
ຫວຽດນາມຈະຮັບບົດບາດເປັນປະທານ ອາຊຽນໃນປີ 2020 ຢ່າງດີ
ຍສໝ - ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ສະແດງຄວາມເຊື່ອໝັ້ນວ່າ: ຫວຽດນາມ ຈະ ດຳລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2020 ແລະ ຈະມີການປະກອບສ່ວນຢ່າງຕັ້ງໜ້າ ເພື່ອຊຸກຍູ້ເສດຖະກິດປະຊາຄົມອາຊຽນ.
ຍສໝ - ທ່ານເລຂາທິການໃຫຍ່ ອາຊຽນ Lim Jock Hoi ສະແດງຄວາມເຊື່ອໝັ້ນວ່າ: ຫວຽດນາມ ຈະ ດຳລົງຕຳແໜ່ງເປັນປະທານອາຊຽນ ໃນປີ 2020 ແລະ ຈະມີການປະກອບສ່ວນຢ່າງຕັ້ງໜ້າ ເພື່ອຊຸກຍູ້ເສດຖະກິດປະຊາຄົມອາຊຽນ.
ເນື່ອງໃນໂອກາດວັນສ້າງຕັ້ງສະມາຄົມບັນດາປະຊາຊາດອາຊີຕາເວັນອອກສ່ຽງໃຕ້ ຫຼື ອາຊຽນ ຄົບຮອບ 52 ປີ (8 ສິງຫາ 1967 – 8 ສິງຫາ 2019) ແລະ ຄົບຮອບ 22 ປີ ຂອງການເຂົ້າເປັນສະມາຊິກອາຊຽນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (23 ກໍລະກົດ 1997- 23 ກໍລະກົດ 2019), ຂ້າພະເຈົ້າ ຂໍຕາງຫນ້າລັດຖະບານ ສົ່ງພອນອັນປະເສີດ ມາຍັງ ບັນດາທ່ານ ການນຳພັກ-ລັດ, ພະນັກງານ, ທະຫານ, ຕຳຫຼວດ ແລະ ຕະຫຼອດຮອດພີ່ນ້ອງຊາວລາວທຸກຖ້ວນໜ້າທັງຢູ່ພາຍໃນ ແລະ ຕ່າງປະເທດ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວົ້າລວມ ແລະ ເວົ້າສະເພາະ ປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານອາຊຽນ ຕະຫລອດໄລຍະ 22 ປີ ຜ່ານມາ.
ຍສໝ - ໃນວັນທີ 08 ສິງຫາ 1967, ອາຊຽນ ໄດ້ຮັບການສ້າງຕັ້ງຂຶ້ນຈາກ 5 ປະເທດທຳອິດ. ປັດຈຸບັນ, ອາຊຽນ ໄດ້ກາຍເປັນປະຊາຄົມລວມມີ 10 ປະເທດສະມາຊິກ ແລະ ນັບມື້ນັບຈະເລີນເຕີບໂຕກ່ຽວກັບດ້ານການເມືອງກ່ວາ, ມີຄວາມໝັ້ນຄົງກ່ຽວກັບດ້ານເສດຖະກິດກ່ວາ, ສ້າງລະບອບລະບຽບການໃຫ້ສົມບູນແບບກ່ວາ ແລະ ມີການ ສະໜິດຕິດພັນກັນກ່ວາ.
ວັນທີ 05 ສິງຫາ, ຢູ່ນະຄອນ ເຫວ້, ແຂວງເທື່ອທຽນ-ເຫວ້ ຂອງຫວຽດນາມ ໄດ້ດໍາເນີນກອງປະຊຸມລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ອາຊຽນ (Special SOM – AMAF). ເຂົ້າຮ່ວມກອງປະຊຸມມີຜູ້ແທນ 130 ທ່ານ ທີ່ມາຈາກ 10 ປະເທດ ອາຊຽນ, ຮອງເລຂານຸການໃຫຍ່ອາຊຽນ ພ້ອມດ້ວຍການນໍາບັນດາອົງການທີ່ກ່ຽວຂ້ອງ ຂອງບັນດາປະເທດ ອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນ.
