ຍສໝ - ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຊີ້ນຳໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ຕ້ອງຕັດສິນໃຈຜັນຂະຫຍາຍບັນດາໂຄງການຮ່ວມມືຈຸດສຸມລະຫວ່າງສອງປະເທດ. ພ້ອມທັງມານະພະຍາຍາມກະກຽມໃຫ້ເປັນຢ່າງດີ ເພື່ອຮັບປະກັນໃຫ້ກອງປະຊຸມຄັ້ງທີ 43 ຄະນະກຳມະການລະຫວ່າງ ລັດຖະບານ ຫວຽດນາມ - ລາວ ປະສົບຜົນສຳເລັດຢ່າງຈົບງາມ.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີ ແຫ່ງມູນເຊື້ອ (17 ພະຈິກ 1950 - 17 ພະຈິກ 2020) ຂອງສະຫະພັນບັນດາອົງການມິດຕະພາບຫວຽດນາມ, ທ່ານ Daniel J. Kritenbrink - ເອກອັກຄະລັດຖະທູດສະຫະລັດອາເມລິກາ ປະຈຳ ຫວຽດນາມ ໄດ້ແບ່ງປັນຄວາມອວຍພອນ ກໍ່ຄືສະແດງຄວາມຫວັງກ່ຽວກັບສະຫະພັນມິດຕະພາບ ໃນອະນາຄົດອັນໃກ້ນີ້.
ຍສໝ - ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ມອບໜ້າທີ່ໃຫ້ບັນດາເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ທີ່ຕ້ອງເອົາໃຈໃສ່ຊອກຫາແຫຼ່ງກຳລັງ ເພື່ອການພັດທະນາຂອງປະເທດ, ພິເສດແມ່ນແຫຼ່ງທຶນ ODA, FDI ແລະ ແຫຼ່ງກຳລັງອື່ນໆ.
ຍສໝ - ທີ່ກອງປະຊຸມເຈລະຈານະໂຍບາຍການປ້ອງກັນຊາດຂັ້ນຮອງລັດຖະມົນຕີ ລະຫວ່າງ ສິງກະໂປ ແລະ ຫວຽດນາມ , ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮັກສາ ຄວາມໝັ້ນຄົງ, ສິດເສລີໃນ, ການເດີນເຮືອການບິນ, ການແກ້ໄຂບັນດາບັນຫາຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແລະ ບັນດາຄຳໝັ້ນສັນຍາໃນພາກພື້ນ.
ຍສໝ - ທ່ານນາຍົກເທດສະມົນຕີ Debrecen Barcsa Lajos, ທົບທວນຄືນບັນດາຄວາມຊົງຈຳ ແລະຜົນສຳເລັດໃນໄລຍະ 70 ປີແຫ່ງການພົວພັນທີ່ດີໃນທຸກຂົງເຂດລະຫວ່າງຫວຽດນາມ ແລະຮຸງກາຣີ
ໃນວັນທີ 1 ພະຈິກ, ສະຖານທູດຫວຽດນາມ ປະຈຳ Algeria ໄດ້ຮ່ວມມືກັບກົມສຳເນົາແຫ່ງຊາດ ປະເທດ Algeria ຈັດງານວາງສະແດງຮູບພາບ ເພື່ອສະເຫຼີມສະຫຼອງ 58 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ ລະຫວ່າງຫວຽດນາມ ແລະ Algeria (28 ຕຸລາ 1962 - 28 ຕຸລາ 2020).
ຍສໝ - ການຢ້ຽມຢາມຫວຽດນາມຄັ້ງນີ້ ຂອງທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ອີກຄັ້ງໜຶ່ງໄດ້ຢັ້ງຢືນ ການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ ພວມພັດທະນາຢ່າງດີງາມ ແລະ ຕັ້ງໜ້າ, ຫວຽດນາມສວມບົດບາດສຳຄັນໃນນະໂຍບາຍຂອງອາເມລິກາຢູ່ພາກພື້ນ.
ຍສໝ - ທ່ານ ຫງວຽນກ໊ວກຢຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ ໃນຊຸມປີຜ່ານມາ, ສອງປະເທດໄດ້ແບ່ງປັນຜົນປະໂຫຍດລວມໃນການຊຸກຍູ້ການເຊື່ອມຕໍ່ພາກພື້ນ ແລະ ເຊື່ອມໂຍງເຂົ້າກັບສາກົນ, ພິເສດແມ່ນເມື່ອ ຫວຽດນາມ ຮັບດຳລົງຕຳແໜ່ງເປັນປະທານອາຊຽນ ແລະ ສອງປະເທດລ້ວນແຕ່ແມ່ນກຳມະການບໍ່ປະຈຳການຂອງສະພາຄວາມໝັ້ນຄົງ ສປຊ.
ຍສໝ - ສ.ເກົາຫຼີ ແລະ ຫວຽດນາມແມ່ນສອງແບບຢ່າງ ທີ່ປະສົບຜົນສຳເລັດໃນການຄວບຄຸມການຕິດເຊື້ອພະຍາດລະບົບຫາຍໃຈ COVID-19, ສອງປະເທດແມ່ນຄູ່ຮ່ວມມືທີ່ສຳຄັນໃນຫຼາຍຂົງເຂດ.
ທ່ານ Miloš Zeman ປະທານາທິບໍດີ ແຫ່ງ ສ ເຊັກໂກ ຕີລາຄາສູງຕໍ່ບັນດາຜົນງານພັດທະນາເສດຖະກິດສັງຄົມ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະມໍ່ໆມານີ້, ພິເສດແມ່ນໃນຂົງເຂດເສດຖະກິດ.
