອນຫຼວງຮ່າໂນ້ຍ ໄດ້ປະຕິບັດຫຼາຍກິດຈະກຳ ອາສາສະໝັກ ທີ່ມີຄວາມໝາຍ ແລະ ແທດກັບຕົວຈິງ ຢູ່ເມືອງໄຊທານີ (ນະຄອນຫຼວງວຽງຈັນ, ສປປລາວ) ເພື່ອເສີມສ້າງຄວາມສາມັກຄີ ຂອງສາຍພົວພັນມິດຕະພາບຫວຽດນາມ - ລາວເວົ້າລວມ ແລະ ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຊາວໜຸ່ມ ສອງປະເທດເວົ້າສະເພາະ.

ກອງປະຊຸມແລກປ່ຽນປະສົບການກ່ຽວກັບການປ່ຽນແປງ ນະໂຍບາຍ ແລະ ກົດໝາຍ ໃນຂົງເຂດການເງິນ ແລະ ງົບປະມານ ລະຫວ່າງ 2 ສະພາແຫ່ງຊາດຫວຽດນາມ - ລາວ

ກອງປະຊຸມແລກປ່ຽນປະສົບການກ່ຽວກັບການປ່ຽນແປງ ນະໂຍບາຍ ແລະ ກົດໝາຍ ໃນຂົງເຂດການເງິນ ແລະ ງົບປະມານ ລະຫວ່າງ 2 ສະພາແຫ່ງຊາດຫວຽດນາມ - ລາວ

ຍສໝ - ແຕ່ວັນທີ 29-30 ກໍລະກົດ, ທີ່ນະຄອນຫະລ໋ອງ, ຄະນະກຳມະການ ການເງິນ-ງົບປະມານ ສະພາແຫ່ງຊາດຫວຽດນາມ ແລະ ຄະນະກຳມະການແຜນການ, ການເງິນ ແລະ ກວດສອບສະພາແຫ່ງຊາດລາວ, ໄດ້ປະສານສົມທົບກັນຈັດກອງປະຊຸມແລກປ່ຽນປະສົບການ ວ່າດ້ວຍ ການປ່ຽນແປງໃໝ່ນະໂຍບາຍ, ກົດໝາຍໃນຂົງເຂດການເງິນ ແລະ ງົບປະມານແຫ່ງລັດ.

ພິທີທຳຄວາມເຄົາລົບຫຼັກໝາຍຊາຍແດນ ອະທິປະໄຕ ແລະການລາດຕະເວນຮ່ວມ ຊາຍແດນ ຫວຽດນາມ - ລາວ

ພິທີທຳຄວາມເຄົາລົບຫຼັກໝາຍຊາຍແດນ ອະທິປະໄຕ ແລະການລາດຕະເວນຮ່ວມ ຊາຍແດນ ຫວຽດນາມ - ລາວ

ຍສມ - ໃນຕອນເຊົ້າ ວັນທີ 30 ກໍລະກົດ, ກອງບັນຊາການທະຫານຊາຍແດນແຂວງກວ້າງຈິ ແລະ ກອງບັນຊາການທະຫານແຂວງສະຫວັນນະເຂດ, ປະເທດລາວ ໄດ້ຈັດຕັ້ງພິທີທຳຄວາມເຄົາລົບຫຼັກໝາຍຊາຍແດນອະທິປະໄຕ ແລະ ທຳການລາດຕະເວນຊາຍແດນຮ່ວມກັນ. ນີ້ແມ່ນການເຄື່ອນໄຫວຕົ້ນຕໍໃນລາຍການພົບປະແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ - ລາວ ປີ 2019.

