ຄະນະກຳມະການປະຊາຊົນແຂວງ ອຽນເຖ ໄດ້ປະກາດ ແລະ ມອບຂໍ້ຕົກລົງຮັບຮອງເຂດຜະລິດໝາກລຳໄຍບັນລຸມາດຕະຖານ VietGAP ໃຫ້ສະຫະກອນ ຮວ່າແທ່ງ ແລະ ດຳເນີນພິທີຕັດແຖບຜ້າສົ່ງອອກໝາກລຳໄຍ ອຽນເຖ ງວດທຳອິດ ໄປຍັງຕະຫຼາດ ອົດສະຕາລີ.
ຍສໝ - ຫວ່າງແລ້ວນີ້, ທ່ານ ເລວຽດຢວຽນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ພ້ອມກັບຄະນະຜູ້ແທນໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ລັດ Guarico, ເພື່ອແນໃສ່ເພີ່ມທະວີບັນດາໂຄງການຜະລິດກະສິກຳ ແລະ ຊຸກຍູ້ບັນດາຂໍ້ລິເລີ່ມຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຕ່າງໆ.
ໃນໄລຍະ 70 ປີແຫ່ງການຄຸ້ມຄອງ, ພະລາຊິນີ ໄດ້ນຳພາປະເທດອັງກິດພັດທະນາ, ວັດທະນາຖາວອນ, ປະກອບສ່ວນເຂົ້າໃນການຊຸກຍູ້ສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
ຍສໝ - ຕອນເຊົ້າວັນທີ 01 ທັນວາ ຢູ່ນະຄອນໂຮ່ຈີມິນ, ອຳນາດການປົກຄອງລັດ Victoria (ອົດສະຕາລີ) ໄດ້ນຳສູນການສຶກສາ Study Melbourne Hub ແຫ່ງທຳອິດຢູ່ ຫວຽດນາມ, ໂດຍແມ່ນສູນທີ 4 ໃນທົ່ວໂລກ ເຂົ້າສູ່ການເຄື່ອນໄຫວຢ່າງເປັນທາງການ.
ຍສໝ - ກ່າວຄຳເຫັນທີ່ກອງປະຊຸມ, ທ່ານດັ້ງດິ່ງກຸ໊ຍ, ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສະຫະປະຊາຊາດ ໄດ້ຕີລາຄາສູງ ບັນດາຄວາມຄືບໜ້າຢ່າງຕັ້ງໜ້າ ກ່ຽວກັບການເມືອງ - ຄວາມໝັ້ນຄົງ ຢູ່ ປະເທດຊູດັງໃຕ້ ໃນໄລຍະທີ່ຜ່ານມາ, ໃນນັ້ນ UNMISS ໄດ້ສວມບົດບາດສຳຄັນໃນການຊຸກຍູ້ບັນດາຄວາມຄືບໜ້າດັ່ງກ່າວ.
ຖ້ຽວບິນສາກົນຖ້ຽວທຳອິດ ໂດຍ Vietnam Airlines ຂຸດຄົ້ນນັບແຕ່ເວລາເກີດໂລກລະບາດໂຄວິດ - 19 ໂດຍບິນຈາກ Phnom Penh (ກຳປູເຈຍ) ໄປຍັງສະໜາມບິນ ເຕີນເຊີນເຍິດ, ຢູ່ນະຄອນໂຮ່ຈີມິນ, ໄດ້ຂົນສົ່ງຜູ້ໂດຍສານ 121 ຄົນ.
ຍສໝ - ຫວ່າງແລ້ວນີ້, ສະຖານທູດ ຫວຽດນາມ ປະຈຳ ເບລາຣຸດ ໄດ້ສົມທົບກັບກະຊວງການຕ່າງປະເທດ, ສະມາຄົມມິດຕະພາບ ແລະ ການແລກປ່ຽນພົວພັນວັດທະນະທຳກັບຕ່າງປະເທດ ຂອງ ເບລາຣຸດ ແລະ ສະມາຄົມມິດຕະພາບ ເບລາຣຸດ - ຫວຽດນາມ ຈັດຕັ້ງພິທີສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ລະຫວ່າງ ຫວຽດນາມ ແລະ ເບລາຣຸດ (24 ມັງກອນ 1992 – 24 ມັງກອນ 2022).
