ຫວຽດນາມ ຈະອອກສະໝັກເລືອກຕັ້ງເປັນສະມາຊິກສະພາສິດທິມະນຸດ ສະຫະປະຊາຊາດ ອາຍຸການ 2023-2025

13:27 | 24/02/2021

ຍສໝ - ກ່າວຄໍາເຫັນທີ່ກອງປະຊຸມຂັ້ນສູງໃນວັນທີ 22 ກຸມພາ, ທ່ານ ຟ້າມບິ່ງມິງ ກໍ່ແຈ້ງໃຫ້ຊາບກ່ຽວກັບເລື່ອງຫວຽດນາມ ດ້ວຍຖານະເປັນຜູ້ສະໝັກເລືອກຕັ້ງຂອງອາຊຽນ, ສະໝັກເລືອກຕັ້ງດໍາລົງຕໍາແໜ່ງສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025.

ຫວຽດນາມ ຈະອອກສະໝ ກເລ ອກຕ ງເປ ນສະມາຊ ກສະພາສ ດທ ມະນ ດ ສະຫະປະຊາຊາດ ອາຍ ການ 2023 2025 ສະຖານທູດຫວຽດນາມປະຈຳມາເລເຊຍໜູນຊ່ວຍການປ້ອງກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ຊຸມ​ຊົນ
ຫວຽດນາມ ຈະອອກສະໝ ກເລ ອກຕ ງເປ ນສະມາຊ ກສະພາສ ດທ ມະນ ດ ສະຫະປະຊາຊາດ ອາຍ ການ 2023 2025 ວາລະສານຍີ່ປຸ່ນ: ພື້ນຖານເສດຖະກິດຫວຽດນາມ ຈະເຕີບໂຕ 6% ໃນປີ 2021

ໃນວັນທີ 22 ກຸມພານີ້, ຢູ່ສຳນັກງານໃຫຍ່ອົງການສະຫະປະຊາຊາດ ທີ່ນະຄອນເຈນີວາ, ປະເທດສະວິດ ໄດ້ເປີດກອງປະຊຸມປະຈຳຄັ້ງທີ 46 ຂອງສະພາສິດທິມະນຸດສະຫະປະຊາຊາດ. ຄະນະຜູ້ແທນຫວຽດນາມ ໄດ້ນຳພາໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ.

ກ່າວຄຳເຫັນທີ່ກອງປະຊຸມຂັ້ນສູງໃນວັນທີ 22 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກທີ່ເກີດຈາກການລະບາດ COVID-19 ທີ່ເຮັດໃຫ້ມີຜູ້ເສຍຊີວິດຫຼາຍລ້ານຄົນ ແລະ ຊີວິດການເປັນຢູ່ນັບເປັນພັນໆລ້ານຄົນຖືກກະທົບຢ່າງໜັກໜ່ວງ, ສ້າງຄວາມກົດດັນຢ່າງໜັກໃຫ້ແກ່ລະບົບການແພດ ແລະ ສະຫວັດດິການສັງຄົມຂອງທຸກປະເທດ ແລະ ສົ່ງຜົນກະທົບຕໍ່ສິດທິມະນຸດ.

ຫວຽດນາມ ຈະອອກສະໝ ກເລ ອກຕ ງເປ ນສະມາຊ ກສະພາສ ດທ ມະນ ດ ສະຫະປະຊາຊາດ ອາຍ ການ 2023 2025
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ. (ພາບ: baoquocte)

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຍົກໃຫ້ເຫັນບັນດາການປ່ຽນແປງໃນແງ່ດີເມື່ອໂລກເຂົ້າສູ່ສະພາບ “ປົກກະຕິໃໝ່” ແລະ ຄິດວ່າ ການລະບາດ COVID-19 ແມ່ນໂອກາດສຳລັບໂລກເພື່ອສ້າງອະນາຄົດທີ່ດີກວ່າ, ໃນນັ້ນຄວາມສາມັກຄີ ແລະ ການຮ່ວມມືສາກົນແມ່ນບັນຫາສໍາຄັນເພື່ອແກ້ໄຂບັນດາສິ່ງທ້າທາຍ.

ທ່ານ ຟ້າມບິ່ງມິງ ໄດ້ຢືນຢັນວ່າການຮັບປະກັນສະຫວັດດິການສັງຄົມ ຕໍ່ໜ້າການລະບາດແມ່ນວິທີທີ່ດີທີ່ສຸດ ເພື່ອຮັບປະກັນສິດທິມະນຸດຢ່າງເຕັມທີ່ໃຫ້ແກ່ແຕ່ລະບຸກຄົນ.