ຍສໝ - ໃນວັນທີ 6 ສິງຫາຢູ່ນະຄອນຫຼວງ ວຽງຈັນ, ກະຊວງການຕ່າງປະເທດລາວໄດ້ຈັດຕັ້ງພິທີຊັກທູງເນື່ອງໃນໂອກາດສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງ ອາຊຽນ (ວັນທີ 8 ສິງຫາ 1967 – 8 ສິງຫາ 2019).
ວັນທີ 02 ສິງຫາ, ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ + 3 ຄັ້ງທີ 20 ດຳເນີນໃນຂອບເຂດກອງປະຊຸມ AMM 52, ໄດ້ຈັດຂຶ້ນຢູ່ບາງກອກ, ປະເທດໄທ.
ໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນຄັ້ງທີ 52 (AMM 52) ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 31 ກໍລະກົດ, ທີ່ ບາງກອກ, ທ່ານຟ້າມບິ່ງມິງຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມພ້ອມດ້ວຍບັນດາລັດຖະມົນຕີກະຊວງການຕ່າງປະເທດອາຊຽນ ແລະ ທ່ານຫວາງອີ້ລັດຖະມົນຕີກະຊວງການຕ່າງປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີກະຊວງການຕ່າງປະເທດອາຊຽນ-ຈີນ.
ໃນຕອນບ່າຍວັນທີ 30 ກໍລະກົດ 2019 ທີ່ ບາງກອກ ປະເທດໄທ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມກອງປະຊຸມ ຄະນະກໍາມາທິການ ວ່າດ້ວຍເຂດປອດອາວຸດນິວເຄລຍອາຊີ ຕາເວັນອອກສ່ຽງໃຕ້ (SEANWFZ Commission), ເຊິ່ງໄດ້ສະແດງຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າ ການຈັດຕັ້ງປະຕິບັດ ແຜນປະຕິບັດງານ ຂອງສົນທິສັນຍາ ວ່າດ້ວຍເຂດປອດອາວຸດນິວເຄລຍ ໃນອາຊີຕາເວັນອອກສ່ຽງໃຕ້ ໄລຍະ 2018-2022 ແລະ ຮັບຊາບຜົນກອງປະຊຸມ ເຄືອຂ່າຍອົງການພະລັງງານ ປະລາມະນູອາຊຽນ ຄັ້ງທີ 6 (6th ASEANTOM).
ຍສໝ - ໃນລະຫວ່າງວັນທີ 30 ກໍລະກົດ ຫາ ວັນທີ 3 ສິງຫາ ທີ່ບາງກອກ, ປະເທດໄທ ໄດ້ດຳເນີນກອງປະຊຸມບັນດາເຈົ້າໜ້າທີ່ອາວຸໂສ ASEAN (SOM) ກະກຽມໃຫ້ກອງປະຊຸມບັນດາລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 52 (AMM-52) ແລະ ບັນດາກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ກັບຄູ່ຮ່ວມມືຕ່າງໆ (PMC+) ເຊິ່ງຈະໄດ້ດໍາເນີນ. ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ນຳໜ້າຄະນະຜູ້ແທນຫວຽດນາມເຂ້ົາຮ່ວມກອງປະຊຸມ.
