ໄຂກອງປະຊຸມຜູ້ບັນຊາການຕໍາຫຼວດຂອງບັນດາປະເທດ ອາຊຽນ ຄັ້ງທີ 39 (ASEANAPOL 39) ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ

06:30 | 19/09/2019

ຍສມ - ໃນຕອນເຊົ້າວັນທີ 18 ກັນຍາ, ຢູ່ນະຄອນຫຼວງຮ່າໂນ້ຍ ໄດ້ຈັດຕັ້ງພິທີໄຂກອງປະຊຸມຜູ້ບັນຊາການຕໍາຫຼວດຂອງບັນດາປະເທດ ອາຊຽນ ຄັ້ງທີ 39 (ASEANAPOL 39) ດ້ວຍຫົວຂໍ້ວ່າ “ຄູ່ຮ່ວມມືສະຫງ່າອົງອາດ, ເປັນເອກະພາບແບບຍືນຍົງ”.

ກອງປະຊຸມເພື່ອແນໃສ່ເປົ້າໝາຍສືບຕໍ່ຮ່ວມມືກັນຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາປະເພດຕ່າງໆ ຢູ່ພາກພື້ນຄື: ຊື້ຂາຍຢາເສບຕິດຜິດກົດໝາຍ; ການກໍ່ການຮ້າຍ; ຄ້າຂາຍອາວຸດເຖື່ອນ; ການຄ້າມະນຸດ; ອາດຊະຍາກໍານໍາໃຊ້ເຕັກໂນໂລຢີສູງ... ເຂົ້າຮ່ວມກອງປະຊຸມມີຜູ້ແທນເກືອບ 300 ທ່ານ ມາຈາກບັນດາປະເທດ ອາຊຽນ ແລະ ຜູ້ແທນ 10 ປະເທດຄູ່ຮ່ວມມືຂອງອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ.

ກ່າວຄໍາເຫັນທີ່ພິທີໄຂ, ທ່ານລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມ ໂຕເລິມ ຊີ້ແຈ້ງວ່າ ໄປຄຽງຄູ່ກັບຄວາມສະດວກ ແລ້ວ, ພາກພື້ນ ອາຊຽນ ກໍ່ພວມປະເຊີນໜ້າກັບສິ່ງທ້າທາຍຫຼາຍຢ່າງໃນນັ້ນ ມີບັນຫາຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ. ການຜັນແປຂອງອາດຊະຍາກໍາຂ້າມຊາດໃນພາກພື້ນເວົ້າລວມ ແລະ ຢູ່ແຕ່ລະປະເທດສະມາຊິກ ເວົ້າສະເພາະ ຍັງມີຄວາມສັບສົນທີ່ສຸດ ແລະ ມີຫຼາຍປັດໄຈຍາກທີ່ຈະຄາດຄະເນລ່ວງໜ້າໄດ້.

ໄຂກອງປະຊຸມຜູ້ບັນຊາການຕໍາຫຼວດຂອງບັນດາປະເທດ ອາຊຽນ ຄັ້ງທີ 39 (ASEANAPOL 39) ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ

ທ່ານລັດຖະມົນຕີກະຊວງຕໍາຫຼວດ ຫວຽດນາມ ໂຕເລິມ ກ່າວຄໍາເຫັນທີ່ພິທີໄຂ. (ພາບ: hanoimoi.com.vn)

ໃນສະພາບການນັ້ນ, ບົດບາດຂອງບັນດາອົງການປະຕິບັດກົດໝາຍຂອງບັນດາປະເທດ ອາຊຽນ, ໃນນັ້ນ ມີກໍາລັງຕໍາຫຼວດຂອງບັນດາປະເທດແມ່ນສໍາຄັນທີ່ສຸດ. ທ່ານກ່າວວ່າຂ້າພະເຈົ້າສະເໜີວ່າ ຕໍາຫຼວດບັນດາປະເທດຄວນເພີ່ມທະວີການຮ່ວມມືໃນການແບ່ງປັນຂໍ້ມູນຂ່າວສານກ່ຽວກັບອາດຊະຍາກໍາຂ້າມຊາດ; ໜູນຊ່ວຍການຕາມລ່າຈັບຕົວບັນດາເປົ້າໝາຍທີ່ໜີໄປຕ່າງປະເທດ; ປະຕິບັດບັນດາບັ້ນຮົບ, ລາຍການຕໍ່ສູ້ກັນອາດຊະຍາກໍາຂ້າມຊາດປະເພດຕ່າງໆ; ໝູນໃຊ້ບັນດາຂໍ້ກໍານົດກົດໝາຍຢ່າງມີໄຫວພິບ ເພື່ອໃຫ້ການສົມທົບໃນການສືບສວນ, ມ້າງທໍາລາຍບັນດາຄະດີ ໃຫ້ມີປະສິດທິຜົນກວ່າເກົ່າ. ພ້ອມກັນນັ້ນ, ກໍາລັງຕໍາຫຼວດບັນດາປະເທດ ASEANAPOL ແລະ ບັນດາຄູ່ຮ່ວມມື ຄວນມີສຽງເວົ້າລວມ ແລະ ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສສາກົນອື່ນໆ ເພື່ອແນໃສ່ສະແດງໃຫ້ເຫັນຄວາມສາມັກຄີີ, ຄວາມເປັນເອກະພາບ ທີ່ຖືກຕ້ອງຕາມເນື້ອໃນຈິດໃຈລວມຂອງການຮ່ວມມື ອາຊຽນ”.

