ຍສໝ - ໃນມື້ວັນທີ 1 ມິຖຸນາ 2026, ສະຖາບັນຮູບເງົາ ຫວຽດນາມ ໄດ້ຮ່ວມມືກັບ ສະຖານເອກອັກຄະລັດຖະທູດ ສະວີເດັນ ປະຈຳ ຫວຽດນາມ ຈັດຕັ້ງພິທີເປີດສາກ "ສັບປະດາຮູບເງົາເດັກນ້ອຍ ຫວຽດນາມ - ຊູແອດ" ຢູ່ທີ່ໂຮງຮູບເງົາ ຫງອກແຄ໋ງ (Ngoc Khanh) - ສັງກັດສະຖາບັນຮູບເງົາ ຫວຽດນາມ.
ຍສໝ - ພາຍຫຼັງການດຳເນີນໄປຢ່າງຟົດຟື້ນເປັນເວລາ 3 ວັນ, ໃນຄ່ຳຄືນວັນທີ 24 ພຶດສະພາ, ງານມະຫະກຳ “ການແລກປ່ຽນວັດທະນະທຳ ຮ້ຍອານ - ຍີ່ປຸ່ນ ຄັ້ງທີ 22, ດານັງ 2026” ໄດ້ອັດລົງຢ່າງເປັນທາງການ, ເຊິ່ງໄດ້ສ້າງຄວາມປະທັບໃຈອັນຈົບງາມ ໄວ້ໃນໃຈຂອງປະຊາຊົນ ແລະ ນັກທ່ອງທ່ຽວ ດ້ວຍບັນດາກິດຈະກຳແລກປ່ຽນວັດທະນະທຳ ແລະ ສິລະປະທີ່ເປັນເອກະລັກ ຂອງສອງປະເທດ.
ຍສໝ - ຜົນງານຈິດຕະກຳ ແລະ ປະຕິມາກຳ ຫຼາຍກວ່າ 50 ຜົນງານ ທີ່ໄດ້ຮັບແຮງບັນດານໃຈຈາກດອກບົວ ແລະ ຈິດວິນຍານແຫ່ງພຸດທະສາສະໜາ ໄດ້ຮັບການແນະນຳຢູ່ທີ່ງານວາງສະແດງ “ດອກບົວຕົ້ນລະດູຮ້ອນ IX”, ເນື່ອງໃນໂອກາດບຸນວິສາຂະບູຊາ ພຸດທະສັກກະລາດ 2570 ແລະ ສະເຫຼີມສະຫຼອງວັນປະສູດຂອງພຣະພຸດທະເຈົ້າ ຄົບຮອບ 2650 ປີ.
ຍສໝ - ເວທີປາໄສ “ຂົວຕໍ່ວັດທະນະທຳຫວຽດນາມ ປະຈຳ ຍີ່ປຸ່ນ” ແມ່ນເວທີແຫ່ງການເຈລະຈາ ແລະ ປະເຊີນໜ້າໂດຍກົງ ກ່ຽວກັບບັນດາບັນຫາທີ່ຮີບດ່ວນທີ່ສຸດ ຂອງປະຊາຄົມຊາວຫວຽດນາມ ປະຈຳ ຍີ່ປຸ່ນ.
ຍສໝ - ເທດສະການ “ສີສັນແລະຄວາມງາມ ເສື້ອຍາວ ຫວຽດນາມ 2026” ໄດ້ນຳເອົາຫຼາຍສານຂໍ້ຄວາມອັນເລິກເຊິ່ງມາໃຫ້ຜູ້ເຂົ້າຮ່ວມ. ນີ້ແມ່ນໂອກາດເພື່ອເຊີດຊູຄວາມງາມອັນມີສະເໜ່, ສະຕິປັນຍາ, ຄວາມໝັ້ນໃຈ ແລະ ຄວາມກ້າຫານ ຂອງແມ່ຍິງຫວຽດນາມ.
ຍສໝ - ຫໍບູຊາ ປະທານ ໂຮ່ຈີມິນ ຍາມໃດກໍແມ່ນຄວາມພາກພູມໃຈຂອງປະຊາຊົນຕາແສງ ແທັງຮຶງ (Thanh Hưng) ພ້ອມດ້ວຍບັນດາຕາແສງອ້ອມຂ້າງ ຂອງແຂວງ ດົ່ງທາບ (Đồng Tháp). ນີ້ບໍ່ພຽງແຕ່ແມ່ນສະຖານທີ່ເພື່ອລະນຶກເຖິງຜູ້ນຳຜູ້ເຄົາລົບຮັກຂອງປະຊາຊາດເທົ່ານັ້ນ ແຕ່ໄດ້ກາຍເປັນສັນຍາລັກທາງດ້ານວັດທະນະທຳ ແລະ ປະຫວັດສາດອັນສຳຄັນ ໃນຊີວິດການເປັນຢູ່ ຂອງປະຊາຊົນພາຍໃນທ້ອງຖິ່ນ.
