ຍສໝ - ທ່ານຮອງສາດສະດາຈານ, ປອ ຈູຮ່ວາງລອງ, ຢູ່ມະຫາວິທະຍາໄລ ອົດສະຕາລີ (ANU) ໃນວັນທີ 23 ພຶດສະພາໄດ້ສະແດງຄວາມເຊື່ອໝັ້ນວ່າ ສັນຍາການຄ້າເສລີ ສະຫະພາບເອີລົບ - ຫວຽດນາມ (EVFTA) ມີຜົນສັກສິດຈະຊຸກຍູ້ການຄ້າສອງຝ່າຍຍ້ອນວ່າ ຮົ້ວກີດຂວາງໄດ້ຫຼຸດຜ່ອນ.
ໃນວັນທີ 21 ພຶດສະພາ ທີ່ສໍານັກງານຕັ້ງຢູ່ ບາງກອກ, ປະເທດໄທ ໄດ້ຈັດຂຶ້ນກອງປະຊຸມໃຫຍ່ປະຈໍາປີ ຄັ້ງທີ 76 ຂອງຄະນະກໍາມາທິການເສດຖະກິດ-ສັງຄົມ ປະຈໍາພາກພື້ນອາຊີ-ປາຊີຟິກ (UNESCAP).
ຍສໝ - ສັນຍາ EVFTA ໄດ້ຮັບຄວາມຫວັງວ່າ, ເມື່ອນຳເຂົ້າປະຕິບັດຈະປະກອບສ່ວນສຳຄັນເຂົ້າໃນການແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດໃນເລື່ອງຊອກຫາຕະຫຼາດ, ເປີດກວ້າງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ເພີ່ມລະດັບພັດທະນາ, ໃນສະພາບໂລກລະບາດໂຄວິດ-19.
ຍສໝ - ຕາມທ່ານລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ຫງວຽນຈີີ໊ຢຸງ ແລ້ວ, ເພື່ອຮັບມືກັບວິກິດການ, ໃນປີ 2009, ລັດຖະບານຫວຽດນາມ ໄດ້ປະກາດໃຊ້ບ້ວງເງິນກະຕຸ້ນຄວາມຕ້ອງການ ເຊິ່ງໄດ້ນໍາມາເຊິ່ງຜົນກະທົບຢ່າງຕັ້ງໜ້າຕໍ່ພື້ນຖານເສດຖະກິດ, ປະກອບສ່ວນສະກັດກັ້ນລະດັບການຊຸດໂຊມຂອງເສດຖະກິດ.
ຍສໝ - ສື່ມວນຊົນອີຢີບກໍ່ໄດ້ແບ່ງປັນຄວາມຄິດເຫັນຄືກັນ ແມ່ນຕີລາຄາສູງບັນດາຜົນງານພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ໃນຊຸມປີມໍ່ໆມານີ້, ແລະ ຢືນຢັນວ່າ ຫວຽດນາມ ພວມຟື້ນຕົວ ແລະ ເຕີບໃຫຍ່ຢູ່ອາຊີ.
ຍສໝ - ພື້ນຖານເສດຖະກິດຂອງຫວຽດນາມ ກຳລັງປະເຊີນກັບໂອກາດໃໝ່ສຳລັບການພັດທະນາທີ່ເຂັ້ມແຂງ, ໂດຍສະເພາະແມ່ນການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI).
ຍສໝ - ຫວຽດນາມເຊື່ອໝັ້ນວ່າ ຜ່ານບັນດາກົນໄກຮ່ວມມື, ແລກປ່ຽນ, ໂອ້ລົມທາງໂທລະສັບດ້ວຍຈິດໃຈສ້າງສັນ ແລະ ມີຄວາມຮັບຜິດຊອບ, ບັນດາປະເທດ ແລະ ປະຊາຄົມໂລກຈະພ້ອມກັນຄວບຄຸມ, ຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ ພ້ອມທັງຟື້ນຟູການພັດທະນາເສດຖະກິດ - ສັງຄົມເທື່ອລະກ້າວ.
