ໂອ້ລົມສົນທະນາຂັ້ນສູງກ່ຽວກັບປີອາຊຽນ 2020

09:45 | 28/08/2019

ຍສໝ - ໃນວັນທີ 26 ສິງຫາ, ຢູ່ນະຄອນຫຼວງຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດຕັ້ງການໂອ້ລົມສົນທະນາຂັ້ນສູງກ່ຽວກັບປີອາຊຽນ 2020 ໂດຍທ່ານ ຫງວຽນກວກຢູງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າ SOM ອາຊຽນຫວຽດນາມ, ເລຂາທິການໃຫຍ່ຄະນະກໍາມະການແຫ່ງຊາດອາຊຽນ 2020 ເປັນປະທານ.

ເຂົ້າຮ່ວມການໂອ້ລົມສົນທະນາດັ່ງກ່າວມີທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ ແລະຜູ້ຕາງໜ້າຄະນະເລຂາທິການອາຊຽນ, ສະຖາບັນຄົ້ນຄວ້າເສດຖະກິດອາຊຽນ ແລະອາຊີຕາເວັນອອກ (ERIA), ຜູ້ຕາງໜ້າບັນດາກະຊວງ, ຂະແໜງການທີ່ກ່ຽວຂ້ອງ.

ກ່າວຄໍາເຫັນໄຂການໂອ້ລົມສົນທະນາ, ທ່ານ ຫງວຽນກວກຢູງ ໄດ້ເນັ້ນໜັກເຖິງຄວາມຈໍາເປັນຂອງການເພີ່ມທະວີການແລກປ່ຽນ, ສົມທົບກັນລະຫວ່າງບັນດາອົງການໃນກົງຈັກອາຊຽນ, ລະຫວ່າງບັນດາຂົງເຂດ, ເສົາຄໍ້າ ແລະລະຫວ່າງຄະນະເລຂາທິການອາຊຽນ ກັບບັນດາອົງການທີ່ກ່ຽວຂ້ອງຂອງປະເທດປະທານເພື່ອແນໃສ່ຮັບປະກັນການຜັນຂະຫຍາຍບັນດາຂໍ້ຕົກລົງ ແລະແຜນການຮ່ວມມືຂອງອາຊຽນ.

ໂອ້ລົມສົນທະນາຂັ້ນສູງກ່ຽວກັບປີອາຊຽນ 2020

ທ່ານ ຫງວຽນກວກຢູງ ກ່າວຄຳເຫັນທີ່ໂອ້ລົມສົນທະນາ. (ພາບ: baochinhphu.vn)

ທ່ານ ຫງວຽນກວກຢູງ ຢັ້ງຢືນວ່າຫວຽດນາມ ຈະສືບຕໍ່ສືບທອດຄວາມມານະພະຍາຍາມຂອງບັນດາປະເທດປະທານອາຊຽນກ່ອນໜ້ານີ້, ຍູ້ແຮງການຜັນຂະຫຍາຍວິໄສທັດປະຊາຄົມອາຊຽນ 2025, ປັບປຸງຄວາມສາມັກຄີ, ຄວາມສະໜິດຕິດພັນ ແລະບົດບາດໃຈກາງຂອງອາຊຽນ, ຍົກສູງຄວາມສາມາດການປັບຕົວຂອງອາຊຽນໃຫ້ເໝາະສົມກັບບັນດາກາລະໂອກາດ, ສິ່ງທ້າທາຍທີ່ວາງອອກຢ່າງມີປະສິດທິຜົນ, ພ້ອມທັງປະກອບສ່ວນປັບປຸງ, ຍົກສູງປະສິດທິຜົນການເຄື່ອນໄຫວຂອງກົງຈັກອາຊຽນ.

ທ່ານ Lim Jock Hoi ເລຂາທິການໃຫຍ່ອາຊຽນ ໄດ້ເຊີດຊູບັນດາໝາກຜົນ, ການປະກອບສ່ວນຂອງຫວຽດນາມ ຕໍ່ອາຊຽນ ໃນຊຸມປີຜ່ານມາ, ພ້ອມທັງເນັ້ນໜັກເຖິງທີ່ຕັ້ງ, ບົດບາດທີ່ນັບມື້ນັບເພີ່ມຂຶ້ນຂອງຫວຽດນາມ ໃນພາກພື້ນ ແລະໃນເວທີສາກົນ, ຕີລາຄາສູງຕໍ່ເລື່ອງຫວຽດນາມ ດໍາລົງຕໍາແໜ່ງເປັນປະທານອາຊຽນ 2020 ແລະເປັນສະມາຊິກບໍ່ປະຈໍາການສະພາຄວາມໝັ້ນຄົງສະຫະປະຊາຊາດ (2020-2021). ທ່ານ Lim Jock Hoi ກໍ່ຢືນຢັນວ່າ, ໃນນາມສ່ວນຕົວ ແລະຄະນະເລຂາທິການອາຊຽນ ຈະມານະພະຍາຍາມຢ່າງສຸດຂີດ, ສົມທົບກັນຢ່າງແໜ້ນແຟ້ນເພື່ອໜູນຊ່ວຍຫວຽດນາມ ຊຸກຍູ້ ແລະປະຕິບັດບັນດາເປົ້າໝາຍທີ່ໄດ້ວາງອອກໃຫ້ປະສົບຜົນສໍາເລັດ.

(ຄຳຮຸ່ງ)

ເຫດການ
302 Found

Found

The document has moved here.