ຍສໝ - Vesak 2026: ຂອບເຂດບັນດາກິດຈະກຳສະຫວັດດິການສັງຄົມ, ວັດທະນະທຳຊຸມຊົນ ແລະ ການທ່ອງທ່ຽວສີຂຽວ
ງານມະຫາກຳວິສາຂະບູຊາ (Vesak) ພຸດທະສັກກະລາດ 2570 - ຄຣິດຕະສັກກະລາດ 2026 ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 23 ພຶດສະພາ - 1 ມິຖຸນາ ປີ 2026 ຢູ່ທີ່ ດາລາດ (Đà Lạt), ແຂວງ ເລິມດົ່ງ (Lâm Đồng) ຈະມີຂອບເຂດບັນດາກິດຈະກຳທາງດ້ານວັດທະນະທຳ, ການທ່ອງທ່ຽວ ແລະ ສະຫວັດດິການສັງຄົມ ທີ່ປ່ຽມລົ້ນໄປດ້ວຍຈິດໃຈມະນຸດສະທຳອັນເລິກເຊິ່ງ. ຄະນະກຳມະການຈັດງານ ຈະມອບຂອງຂວັນເປັນເຄື່ອງອຸປະໂພກບໍລິໂພກຈຳນວນ 1.000 ຊຸດ ແລະ ທຶນການສຶກສາໃຫ້ແກ່ນັກຮຽນທີ່ທຸກຍາກແຕ່ຮຽນດີ, ພ້ອມທັງມອບ-ຮັບເຮືອນເອື້ອເຟື້ອເພື່ອແຜ່ໃຫ້ແກ່ຄອບຄົວທີ່ຂາດເຂີນ ແລະ ດ້ອຍໂອກາດຢູ່ພາຍໃນທ້ອງຖິ່ນ.
ຍສໝ - ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ ປີ 2026 ໄດ້ໄຂຂຶ້ນໃນຄ່ຳຄືນວັນທີ 12 ພຶດສະພາ ຢູ່ທີ່ນະຄອນຫຼວງວຽງຈັນ. ນີ້ແມ່ນກິດຈະກຳເລີ່ມຕົ້ນຂອງແຜນງານການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ລາວ ໄລຍະປີ 2026 – 2030.
ຍສໝ - ສັບປະດາວັດທະນະທຳ ຫວຽດນາມ ຢູ່ ລາວ 2026 ໄດ້ໄຂຂຶ້ນໃນຄ່ຳຄືນວັນທີ 12 ພຶດສະພາ ຢູ່ທີ່ນະຄອນຫຼວງ ວຽງຈັນ. ນີ້ແມ່ນກິດຈະກຳເລີ່ມຕົ້ນຂອງແຜນງານການຮ່ວມມືດ້ານວັດທະນະທຳ ແລະ ການທ່ອງທ່ຽວ ລະຫວ່າງ ຫວຽດນາມ ແລະ ລາວ ໄລຍະປີ 2026 - 2030.
ຍສໝ - ທ່າມກາງບັນຍາກາດອັນເກົ່າແກ່ຂອງ ວັນມ໋ຽວ – ກວກຕືຢາມ (Văn Miếu – Quốc Tử Giám), ມໍລະດົກແຫ່ງນີ້ບໍ່ໄດ້ງຽບສະຫງົບອີກຕໍ່ໄປ ແຕ່ຫາກໄດ້ຖືກ “ປຸກໃຫ້ຕື່ນຂຶ້ນ” ດ້ວຍແສງສີ, ສຽງ ແລະ ບັນດາກິດຈະກຳທີ່ມີການໂຕ້ຕອບທີ່ເຕັມໄປດ້ວຍອາລົມຄວາມຮູ້ສຶກ. ເມື່ອຍາມລາຕີກ້າວເຂົ້າມາ.
ຍສໝ - ງານບຸນ "ພວກເຮົາແມ່ນນຳກັນ– We Are Together" ຄັ້ງທີ 8 ບໍ່ພຽງແຕ່ແມ່ນກິດຈະກຳທາງດ້ານວັດທະນະທຳ ແລະ ການບັນເທີງເທົ່ານັ້ນ, ແຕ່ຍັງແມ່ນສານແຫ່ງຄວາມຜູກພັນ, ການແບ່ງປັນ ແລະ ການພັດທະນາແບບຍືນຍົງຂອງປະຊາຄົມຊາວຫວຽດນາມ ຢູ່ເກົາຫຼີ, ຜ່ານນັ້ນກໍໄດ້ປະກອບສ່ວນເຂົ້າໃນການເສີມສ້າງສາຍພົວພັນມິດທະພາບລະຫວ່າງສອງປະເທດ.
