ຍສໝ - ເມື່ອບໍ່ດົນມານີ້, ສະຫະພັນແມ່ນຍິງ ຫວຽດນາມ, ສູນຄົ້ນຄ້ວາສິ່ງແວດລ້ອມ ແລະ ປະຊາຄົມ (CECR) ສົມທົບກັບເຄືອຂ່າຍບັນດາອົງການບໍ່ຂຶ້ນກັບລັດຖະບານ ຫວຽດນາມ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (VNGO-CC) ຈັດກອງປະຊຸມສຳມະນາທາງໄກ ແມ່ຍິງ ຫວຽດນາມ ເຂົ້າຮ່ວມການກະທຳຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ຫຼຸດຜ່ອນຄວາມສ່ຽງຈາກໄພທຳມະຊາດ.
ປີ 2019, ສອງປະເທດໄດ້ຍົກລະດັບຂຶ້ນເປັນສາຍພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ.
ຍສໝ - ຕາມທ່ານນາງ ຫງວຽນທິແອັງຮວາ, ຫົວໜ້າພະແນກທ່ອງທ່ຽວນະຄອນແລ້ວ, ນະຄອນໂຮຈີມິນ ແມ່ນແຂວງນຳໜ້າດ້ານເສດຖະກິດ, ແມ່ນສູນວັດທະນະທຳ, ການສຶກສາ, ວິທະຍາສາດເຕັກໂນໂລຢີ ແລະ ກໍ່ແມ່ນສູນການທ່ອງທ່ຽວໃຫຍ່ທີ່ສຸດຂອງ ຫວຽດນາມ. ກ່ອນເກີດພະຍາດໂຄວິດ - 19, ການທ່ອງທ່ຽວໄດ້ປະກອບສ່ວນ ສະເລ່ຍ 10 – 11% GRDP ຂອງນະຄອນ, ດຶງດູດເກືອບ 50% ແຂກທ່ອງທ່ຽວສາກົນ ແລະ 1/3 ຈຳນວນແຂກທ່ອງທ່ຽວພາຍໃນປະເທດ, ປະກອບສ່ວນ ¼ ລາຍຮັບການທ່ອງທ່ຽວຂອງທົ່ວປະເທດ.
ໃນຂອບເຂດການຢ້ຽມຢາມ ລາວ ຢ່າງເປັນທາງການ, ຕອນບ່າຍວັນທີ 15 ພຶດສະພາ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ແລະ ທ່ານປະທານສະພາແຫ່ງຊາດ ລາວ ໄຊສົມພອນ ພົມວິຫານ ໄດ້ເຂົ້າຮ່ວມ ພິທີເປີດໂຄງການສວນສາທາລະນະມິດຕະພາບ ລາວ - ຫວຽດນາມ.
ຍສໝ - ຫວຽດນາມ ແລະ ອົດສະຕາລີ ໄດ້ສ້າງຕັ້ງການພົວພັນທາງການທູດໃນວັນທີ 26 ກຸມພາ 1973, ພາຍຫຼັງ ທີ່ສົນທິສັນຍາ Paris ວ່າດ້ວຍການສິ້ນສຸດສົງຄາມ, ສ້າງສັນຕິພາບຄືນໃໝ່ຢູ່ ຫວຽດນາມ ໄດ້ຮັບການລົງນາມ 2 – 3 ວັນ. ນັບແຕ່ນັ້ນມາຮອດປັດຈຸບັນ, ການພົວພັນລະຫວ່າງສອງປະເທດມີການພັດທະນາຢ່າງບໍ່ຢຸດຢັ້ງ ແລະ ບັນລຸໄດ້ຜົນສຳເລັດຫຼາຍຢ່າງ, ພິເສດແມ່ນໃນຂົງເຂດການເມືອງ, ເສດຖະກິດ - ການຄ້າ.
ຍສໝ - ວັນທີ 20 ພຶດສະພາ, ສະພາຄວາມໝັ້ນຄົງ ສປຊ ໄດ້ຈັດຕັ້ງກອງປະຊຸມທາງອອນລາຍປຶກສາຫາລືກ່ຽວກັບສະພາບແຫ່ງຜືນແຜ່ນດິນ ປາແລັດສະຕິດ ທີ່ຖືກຢຶດຄອງ ແລະ ວິວັດການສ້າງສັນຕິພາບຢູ່ຕາເວັນອອກກາງໂດຍມີການເຂົ້າຮ່ວມຂອງທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລັດຖະທູດ, ຫົວໜ້າຄະນະປະຕິບັດງານຫວຽດນາມ ປະຈຳ ສປຊ.
