ຍສໝ - ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນບົນຈິດໃຈສາມັກຄີ, ມິດຕະພາບ, ພ້ອມກັນແລກປ່ຽນເພື່ອເປັນ ເສນາທິການ, ສະເໜີກັບສອງກະຊວງປ້ອງກັນປະເທດ ເພີ່ມຄວາມສາມາດຮັບປະກັນວຽກງານດ້ານການເງິນໃຫ້ແກ່ການປະຕິບັດບັນດາໜ້າທີ່...
ວັນທີ 22 ຕຸລາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ສົ່ງຈົດໝາຍເຖິງພະນັກງານ, ນັກຮົບກອງທັບປະຊາຊົນຫວຽດນາມ ທຸກຄົນ.
ຍສໝ - ເຂົ້າຮ່ວມ Army Games 2020, ບັນດາທີມຂອງກອງທັບປະຊາຊົນຫວຽດນາມ ມີຄວາມທຸ່ນທ່ຽງ, ເຊື່ອໝັ້ນຕົນເອງ, ມານະພະຍາຍາມແຂ່ງຂັນຈົນສຸດຄວາມສາມາດຂອງຕົນ, ເສີມຂະຫຍາຍຈິດໃຈສາມັກຄີ, ປະສານສົມທົບ, ປະກອບສ່ວນໂຄສະນາເຜີຍແຜ່ກ່ຽວກັບປະເທດຊາດ, ຊາວຫວຽດນາມ ແລະແຜ່ຂະຫຍາຍຮູບພາບລຸງໂຮ່ ເຖິງເພື່ອນມິດສາກົນຢ່າງແຮງ.
ຍສໝ - ທ່ານພົນຕີ ໂຫງມິງຕຽນ - ຮອງຫົວໜ້າເສນາທິການກອງທັບປະຊາຊົນຫວຽດນາມ ໃຫ້ຮູ້ວ່າໃນສະພາບການທີ່ສັບສົນຂອງການລະບາດພະຍາດ COVID-19, ການສົ່ງກຳລັງເຂົ້າຮ່ວມ Army Games 2020 ຂອງຫວຽດນາມ ສະແດງຄວາມຢືນຢັນການຖືເປັນສຳຄັນການພົວພັນຄູ່ຮ່ວມຍຸດທະສາດຢ່າງຮອບດ້ານ ກັບສະຫະພັນລັດເຊຍ.
ຍສໝ - ຄະນະຜູ້ແທນຂັ້ນສູງຂອງກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມງານແຂ່ງຂັນດັ່ງກ່າວ ນຳໂດຍທ່ານພົນຕີ ໂຫງມິງຕຽນ - ຮອງຫົວໜ້າເສນາທິການກອງທັບປະຊາຊົນຫວຽດນາມ ເປັນຫົວໜ້າຄະນະ.
ຍສໝ - ໃນຕອນເຊົ້າວັນທີ 20 ສິງຫາ, ຢູ່ດ່ານຊາຍແດນສາກົນເກົ່າແຈວ, ເມືອງເຮືອງເຊີນ, ແຂວງຮ່າຕິ້ງ, ກອງບັນຊາການທະຫານເຂດ 4 ໄດ້ຈັດຕັ້ງພິທີມອບວັດຖຸອຸປະກອນການແພດປ້ອງກັນ, ຕ້ານພະຍາດໂຄວິດ-19 ຄັ້ງທີ 2 ໃຫ້ແກ່ກອງທັບປະຊາຊົນລາວ.
ຍສໝ - ເຂົ້າຮ່ວມ Army Games 2020 ແມ່ນການເຄື່ອນໄຫວພົວພັນຕ່າງປະເທດດ້ານປ້ອງກັນຊາດທີ່ສໍາຄັນຂອງຫວຽດນາມ, ປະກອບສ່ວນໂຄສະນາຮູບພາບ, ປະເທດຊາດ, ຊາວຫວຽດນາມ ແລະກອງທັບປະຊາຊົນຫວຽດນາມ ຕໍ່ກັບເພື່ອນມິດສາກົນ.
ຍສໝ - ເມື່ອບໍ່ດົນມານີ້, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງພະລາທິການກອງທັບ ຄົບຮອບ 70 ປີ (11-7-1950/11-7-2020).