ຍສໝ - ບູດວາງສະແດງຂອງ ຫວຽດນາມ ໂດຍ ສະມາຄົມເຈົ້າສາວ ຫວຽດ ແລະ ນັກສຶກສາຕ່າງປະເທດ ຫວຽດນາມ ຢູ່ທີ່ນະຄອນ ຊອງນາມ ຈັດຕັ້ງຂຶ້ນ, ດຶງດູດແຂກເຂົ້າຮ່ວມຊົມຢ່າງຫຼວງຫຼາຍ.
ຍສໝ - ຢູ່ເທິງດິນແດນລ້ານຊ້າງ, ພາສາຫວຽດນາມ ແຕ່ດົນນານມາແລ້ວແມ່ນໄດ້ກ້າວໄກເກີນຂອບເຂດຂອງການເປັນພຽງພາຫະນະໃນການສື່ສານທຳມະດາ. ຜ່ານບັນດາຄວາມຂຶ້ນໆລົງໆຂອງປະຫວັດສາດ ແລະ ການຜັນປ່ຽນຂອງຍຸກສະໄໝ, ພາສາດັ່ງກ່າວໄດ້ກາຍເປັນ “ຈິດວິນຍານ” ທາງວັດທະນະທຳ, ແມ່ນສາຍໃຍທີ່ຮັດແໜ້ນຄວາມສາມັກຄີແບບພິເສດ. ໃນສະພາບການພົວພັນລະຫວ່າງສອງປະເທດ ຫວຽດນາມ - ລາວ ໄດ້ຮັບການຍົກລະດັບຂຶ້ນສູ່ລະດັບ “ການເຊື່ອມຈອດຍຸດທະສາດ”, ການໂຄສະນາ ແລະ ພັດທະນາພາສາຫວຽດນາມ ບໍ່ພຽງແຕ່ແມ່ນໜ້າທີ່ທາງດ້ານການສຶກສາເທົ່ານັ້ນ, ແຕ່ຍັງແມ່ນພັນທະກິດໃນການອະນຸລັກຮັກສາເອກະລັກ ແລະ ສ້າງຮາກຖານອັນໜັກແໜ້ນໃຫ້ແກ່ອະນາຄົດ.
ຍສໝ - ບໍ່ພຽງແຕ່ໂດດເດັ່ນດ້ວຍທິວທັດທຳມະຊາດປ່າເຂົາທີ່ສະຫງ່າງາມເທົ່ານັ້ນ, ເຂດພາກຕາເວັນອອກຂອງ ແຂວງ ເລີມດົ່ງ ຍັງສ້າງຄວາມປະທັບໃຈດ້ວຍບັນດາຄຸນຄ່າທາງວັດທະນະທຳທີ່ເປັນເອກະລັກຂອງພີ່ນ້ອງຊາວຈາມ, ປະກອບສ່ວນເຮັດໃຫ້ການທ່ອງທ່ຽວຂອງທ້ອງຖິ່ນມີຄວາມຫຼາກຫຼາຍ ແລະ ເພີ່ມທະວີແຮງດຶງດູດກວ່າເກົ່າ.
ຍສໝ - ເດືອນແຫ່ງການເຄື່ອນໄຫວເພື່ອຄວາມປອດໄພຂອງອາຫານ ປີ 2026 ແມ່ນໂອກາດເພື່ອຫວນຄືນເຖິງເອກະລັກທາງວັດທະນະທຳທີ່ໂດດເດັ່ນຂອງ ຫວຽດນາມ - ນັ້ນແມ່ນອາຫານຂ້າງທາງ. ນັບແຕ່ຫາບຂາຍເຄື່ອງເລາະຕາມຖະໜົນ ໄປຈົນເຖິງບັນດາເຂດຖະໜົນອາຫານທີ່ຄຶກຄື້ນ, ບັນດາເຍື່ອງອາຫານແບບປະຊາຊົນ ໄດ້ປະກອບສ່ວນສ້າງເປັນເອກະລັກທາງວັດທະນະທຳຂອງຕົວເມືອງ, ທັງກາຍເປັນຈຸດດຶງດູດນັກທ່ອງທ່ຽວສາກົນ.