ໄຂກອງປະຊຸມຜູ້ບັນຊາການຕໍາຫຼວດຂອງບັນດາປະເທດ ອາຊຽນ ຄັ້ງທີ 39 (ASEANAPOL 39) ໄດ້ຈັດຂຶ້ນຢູ່ ຮ່າໂນ້ຍ

ບັນດາຜູ້ແທນເຂົ້າຮ່ວມ ASEANAPOL 39 ໃນພິທີໄຂກອງປະຊຸມຕອນເຊົ້າຂອງວັນທີ 18 ກັນຍາ. (ພາບ: hanoimoi.com.vn)

ພາຍຫຼັງພິທີໄຂ, ກະຊວງຕໍາຫຼວດຫວຽດນາມ ໄດ້ຈັດຕັ້ງການຖະແຫຼງຂ່າວ ກ່ຽວກັບບັນດາເນື້ອໃນຫຼັກທີ່ໄດ້ນໍາມາປຶກສາຫາລືໃນກອງປະຊຸມຄັ້ງນີ້. ໂດຍເປັນປະທານການຖະແຫຼງຂ່າວ, ທ່ານພົນຕີ ເຈິ່ນວັນເວະ, ຫົວໜ້າອົງການຕໍາຫຼວດສືບສວນ, ກະຊວງຕໍາຫຼວດ ຫວຽດນາມ ໃຫ້ຮູ້ວ່າ: ບັນດາເນື້ອໃນຕົ້ນຕໍຂອງກອງປະຊຸມຄັ້ງນີ້ ແມ່ນ ປຶກສາຫາລືກ່ຽວກັບການສົມທົບກັນໃນວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກໍາ. ໃນນັ້ນ, ພົ້ນເດັ່ນຂຶ້ນແມ່ນອາດຊະຍາກໍາຊື້-ຂາຍຢາເສບຕິດ, ການຄ້າມະນຸດ, ອາດຊະຍາກໍານໍາໃຊ້ເຕັກໂນໂລຢີສູງ ໂດຍມີຜູ້ຕາງໜ້າຂັ້ນກົມຂອງ 10 ປະເທດ ປະຊຸມກັນ ແລະ ຕີລາຄາຄືນໃໝ່່ຕໍ່ແຕ່ລະເນື້ອໃນຢ່າງລະອຽດ ຫຼັງຈາກນັ້ນ ກໍຍົກອອກຄໍາເຫັນ ເພື່ອເປັນເອກະພາບກັນ”.

ໃນລະຫວ່າງວັນທີ 17 – 19 ກັນຍາ, ASEANAPOL 39 ມີ 2 ວາລະປະຊຸມຄົບຄະນະ ແລະ ບັນດາການໂຮມປະຊຸມກຸ່ມ. ຄາດວ່າ, ສິ້ນສຸດກອງປະຊຸມ, ຜູ້ບັນຊາການຕໍາຫຼວດ 10 ປະເທດ ອາຊຽນ ຈະລົງນາມໃນແຈ້ງການຮ່ວມຂອງກອງປະຊຸມ ASEANAPOL 39, ຢັ້ງຢືນບັນດາເນື້ອໃນຮ່ວມມື ເຊິ່ງ ASEANAPOLຈະສຸມໃສ່ປະຕິບັດໃນປີ 2020.

(ຄຳຮຸ່ງ)

ເຫດການ