ຍສໝ - ຕອນບ່າຍ ວັນທີ 29 ກໍລະກົດ, ທ່ານ ພົນຈັດຕະວາ ຫງວ໋ຽນ ວັນ ນາມ, ຮອງຫົວໜ້າກອງບັນຊາການ, ເສນາທິການກອງບັນຊາການທະຫານຊາຍແດນ ແລະ ສະຫາຍ ຫງວ໋ຽນ ດຶກ ຈິ໋ງ, ປະທານ ຄະນະ ກຳມະການປະຊາຊົນແຂວງກວ້າງຈິ ໄດ້ຮ່ວມເປັນປະທານ ໃນການຕ້ອນຮັບ, ພົບປະກັບບັນດາຄະນະຜູ້ແທນທ້ອງຖິ່ນ, ກຳລັງ, ໜ່ວຍງານ ຂອງ ສາທາລະນະລັດປະຊາທິປະໄຕ ປະຊາຊົນ ລາວ ໄປເຂົ້າຮ່ວມລາຍການພົບປະແລກປ່ຽນມິດຕະພາບຊາຍແດນ ຫວຽດນາມ - ລາວ 2019 ທີ່ຕົວເມືອງລາວບາວ, ເມືອງເຮືອງຫວ໋າ, ແຂວງກວ້າງຈິ.
ຍສໝ - ໃນວັນທີ 28 ກໍລະກົດ, ຄະນະປະຕິບັດງານຂອງຄະນະກໍາມະທິການແຜນການ, ການເງິນ ແລະການກວດສອບຂອງສະພາແຫ່ງຊາດລາວ ນໍາໂດຍທ່ານ ວິໄລວົງ ບຸດດາຄໍາ - ປະທານກຳມາທິການ ໄດ້ມາຖະຫວາຍດອກໄມ້ທີ່ສະໜາມຫຼວງໂຮ່ຈີມິນ, ນະຄອນວິງ, ແຂວງ ເງະອານ.
ໃນວັນທີ 28 ກໍລະກົດ, ທ່ານພົນຈັດຕະວາ ຫງວຽນຮວ່າຍເຟືອງ, ຮອງຜູ້ບັນຊາການທະຫານຊາຍແດນ ໄດ້ໄປກວດກາວຽກງານກະກຽມໃຫ້ລາຍການພົບປະແລກປ່ຽນມິດຕະພາບເຂດຊາຍແດນຫວຽດນາມ-ລາວ ປີ 2019 ຢູ່ເທດສະບານເມືອງລາວບ໋າວ, ເມືອງເຮື໋ອງຮວ໋າ, ແຂວງກວ໋າງຈິ.
ອາສາສະໝັກຊາວໝຸ່ມຈາກປະເທດຍີ່ປຸ່ນ 9 ຄົນ ກຽມປະຕິບັດໜ້າທີ່ເຮັດວຽກຢູ່ ສປປ ລາວ ໃນຂົງເຂດການພັດທະນາເສດຖະກິດ-ສັງຄົມ ແລະ ການພັດທະນາຊັບພະຍາກອນມະນຸດ ເປັນເວລາ 2 ປີ ໂດຍຜ່ານອົງການໄຈກາ (JICA) ໂດຍພິທີຕ້ອນຮັບອາສາສະໝັກດັ່ງກ່າວ ຈັດຂຶ້ນວັນທີ 24 ກໍລະກົດ 2019 ຢູ່ສະຖານທູດຍີ່ປຸ່ນ ປະຈຳ ສປປ ລາວ.
ໃນວັນທີ 25 ກໍລະກົດ, ກະຊວງຖະແຫຼງຂ່າວ-ວັດທະນະທຳ ແລະການທ່ອງທ່ຽວລາວ ໄດ້ຈັດຕັ້ງການປະຊຸມຂ່າວເພື່ອແຈ້ງຂ້ໍມູນກ່ຽວກັບທົ່ງໄຫຫີນຊຽງຂວາງ ກາຍເປັນມໍລະດົກວັດທະນະທໍາໂລກທີ 3 ຂອງປະເທດລ້ານຊ້າງ.
ທ່ານ ນາງ ປານີ ຢາທໍ່ຕູ້ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງທ່ານ ນາງ ຫງວຽນ ທິ ເລ ຮອງເລຂາຄະນະພັກ ປະທານສະພາປະຊາຊົນນະຄອນໂຮ່ຈິມິນ ພ້ອມດ້ວຍຄະນະ ໃນວັນທີ 25 ກໍລະກົດນີ້ ທີ່ຫ້ອງຮັບແຂກສະພາແຫ່ງຊາດ.
