ຄະນະປະຕິບັດງານຂອງກົມໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ ປິ່ນປົວພະຍາດລວມລະຫວ່າງກອງທັບປະຊາຊົນຫວຽດນາມ - ລາວ

10:25 | 28/12/2019

ຕອນເຊົ້າວັນທີ 26 ທັນວາ, ຄະນະປະຕິບັດງານຂອງກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ ນໍາໂດຍທ່ານພົນຈັດຕະວາ ຫງວຽນວັນເກື່ອງ, ຮອງຫົວໜ້າການເມືອງກົມໃຫຍ່ພະລາທິການ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມ, ກວດກາວຽກງານກວດ, ປິ່ນປົວພະຍາດລວມລະຫວ່າງກອງທັບປະຊາຊົນຫວຽດນາມ - ລາວ ຢູ່ໂຮງໝໍເມືອງໃໝ່, ແຂວງຜົ້ງສາລີ (ສປປ ລາວ).

ຢູ່ທີ່ນີ້, ຕາງໜ້າການນໍາ, ຄະນະບັນຊາກົມໃຫຍ່ພະລາທິການກອງທັບປະຊາຊົນຫວຽດນາມ, ທ່ານພົນຈັດຕະວາ ຫງວຽນວັນເກື່ອງ ໄດ້ມອບຂອງຂວັນຈໍານວນ 10 ພູດ, ແຕ່ລະພູດມີມູນຄ່າ 2 ລ້ານດົ່ງໃຫ້ບັນດາເປົ້າໝາຍນະໂຍບາຍພິເສດຂອງທ້ອງຖິ່ນ.

ພາຍຫຼັງໄດ້ຮັບຟັງຜູ້ຕາງໜ້າກໍາລັງແພດທະຫານສອງປະເທດທີ່ກໍາລັງຜັນຂະຫຍາຍລາຍການກວດ, ປິ່ນປົວພະຍາດລວມຢູ່ທີ່ນີ້ລາຍງານສະພາບການ, ຜົນການປະຕິບັດວຽກງານ, ທ່ານພົນຈັດຕະວາ ຫງວຽນວັນເກື່ອງ ໄດ້ຍ້ອງຍໍຊົມເຊີຍຄວາມມານະພະຍາຍາມ, ນໍ້າໃຈຮັບຜິດຊອບ, ການປະສານສົມທົບກັນຢ່າງກົມກຽວ, ມີປະສິດທິຜົນ, ຈັດຕັ້ງການລົງທະບຽນ, ກວດ, ແຈກຢາຍຢາຢ່າງເໝາະສົມ, ມີວິທະຍາສາດຂອງຖັນແຖວພະນັກງານ, ທ່ານໝໍ, ພາລະກອນຂອງແພດທະຫານສອງຝ່າຍ.

ຄະນະປະຕິບັດງານຂອງກົມໃຫຍ່ກອງທັບປະຊາຊົນຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນ ປິ່ນປົວພະຍາດລວມລະຫວ່າງກອງທັບປະຊາຊົນຫວຽດນາມ - ລາວ

ຄະນະປະຕິບັດງານລົງກວດກາວຽກງານກວດພະຍາດລວມຂອງທ່ານໝໍຫວຽດນາມ ແລະລາວ ຢູ່ໂຮງໝໍເມືອງໃໝ່. (ພາບ: qdnd.vn)

ພິເສດ, ທ່ານພົນຈັດຕະວາ ຫງວຽນວັນເກື່ອງ ໄດ້ຍ້ອງຍໍໜ່ວຍງານຂອງພັນເອກ, ປະລິນຍາໂທ ຫງວຽນຢຸ້ງ, ພະແນກສາກົນ (ໂຮງໝໍສູນກາງກອງທັບ 108) ທີ່ໄດ້ກູ້ເອົາຊີວິດຄົນເຈັບນາງ ທ່າວເຮືອງ, ອາຍຸ 36 ປີ ເປັນໂລກຫົວໃຈວາຍ, ພາໃຫ້ອາການສຸຂະພາບຮ້າຍແຮງທີ່ສຸດ.

ທ່ານພົນຈັດຕະວາ ຫງວຽນວັນເກື່ອງ ກໍຍ້ອງຍໍຊົມເຊີຍ, ອວຍພອນໜ່ວຍງານຂອງຮ້ອຍເອກພິເສດ, ປະລິນຍາໂທ ຫງວຽນວັນຖ໊າຍ, ພະແນກຜະດຸງຄັນ (ໂຮງໝໍສູນກາງ 108), ທີ່ໄດ້ຊ່ວຍນາງ ປໍເຢີ, ອາຍຸ 38 ປີ, ຢູ່ບ້ານປ່ຽງລວງ (ເມືອງໃໝ່) ປະສູດລູກຝາແຝດ ສໍາເລັດ

(ແຫຼ່ງ​ຂໍ້​ມູນ​: la.qdnd.vn)

ເຫດການ