ຫຼາຍປະເທດ ປິດປະຕູເຂດຊາຍແດນໄລ​ຍະ​ໂລກ​ລະ​ບາດ

06:47 | 22/03/2020

ຍສໝ - ຫຼາຍປະເທດຍັງໄດ້ຜັນຂະຫຍາຍບັນດາມາດຕະການທາງການທູດຢ່າງແຮງ ທີ່ບໍ່ເຄີຍມີມາກ່ອນຕື່ມອີກຄື: ປິດປະຕູເຂດຊາຍແດນ, ຫ້ານການເຂົ້າເມືອງ, ຫ້າມບິນ….

ຫຼາຍປະເທດ ປິດປະຕູເຂດຊາຍແດນໄລ​ຍະ​ໂລກ​ລະ​ບາດ

ພາບປະກອບ

ໄລ່ຮອດ 8 ໂມງ 30 ນາທີ່ຂອງວັນທີ 21 ມີນາ (ຕາມເວລາ ຫວຽດນາມ), ປັດຈຸບັນໃນທົ່ວໂລກມີຜູ້ຕິດເຊື້ອພະຍາດ Covid – 19 ແມ່ນ 275.741 ຄົນແລະ ມີຜູ້ເສຍຊີວິດຍ້ອນ Covid – 19 ແມ່ນ 11.397 ຄົນ. ຈຳນວນຄົນເຈັບທີ່ໄດ້ຮັບການຟື້ນຟູແມ່ນ 91.912 ຄົນ. ໂລກລະບາດໄດ້ແຜ່ລາມອອກສູ່ 163 ປະເທດ ແລະ ເຂດແຄ້ວນ. ຫຼາຍປະເທດມີອັດຕາສ່ວນຜູ້ເສຍຊີວິດສູງທີ່ສຸດຄື: ອີຕາລີ, ອີຣານ. ໂລກລະບາດໄດ້ມີການກະທົບຢ່າງແຮງເຖິງບັນດາຂົງເຂດ ແລະ ການເຄື່ອນໄຫວເກືອບທັງໝົດຂອງຫຼາຍປະເທດຄື: ເສດຖະກິດ, ວັດທະນະທຳ, ກິລາ, ການທ່ອງທ່ຽວ ແລະ ຊ້ຳບໍ່ໜຳນັບທັງຂົງເຂດການຕ່າງປະເທດອີກດ້ວຍ.

ໃນຕົວຈິງ, ເພື່ອຮັບມືກັບໂລກລະບາດ, ຄຽງຄູ່ກັບບັນດາມາດຕະການທີ່ຂ້ຽວຂາດດ້ານການພົວພັນພາຍໃນປະເທດຄື: ຫ້າມການເຕົ້າໂຮມກັນຫຼາຍຄົນ, ປິດລ້ອມເຂດຊຸມຊົນ, ຢຸດບັນດາການເຄື່ອນໄຫວວັດທະນະທຳກິລາໂດຍບໍ່ກຳນົດເວລາ, ໃຫ້ນັກຮຽນພັກໂຮງຮຽນ….ຫຼາຍປະເທດຍັງໄດ້ຜັນຂະຫຍາຍບັນດາມາດຕະການທາງການທູດຢ່າງແຮງ ທີ່ບໍ່ເຄີຍມີມາກ່ອນຕື່ມອີກຄື: ປິດປະຕູເຂດຊາຍແດນ, ຫ້ານການເຂົ້າເມືອງ, ຫ້າມບິນ….

ໜຶ່ງໃນບັນດາການປັບປຸງທາງການທູດຢ່າງແຮງທີ່ສຸດ ທີ່ຫຼາຍປະເທດໄດ້ດຳເນີນໃນໄລຍະປະຈຸບັນ ນັ້ນແມ່ນການປິດປະຕູເຂດຊາຍແດນ. ໃນນັ້ນ, ໜ້າເອົາໃຈໃສ່ທີ່ສຸດແມ່ນເຫດການສະຫະພາບເອີລົບ (EU) ໄດ້ຕົກລົງ ປິດປະຕູເຂດຊາຍແດນທັງໝົດ 30 ປະເທດ, ລວມມີ 26 ປະເທດສະມາຊິກ EU ແລະ ບັນດາປະເທດຂຶ້ນກັບກຸ່ມ Schengen ໃນຮອບເວລາ 30 ວັນ ນັບແຕ່ວັນທີ 17 ມີນາເປັນຕົ້ນໄປ.

ອາເມລິກາ ແລະ ການາດາ ກໍ່ເຫັນດີຈະປິດປະຕູເຂດຊາຍແດນລະຫວ່າງສອງປະເທດ ເພື່ອສະກັດກັ້ນການແຜ່ລາມຂອງໂລກລະບາດ ແລະ ປະຕິບັດການຫ້າມເຂົ້າເມືອງ. ກ່ອນໜ້ານນັ້ນ, ລັດເຊຍ ກໍ່ຕົກລົງປິດລ້ອມເຂດຊາຍແດນ, ຫ້າມຊາວຕ່າງປະເທດເຂົ້າລັດເຊຍ ນັບແຕ່ເວລາ 0 ໂມງຂອງວັນທີ 17 ມີນາ ຮອດວັນທີ 1 ພຶດສະພາ.

ບັນດາປະເທດຄື: Argentina, Chile, Guatemala, Tunisia, Sudan… ກໍ່ປະຕິບັດການປິດປະຕູທັງໝົດເຂດຊາຍແດນທາງບົກ ຄືດັ່ງມາດຕະການທີ່ຈຳເປັນ ເພື່ອສະກັດກັ້ນການແຜລາມຂອງໂລກລະບາດ Covid-19. ຄຽງຂ້າງນັ້ນ, ຫຼາຍປະເທດໄດ້ ແລະ ພວມຜັນຂະຫາຍການປິດປະຕູເຂດຊານແດນສ່ວນໜຶ່ງ ເພື່ອຮັບມີກັບໂລກລະບາດ.

ຕອນຄ່ຳວັນທີ 18 ມີນາ, ຜູ້ຕາງໜ້າບໍລິສັດການບິນແຫ່ງຊາດຫວຽດນາມ (Vietnam Airlines) ໃຫ້ຮູ້ວ່າ ຍ້ອນການຜັນແປນັບມື້ນັບຮ້າຍແຮງຂອງໂລກລະບາດCovid – 19 ແລະ ນະໂຍບາຍຈຳກັດຄົນເຂົ້າເມືອງ ລະຫວ່າງ ບັນດາປະເທດ, Vietnam Airlines ໄດ້ຕົກລົງ ຢຸດຕິຊົ່ວຄາວການປະຕິບັດບັນດາຖ້ຽວບິນ ລະຫວ່າງ ຫວຽດນາມ ແລະ ລັດເຊຍ, ໄຕ້ຫວັນ (ຈີນ) ນັບແຕ່ວັນທີ 19 ມີນາ 2020.

(ໄຊພອນ)

ເຫດການ
302 Found

Found

The document has moved here.