ກອງປະຊຸມປືກສາຫາລືການປັບປຸງຄຸນນະພາບການບໍລິການ ໃນ ສປປ ລາວ ຈັດຂຶ້ນວັນທີ 18 ກໍລະກົດ 2019 ທີ່ໂຮງແຮມດອນຈັນພາເລດ ໂດຍເປັນປະທານຂອງທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກ ມີຫົວໜ້າກົມ ຮອງກົມ ຜູ້ຕາງໜ້າຈາກທະນາຄານພັດທະນາອາຊີ ພະແນກສາທາລະນະສຸກແຂວງ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ຍສໝ - ໃນວັນທີ 26 ກໍລະກົດ, ທີ່ບ້ານວັງຕັດໃຫຍ່, ກຸ່ມບ້ານວັງຕັດ, ເມືອງໄຊເສດຖາ, ແຂວງ ອັດຕະປື, ລາວ, ກອງເສດຖະກິດ-ປ້ອງກັນຊາດ 385 (ພົນລະພາກຫຼວງ 15) ໄດ້ຈັດພິທີເປີດນໍາໃຊ້ ແລະ ມອບ-ຮັບເຮືອນແຫ່ງສາຍຈິດມິດໃຈ ໃຫ້ແກ່ພໍ່ເຖົ້າ ເຢັນ ໄຊຍະຈວກ.
ໃນປີ 2009 ຕະຫລາດຫລັກຊັບລາວ (ຕລຊລ) ໄດ້ຮັບການສ້າງຕັ້ງຂຶ້ນ ໂດຍການຮ່ວມທຶນ ລະຫວ່າງທະນາຄານແຫ່ງ ສປປ ລາວ ຖືຮຸ້ນ 51% ແລະ ຕະຫລາດຫລັກຊັບ ສ.ເກົາຫລີ ຖືຮຸ້ນ 49% ຖືກຕ້ອງຕາມກົດໝາຍ.
ຍສໝ - ເນື່ອງໃນໂອກາດຄົບຮອບ 72 ປີແຫ່ງວັນທະຫານເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດ, ວັນທີ 26 ກໍລະກົດ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ສົມທົບກັບສູນກາງສະມາຄົມນັກຮົບເກົ່າລາວ ແລະ ບັນດາອົງການສຳນັກງານທີ່ກ່ຽວຂ້ອງໄປຖະຫວາຍດອກໄມ້ທູບທຽນ ສະແດງຄວາມຮູ້ບຸນຄຸນ ແລະ ອາໄລຫາບັນດານັກວິລະຊົນ, ນັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດປູສະນີຍະສະຖານຮ່ວມສຳພັນທະມິດສູ້ຮົບລາວ-ຫວຽດນາມ ຢູ່ບ້ານເກີນ, ເມືອງທຸລະຄົມ ແຂວງວຽງຈັນ.
ຍສໝ - ຄະນະຜູ້ແທນສະພາປະຊາຊົນ ນະຄອນໂຮ່ຈີມິນ ໂດຍທ່ານນາງ ຫງວຽນທິເລະ ຮອງເລຂາ ຄະນະພັກນະຄອນ, ປະທານສະພາປະຊາຊົນນະຄອນ ໂຮ່ຈີມິນ ໄດ້ເປັນຫົວໜ້າຄະນະພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ລາວ ໃນລະຫວ່າງວັນທີ 24 - 28 ກໍລະກົດ 2019.
ຍສໝ - ໃນວັນທີ 26 ກໍລະກົດ, ຄະນະຜູ້ແທນນະຄອນໂຮ່ຈີມິນ ນໍາໂດຍທ່ານນາງ ຫງວຽນທິເລະ, ປະທານສະພາປະຊາຊົນນະຄອນໂຮ່ຈີມິນ ໄດ້ເຂົ້າຢ້ຽມຢາມ ແລະ ເຮັດວຽກ ນຳທ່ານ ບຸນທອງ ດີວິໄຊ, ເລຂາພັກແຂວງ, ເຈົ້າແຂວງຈໍາປາສັກ.
ງານປະກວດ “ສຽງເພງອາຊຽນ +3” ໄດ້ຈັດຂຶ້ນໃນວັນທີ 26 - 28 ກໍລະກົດ 2019 ຢູ່ ນະຄອນຫ້າລອງແຂວງກວ໋າງນີງ ສສ ຫວຽດນາມ.
