ຍສໝ - ຄ້າຍທະຫານຊາຍແດນ ຫົງວັນ, ແຂວງ ເທືອທຽນເຫວ້ ໄດ້ມອບຂອງຂວັນ ຈຳນວນ 60 ສ່ວນປະກອບມີເຄື່ອງທີ່ຈຳເປັນເຊັ່ນ: ເຂົ້າ, ນ້ຳມັນປຸງແຕ່ງ, ນ້ຳປາ, ເຄື່ອງນຸ່ງ ... ເຊິ່ງລວມມູນຄ່າທັງໝົດຫຼາຍກ່ວາ 50 ລ້ານດົ່ງ ໃຫ້ແກ່ປະຊາຊົນ ເມືອງສະໝ້ວຍ, ແຂວງສາລະວັນ, ປະເທດລາວ.
ກວ່າ 5 ປີຜ່ານມາ, ປະຊາຊົນບ້ານທົ່ງແປ, ເມືອງຄໍາເກີດ, ແຂວງບໍລິຄໍາໄຊ (ປະເທດລາວ) ໄດ້ມີຄວາມລື້ງເຄີຍກັບຮູບພາບທ່ານພັນຕີ, ທ່ານໝໍ ຫງວຽນຫວຽດດຶກ ແລະນາຍໝໍອີກສອງຄົນຢູ່ສຸກສາລາບ້ານທົ່ງແປ ທີ່ຂະຫຍັນໝັ່ນພຽນກວດ, ປິ່ນປົວພະຍາດ ແລະແຈກຢາຍຢຸກຢາໃຫ້ແກ່ພໍ່ແມ່ປະຊາຊົນໃນແຕ່ລະວັນ.
ຍສໝ - ແຕ່ວັນທີ 11-12 ກຸມພາ ທີ່ນະຄອນຫຼວງວຽງຈັນ, ປະເທດລາວ, ໄດ້ຈັດຂື້ນກອງປະຊຸມພົບປະເຈລະຈາຄະນະຜູ້ແທນຊ່ຽວຊານຊາຍແດນຫວຽດນາມ - ລາວ ເພື່ອແລກປ່ຽນເນື້ອໃນການກະກຽມໃຫ້ແກ່ ກອງປະຊຸມທົບທວນສອງຝ່າຍ ເພື່ອຜັນຂະຫຍາຍຮູບແບບການກວດກາ “ໜຶ່ງປະຕູ, ໜຶ່ງປ້ອມກວດກາ” ຢູ່ດ່ານປະຕູຊາຍແດນສາກົນລາວບາວ (ແຂວງກວາງຈີ້, ປະເທດຫວຽດນາມ) - ແດນສາຫວັນ (ແຂວງສະຫວັນນະເຂດ, ປະເທດລາວ).
ໃນວັນທີ 26 ມັງກອນ ປີ 2020, ກອງປະຊຸມຮັກສາຄວາມສະຫງົບຮຽບຮ້ອຍຕາມບໍລິເວນຊາຍແດນ ລາວ - ກໍາປູເຈຍ ລະຫວ່າງ ແຂວງຈໍາປາສັກ-ສປປ ລາວ ແລະ ແຂວງຊຽງແຕງ ແຫ່ງຣາ ຊະອານາຈັກກໍາປູເຈຍ, ຈັດຂຶ້ນຢູ່ກອງບັນຊາການທະຫານແຂວງຈໍາປາສັກ.
ຍສໝ - ຫວ່າງແລ້ວນີ້, ຄະນະປະຕິບັດງານກອງບັນຊາການຕໍາຫຼວດແຂວງຫົວພັນ ນຳໂດຍທ່ານພັນໂທ ອຳພອນ ພັນມະຈັນ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ ໄດ້ມາຢ້ຽມຢາມ, ອວຍພອນພະນັກງານ, ນັກຮົບຂອງກອງບັນຊາການທະຫານຊາຍແດນ ແລະ ພະແນກຕໍາຫຼວດ ແຂວງເງະອານ.
ຍສໝ - ຕອນບ່າຍວັນທີ 10 ມັງກອນ, ຄະນະປະຕິບັດງານກອງບັນຊາການທະຫານແຂວງຫົວພັນ ໄດ້ມາຢ້ຽມຢາມ ແລະອວຍພອນບຸນເຕັດພະນັກງານ, ນັກຮົບຂອງກອງບັນຊາການທະຫານຊາຍແດນແຂວງແທງຮວາ.
ຍສໝ - ວັນທີ 9 ມັງກອນ, ຢູ່ຮ່າໂນ້ຍ, ໄດ້ດຳເນີນກອງປະຊຸມຮອບທີ I ກຸ່ມປະຕິບັດງານປະສົມກ່ຽວກັບດ່ານຊາຍແດນທາງບົກ ລະຫວ່າງ ຫວຽດນາມ - ກຳປູເຈຍ.