ຍສໝ - ເມື່ອບໍ່ດົນມານີ້, ທີ່ດ່ານສາກົນເກົ່າແຈວ (ຮ່າຕິ້ງ), ກົມໃຫຍ່ພະລາທິການ ກອງທັບປະຊາຊົນຫວຽດນາມ ໄດ້ຈັດຕັ້ງພິທີມອບ-ຮັບລະບົບເຕົານໍ້າມັນ 150-K18 ລວມ 5 ຊຸດ ໃຫ້ແກ່ກົມໃຫຍ່ພະລາທິການ, ກະຊວງປ້ອງກັນປະເທດລາວ.
ຕອນເຊົ້າວັນທີ 26 ທັນວາ, ຄະນະປະຕິບັດງານຂອງກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ນໍາໂດຍທ່ານພົນຈັດຕະວາ ຫງວຽນວັນເກື່ອງ, ຮອງຫົວໜ້າການເມືອງກົມໃຫຍ່ພະລາທິການ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ, ກວດກາວຽກງານກວດ, ປິ່ນປົວພະຍາດລວມລະຫວ່າງກອງທັບປະຊາຊົນຫວຽດນາມ - ລາວ ຢູ່ໂຮງໝໍເມືອງໃໝ່, ແຂວງຜົ້ງສາລີ (ສປປ ລາວ).
ເນື່ອງໃນໂອກາດຄົບຮອບ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ, ກະຊວງບັນດາກອງກຳລັງອາວຸດກູບາ (MINFAR) ຫາກໍ່ຈັດຕັ້ງການເຄື່ອນໄຫວດ້ານການເມືອງ-ວັດທະນະທຳທີ່ ປະເທດກູບາ, ແນໃສ່ເຊີດຊູມູນເຊື້ອວິລະຊົນຂອງກອງທັບປະຊາຊົນຫວຽດນາມ.
ຍສໝ - ຕອນບ່າຍວັນທີ 20 ທັນວາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ການຕ້ອນຮັບການນໍາກະຊວງປ້ອງກັນປະເທດ, ກອງທັບບັນດາປະເທດ ບຣູໄນ, ກໍາປູເຈຍ, ຈີນ, ອິນໂດເນເຊຍ, ລາວ, ມາເລເຊຍ, ມຽນມາ, ສະຫະພັນ ລັດເຊຍ, ສິງກະໂປ ແລະ ໄທ.
ຍສໝ - ຕອນຄໍ່າວັນທີ 16 ທັນວາ ຢູ່ນະຄອນຫຼວງພະນົມເປັນ, ຫ້ອງການທີ່ປຶກສາທູດປ້ອງກັນຊາດຫວຽດນາມ ປະຈໍາ ກໍາປູເຈຍ ໄດ້ຈັດງານລ້ຽງເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ຄົບຮອບ 75 ປີ (22/12/1944 - 22/12/2019) ແລະວັນບຸນທົ່ວປວງຊົນປ້ອງກັນຊາດ ຄົບຮອບ 30 ປີ (22/12/1989 - 22/12/2019).
ຍສໝ - ກອງທັບປະຊາຊົນຫວຽດນາມ ແມ່ນກອງທັບຂອງປະຊາຊົນ, ໂດຍປະຊາຊົນ ແລະເພື່ອປະຊາຊົນ, ກອງທັບນັ້ນມີທາດແທ້ຂອງຊົນຊັ້ນກຳມະກອນ, ຊົນຊັ້ນຕາງໜ້າໃຫ້ພື້ນຖານການຜະລິດທີ່ກ້າວໜ້າ, ທັນສະໄໝຂອງມະນຸດ.
ຍສໝ - ຕອນຄ່ຳວັນທີ 13 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ສະຖານທູດຫວຽດນາມ ແລະ ສຳນັກທະຫານປະຊາຊົນຫວຽດນາມ ປະຈຳ ລາວໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22/12/1944 - 22/12/2019).