ຕາມທ່ານທັ້ງແລ້ວ, ໃນໄລຍະຈະມາເຖິງ 2 ປະເທດອາດເພີ່ມວົງເງິນການຄ້າໃຫ້ຫຼາຍກວ່າເກົ່າ, ໂດຍຜ່ານການເພີ່ມທະວີການຄ້າບັນດາຜະລິດຕະພັນທີ່ມີມາແຕ່ດົນຄື: ສິນໃນນ້ຳ, ຜະລິດຕະພັນກະເສດ, ແຮ່ທາດ, ເຄື່ອງຕ່ຳແຜ່ນຕັດຫຍິບ, ເກີບໜັງ, ວັດສະດຸກໍ່ສ້າງ ແລະ ຜະລິດຕະພັນອື່ນໆຂອງສອງປະເທດ ທີ່ມີທ່າໄດ້ປຽບ ປຽບທຽບໃນຕະຫຼາດໂລກ.
ຍສໝ - ຄະນະຜູ້ແທນພະນັກງານ ແລະ ສະມາຊິກສະມາຄົມມິດຕະພາບຫວຽດນາມ - ລາວ ແຂວງເລີ່ມດົງ ໂດຍທ່ານ ຫງວຽນບານ, ປະທານສະມາຄົມ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ບັນດາທ້ອງຖິ່ນ ແຮກສ່ຽວຂອງປະເທດລາວ ແຕ່ວັນທີ 26 ພຶດສະພາ ຫາວັນທີ 2 ມິຖຸນາ.
ທ່ານລັດຖະມົນຕີ, ຫົວໜ້າຄະນະກຳມະການຊົນເຜົ່າ ເຫົາອາເລັງ ໃຫ້ຮູ້ທັດສະນະຂອງພັກ ແລະ ລັດ ຫວຽດນາມ ແມ່ນບັນຫາຊົນເຜົ່າ, ນະໂຍບາຍຊົນເຜົ່າຍາມໃດກໍ່ໄດ້ຮັບຖືເປັນສຳຄັນ ແລະ ມີບົດບາດພິເສດ, ຕາມຫຼັກການສະເໝີພາບ, ສາມັກຄີ, ມຸ່ງໄປເຖິງຈຸດໝາຍສ້າງຄວາມສາມັກຄີທົ່ວປວງຊົນທັງຊາດ.
ການນຳສອງປະເທດ ໄດ້ປາດຖະໜາວ່າ ຈະຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ, ໃນນັ້ນ ມີສອງອົງການນິຕິບັນຍັດ; ສືບຕໍ່ຮັກສາການພົບປະແລກປ່ຽນ ດ້ວຍບັນດາຮູບແບບທີ່ເໝາະສົມ; ເສີມຂະຫຍາຍກົນໄກສົມທົບກັນຢ່າງແໜ້ນແຟ້ນ ໃນບັນດາເວທີປາໄສຫຼາຍຝ່າຍ; ສະໜັບສະໜູນຫຼັກໝັ້ນຂອງກັນກ່ຽວກັບບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.
ຍສໝ - ໃນການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີ ໂຕເລິມ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືການປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບ ສະຫະພັນ ລັດເຊຍ ເປັນສຳຄັນ.
ນັບແຕ່ວັນທີ 5 – 8 ຕຸລາ 2021, ຄະນະກຳມະການສະເພາະກິດກ່ຽວກັບບັນຫາເສດຖະກິດ, ການເງິນ ຂອງ ສະມັດຊາໃຫຍ່ ສປຊ ໄດ້ຈັດວາລະປຶກສາຫາລືລວມ ດ້ວຍຫົວຂໍ້ “ວິກິດການ, ຄວາມຕ້ານທານ ແລະ ການຟື້ນຟູ - ເພີ່ມຄວາມໄວໃນການປະຕິບັດໂຄງການດຳເນີນງານ 2030”.
ເດືອນສິງຫາ ປີ 2020, ນະຄອນ ເຊີນລາ, ຂຶ້ນກັບແຂວງ ເຊີນລາ ໄດ້ສ້າງແຜນຮ່າງກ່ຽວກັບການຮັກສາ ແລະ ເສີມຂະຫຍາຍສີສັນວັດທະນະທຳບັນດາເຜົ່າ ນະຄອນ ເຊີນລາ ເຊິ່ງເຕັມໄປດ້ວຍສີສັນວັດທະນະທຳຂອງບັນດາຊົນເຜົ່າສ່ວນໜ້ອຍຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອຂອງ ຫວຽດນາມ ໄລຍະ 2020 – 2025. ການຜັນຂະຫຍາຍການປະຕິບັດແຜນຮ່າງດັ່ງກ່າວ ໄດ້ຮັບຄວາມເຫັນດີເຫັນຈາກຂອງອຳນາດການປົກຄອງຂັ້ນຮາກຖານ ແລະ ປະຊາຊົນ ເຊິ່ງໄດ້ຮັບຖືວ່າ ແມ່ນໜຶ່ງໃນບັນດາວຽກງານລະອຽດ ເພື່ອນຳມະຕິກອງປະຊຸມໃຫຍ່ອົງຄະນະພັກນະຄອນ ຄັ້ງທີ XIX ເຂົ້າໃນຊີວິດ, ປະກອບສ່ວນຮັກສາ, ເສີມຂະຫຍາຍຈຸດວັດທະນະທຳທີ່ເປັນມູນເຊື້ອຂອງບັນດາເຜົ່າ ທີ່ພວມມີຄວາມສ່ຽງຖືກສູນຫາຍໄປ.