ງານປະກວດສຽງເພງ ອາຊຽນ +3 ໂດຍ VOV ຈັດຕັ້ງ 2 ປີ ເທື່ອໜຶ່ງ ແມ່ນການແຂ່ງຂັນ ແລະ ໂອກາດທີ່ດີ ເພື່ອໃຫ້ບັນດານັກສິລະປິນ, ນັກຮ້ອງໄດ້ພົບປະກັນສະແດງຄວາມສາມາດ ແລະ ນ້ຳໃຈຂອງຕົນຕໍ່ຄູ່ຮ່ວມງານ ແລະ ມະຫາຊົນທີ່ນິຍົມຊົມຊອບດົນຕີ. ເຫດການດົນຕີອັນຍິ່ງໃຫຍ່ນີ້ກໍ່ແມ່ນໜຶ່ງໃນບັນດາການເຄື່ອນໄຫວຂອງຫວຽດນາມ ເພື່ອສະເຫຼີມສະຫຼອງ 51 ປີ ແຫ່ງວັນສ້າງຕັ້ງ ອາຊຽນ (8 ສິງຫາ 1967 – 8 ສິງຫາ 2019).
ຍສໝ - ເມື່ອບໍ່ດົນມານີ້, ງານສັບປະດາ ການຮ່ວມມືດ້ານການສຶກສາ ຈີນ - ອາຊຽນ ຄັ້ງທີ 12 ໄດ້ເປີດຂື້ນ ຢູ່ ນະຄອນ Guiyang, ແຂວງ ກວາງໂຈ, ປະເທດ ຈີນ ໂດຍການເຂົ້າຮ່ວມ ຂອງຕ່າງໜ້າ ແລະ ນັກຮຽນ ມາຈາກປະເທດ ຈີນ ຫຼາຍກວ່າ 2.400 ຄົນ, ບັນດາປະເທດສະມາຊິກອາຊຽນ ກໍ່ຄື 7 ປະເທດຄູ່ຮ່ວມ ເປັນແຂກພິເສດ, ເຊິ່ງປະກອບມີ : ລັດເຊຍ, ສະວິດເຊີແລນ ແລະ Kazakhstan.
ກອງປະຊຸມລະດັບລັດຖະມົນຕີເສດຖະກິດອາຊຽນ ຈະຈັດຂື້ນ ໃນເດືອນກັນຍາ ປີນີ້ ແລະ ຄາດວ່າຈະມີການລົງນາມ ຂໍ້ຕົກລົງ 2 ສະບັບຄື: ຂໍ້ຕົກລົງກົນໄກ ການຍອມຮັບ ແລະ ອະນຸມັດຮ່ວມກັນກ່ຽວກັບການສົ່ງອອກລົດໃຫຍ່ລວມໄປເຖິງ ອຸປະກອນ ແລະ ຂໍ້ຕົກລົງກ່ຽວກັບການປັບປຸງກົນໄກແກ້ໄຂຄວາມຂັດແຍ້ງ ເພື່ອສົ່ງເສີມ ແລະ ກະຕຸ້ນການຄ້າ ເສລີລະຫວ່າງປະເທດອາຊຽນ.
ການແຂ່ງຂັນບານເຕະຊາຍຮຸ່ນອາຍຸບໍ່ເກີນ 15 ປີ (U15) ຊີງແຊັມອາຊຽນ ຄັ້ງທີ 16 ຈະຈັດຂຶ້ນຢູ່ແຂວງຊົນບູຣີ ປະເທດໄທ ໃນວັນທີ 27 ກໍລະກົດ-9 ສິງຫາ 2019 ທີມຊາດລາວຊຸດນີ້ ຄຸມທີມໂດຍເຊລວາຣັດ ເວັງດາຊາລາ ຊາວສິງກະໂປ ໄດ້ນຳພານັກກີລາເກັບຕົວເຝິກຊ້ອມຢ່າງຂຸ້ນຂ້ຽວທີ່ສະ ໜາມກີລາແຫ່ງຊາດ ຫຼັກ 16.
ຍສໝ - ໃນວັນທີ 19 ກໍລະກົດ 2019, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ໄດ້ດຳເນີນກອງປະຊຸມລັດຖະມົນຕີຊາວໜຸ່ມບັນດາປະເທດອາຊຽນ (AMMY) ຄັ້ງທີ 11 ແລະ ກອງປະຊຸມລັດຖະມົນຕີຊາວໜຸ່ມບັນດາປະເທດອາຊຽນ + 3 ຄັ້ງທີ 7.
