ຍສໝ - ທ່ານ Kamal Maholtra ຜູ້ປະສານງານ ສປຊ ປະຈຳ ຫວຽດນາມຕີລາຄາສູງທີ່ຕັ້ງ ແລະບົດບາດຂອງຫວຽດນາມໃນຖານະເປັນກຳມະການບໍ່ປະຈຳຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020-2021 ແລະປະທານອາຊຽນໃນປີ 2020.
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ປາດຖະໜາວ່າ ບັນດາເອກອັກຄະລັດຖະທູດ, ຫົວໜ້າບັນດາອົງການຜູ້ຕາງໜ້າຫວຽດນາມ ປະຈຳ ຕ່າງປະເທດ ຈະມອງກວ້າງເຫັນໄກ່ກວ່າອີກ, ປະຕິບັດວຽກງານຄົ້ນຄວ້າ, ຊອກຮູ້ສະພາບການ ແລະ ຄາດຄະເນແງ່ຫວັງພັດທະນາໃຫ້ຖືກຕ້ອງ, ສະເໜີບັນດາບັນຫາຍຸດທະສາດສ້າງແນວທາງ, ນະໂຍບາຍການຕ່າງປະເທດຂອງພັກ, ລັດ, ປະກອບສ່ວນເຮັດໃຫ້ຮ່າງເອກະສານກອງປະຊຸມໃຫຍ່ ຄັ້ງທີ 13 ຂອງພັກໃຫ້ສົມບູນແບບ.
ຍສໝ - ການສົ່ງອອກຂອງຫວຽດນາມ ໄດ້ເພີ່ມຂຶ້ນ 16% ຕໍ່ປີ. ນີ້ແມ່ນລະດັບຂະຫຍາຍຕົວທີ່ໄວທີ່ສຸດໃນໂລກ ແລະ ທົບ 3 ເທົ່າປຽບທຽບກັບອັດຕາສະເລ່ຍພື້ນຖານເສດຖະກິດທີ່ກຳລັງຈະພົ້ນເດັ່ນຂື້ນ.
ຍອດຜູ້ຕິດເຊື້ອໂຄວິດ19 ທົ່ວໂລກ ເພີມຂື້ນ 38.006.121 ລ້ານຄົນ ແລະ ຍອດຜູ້ເສຍຊີວິດແມ່ນ1.083.875 ຄົນ.
ຍສໝ - ການຢ້ຽມຢາມຫວຽດນາມຄັ້ງນີ້ຂອງທ່ານ Szijjarto Peter ແມ່ນກາລະໂອກາດເພື່ອໃຫ້ສອງຝ່າຍປຶກສາຫາລື ແນໃສ່ແກ້ໄຂບັນດາຂໍ້ຕິດຂັດກໍ່ຄືເພີ່ມທະວີການພົວພັນທາງການທູດ, ການຮ່ວມມືກ່ຽວກັບວັດທະນະທຳລະຫວ່າງສອງປະເທດ.
ເມື່ອບໍ່ດົນມານີ້, ທີ່ກະຊວງການຕ່າງປະເທດ ສປປ.ລາວ ໄດ້ມີພິທີປາຖະກະຖາກ່ຽວກັບວັນສ້າງຕັ້ງການທູດລາວ ຄົບຮອບ 75 ປີ (12 ຕຸລາ 1945 -12 ຕຸລາ 2020) ເຊິ່ງໃຫ້ກຽດປາຖະກະຖາໂດຍ ທ່ານ ສົມສະຫວາດ ເລັ່ງສະຫວັດ, ທີ່ປຶກສາຄະນະບໍລິຫານງານສູນກາງພັກ, ອະດີດກຳມະການກົມການເມືອງ, ອະດີດຮອງນາຍົກລັດຖະມົນຕີ ແລະ ລັດຖະມົນຕີກະຊວງການຕ່າງປະເທດ.
ໃນວັນທີ 13 ຕຸລາ 2020, ທ່ານ ທອງຜ່ານ ສະຫັວນເພັດ ຮອງລັດຖະມົນຕີ ກະ ຊວງການຕ່າງປະເທດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ Sonomi Tanaka ເພື່ອຍື່ນໜັງສືແຕ່ງຕັ້ງດຳລົງຕຳແໜ່ງ ຜູ້ອໍານວຍການຫ້ອງ ການທະນາຄານພັດທະນາອາຊີ (ADB) ຄົນ ໃໝ່ ປະຈຳ ສປປ ລາວ.
