ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ລາວ

15:32 | 16/12/2019

ຍສໝ - ຕອນຄ່ຳວັນທີ 13 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ລາວ, ສະຖານທູດຫວຽດນາມ ແລະ ສຳນັກທະຫານປະຊາຊົນຫວຽດນາມ ປະຈຳ ລາວໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ (22/12/1944 - 22/12/2019).

ຕອນຄ່ຳວັນທີ 13 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ປະເທດລາວ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ສົມທົບກັບອົງການທູດທະຫານ ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມ ແລະ 30 ປີແຫ່ງວັນທົ່ວປະປວງຊົນປ້ອງກັນຊາດ. ກ່າວຄຳເຫັນທີ່ພິທີ, ທ່ານພັນເອກ ຕ່າວວັນທ໊າຍ, ທູດທະຫານຫວຽດນາມ ປະຈຳລາວ ຢືນຢັນວ່າ, 75 ປີຜ່ານມາ, ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ແລະ ປະທານໂຮ່ຈີມິນ, ກອງທັບຫວຽດນາມ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ຢ່າງບໍ່ຢຸດຢັ້ງ, ປົກປ້ອງຜົນສຳເລັດອຳນາດການປົກຄອງປະຕິວັດ ແລະ ດຳເນີນການຕໍ່ຕ້ານ 2 ຄັ້ງເພື່ອປົກປັກຮັກສາປະເທດຊາດຢ່າງສຳເລັດຜົນ.

ຈັດຕັ້ງພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ລາວ

ພິທີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງກອງທັບປະຊາຊົນຫວຽດນາມຢູ່ລາວ. (ພາບ: nhandan.com.vn):


ທ່ານພັນເອກ ຕ່າວວັນທ໊າຍ ໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການສະໜັບສະໜູນຢ່າງໃຫຍ່ຫຼວງຈາກເພື່ອນມິດສາກົນ, ພິເສດແມ່ນການຊ່ວຍເຫຼືອຢ່າງສຸດຈິດສຸດໃຈຂອງພັກ, ລັດ ແລະ ກອງທັບປະຊາຊົນລາວ ສຳລັບການເຕີບໃຫຍ່ຂອງກອງທັບປະຊາຊົນຫວຽດນາມ ກໍ່ຄືໃນກິດຈະການສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມຫວຽດນາມ.

(ຄໍາຮຸ່ງ)

ເຫດການ
302 Found

Found

The document has moved here.