ຍສໝ - ການເລືອກເອົາວັນທີ 24 ພະຈິກ ຂອງທຸກໆປີ ເປັນວັນວັດທະນະທຳ ຫວຽດນາມ ບໍ່ພຽງແຕ່ແມ່ນການເພີ່ມວັນພັກອີກໜຶ່ງວັນເທົ່ານັ້ນ, ແຕ່ຍັງເປັນການຢືນຢັນເຖິງບົດບາດສຳຄັນຂອງວັດທະນະທຳ ໃນຍຸດທະສາດແຫ່ງການພັດທະນາປະເທດຊາດ. ສິ່ງດັ່ງກ່າວ ໄດ້ຮັບຄວາມຫວັງວ່າຈະກາຍເປັນ “ຈຸດນັດພົບທາງດ້ານຈິດໃຈ” ຂອງທົ່ວສັງຄົມ, ເປີດໂອກາດໃຫ້ວັດທະນະທຳແຊກຊຶມເຂົ້າສູ່ຊີວິດການເປັນຢູ່ຢ່າງເລິກເຊິ່ງ, ກາຍເປັນແຫຼ່ງກຳລັງໃຫ້ແກ່ການພັດທະນາຢ່າງຍືນຍົງ.
ຍສໝ - ຕອນເຊົ້າວັນທີ 26 ເມສາ (ກົງກັບວັນທີ 10 ເດືອນ 3 ຕາມຈັນທະປະຕິທິນ), ຢູ່ທີ່ວິຫານລະນຶກເຖິງບັນດາກະສັດຮຸ່ງ (ສວນປະຫວັດສາດ - ວັດທະນະທຳແຫ່ງຊາດ, ນະຄອນໂຮ່ຈີມິນ), ຄະນະພັກນະຄອນ, ສະພາປະຊາຊົນ, ຄະນະກຳມະການປະຊາຊົນ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ປະຈຳນະຄອນໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງວັນບຸນໄຫວ້ພະເຈົ້າຮຸ່ງ ປີຈໍ 2026 ຢ່າງສົມກຽດ. ເຫດການດັ່ງກ່າວໄດ້ດຶງດູດປະຊາຊົນຈຳນວນຫຼວງຫຼາຍເຂົ້າຮ່ວມ ແລະ ຕິດຕາມຜ່ານຊ່ອງທາງໂທລະພາບ, ວິທະຍຸກະຈາຍສຽງໂດຍກົງ, ເພື່ອຮ່ວມກັນມຸ່ງສູ່ຕົ້ນກຳເນີດຂອງຊາດ.
ຍສໝ - ວັນທີ 21 ເມສາ, ກະຊວງພາຍໃນ ໄດ້ເປັນເຈົ້າພາບຈັດກອງປະຊຸມໂຄສະນາເຜີຍແຜ່ ແລະ ແນະນຳການສ້າງແຜນການເຄື່ອນໄຫວ ໄລຍະ 2026-2030 ເພື່ອຜັນຂະຫຍາຍໂຄງການເຄື່ອນໄຫວປະຕິບັດແຜນການຍຸດທະສາດປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ຢູ່ ຫວຽດນາມ (VietNam) ໄລຍະ 2026-2035.
ຍສໝ - ຄໍ່າຄືນວັນທີ 20 ເມສາ, ຢູ່ເຂດ ວັດໄທ (Chùa Thầy), ຕາແສງ ກວກອວາຍ (Quoc Oai) (ຮ່າໂນ້ຍ), ພະແນກອຸດສາຫະກຳ ແລະ ການຄ້າ ຮ່າໂນ້ຍ ສົມທົບກັບ ຄະນະກຳມະການປະຊາຊົນເມືອງ ກວກອວາຍ ແລະ ບັນດາພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງ “ພິທີເປີດງານບຸນວັດໄທ, ເປີດສັບປະດາວັດທະນະທຳ, ທ່ອງທ່ຽວ; ພື້ນທີ່ໂຄສະນາຜະລິດຕະພັນພິເສດຂອງໝູ່ບ້ານອາຊີບ ຕິດພັນກັບງານບຸນ ປີ 2026”.
ຍສໝ - ວັນທີ 19 ເມສາ, ຢູ່ເຂດ ອີຄູໂນ (Ikuno), ນະຄອນ ໂອຊາກ້າ (Osaka), ປະເທດຍີ່ປຸ່ນ, ເທດສະການວັດທະນະທຳຫວຽດນາມ ທີ່ຈຳລອງພິທີບູຊາພະເຈົ້າຮຸ່ງ ຄັ້ງທີ 9 ໄດ້ຈັດຂຶ້ນໃນບັນຍາກາດທີ່ສະຫງ່າຜ່າເຜີຍ, ອົບອຸ່ນ ແລະ ເຕັມໄປດ້ວຍເອກະລັກແຫ່ງຊາດ.