ຍສໝ - ໃນຊຸມວັນກາງເດືອນ ມີນາ, ພວກຂ້າພະເຈົ້າມາຕາແສງຮ່າເບົ່າ, ເມືອງກັກນວາ, ແຂວງ ຢາລາຍ ຊຶ່ງເປັນກດິນແດນແຫ່ງສຽງຄ້ອງ ເພື່ອພົບປະກັບລຸງ ບອມ ເຈົ້າເຫຼົ່າທີ່ມີອິດທິພົນຊື່ສຽງ ໃນວົງຄະນາຍາດບັນດາເຜົ່າທີ່ຕາແສງ ຮ່າເບົ່າ.
Vietnam Report ຈະຄັດເລືອກບັນດາບໍລິສັດທີ່ມີມາດຖານຢ່າງຄົບຖ້ວນ ເພື່ອຈັດອັນດັບຕາມ 4 ດັດຊະນີ: ລາຍຮັບ, ກຳໄລ, ຊັບສິນ ແລະ ການຫັນເປັນທຶນໃນຕະຫຼາດຢ່າງໜ້ອຍສຸດ 500 ຕື້ດົ່ງ.
ດ້ວຍຈຳນວນຊາວຊົນເຜົ່າສ່ວນໜ້ອຍກວມອັດຕາສ່ວນເຖິງ 80% ປະຊາກອນທົ່ວແຂວງ ນັ້ນ, ແຂວງ ເຊີນລາ ໄດ້ ແລະ ພວມຖືວຽກງານໂຄສະນາການເລືອກຕັ້ງດ້ວຍພາສາຊົນເຜົ່າສ່ວນໜ້ອຍເປັນສຳຄັນ, ເພື່ອໃຫ້ ປຊຊ ເຂົ້າໃຈ ແລະ ມີຄວາມຮັບຮູ້ຢ່າງຈະແຈ້ງ ກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງວຽກງານການເລືອກຕັ້ງ, ຈາກນັ້ນ ຈະຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນເຮັດໃຫ້ວັນບຸນໃຫ່ຍຄັ້ງທີ່ຈະມາເຖິງນີ້ປະສົບຜົນສຳເລັດ.
ເມື່ອແບ່ງປັນກັບນັກຂ່າວ ວິທະຍຸກະຈາຍສຽງຫວຽດນາມ ປະຈຳ ວຽງຈັນ, ທ່ານປະທານສະພາແຫ່ງຊາດລາວ ໄຊສົມພອນ ພົມວິຫານ ໄດ້ເຫັນດີເປັນເອກະພາບ ແລະ ສະໜັບສະໜູນບັນດາຂໍ້ສະເໜີຂອງສະພາແຫ່ງຊາດ ຫວຽດນາມ.
ຍສໝ - ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ເວວຽດຢວຽນ ໄດ້ປະກາດເປີດຕົວ Espacio ຫວຽດນາມ ຢູ່ສະໜາມຫຼວງສູນນະຄອນ Caracas. ນີ້ແມ່ນສະຖານທີ່ວາງສະແດງ, ແນະນຳຜະລິດຕະພັນ, ວັດທະນະທຳ, ອາຫານການກິນ ຫວຽດນາມ, ສ້າງກາລະໂອກາດໃຫ້ແກ່ເພື່ອນມິດປະເທດປະຈຳຖິ່ນມີໂອກາດຊອກຮູ້ກ່ຽວກັບປະເທດ, ວັດທະນະທຳ ແລະ ຊາວ ຫວຽດນາມ.