ຕອນຄໍ່າວັນທີ 19 ຕຸລາ, ທ່ານ ບຸ່ຍແທັງເຊີນ ຮອງລັດຖະມົນຕີຜູ້ປະຈໍາການກະຊວງການຕ່າງປະເທດຫວຽດນາມ ພ້ອມກັບທ່ານ Manuel Talavera Espinar ຮອງລັດຖະມົນຕີກະຊວງການຕ່າງປະເທດເປຣູ ໄດ້ດໍາເນີນການປຶກສາຫາລືດ້ານການເມືອງຂັ້ນຮອງລັດຖະມົນຕີການຕ່າງປະເທດ ຄັ້ງທີ IV ຜ່ານລະບົບທາງໄກ.
ຍສໝ - ຕອນບ່າຍວັນທີ 19 ຕຸລາ, ທີ່ສຳນັກງານໃຫຍ່ຂອງກະຊວງການຕ່າງປະເທດ, ທ່ານ ເລຮ່ວາຍຈູ່ງ - ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ໄດ້ຮັບອະນຸຍາດໂດຍທ່ານປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ເພື່ອໄດ້ມອບຫຼຽນໄຊມິດຕະພາບຂອງສາທາລະນະລັດສັງຄົມນິຍົມຫວຽດນາມ ໃຫ້ແກ່ທ່ານ Iijima Isao - ຜູ້ທີ່ປຶກສາພິເສດ ຂອງນາຍົກລັດຖະມົນຕີຍີ່ປຸ່ນ.
ຍສໝ - ທີ່ການພົບປະ, ທ່ານ ຟ້າມຊາວມາຍ ເນັ້ນໜັກວ່າ ພັກ, ລັດຖະບານ ແລະປະຊາຊົນຫວຽດນາມ ຖືເປັນສໍາຄັນທີ່ສຸດການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບພັກ, ລັດຖະບານ ແລະປະຊາຊົນຈີນ.
ໃນໄລຍະໃໝ່ນີ້, ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໄດ້ມີບາດກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ, ການຮ່ວມມືທາງດ້ານການເມືອງ ແລະ ຄວາມໝັ້ນຄົງ ໄດ້ຮັບການຮັດແໜ້ນ, ສອງປະເທດມີຄວາມເຊື່ອໝັ້ນ, ໄວ້ວາງໃຈ ແລະ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ເມື່ອບໍ່ດົນມານີ້ ທີ່ທຳນຽບປະທານາທິບໍດີ, ນະຄອນຫຼວງບຣາຕິດສະລາວາ, ສາທາລະນະລັດ ສະໂລວາກີ, ທ່ານ ສີທົງ ຈິດໂຍທິນ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ທ່ານນາງ ຊູຊານາ ກາປູໂຕວາ - ປະທານາທິບໍດີ ແຫ່ງສາທາລະນະລັດ ສະໂລວາກີ ເພື່ອດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສາທາລະນະລັດປະຊາທິປະໄຕ ປະຊາຊົນລາວ ປະຈຳ ສາທາລະນະລັດ ສະໂລວາກີ.
ຍສໝ - ປະຈຸບັນ, ຫວຽດນາມແມ່ນຄູ່ການຄ້າໃຫຍ່ທີ່ສຸດຂອງການາດາໃນອາຊຽນ, ດ້ວຍມູນຄ່າການຄ້າສອງຝ່າຍບັນລຸ 7,98 ຕື້ CAD ໃນປີ 2019.
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີ ແຫ່ງວັນຊາດ ຫວຽດນາມ, 71 ປີ ແຫ່ງວັນຊາດຈີນ ແລະ ການສະເຫຼີມສະຫຼອງ 70ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງ ຫວຽດນາມ - ຈີນ, ວັນທີ 29 ກັນຍາ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດ ຈີນ ໄດ້ດຳເນີນການໂອ້ລົມທາງໂທລະສັບ.
ຍສໝ - ເນື່ອງໃນໂອກາດວັນຄົບຮອບ 30 ປີແຫ່ງການທ້ອນໂຮມປະເທດເຢຍລະມັນເປັນເອກະພາບ ແລະ ຄົບຮອບ 45 ປີແຫ່ງການສ້າງຕັັ້ງສາຍພົວພັນທາງການທູດລະຫວ່າງເຢຍລະມັນ ແລະຫວຽດນາມ, ຕອນເຊົ້າວັນທີ 30 ກັນຍາ, ສະຖານທູດເຢຍລະມັນໄດ້ຈັດກອງປະຊຸມຖະແຫຼງຂ່າວ.
ຍສໝ - ທີ່ການໂອ້ລົມສົນທະນາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ຊົມເຊີຍວັນຄົບຮອບ 90 ປີແຫ່ງວັນຊາດລາຊະອານາຈັກ Saudi Arabia (23 ກັນຍາ 2020).
ຍສໝ - ຕາງໜ້າຄະນະຫົວໜ້າຫົວເລື່ອງ, ທ່ານພົນຕີ ຫວູຈ໊ຽນຖັງ ຫົວໜ້າກົມການຕ່າງປະເທດ, ກະຊວງປ້ອງກັນປະເທດ ໄດ້ລາຍງານໂດຍສັງເຂບກ່ຽວກັບວິວັດການຜັນຂະຫຍາຍປະຕິບັດຫົວເລື່ອງ ແລະລາຍງານໝາກຜົນການຄົ້ນຄວ້າ.