ສູນກາງຊາວໜຸ່ມ ປະຊາ ຊົນປະຕິວັດລາວ (ສຊປລ) ໃນນາມຮັບຜິດຊອບວຽກງານຊາວໜຸ່ມອາຊຽນໄດ້ສືບຕໍ່ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີ່ອາວຸໂສ ຂຶ້ນໃນວັນທີ 18 ກໍລະກົດ ນີ້, ທີ່ໂຮງແຮມລາວພຣາຊາ ນະຄອນຫຼວງວຽງຈັນ ເພື່ອກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີ ຊາວໜຸ່ມອາຊຽນບວກສາມ ຄັ້ງທີ 7 (Prep-SOM for AMMY+3) ທີ່ຈະໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 19 ກໍລະກົດ.
ໃນວັນທີ 19 ກໍລະກົດ 2019, ຢູ່ໂຮງແຮມລາວພລາຊາ, ນະຄອນຫລວງວຽງຈັນ, ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມລັດຖະມົນຕີຊາວໜຸ່ມອາຊຽນ ຄັ້ງທີ 11 ແລະ ກອງປະຊຸມຊາວໜຸ່ມອາຊຽນ ບວກ 3 ຄັ້ງທີ 7 ພາຍໃຕ້ຫົວຂໍ້ “ເສີມຂະຫຍາຍບົດບາດຊາວໜຸ່ມໃນການພັດທະນາໃຫ້ຍືນຍົງ ແລະ ເຊື່ອມໂຍງກັບພາກພື້ນ”, ໂດຍມີ ທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ໃຫ້ກຽດເຂົ້າຮ່ວມ.
ຫວ່າງແລ້ວນີ້, ຄະນະນັກກີລານັກຮຽນລາວນຳໂດຍທ່ານ ບຸນສຸກ ທິລະສັກ ຫົວໜ້າກົມພະລະ ແລະ ສິລະປະສຶກສາ ກະຊວງສຶກສາທິການ ແລະ ກີລາ ທັງເປັນຮອງປະທານສະຫະພັນກີລານັກຮຽນສາມັນລາວ ໄດ້ອອກເດີນທາງເຂົ້າຮ່ວມງານກີລານັກຮຽນອາຊຽນ ຄັ້ງທີ 11 ທີ່ເມືອງເຊມາຣັງ ປະເທດອິນໂດເນເຊຍ ຈັດຂຶ້ນວັນທີ 17-25 ກໍລະກົດ 2019.
ຍສໝ - ກອງປະຊຸມເຈົ້າໜ້າທີ່ອາວຸໂສກ່ຽວກັບເສດຖະກິດອາຊຽນ ຄັ້ງທີ 3 (SEOM 3/50) ຈະໄດ້ຈັດຕັ້ງຢູ່ບາງກອກ, ປະເທດໄທ ໃນລະຫວ່າງວັນທີ 14-18 ກໍລະກົດ 2019 ດ້ວຍການເຂົ້າຮ່ວມຂອງບັນດາປະເທດສະມາຊິກ.
ຍສໝ - ໃນຕອນເຊົ້າຂອງວັນທີ 11 ກໍລະກົດ 2019, ທີ່ ບາງກອກ, ປະເທດໄທ, ກອງປະຊຸມລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດອາຊຽນ (ADMM) ຄັ້ງທີ 13 ດ້ວຍຫົວຂໍ້ “ຄວາມໝັ້ນຄົງແບບຍືນຍົງ” ໄດ້ໄຂຂຶ້ນຢ່າງເປັນທາງການ.
ຍສໝ - ໃນລະຫວ່າງວັນທີ 9-12 ກໍລະກົດ ຢູ່ນະຄອນຫຼວງບາງກອກ, ປະເທດໄທ ໄດ້ຈັດຕັ້ງ ກອງປະຊຸມ ລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ ADMM ຄັ້ງທີ 13.