ເປີດການແຂ່ງຂັນກິລາບານເຕະ ແລະ ບານສົ່ງ ເພື່ອຄຳນັບຮັບຕ້ອນ ວັນພົບປະແລກປ່ຽນມິດຕະພາບຊາຍແດນຫວຽດນາມ - ລາວ

ເປີດການແຂ່ງຂັນກິລາບານເຕະ ແລະ ບານສົ່ງ ເພື່ອຄຳນັບຮັບຕ້ອນ ວັນພົບປະແລກປ່ຽນມິດຕະພາບຊາຍແດນຫວຽດນາມ - ລາວ

ຍສໝ - ໃນທ້າຍອາທິດທີ່ຜ່ານມາ, ຄະນະ ກຳມະການປະຊາຊົນເທດສະບານເມືອງລາວບາວ (ເມືອງເຮືອງຫວ໋າ, ແຂວງກວ້າງຈິ) ປະສານສົມທົບ ກັບ ຄ້າຍທະຫານ ປ້ອງກັນຊາຍແດນດ່ານສາກົນລາວບາວ, ກອງບັນຊາການທະຫານຊາຍແດນແຂວງກວ້າງຈິ ໄດ້ຈັດພິທີເປີດການແຂ່ງຂັນບານເຕະ ແລະ ບານສົ່ງຊາຍ ເພື່ອຄຳນັບຮັບຕ້ອນ ລາຍການ-ການພົບປະແລກປ່ຽນ ມິດຕະພາບຊາຍແດນ ຫວຽດນາມ - ລາວ ປີ 2019 ແລະ ສະເຫຼີມສະຫຼອງວັນສ້າງຕັ້ງເທດສະບານເມືອງລາວບາວຄົບຮອບ 25 ປີ (1 ສິງຫາ 1994 - 1 ສິງຫາ 2019).

ພິທີຕ້ອນຮັບຄະນະຜູ້ແທນລາວ ເຂົ້າຮ່ວມງານພົບປະແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ - ລາວ ປີ 2019

ພິທີຕ້ອນຮັບຄະນະຜູ້ແທນລາວ ເຂົ້າຮ່ວມງານພົບປະແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ - ລາວ ປີ 2019

ຍສໝ - ຕອນບ່າຍ ວັນທີ 29 ກໍລະກົດ, ທ່ານ ພົນຈັດຕະວາ ຫງວ໋ຽນ ວັນ ນາມ, ຮອງຫົວໜ້າກອງບັນຊາການ, ເສນາທິການກອງບັນຊາການທະຫານຊາຍແດນ ແລະ ສະຫາຍ ຫງວ໋ຽນ ດຶກ ຈິ໋ງ, ປະທານ ຄະນະ ກຳມະການປະຊາຊົນແຂວງກວ້າງຈິ ໄດ້ຮ່ວມເປັນປະທານ ໃນການຕ້ອນຮັບ, ພົບປະກັບບັນດາຄະນະຜູ້ແທນທ້ອງຖິ່ນ, ກຳລັງ, ໜ່ວຍງານ ຂອງ ສາທາລະນະລັດປະຊາທິປະໄຕ ປະຊາຊົນ ລາວ ໄປເຂົ້າຮ່ວມລາຍການພົບປະແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ - ລາວ 2019 ທີ່ຕົວເມືອງລາວບາວ, ເມືອງເຮືອງຫວ໋າ, ແຂວງກວ້າງຈິ.

ສື່ມວນຊົນຫວຽດນາມ - ລາວ ໃນສັງກາດສື່ດີຈີຕອນ

ສື່ມວນຊົນຫວຽດນາມ - ລາວ ໃນສັງກາດສື່ດີຈີຕອນ

ຍສໝ - ໃນລະຫວ່າງວັນທີ 25 – 28 ກໍລະກົດ 2019, ຢູ່ເທດສະບານ ເກືອລໍ່, ແຂວງເງະອານ ສສ ຫວຽດນາມ ພວມດຳເນີນກອງປະຊຸມສຳມະນາສາກົນ ໂດຍສະມາຄົມນັກຂ່າວຫວຽດນາມ ແລະ ສະມາຄົມນັກຂ່າວລາວ ສົມທົບກັນຈັດຕັ້ງ ດ້ວຍຫົວຂໍ້ “ສື່ມວນຊົນຫວຽດນາມ - ລາວ ໃນສັງກາດສື່ດີຈີຕອນ”.