ຍສໝ - ເນື່ອງໃນໂອກາດກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດຫວຽດນາມ, ທ່ານພັນເອກ ທອງສີ ກຸນຊະນະ ໄດ້ສົ່ງພອນໄຊອັນປະເສີດມາຍັງການນໍາ, ພະນັກງານ, ນັກຮົບທະຫານຊາຍແດນແຂວງກວ໋າງນາມ; ພ້ອມທັງຢັ້ງຢືນເຖິງສາຍພົວພັນມິດຕະພາບ, ນໍ້າໃຈສາມັກຄີແບບພິເສດ, ສັດຊື່ບໍລິສຸດຜຸດຜ່ອງລະຫວ່າງສອງຝ່າຍຈະນັບມື້ນັບໄດ້ຮັບການຮັດແໜ້ນ, ປະກອບສ່ວນປະຕິບັດໜ້າທີ່ສ້າງສາ ແລະປົກປັກຮັກສາຊາຍແດນແຫ່ງສັນຕິພາບ, ມິດຕະພາບ ແລະພັດທະນາໄດ້ຢ່າງມີໄຊ.
ໄປພ້ອມກັບການກຳເນີດເກີດຂຶ້ນຂອງກໍາລັງຕໍາຫຼວດປະຊາຊົນປະກອບອາວຸດ, ໃນເດືອນ ເມສາ 1959, ລັດຖະມົນຕີກະຊວງຕໍາຫຼວດຫວຽດນາມ ອອກດໍາລັດສະບັບເລກທີ 153/NĐ-CA ວ່າດ້ວຍການສ້າງຕັ້ງພະແນກເສນາທິການຕໍາຫຼວດປະຊາຊົນປະກອບອາວຸດ, ປະຈຸບັນແມ່ນພະແນກເສນາທິການທະຫານຊາຍແດນ. ນັບແຕ່ນັ້ນມາຮອດປະຈຸບັນ, ເດືອນເມສາ ແຕ່ລະປີໄດ້ກາຍເປັນວັນມູນເຊື້ອຂອງພະແນກເສນາທິການທະຫານຊາຍແດນ.
ໃນໄລຍະຜ່ານມາ, ຄ້າຍທະຫານຊາຍແດນເຍິມ, ທະຫານຊາຍແດນແຂວງເທື່ອທຽນ-ເຫວ້ ໄດ້ສົມທົບກັບບັນດາກົມກອງລະດົມຫຼາຍແຫຼ່ງກໍາລັງເພື່ອໜູນຊ່ວຍການຫາເງິນລ້ຽງຊີບໃຫ້ແກ່ປະຊາຊົນບ້ານເຊຊາບ (ເມືອງກະລຶມ, ແຂວງເຊກອງ) ຂອງປະເທດເພື່ຶອນມິດລາວ. ໂດຍໄດ້ຮັບການແນະນໍາກ່ຽວກັບວິທີຫາເງິນລ້ຽງຊີບ, ປະຊາຊົນບ້ານເຊຊາບ ໄດ້ຍູ້ແຮງການຜະລິດ, ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ, ຫັນຊີວິດການເປັນຢູ່ໃຫ້ເປັນປົກກະຕິ.
ຍສໝ - ກອງປະຊຸມປະຈໍາປີ ຄັ້ງທີ 29 ລະຫວ່າງຄະນະຜູ້ແທນເຂດຊາຍແດນ ຫວຽດນາມ - ລາວ ຖືກຈັດຂຶ້ນ ໃນວັນທີ 26 ທັນວາຢູ່ຮ່າໂນ້ຍ.
ໃນວັນທີ 23 ທັນວາ 2019 ນີ້, ໄດ້ຈັດກອງປະຊຸມຄະນະກຳມະການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນ ລາວ-ໄທ, ໄທ-ລາວ ຄັ້ງທີ 26 ຂຶ້ນທີ່ໂຮງແຮມລາວພລາຊານະຄອນຫຼວງວຽງຈັນ, ສປປ ລາວ.
ຍສໝ - ເມື່ອບໍ່ດົນມານີ້, ຄະນະປະຕິບັດງານລະຫວ່າງຂະແໜງສອງແຂວງແທັງຮວ໊າ - ຫົວພັນ ຈັດຕັ້ງການພົບປະແລກປ່ຽນວຽກງານຄຸ້ມຄອງຊາຍແດນ ປີ 2019.