ຫວ່າງແລ້ວນີ້, ສະຫາຍ ພັນເອກ ຫງວຽນວັນເທີນ ພ້ອມຄະນະນັກຮົບເກົ່າຕີພິເສດຕົວເມືອງເຂດພາກໃຕ້ກອງ A-54 ກົມກອງວີລະຊົນກຳລັງປະກອບອາວຸດກອງທັບປະຊາຊົນຫວຽດນາມ ໄດ້ເຄື່ອນໄຫວຢ້ຽມຢາມກອງພົນທີ 5 ໂດຍການຕ້ອນຮັບຂອງ ສະຫາຍ ພັນເອກ ບຸນທັນ ມາບຸດສະດີ ເລຂາຄະນະພັກ, ຫົວໜ້າການເມືອງກອງພົນທີ 5 ພ້ອມດ້ວຍຄະນະພັກ-ຄະນະບັນຊາອົງການ 5 ຫ້ອງພະນັກງານພະແນກການທີ່ກ່ຽວຂ້ອງໃຫ້ກຽດຕ້ອນຮັບດ້ວຍຄວາມອົບອຸ່ນ.
ຕອນບ່າຍວັນທີ 10 ທັນວາ, ທີ່ຮ່າໂນ້ຍ, ຄະນະໜັງສືພິມກອງທັບປະຊາຊົນລາວ ໂດຍສະຫາຍພັນເອກ ຄຳສາວ ແກ້ວວິເສດ ເລຂາຄະນະພັກ, ຫົວໜ້າບັນນາທິການໜັງສືພິມກອງທັບປະຊາຊົນລາວ ເປັນຫົວໜ້າຄະນະໄດ້ມາຢ້ຽມຢາມ ແລະເຮັດວຽກກັບໜັງສືພິມກອງທັບປະຊາຊົນຫວຽດນາມ. ຕ້ອນຮັບຄະນະມີສະຫາຍພົນຈັດຕະວາ ຟ້າມວັນຮ໊ວນ, ເລຂາຄະນະພັກ, ຫົວໜ້າບັນນາທິການ ແລະພະນັກງານ, ນັກຂ່າວໜັງສືພິມກອງທັບປະຊາຊົນຫວຽດນາມ.
ຍສໝ - ໃນຄໍ່າຄືນຂອງວັນທີ 25 ພະຈິກນີ້, ຄະນະສິລະປະມະຫາວິທະຍາໄລວັດທະນະທໍາສິລະປະດົນຕີກອງທັບປະຊາຊົນຫວຽດນາມ ໄດ້ສືບຕໍ່ເຄື່ອນໄຫວ ສະແດງຮັບໃຊ້ຢູ່ກອງບັນຊາການທະຫານແຂວງວຽງຈັນ.
ຍສໝ - ໃນວັນທີ 21 ພະຈິກນີ້, ສະ ຫາຍ ພົນຕີ ສອນທອງ ພົມລາວົງ ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ ປະຊາຊົນລາວ ໄດ້ຕ້ອນຮັບຄະນະສິລະປະມະຫາວິທະຍາໄລ ສິລະປະດົນຕີ ກອງທັບປະຊາຊົນຫວຽດນາມ.
ໃນຊຸມປີຜ່ານມາ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ເຂົ້າຮ່ວມຫຼາຍເວທີປາໄສຫຼາຍຝ່າຍ, ໃນນັ້ນມີບັນດາກົນໄກໂດຍສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ASEAN) ຊັກນຳ. ການເຂົ້າຮ່ວມຂອງຫວຽດນາມ ຢູ່ບັນດາເວທີປາໄສຫຼາຍຝ່າຍກ່ຽວກັບການທະຫານ, ການປ້ອງກັນຊາດນີ້ ໄດ້ຢັ້ງຢືນເຖິງບົດບາດ, ຖານະທີ່ຕັ້ງຂອງຫວຽດນາມ ຕໍ່ກັບພາກພື້ນ ແລະໂລກ; ຜ່ານນ້ັນປະກອບສ່ວນຢັ້ງຢືນນະໂຍບາຍຫັນການພົວພັນຕ່າງປະເທດເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ ແລະແຜນນະໂຍບາຍທີ່ຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງຫວຽດນາມ ໃນການເຊື່ອມໂຍງເຂົ້າກັບສາກົນ.