ຍສໝ - ໃນລະຫວ່າງວັນທີ 25 – 28 ກໍລະກົດ 2019, ຢູ່ເທດສະບານ ເກືອລໍ່, ແຂວງເງະອານ ສສ ຫວຽດນາມ ພວມດຳເນີນກອງປະຊຸມສຳມະນາສາກົນ ໂດຍສະມາຄົມນັກຂ່າວຫວຽດນາມ ແລະ ສະມາຄົມນັກຂ່າວລາວ ສົມທົບກັນຈັດຕັ້ງ ດ້ວຍຫົວຂໍ້ “ສື່ມວນຊົນຫວຽດນາມ - ລາວ ໃນສັງກາດສື່ດີຈີຕອນ”.
ຍສໝ - ຕອນບ່າຍວັນທີ 25 ກໍລະກົດ 2019, ທ່ານພົນໂທ ຫງວຽນຈີ໊ວິ້ງ ໄດ້ເຂົ້າຢ້ຽມຄຳນັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີລາວ ແລະ ທ່ານພົນເອກ ຈັນສະໝອນ ຈັນຍາລາດລັດຖະມົນຕີ ກະຊວງປ້ອງກັນປະເທດລາວ.
ໃນຕອນເຊົ້າຂອງວັນທີ 23 ກໍລະກົດ 2019 ນີ້ ຢູ່ທີ່ດ່ານ 9/2 ຈຸດສຸມປະເລາະອາສິງ ເມືອງນອງ ແຂວງສະຫວັນນະເຂດ ໂດຍເປັນກຽດເຂົ້າຮ່ວມ ຂອງທ່ານ ແຕງອ່ອນ ຈັນທະລະນອງ ຮອງເຈົ້າເມືອງ - ເມືອງນອງ,ທ່ານ ພັທ ເຈີນຕວນແອັງ ຮອງຫົວໜ້າກອງບັນຊາການ ທະຫານຊາຍແດນ ແຂວງກວາງຈິ ມີບັນດາທ່ານຫົວໜ້າຫ້ອງການ,ຄະນະຫ້ອງການທີ່ກ່ຽວຂອງ, ຫົວໜ້າຈຸດສຸມ, ກຸ່ມບ້ານ, ພໍ່ແມ່ປະຊາຊົນເຂດຈຸດສຸມປະເລາະອາສິງເຂົ້າຮ່ວມຢ່າງພ້ອມພຽງທັງສອງຝ່າຍ.
ນັບແຕ່ປີ 1984 ມາຮອດປະຈຸບັນ, ກອງຂຸດຄົ້ນ, ທ້ອນໂຮມອັດຖິນັກຮົບທີ່ເສຍສະຫຼະຊີວິດຂອງແຂວງເງະອານ ໄດ້ຂຸດຄົ້ນ, ທ້ອນໂຮມອັດຖິທະຫານອາສາສະໝັກ ແລະຊ່ຽວຊານຫວຽດນາມ ທີ່ເສຍສະຫຼະຊີວິດໃນປາງສົງຄາມຢູ່ລາວ ກວ່າ 12.000 ອັດຖິ.
ນັບແຕ່ວັນທີ 24 ມິຖຸນາ 2019 ເປັນຕົ້ນໄປ, ທຸກການນໍາເຂົ້າ ແລະ ສົ່ງອອກ ສິນຄ້າປະເພດພາຫະນະ ຜ່ານດ່ານຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ) ຕ້ອງໄດ້ດໍາເນີນການແຈ້ງຂໍ້ມູນ ແລະ ເອກະສານຜ່ານລະບົບແຈ້ງພາສີປະຕູດຽວ (LNSW).
ໃນວັນທີ 25 ກໍລະກົດ 2019, ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ທ່ານ ນາງ ຫງວຽນ ທິ ເລ ຮອງເລຂາຄະນະພັກ, ປະທານສະພາ ປະຊາຊົນ ນະຄອນໂຮ່ຈິມິງ ສສ. ຫວຽດນາມ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫລວງວຽງຈັນ ສປປ ລາວ ລະຫວ່າງ ວັນທີ 24-28 ກໍລະກົດ ນີ້.
ຍສໝ - ໃນວັນທີ 24 ກໍລະກົດ 2019 ທີີ່ນະຄອນດ່າໜັງ ສສ ຫວຽດນາມ, ກະຊວງຕໍາຫຼວດ ຫວຽດນາມ ແລະ ກະຊວງປ້ອງກັນຄວາມສະຫງົບ ລາວ ໄດ້ຈັດກອງປະຊຸມສອງຝ່າຍກ່ຽວກັບການຮ່ວມມືຕ້ານ ແລະ ສະກັດກັ້ນການຄ້າຂາຍສັດປ່າຢ່າງຜິດກົດໝາຍ.