ຫວຽດນາມ - ລາວ: ແລກປ່ຽນກ່ຽວກັບວຽກງານໄກ່ເກ່ຍຂັ້ນຮາກຖານ

ຫວຽດນາມ - ລາວ: ແລກປ່ຽນກ່ຽວກັບວຽກງານໄກ່ເກ່ຍຂັ້ນຮາກຖານ

ຍສໝ - ໃນຕອນບ່າຍວັນທີ 23 ກໍລະກົດ, ຢູ່ສຳນັກງານຍຸຕິທໍາຮ່າໂນ້ຍ ໄດ້ຈັດຂຶ້ນກອງປະຊຸມປຶກສາຫາລືກ່ຽວກັບການວຽກງານໄກ່ເກ່ຍພື້ນຖານ ລະຫວ່າງພະແນກຍຸຕິທໍາ ນະຄອນຮ່າໂນ້ຍ ແລະ ກະຊວງຍຸຕິທໍາຂອງ ສປປ ລາວ.

ພິທີສູດສັກອະນິດຈາ ຢູ່ ສຸສານນັກຮົບເສຍສະລະຊີວິດເພື່ອຊາດ ສາກົນ ຫວຽດນາມ - ລາວ

ພິທີສູດສັກອະນິດຈາ ຢູ່ ສຸສານນັກຮົບເສຍສະລະຊີວິດເພື່ອຊາດ ສາກົນ ຫວຽດນາມ - ລາວ

ຍສໝ - ໃນຕອນບ່າຍວັນທີ 20 ກໍລະກົດ ປີ 2019, ຄະນະຄຸ້ມຄອງບໍລິຫານຂອງສັງຄະສະມາຄົມພຸດທະສາສະ ໜາຫວຽດນາມໃນແຂວງ ເຫງ້ອານ ໄດ້ ຈັດພິທີສູດສັກອະນິດຈາ ຢູ່ສຸສານນັກຮົບເສຍສະລະຊີວິດເພື່ອຊາດ ສາກົນ ຫວຽດນາມ - ລາວ. ນີ້ແມ່ນກິດຈະກໍາເພື່ອສະເຫຼີມສະຫຼອງຄົບຮອບ 72 ປີ ວັນນັກຮົບຜູ້້ເສຍສະຫຼະຊີວິດເພື່ອຊາດ.

ແຂວງແທັງຫວ໋າ - ຫວົພັນ: ດຳເນີນການກວດກາລາດຕະເວນສອງຝ່າຍ ເພື່ອປົກປັກຮັກສາປ່າ ຊາຍແດນຫວຽດນາມ - ລາວ

ແຂວງແທັງຫວ໋າ - ຫວົພັນ: ດຳເນີນການກວດກາລາດຕະເວນສອງຝ່າຍ ເພື່ອປົກປັກຮັກສາປ່າ ຊາຍແດນຫວຽດນາມ - ລາວ

ຍສໝ - ໃນສອງວັນທີ່ຜ່ານມາ, ຫ້ອງການກະສິກຳປ່າໄມ້ ເມືອງ ລາງແຈັງ ເປັນປະທານໃນການປະສານສົມທົບ ກັບ ຄ້າຍທະຫານຊາຍແດນ ອຽນເຄືອງ (ທະຫານຊາຍແດນແຂວງແທັງຫວ່໋າ), ຄະນະກໍາມະການປະຊາຊົນ ຕາແສງອຽນເຄືອງ (ເມືອງ ລາງແຈັງ, ແຂວງ ແທັງຫວ໋າ) ແລະ ຫ້ອງການກະສິກຳປ່າໄມ້ເມືອງຊຳເຕີ້, ກອງຮ້ອຍທະຫານຊາຍແດນ 216 ແລະ ອຳນາດການປົກຄອງບ້າເກີນ (ແຂວງຫົວພັນ, ສປປ ລາວ) ໄດ້ດໍາເນີນການປະຕິບັດການກວດກາລາດຕະເວນສອງຝ່າຍເພື່ອປົກປັກຮັກສາ ປ່າໄມ້.

ງານແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ - ລາວ 2019 ແມ່ນເຫດການທີ່ຮັດແຫນ້ນຄວາມສາມັກຄີ ລະຫວ່າງສອງປະເທດ

ງານແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ - ລາວ 2019 ແມ່ນເຫດການທີ່ຮັດແຫນ້ນຄວາມສາມັກຄີ ລະຫວ່າງສອງປະເທດ

ຍສໝ - ນີ້ແມ່ນການສະຫຼຸບລາຍງານຂອງ ສະຫາຍ ຮ່າ ສີ ດົ່ງ, ຮອງປະທານຄະນະກໍາມະການປະຊາຊົນແຂວງກວ້າງຈິ ,ໃນກອງປະຊຸມເຮັດວຽກກັບ ກອງບັນຊາການທະຫານຊາຍແດນແຂວງກ້ວາງຈິ ,ໃນຕອນບ່າຍວັນທີ 16 ກໍລະກົດ, ຢູ່ທີ່ຫ້ອງປະຊຸມກອງບັນຊາການທະຫານຊາຍແດນແຂວງກວ້າງຈິ.

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດຄວາມສະຫງົບ

ຫວຽດນາມ - ລາວ ເພີ່ມທະວີການຮ່ວມມືໃນຂົງເຂດຄວາມສະຫງົບ

ຍສໝ - ໃນຕອນບ່າຍວັນທີ 16 ກໍລະກົດ, ຢູ່ ນະຄອນຫລວງວຽງຈັນ ສປປ ລາວ, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ໃຫ້ການຕ້ອນຮັບ ທ່ານ ບຸ່ຍ ວັນ ນາມ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ຕຳຫຼວດ ແລະ ຄະນະຜູ້ແທນ ກະຊວງ ຕຳຫຼວດຫວຽດນາມ ໂອກາດມາເຂົ້າຮ່ວມ ກອງປະຊຸມຮ່ວມມື ດ້ານຄວາມສະຫງົບ ຫວຽດນາມ - ລາວ ຄັ້ງທີ 10.

ການພົວພັນຕ່າງປະເທດປ້ອງກັນຊາດ ເຂັ້ມແຂງຈະສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ແຫ່ງສັນຕິພາບ ແລະ ມິດຕະພາບ

ການພົວພັນຕ່າງປະເທດປ້ອງກັນຊາດ ເຂັ້ມແຂງຈະສ້າງເສັ້ນຊາຍແດນ ຫວຽດນາມ - ລາວ ແຫ່ງສັນຕິພາບ ແລະ ມິດຕະພາບ

ຍສໝ - ບັນດາການເຄື່ອນໄຫວການຕ່າງປະເທດ ຍາມໃດກໍ່ໄດ້ ຮັບການຈັດຕັ້ງປະຕິບັດຢ່າງມີປະສິດຕິຜົນ ໂດຍທະຫານ ຊາຍແດນແຂວງຮ່າຕິ໋ງ, ປະກອບສ່ວນ ຮັກສາສະຖຽນລະພາບ ດ້ານການເມືອງ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍ ແນວຊາຍແດນ, ສ້າງສັນຕິພາບ, ມິດຕະພາບ.

ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ລາວ ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງປະເທດ

ການຮ່ວມມືດ້ານປ້ອງກັນຊາດຫວຽດນາມ - ລາວ ແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນສອງປະເທດ

ຍສໝ - ໃນວັນທີ 10 ກໍລະກົດ, ໃນຂອບເຂດການເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ ຄັ້ງທີ 13 (ADMM-13) ທີ່ບາງກອກ, ໄທ, ທ່ານພົນເອກ ໂງ ຊວນ ລິກ, ກຳມະການກົມການເມືອງ, ຮອງເລຂາຄະນະພັກການທະຫານສູນກາງ, ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມີການພົບປະສອງຝ່າຍກັບ ທ່ານພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດລາວ.

ການລົງລາຍເຊັນບົດບັນທຶກຊ່ວຍຈຳລະຫວ່າງບັນດາຫນ່ວຍງານຕໍາຫຼວດ ແລະ ປ້ອງກັນຄວາມສະຫງົບຢູ່ຊາຍແດນ ຫວຽດນາມ - ລາວ

ການລົງລາຍເຊັນບົດບັນທຶກຊ່ວຍຈຳລະຫວ່າງບັນດາຫນ່ວຍງານຕໍາຫຼວດ ແລະ ປ້ອງກັນຄວາມສະຫງົບຢູ່ຊາຍແດນ ຫວຽດນາມ - ລາວ