ຍສໝ - ທ່ານນາງ ປ.ອ Puan Maharani ປະທານສະພາຕໍ່າ ອິນໂດເນເຊຍໄດ້ຕີລາຄາສູງຄວາມມານະພະຍາຍາມຂອງຫວຽດນາມໃນການເປັນເຈົ້າພາບຈັດຕັ້ງກອງປະຊຸມສະມັດຊາໃຫຍ່ AIPA ທາງອອນລາຍຄັ້ງທຳອິດໃນສະພາບການເກີດໂລກລະບາດ Covid – 19.
ຍສໝ -ຫວ່າງແລ້ວນີ້, ຄະນະກຳມະການປະຊາຊົນແຂວງ ວິງຟຸກ, ກຸ່ມບໍລິສັດ T&T Group ແລະ YCH (ໂດຍແມ່ນກຸ່ມບໍລິສັດແຖວໜ້າໂລກກ່ຽວກັບ Logistics) ໄດ້ເລີ່ມລົງມືກໍ່ສ້າງສູນ Logistic ICD ວິງຟຸກ ຢ່າງເປັນທາງການ ດ້ວຍຍອດເງິນລົງທຶນເກືອບ 3.900 ຕື້ດົ່ງ. ພິທີເລີ່ມລົງມືກໍ່ສ້າງ ໄດ້ຈັດຂຶ້ນແບບທາງໄກ ພ້ອມກັນກັບ ຢູ່ສິງກະໂປ.
ທ່ານຜູ້ຟັງທີ່ເຄົາລົບ! ເຖິງວ່າເຄີຍ startup ດ້ວຍຫຼາຍໂຄງການກ່ຽວກັບເຕັກໂນໂລຢີຂໍ້ມູນຂ່າວສານ, ອຸປະກອນເອເລັກໂຕນິກກໍຕາມ, ແຕ່ ອ້າຍບ່າວ ຫງວຽນງອກມິງ ຍັງປະທັງໝົດ ແລ້ວກັບເມືອນະຄອນ ເກິ່ນເທີ startup ຄືນໃໝ່ ດ້ວຍຮູບແບບການບໍລິການທ່ອງທ່ຽວ ກະດານໂຕ້ຄື້ນ SUP (SUP paddle board) ຢູ່ແມ່ນ້ຳ ເຮົ້າ. ການຫັນທິດທີ່ໜ້າແປກໃຈນີ້ ໄດ້ນຳມາເຊິ່ງຜົນສຳເລັດໃນເບື້ອງຕົ້ນໃຫ້ແກ່ ຫງວຽນງອກມິງ ແລະ ຮູບແບບກິລານີ້ກໍພວມດຶງດູດເພື່ອນໜຸ່ມ ແລະ ແຂກທ່ອງທ່ຽວມາຄົ້ນຫາ, ລອງຫຼິ້ນເປັນຈຳນວນຫຼາຍ.
ຍສໝ - ທ່ານ ປ.ອ ຫງວຽນຮົ່ງຫາຍ ໄດ້ສະຫຼຸບວ່າ ຖ້າປະຕິບັດ 4 ເສົາຄ້ຳເປັນຢ່າງດີ, ສອງປະເທດບໍ່ພຽງແຕ່ຈະບັນລຸໄດ້ຜົນສຳເລັດໃນການຮ່ວມມືຢ່າງລະອຽດເທົ່ານັ້ນ ຫາກຍັງຮັກສາ ແລະ ຕິດພັນການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຍືນຍົງອີກດ້ວຍ.
ຕອນຄ່ຳວັນທີ 16 ພະຈິກ, ຢູ່ສູນຝຶກແອບກິລາ ແຫ່ງຊາດ ຮ່າໂນ້ຍ, ໄດ້ຈັດຕັ້ງພິທີອອກເຄື່ອນທັບ ຂອງຄະນະນັກກິລາ ຫວຽດນາມ ເຂົ້າຮ່ວມ SEA Games 30.