ຍສໝ - ເຈົ້າໜ້າທີ່ 3 ປະເທດ ລາວ, ຈີນ, ມາເລເຊຍ ຫາກໍ່ຈັດຕັ້ງກອງປະຊຸມສຳມະນາແລກປ່ຽນບົດຮຽນປະສົບການອາຊີບຫາປາ ທັນສະໄໝເພື່ອປຶກສາຫາລືກ່ຽວກັບຄວາມສາມາດໃນການຮ່ວມມືໃນຂົງເຂດສິນທະເລລະຫວ່າງບັນດາຝ່າຍ.
ຍສໝ - ທ່ານ Wojciech Gerwel ເອກອັກຄະລັດຖະທູດ ໂປໂລຍປະຈຳ ຫວຽດນາມ ມີຄວາມປາດຖະໜາຢາກບັນດາອະດີດນັກສຶກສາ, ພະນັກງານ ຫວຽດນາມ ທີ່ເຄີຍຮ່ຳຮຽນ, ເຮັດວຽກຢູ່ໂປໂລຍສືບຕໍ່ປະຕິບັດເປັນຢ່າງດີບົດບາດເປັນຂົວເຊື່ອມຕໍ່ການຮ່ວມມືມິດຕະພາບລະຫວ່ງປະຊາຊົນ ສອງປະເທດ.
ຍສໝ - ທ່ານ ຟ້າມຫ໋າຍແອັງ, ຮອງຫົວໜ້າຄະນະຜູ້ຕາງໜ້າຫວຽດນາມປະຈຳ ສປຊ ໄດ້ເນັ້ນໜັກ ເຖິງຄວາມສຳຄັນຂອງການສືບຕໍ່ຜັນຂະຫຍາຍມະຕິເລກທີ 2513 ຂອງສະພາຄວາມໝັ້ນຄົງສປຊ, ພິເສດແມ່ນເລີ່ມດຳເນີນການເຈລະຈາສັນຕິພາບໂດຍໄວ, ແບ່ງປັນຄວາມວິຕົກກັງວົນກ່ຽວກັບບັນດາເຫດບຸກໂຈມຕີຂອງກຳລັງຕາລີບານ ແລະ ບັນດາອົງການກໍ່ການຮ້າຍ.
ຍສໝ - ລັດຖະບານຈະປະກາດໃຊ້ຫຼາຍນະໂຍບາຍໜູນຊ່ວຍສ້າງເງື່ອນໄຂໃຫ້ແກ່ບັນດາວິສາຫະກິດສາມາດຟື້ນຟູການຜະລິດດຳເນີນທຸລກິດ ແລະ ຟື້ນຟູພື້ນຖານເສດຖະກິດ.
ວັນທີ 14 ຕຸລາ, ກອງປະຊຸມການນຳສະພາກາແດງ ແລະ ຊິກວົງເດືອນແດງ ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້ຄັ້ງທີ 17 ໄດ້ຈັດຂຶ້ນຕາມຮູບການທາງອອນລາຍ ໃນລະຫວ່າງວັນທີ 14 – 15 ຕຸລາ.
WB ໄດ້ຕີລາຄາສະພາບການເຕີບໂຕໃນປີ 2021 ຂອງ ຫວຽດນາມ ຈະອີ່ງໃສ່ເລື່ອງ ອົງການທີ່ມີໜ້າທີ່ຮັບຜິດຊອບຄວບຄຸມການລະບາດຄັ້ງໃໝ່ຂອງໂລກລະບາດໂຄວິດ - 19 ໃຫ້ເປັນຢ່່າງດີ ແລະ ໄວຄືແນວໃດ, ກໍ່ຄືເວລາຜັນຂະຫຍາຍການສັກວິກຊິນພາຍໃນປະເທດ ແລະ ໃນໂລກ.
ຍສໝ - ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕີລາຄາສູງຕໍ່ຄວາມມານະພາຍາຍາມຂອງສອງແຂວງ ໃນວຽກງານຈັດຕັ້ງການ ເຄື່ອນໄຫວພົບປະແລກປ່ຽນວັດທະນະທຳກັບຫວຽດນາມ ໃນຂະນະທີ່ເກີດ ໂລກລະບາດ, ພ້ອມດຽວກັນນັ້ນກໍ່ຢືນຢັນວ່າ ບັນດາການເຄື່ອນໄຫວນີ້ຈະປະກອບສ່ວນເຂົ້າໃນການເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ ລະຫ່ວາງ ປະຊາຊົນສອງປະເທດ.