ໃນໄລຍະກອງປະຊຸມ ສະມັດຊາໃຫຍ່ອົງການ ສະຫະປະຊາຊາດ ຄັ້ງທີ 75, ທ່ານສະເຫລີມໄຊກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ, ໄດ້ເຂົ້າຮ່ວມ ແລະ ກ່າວບົດປາໄສຕໍ່ກອງປະຊຸມທາງໄກປະຈຳປີ ລະດັບລັດຖະມົນຕີ ຂອງຂະບວນການບໍ່ຮ່ວມກຸ່ມ (The Online Ministerial Meeting of the Non-Aligned Movement on the margins of the High-level General Debate of the 75th Session of the United Nations General Assembly) ພາຍໃຕ້ຫົວຂໍ້ “ບັນດຸງ+65 ຂະບວນການ ບໍ່ຮ່ວມກຸ່ມທີ່ມີຄຸນຄ່າ, ມີຄວາມເປັນເອກະພາບ ແລະ ມີປະສິດທິຜົນຫລາຍຍິ່ງຂຶ້ນໃນການຮັບມືກັບ ສິ່ງທ້າທາຍສາກົນ ທີ່ເກີດຂຶ້ນລວມທັງພະຍາດ COVID-19 (Bandung+65: More relevant, United and Effective NAM against Emerging Global Challenges, including COVID-19” ເຊິ່ງຈັດຂຶ້ນໃນວັນທີ 09 ຕຸລາ 2020, ພາຍໃຕ້ການເປັນປະທານ ຂອງປະເທດອາແຊັກໄບຊານ.
ຍສໝ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຫງວຽນກວັກຢຸ໊ງ ໄດ້ຕີລາຄາຢ່າງສູງການຮ່ວມມືຂອງບັນດາປະເທດສະມາຊິກອາຊຽນ ສຳລັບຫວຽດນາມໃນບົດບາດເປັນປະທານຂອງອາຊຽນປີ 2020.
ຍສໝ - ທ່ານ ຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ມີຄວາມປາດຖະໜາວ່າ: ສະມາຄົມພັດທະນາການຮ່ວມມືເສດຖະກິດ ຫວຽດນາມ - ອາຊຽນກໍ່ຄືບັນດາວິສາຫະກິດສະມາຊິກມີຄວາມເອົາໃຈໃສ່ກ່ວາອີກກ່ຽວກັບຕະຫຼາດອາຊຽໜ ໂດຍມີບັນດາການຜັນແປຢ່າງຕັ້ງໜ້າໃນໄລຍະທີ່ຜ່ານມາ.
ທ່ານປະທານປະເທດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານທູດທັງສາມປະເທດ ທີ່ໄດ້ຖືກແຕ່ງຕັ້ງ ໃຫ້ມາດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດ ຄົນໃໝ່ ປະຈຳລາວ, ເຊິ່ງເປັນການປະ ກອບສ່ວນສຳຄັນເຂົ້າ ໃນການເພີ່ມທະວີ ສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງປະເທດ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ມີບາດກ້າວ ຂະຫຍາຍຕົວຍິ່ງຂຶ້ນ, ພ້ອມອວຍພອນໃຫ້ທ່ານທູດ ທັງສາມປະເທດ ຈົ່ງປະສົບຜົນສຳເລັດ ໃນຕະຫລອດໄລຍະການ ປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ໃນຄັ້ງນີ້.
ຍສໝ - ອັງກິດ ໄດ້ສະແດງຄວາມປາດຖະໜາຢາກເພີ່ມທະວີການພົວພັນຮ່ວມມືສອງຝ່າຍກັບຫວຽດນາມ, ຮ່ວມມືຢ່າງແໜ້ນແຟ້ນກັບຫວຽດນາມ ໃນການຊຸກຍູ້ການຮ່ວມມືລະຫວ່າງອັງກິດ ແລະ ພາກພື້ນ, ກໍ່ຄືໃນການແກ້ໄຂບັນດາບັນຫາຮີບດ່ວນທົ່ວໂລກ.
ຍສໝ - ທ່ານເລຮ່ວາຍຈຸງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມຍັງເນັ້ນໜັກວ່າ ປີ 2020 ແມ່ນປີມີຄວາມໝາຍຢ່າງຍິ່ງເມື່ອສອງປະເທດໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 70 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ.