ຍສໝ - ໃນວັນທີ 27 ພະຈິກ 2019, ຢູ່ນະຄອນຫຼວງພະບາງ, ແຂວງຫຼວງພະບາງ ສປປ ລາວ ໄດ້ດໍາເນີນກອງປະຊຸມພົບປະແລກປ່ຽນວຽກງານຊາຍແດນ ຄັ້ງທີ XII ລະຫວ່າງ ແຂວງເຊີນລາ ແລະ ແຂວງຫຼວງພະບາງ.
ຍສໝ - ເມື່ອບໍ່ດົນມານີ້, ໂຮງຮຽນທະຫານຊາຍແດນຊັ້ນກາງ ເລກ 1, ກອງບັນຊາການທະຫານຊາຍແດນ, ກະຊວງປ້ອງກັນປະເທດຫວຽດນາມ ແລະໂຮງຮຽນທະຫານຊາຍແດນ 712, ກົມທະຫານຊາຍແດນ, ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ.
ຍສໝ - ເມື່ອບໍ່ດົນມານີ້, ຄະນະປະຕິບັດງານແຂວງກອນຕູມ ສສ ຫວຽດນາມ ໄດ້ມີການເຮັດວຽກກັບຄະນະປະຕິບັດງານແຂວງອັດຕະປື ສປປ ລາວ ກ່ຽວກັບສະພາບການຮ່ວມມືລະຫວ່າງສອງທ້ອງຖິ່ນ ແລະ ດໍາເນີນການກວດກາຕົວຈິງຢູ່ລຽບຕາມເສັ້ນຊາຍແດນແຂວງກອນຕູມ, ປະເທດຫວຽດນາມ-ແຂວງອັດຕະປື, ປະເທດລາວ.
ຍສໝ - ໃນຊຸມປີຜ່ານມາ, ຄ້າຍທະຫານຊາຍແດນດ່ານສາກົນຈ່ຽງເຄືອງ, ທະຫານຊາຍແດນແຂວງເຊີນລາ ໄດ້ສົມທົບກັບອໍານາດການປົກຄອງເມືອງແອດ ປະຕິບັດວຽກງານຮັບປະກັນຄວາມໝັ້ນຄົງຢູ່ເຂດຊາຍແດນເປັນຢ່າງດີ, ສ້າງເງື່ອນໄຂສະດວກໃນທຸກດ້ານ ເພື່ອແນໃສ່ຊ່ວຍເຫຼືອປະຊາຊົນປະເທດເພື່ອນມິດລາວ ຫັນຊີວິດການເປັນຢູ່ເປັນປົກກະຕິ, ປະກອບສ່ວນປັບປຸງ ແລະເພີ່ມພູນຄູນສ້າງນໍ້າໃຈມິດຕະພາບມາແຕ່ດົນນານ, ສັດຊື່ບໍລິສຸດຂອງສອງປະເທດຫວຽດນາມ-ລາວ.
ຍສໝ - ການມອບສິ່ງທີ່ຈຳເປັນ ເພື່ອຊ່ວຍເຫຼືອປະຊາຊົນຢູ່ບັນດາບ້ານຊາຍແດນຂອງລາວ ໃນເວລາທີ່ຫຍຸ້ງຍາກ ຈະຊ່ວຍໃຫ້ພວກເຂົາມີສະຖຽນລະພາບໃນຊີວິດ ແລະ ມີຄວາມສຳຄັນ, ປະກອບສ່ວນສ້າງຄວາມສາມັກຄີຂອງສອງຊາດລາວ ແລະ ຫວຽດນາມ
ຍສໝ - ຕອນເຊົ້າວັນທີ 24 ຕຸລາ, ທ່ານພັນເອກ ບຸນລໍ້າ ພະໄຊສົມບັດ, ຫົວໜ້າອົງການຜູ້ຕາງໜ້າກະຊວງປ້ອງກັນຄວາມສະຫງົບລາວ ປະຈຳ ຫວຽດນາມ ນໍາໜ້າຄະນະປະຕິບັດງານມາຢ້ຽມຢາມ ແລະເຮັດວຽກທີ່ກອງບັນຊາການທະຫານຊາຍແດນ. ທ່ານພົນຈັດຕະວາ ເລວັນຟຸກ, ຮອງຜູ້ບັນຊາການທະຫານຊາຍແດນ ເປັນປະທານການຕ້ອນຮັບຄະນະ.
ອະທິປະໄຕຜືນແຜ່ນດິນ, ຊາຍແດນແຫ່ງຊາດ ຍາມໃດກໍແມ່ນສິ່ງທີ່ສັກກາລະບູຊາຂອງແຕ່ລະຊົນຊາດ. ເພາະສະນັ້ນ, ບັນຫາຊາຍແດນຜືນແຜ່ນດິນຍາມໃດກໍໄດ້ຮັບການຖືເປັນສໍາຄັນພິເສດຈາກພັກ, ລັດ ຫວຽດນາມ.