ຍສໝ - ທ່ານ ກິແກ້ວ ຈັນທະບູຣີ - ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ສປປ.ລາວ ໃຫ້ຮູ້ວ່າ ລັດຖະບານ ສປປ.ລາວ ໄດ້ອະນຸຍາດໃຫ້ວິສາຫະກິດ ໄດ້ດຳເນີນເຄື່ອນໄຫວທຸລະກິດຄືນໃໝ່, ຟື້ນຟູການຜະລິດ.
ຍສໝ - ເພື່ອຫຼຸດຜ່ອນຜົນກະທົບທີ່ຫຍໍ້ທໍ້ ຈາກການລະບາດຂອງພະຍາດ Covid-19 ຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາຮ່ວມກັນ, ບັນດາປະເທດອາຊຽນ ກຳລັງຊອກຫາທິດທາງໃໝ່ຢ່າງຫ້າວຫັນ ພາຍຫຼັງ Covid-19.
ຍສໝ - ລັດຖະບານ ຫວຽດນາມຄ່ອຍໆຜ່ອນຄາຍບັນດາມາດຕະການແຍກຫ່າງສັງຄົມໃນທົ່ວປະເທດ ເພື່ອແນໃສ່ເລີ່ມດຳເນີນບັນດາການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງບັນດາຂະແໜງ, ຂົງເຂດເສດຖະກິດຄືນໃໝ່.
ມາຮອດປັດຈຸບັນ, ກະຊວງແຜນການ ແລະ ການລົງທຶນ ໂດຍການສົມທົບກັບ ຂະແໜງການ ແລະ ທ້ອງຖິ່ນ ໄດ້ສຳເລັດຮ່າງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ສະບັບທີ 1 ເຊິ່ງໄດ້ກຳນົດຈຸດໝາຍ ລວມຂອງແຜນການ 5 ປີຄັ້ງນີ້ ແມ່່ນສຸມໃສ່ການພັດທະນາ ເສດຖະກິດ-ສັງຄົມ ຕາມທ່າແຮງ ທີ່ມີຢ່າງເຕັມສ່ວນ ເພື່ອພັດທະນາປະເທດຊາດ ບັນລຸເງື່ອນໄຂ ການ ຫລຸດພົ້ນອອກຈາກສະ ຖານະພາບຄວາມດ້ອຍ ພັດທະນາຢ່າງໜັກແໜ້ນ ດ້ວຍການເຕີບໂຕທີ່ມີ ຄຸນນະພາບຕາມທິດສົມດຸນ ແລະ ສີຂຽວ ແລະ ບັນລຸເປົ້າໝາຍການພັດທະນາ ແບບຍືນຍົງໃນປີ 2030.
ຍສໝ - ອີງຕາມການຕີລາຄາຂອງໜັງສືພິມ The Economist, ລາຊະອານາຈັກອັງກິດ ໃຫ້ຮູ້ວ່າ ຫວຽດນາມກຳລັງຢູ່ໃນພື້ນຖານເສດຖະກິດທີ່ປອດໄພ ຫຼັງຈາກການລະບາດ ຂອງການລະບາດພະຍາດ Covid-19.
ຍສໝ - ໃນຕອນເຊົ້າວັນທີ 23 ເມສາ, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ໃນຖານະເປັນປະທານອາຊຽນ 2020 ພ້ອມກັບບັນດາລັດຖະມົນຕີຕ່າງປະເທດຂອງບັນດາປະເທດອາຊຽນ ແລະ ທ່ານ Michael Pompeo - ລັດຖະມົນຕີການຕ່າງປະເທດອາເມລິກາ ໄດ້ເຂົ້າຮ່ວມກອງປະຊຸມອອນລາຍພິເສດ ອາຊຽນ - ອາເມລິກາ ເພື່ອປຶກສາຫາລືກ່ຽວກັບສະພາບຄວາມ ໝັ້ນຄົງໃນພາກພື້ນ, ກໍ່ຄືສະຖານະການການລະບາດຂອງພະຍາດ Covid-19.