ໃນວັນທີ 28 ກັນຍາ 2020, ທ່ານ ສະເຫຼີມໄຊ ກົມມະສິດ, ລັດຖະມົນຕີ ກະຊວງການຕ່າງ ປະເທດ ພ້ອມຄະນະໄດ້ເຂົ້າຮ່ວມ ກອງປະຊຸມລະດັບສູງທາງໄກ ກ່ຽວກັບການລຶບລ້າງຄວາມ ທຸກຍາກ ແລະ ການຮ່ວມມືຂອບ ໃຕ້-ໃຕ້ (ຫຼື ຂອບການຮ່ວມມືລະ ຫວ່າງປະເທດ ກຳລັງພັດທະນາ)ໃນຫົວຂໍ້: “ການກ້າວໄປສູ່ອະນາ ຄົດຮ່ວມກັນຂອງບັນດາປະເທດ ກຳລັງພັດທະນາ: ສົ່ງເສີມການ ລຶບລ້າງຄວາມທຸກຍາກ ແລະ ການພັດທະນາແບບຍືນຍົງ ໂດຍຜ່ານການ ຮ່ວມມືໃນຂອບ ໃຕ້-ໃຕ້.
ຍສໝ - ສອງຝ່າຍໄດ້ໃຫ້ຄຳໝັ້ນສັນຍາຈະຊຸກຍູ້ການໂອ້ລົມສົນທະນາຂັ້ນສູງລະຫວ່າງ ການນຳສອງປະເທດ, ເຮັດໃຫ້ການພົວພັນທາງການຄ້າ ແລະ ການລົງທຶນລະຫວ່າງສອງຝ່າຍເລິກເຊິ່ງກ່ວາອີກ ແລະ ເດີນຕາມການຄ້າ ແລະ ການລົງທຶນເປີດກ້ວາງກ່ວາຜ່ານການເຊື່ອມໂຍງເສດຖະກິດໃນທົ່ວໂລກ ແລະ ພາກພື້ນ.
ຍສໝ - ກອງປະຊຸມລັດຖະມົນຕີຕ່າງປະເທດແມ່ນໍ້າຂອງ - ສ.ເກົາຫຼີ ຄັ້ງທີ 10 ໄດ້ຈັດຂື້ນໂດຍທາງຖ່າຍທອດສົດ ໂດຍການເປັນປະທານຮ່ວມຂອງທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີຫວຽດນາມ ແລະ ທ່ານ Kang Kyung Wha - ລັດຖະມົນຕີການຕ່າງປະເທດ ສ.ເກົາຫຼີ.
ພາຍຫລັງທີ່ປະເທດຊາດ ໄດ້ຮັບການປົດປ່ອຍຢ່າງສົມບູນ ແລະ ສະຖາປະນາ ເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ແຕ່ຍັງປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຢ່າງຫລວງຫລາຍ ໂດຍສະເພາະບັນດາອິດທິກຳລັງປໍລະປັກ ໄດ້ສຸມທຸກຄວາມພະຍາຍາມ ເພື່ອທຳລາຍລະບອບໃໝ່ຂອງພວກເຮົາແຕ່ຫົວທີ ດ້ວຍກົນອຸບາຍ ແລະ ວິທີການຕ່າງໆຢ່າງຮອບດ້ານ ແລະ ເລິກແລບແນບນຽນ. ໃນຂະນະທີ່ພື້ນຖານເສດຖະກິດພາຍໃນປະເທດ ຍັງບໍ່ເຂັ້ມແຂງ ແລະ ປະສົບການຍັງອ່ອນນ້ອຍ.
ຍສໝ - ມາຮອດປັດຈຸບັນ, ທຶນ FDI ທີ່ຈົດທະບຽນລົງທຶນເຂົ້າຫວຽດນາມ ບັນລຸ 21,2 ຕື້ໂດລາສະຫະລັດ, ແຫຼ່ງທຶນດັ່ງກ່າວລວມມີທຶນ FDI ຈົດທະບຽນໃໝ່, ທຶນເພີ່ມເຕີມ ແລະການປະກອບທຶນຊື້ຫຸ້ນສ່ວນຂອງວິສາຫະກິດພາຍໃນປະເທດ.
ຍສໝ - ນີ້ແມ່ນໂອກາດໃຫ້ສະມາຄົມທຸລະກິດແລະວິສາຫະກິດຂອງບັນດາແຂວງ, ນະຄອນແລກປ່ຽນແລະສົນທະນາການສົ່ງອອກ, ເພີ່ມທະວີການສະໜັບສະ ໜູນແລະການຮ່ວມມືກັບກະຊວງການຕ່າງປະເທດແລະບັນດາອົງການຕົຕາງໜ້າຫວຽດນາມປະຈຳຕ່າງປະເທດເພື່ອສົ່ງເສີມການຜະລິດແລະດຳເນີນທຸລະກິດ, ຂຸດຄົ້ນແລະພັດທະນາຕະຫລາດສາກົນ.
9 ເດືອນຜ່ານມາ, ໄດ້ມີ 111 ປະເທດ ແລະ ເຂດແຄ້ວນມາລົງທຶນຢູ່ ຫວຽດນາມ.