ຍສໝ - ໃນຕອນບ່າຍ ວັນທີ 9 ກໍລະກົດ, ຢູ່ແຂວງ ກ໋ວາງ ນິງ ໄດ້ຈັດຕັ້ງ ການພົບປະເຈລະຈາແລກປ່ຽນສະພາບການ ແລະ ເຮັດວຽກ ເພື່ອຮັບປະກັນຄວາມປອດໄພຂອງເສັ້ນຊາຍແດນຫວຽດນາມ - ລາວໃນປີ 2018, ພ້ອມກັນນັ້ນ ໄດ້ເອກະພາບໜ້າທີ່ໃນປີ 2019 ລະຫວ່າງຄະນະຜູ້ແທນ ຕໍາຫຼວດ ເມືອງ ໂບ໋ ແຈ້ງ, ມິງ ຫ໋ວາ, ກ໋ວາງ ນິງ ແລະ ຄະນະປ້ອງກັນ ຄວາມສະຫງົບ ເມືອງບົວລະພາ, ແຂວງ ຄໍາມ່ວນ, ລາວ.

ຫວຽດນາມ - ລາວ:  ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ

ຫວຽດນາມ - ລາວ: ເພີ່ມທະວີການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳ

ຍສໝ - ໃນຕອນເຊົ້າຂອງວັນທີ 09 ກໍລະກົດ 2019, ທີ່ນະຄອນຫລວງວຽງຈັນ ສປປ ລາວ ໄດ້ດຳເນີນກອງປະຊຸມການຮ່ວມມືປ້ອງກັນ, ຕ້ານອາດຊະຍາກຳລະຫວ່າງກຳລັງຕຳຫລວດ, ກະຊວງຕຳຫລວດ ຫວຽດນາມ ແລະ ກຳລັງຕຳຫລວດ, ກະຊວງປ້ອງກັນຄວາມສະຫງົບ ລາວ ຄັ້ງທີ 10.

ກະກຽມຈະສໍາເລັດການຈັດຕັ້ງປະຕິບັດໂຄງການແລກປ່ຽນເສັ້ນຊາຍແດນຫວຽດນາມ - ລາວ ໃນປີ 2019

ກະກຽມຈະສໍາເລັດການຈັດຕັ້ງປະຕິບັດໂຄງການແລກປ່ຽນເສັ້ນຊາຍແດນຫວຽດນາມ - ລາວ ໃນປີ 2019

ຍສໝ - ໃນຕອນບ່າຍວັນທີ 7 ກໍລະກົດ, ຢູ່ກອງບັນຊາການປ້ອງກັນຊາຍແດນ ໄດ້ຈັດຕັ້ງກອງປະຊຸມວຽກງານ ກະກຽມ ເພື່ອປະຕິບັດໂຄງການແລກປ່ຽນມິດຕະພາບຫວຽດນາມປີ 2019 ຢູ່ແຂວງ ກວ໋າງ ຈິ້. ທ່ານພົນຈັດຕະວາ ໂດ໋ ແຢ່ງ ເວືອງ, ເລຂາຄະນະພັກ ທະຫານປ້ອງກັນຊາຍແດນ ເປັນກຳກັບບັນຊາກອງປະຊຸມ.

ການຝຶກອົບຮົມກ່ຽວກັບວຽກງານການເສນາທິການພະລາທິການ, ຄ້າຍທະຫານ ສໍາລັບພະນັກງານກອງທັບປະຊາຊົນລາວ

ການຝຶກອົບຮົມກ່ຽວກັບວຽກງານການເສນາທິການພະລາທິການ, ຄ້າຍທະຫານ ສໍາລັບພະນັກງານກອງທັບປະຊາຊົນລາວ

ຍສໝ - ໃນຕອນເຊົ້າວັນທີ 1 ກໍລະກົດ, ຢູ່ທີ່ຮ່າໂນ້ຍ, ກົມໃຫຍ່ພະລາທິການ ປະສານກັບສະຖາບັນ ພະລາທິການ ໄດ້ຈັດຕັ້ງການໄຂຫຼັກສູດການຝຶກອົບຮົມກ່ຽວກັບວຽກງານການເສນາທິການພະລາທິການ, ຄ້າຍທະຫານ ສໍາລັບພະນັກງານກອງທັບປະຊາຊົນລາວ.