ຍສໝ - ວັນທີ 22 ເມສາ 2020, ບັນດາລັດຖະມົນຕີເສດຖະກິດອາຊຽນ - ຍີ່ປຸ່ນ ໄດ້ຮັບຮອງເອົາ “ຖະແຫຼງການຮ່ວມອາຊຽນ - ຍີ່ປຸ່ນ ກ່ຽວກັບຂໍ້ລິເລີ່ມ ຟື້ນຟູເສດຖະກິດຮັບມືກັບໂລກລະບາດໂຄວິດ-19” ຢ່າງເປັນທາງການ ເພື່ອແນໃສ່ຮັບມືກັບບັນດາຜົນຮ້າຍຢ້ອນຫຼັງທາງດ້ານເສດຖະກິດ ແລະ ລະບົບສະໜອງ ຍ້ອນໂລກລະບາດໂຄວິດ-19 ກໍ່ຂຶ້ນ.
ໃນວັນທີ 20 ເມສາ 2020 ທີ່ນະຄອນຫລວງວຽງຈັນ, ທ່ານ ສອນໄຊ ສີພັນດອນ ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເປັນປະທານກອງປະຊຸມ ຂອງ ຄະນະສະເພາະກິດ ດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບ ຈາກການລະບາດຂອງພະຍາດ ໂຄວິດ-19 ຊຶ່ງໄດ້ປຶກສາຫາລື ການຈັດຕັ້ງຜັນຂະຫຍາຍ 10 ນະໂຍບາຍ ແລະ 9 ມາດຕະການ ທາງດ້ານເສດຖະ ກິດຂອງລັດຖະບານ.
ຍສໝ - ບັນດາແບບແຜນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດ Covid - 19 ສິ້ນສຸດລົງ ຈະໄດ້ຮັບການສ້າງຂຶ້ນໂດຍທັນທີໃນອາທິດນີ້ເຊິ່ງຈະກຳນົດບັນດາມາດຕະການຢ່າງຈະແຈ້ງເພື່ອໃຫ້ເສດຖະກິດຫວຽດນາມສາມາດຜ່ານຜ່າໄລຍະຫຍຸ້ງຍາກນີ້ໂດຍໄວ.
ຍສໝ - ວິສາຫະກິດເຢຍລະມັນ ໄດ້ສະແດງຄວາມວິຕົກກັງວົນ ຕໍ່ບັນດາຜົນກະທົບທີ່ຫຍໍ້ທໍ້ຂອງໂລກລະບາດທີ່ມີຕໍ່ສະພາບການຜະລິດ, ດຳເນີນທຸລະກິດຂອງເຂົາເຈົ້າ, ແຕ່ຍັງຕັ້ງຄວາມຫວັງຕໍ່ການຟື້ນຟູເສດຖະກິດໃນໄລຍະກາງຂອງຫວຽດນາມ.
ຍສໝ - ADB ຄາດຄະເນວ່າຖ້າຫາກໂລກລະບາດໂຄວິດ 19 ໄດ້ຮັບການຄວບຄຸມໃນເຄິ່ງຕົ້ນປີ 2020, ພື້ນຖານເສດຖະກິດ ຫວຽດນາມ ຈະສາມາດຟື້ນຟູໄດ້ດ້ວຍລະດັບການເຕີບໂຕ 6,8% ໃນປີ 2021.
ຍສໝ - ເຖິງວ່າຖືກຜົນສະທ້ອນຍ້ອນເຊື້ອພະຍາດໂຄວິດ - 19 ໃນຕະຫຼາດການເງິນທົ່ວໂລກກໍ່ຕາມ, ແຕ່ພື້ນຖານເສດຖະກິດຫວຽດນາມຍັງມີຄວາມໝັ້ນຄົງເປັນການຊົ່ວຄາວຕໍ່ຜົນສະທ້ອນຈາກພາຍນອກໃນຊຸມເດືອນຕົ້ນ ປີ 2020.
ຍສໝ - ເວັບໄຊເອເລັກໂຕນິກ ຂອງເວທີປາໄສເສດຖະກິດໂລກ (WEF) ໄດ້ ລົງບົດຂຽນຂອງນັກຂ່າວອັງກິດ Sean Fleming ເຊິ່ງໄດ້ຕີລາຄາວ່າ ຫວຽດນາມຮັບມືກັບໂລກລະບາດ Covid - 19 ຢ່າງມີປະສິດທິຜົນ.