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ຍົກໃຫ້ເຫັນເຖິງນະໂຍບາຍ, ຄວາມພະຍາຍາມ ແລະ ຜົນສຳເລັດຂອງຫວຽດນາມໃນການປົກປ້ອງ ແລະ ສົ່ງເສີມສິດທິມະນຸດໃນສະພາບການໂລກລະບາດ ແລະ ການຮັກສາສຸຂະພາບຂອງປະຊາຊົນ, ພ້ອມທັງຮັກສາການເຕີບໂຕຂອງເສດຖະກິດ, ຮັບປະກັນສະຫວັດດິການສັງຄົມ; ຖະແຫຼງຂ່າວກ່ຽວກັບການປະກອບສ່ວນຂອງຫວຽດນາມ ໃນຄວາມພະຍາຍາມຮ່ວມຂອງໂລກໃນການຮັບມືຕໍ່ການລະບາດຂອງ COVID-19, ເຊັ່ນ: ການສະໜັບສະໜູນຜ້າບັງປາກ ແລະ ອຸປະກອນການແພດ ໃຫ້ແກ່ຫລາຍກວ່າ 50 ປະເທດ ແລະ ບັນດາຄູ່ຮ່ວມມືສາກົນ, ສະເໜີ ແລະ ໄດ້ຮັບຮອງເອົາໂດຍສະພາສະຫະປະຊາຊາດ ກ່ຽວກັບມະຕິຕົກລົງເລືອກເຟັ້ນວັນທີ 27 ທັນວາ ເປັນວັນປ້ອງກັນ ແລະ ຕ້ານພະຍາດສາກົນ ເພື່ອຍົກສູງຄວາມຮັບຮູ້ກ່ຽວກັບການປ້ອງກັນ ແລະ ຕ້ານ ໂລກພະຍາດ.

ທີ່ກອງປະຊຸມດັ່ງກ່າວ, ທ່ານ ຟ້າມບິ່ງມິງ ກໍ່ແຈ້ງໃຫ້ຊາບກ່ຽວກັບເລື່ອງຫວຽດນາມ ດ້ວຍຖານະເປັນຜູ້ສະໝັກເລືອກຕັ້ງຂອງອາຊຽນ, ສະໝັກເລືອກຕັ້ງດໍາລົງຕໍາແໜ່ງສະມາຊິກສະພາສິດທິມະນຸດ ສປຊ ອາຍຸການ 2023-2025.

ຫວຽດນາມ ຈະອອກສະໝ ກເລ ອກຕ ງເປ ນສະມາຊ ກສະພາສ ດທ ມະນ ດ ສະຫະປະຊາຊາດ ອາຍ ການ 2023 2025 ຫວຽດນາມ ເນັ້ນໜັກເຖິງບົດບາດຂອງກອງປະຊຸມສະຫະປະຊາຊາດກ່ຽວກັບການຄ້າ ແລະ ການພັດທະນາ

ຍ​ສ​ໝ - ກອງປະຊຸມເພື່ອແລກປ່ຽນທັດສະນະ, ບູລິມະສິດແລະຄວາມຄາດຫວັງຂອງ UNCTAD ກ່ອນກອງປະຊຸມ UNCTAD ຄັ້ງທີ 15 (UNCTAD-15) ເຊິ່ງ​ຈະຈັດຕັ້ງໃນຕົ້ນເດືອນຕຸລາປີ 2021 ຢູ່ Barbados, ທະເລ Caribbean.

ຫວຽດນາມ ຈະອອກສະໝ ກເລ ອກຕ ງເປ ນສະມາຊ ກສະພາສ ດທ ມະນ ດ ສະຫະປະຊາຊາດ ອາຍ ການ 2023 2025 ນາຍົກລັດຖະມົນຕີຫວຽດນາມ ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ຫາກໍ່ເຊັນຂໍ້ຕົກລົງປະກາດໃຊ້ແຜນການຜັນຂະຫຍາຍການປະຕິບັດມະຕິຂອງສະພາແຫ່ງຊາດກ່ຽວກັບການເຂົ້າຮ່ວມກຳລັງຮັກສາສັນຕິພາບຂອງສະຫະປະຊາຊາດ.

ຫວຽດນາມ ຈະອອກສະໝ ກເລ ອກຕ ງເປ ນສະມາຊ ກສະພາສ ດທ ມະນ ດ ສະຫະປະຊາຊາດ ອາຍ ການ 2023 2025 ຫວຽດນາມ ກ່າວປະນາມທຸກໆການກະທຳກໍ່ການຮ້າຍ ແລະ ການໃຊ້ຄວາມຮຸນແຮງຢູ່ອີຣັກ

ຍສໝ - ທ່ານເອກອັກຄະລັດຖະທູດ ດັ້ງດິງກູຍ ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ປະຕິບັດຄຳໝັ້ນສັນຍາຂອງຕົນ ເພື່ອຊ່ວຍເຫຼືອປະເທດອີຣັກ, ພ້ອມກັນນັ້ນຮັບປະກັນເຄົາລົບຢ່າງເຕັມສ່ວນ ຕໍ່ຄວາມເປັນເອກະລາດດ້ານການເມືອງ, ເອກະພາບ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງອີຣັກ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.