ຍສໝ - ກ່າວຄຳປາໄສທີ່ການພົບປະ ແລະ ເຮັດວຽກກັບຄະນະຜູ້ແທນສະມາຄົມມິດຕະພາບຟີລິບປິນ - ຫວຽດນາມ ໂດຍທ່ານປະທານສະມາຄົມ Mario Ferdinand Anyon Pasion ເປັນຫົວໜ້າຄະນະ, ວັນທີ 29 ພຶດສະພາ ຢູ່ ຮ່າໂນ້ຍ, ທ່ານປະທານສະຫະພັນບັນດາອົງການມິດຕະພາບ ຫວຽດນາມ (VUFO) ຟ່ານແອງເຊີນ ຢືນຢັນວ່າ VUFO ໜູນຊ່ວຍບັນດາຂໍ້ລິເລີ່ມ ເພື່ອເພີ່ມທະວີການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດ, ບໍ່ພຽງແຕ່ໃນລະດັບມະຫາພາກເທົ່ານັ້ນ, ຫາກຍັງແມ່ນການສົມທົບກັນລະຫວ່າງສອງສະມາຄົມມິດຕະພາບອີກດ້ວຍ.
ຍສໝ - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາກະຊວງຂະແໜງການທີ່ກ່ຽວຂ້ອງສອງປະເທດຕັ້ງໜ້າສົມທົບກັນ, ແລກປ່ຽນເພື່ອຜັນຂະຫຍາຍບັນດາໂຄງການສຳຄັນຢ່າງມີປະສິດທິຜົນເພື່ອເຊື່ອມຕໍ່ສອງພື້ນຖານເສດຖະກິດກ່ຽວກັບຄົມມະນາຄົມ, ພື້ນຖານໂຄງລ່າງ, ການຄ້າ, ແຫຼ່ງຊັບພະຍາກອນມະນຸດ, ລະບົບສະໜອງ.
ຍສໝ - ຕອນບ່າຍວັນທີ 6 ພຶດສະພາ, ຢູ່ຮ່າໂນ້ຍ, ສະຖານທູດສະຫະພັນລັດເຊຍ ປະຈໍາ ຫວຽດນາມ ສົມທົບກັບສູນວິທະຍາສາດ ແລະ ວັດທະນະທໍາລັດເຊຍ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ (9 ພຶດສະພາ 1945 – 9 ພຶດສະພາ 2025) ແລະ ຄົບຮອບ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025), ຄົບຮອບ 71 ປີແຫ່ງ ວັນໄຊຊະນະ ດ້ຽນບຽນຝູ (7 ພຶດສະພາ 1954 – 7 ພຶດສະພາ 2025).
ຍສໝ - ວັນທີ 15 ພຶດສະພາ 1975, ຫວຽດນາມ ແລະ ເນປານ ໄດ້ສ້າງຕັ້ງການພົວພັນທາງການທູດຢ່າງເປັນທາງການ, ເປີດໜ້າໃໝ່ໃນການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງສອງປະເທດ. 50 ປີທີ່ຜ່ານມາ, ການພົວພັນລະຫວ່າງ ຫວຽດນາມ - ເນປານ ສືບຕໍ່ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງແທດຈິງໃນຫລາຍຂົງເຂດ...
ຍສໝ - ຕອນເຊົ້າວັນທີ 4 ພຶດສະພາ (ຕາມເວລາຮ່າໂນ້ຍ), ຢູ່ສະໜາມຫຼວງແດງ, ນະຄອນຫຼວງ ມົດສະກູ (ສະຫະພັນລັດເຊຍ) ໄດ້ດຳເນີນການຊ້ອມຂັ້ນຕົ້ນໃນພິທີການແຫ່ຂະບວນເພື່ອສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດທີ່ຍິ່ງໃຫຍ່ (9 ພຶດສະພາ 1945 – 9 ພຶດສະພາ2025). ມີນັກສຶກສາຫວຽດນາມ ແລະ ຊາວຫວຽດນາມຢູ່ຕ່າງປະເທດນັບຮ້ອຍຄົນໄດ້ມີໜ້າແຕ່ຕອນເຊົ້າຢູ່ເສັ້ນທາງນໍາໄປສູ່ສະໜາມຫຼວງເພື່ອຕ້ອນຮັບຄະນະ.
ຍສໝ - ແຕ່ວັນທີ 30 ເມສາ ຫາວັນທີ 4 ພຶດສະພາ, ກຸ່ມກຸສົນຄອບຄົວ ທວາໆ ຢູ່ນະຄອນ ດານັງ (ຫວຽດນາມ) ໄດ້ມອບຂອງຂວັນ 1.200 ພູດ ໃຫ້ແກ່ປະຊາຊົນທີ່ປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ກາລຶມ ແຂວງເຊກອງ (ລາວ) ດ້ວຍມູນຄ່າທັງໝົດເກືອບ 1,6 ຕື້ດົ່ງ.
ຍສໝ - ຫວຽດນາມ ໄດ້ສື່ສານ ແລະ ມອບຈົດໝາຍທາງການຄັດຄ້ານບັນດາປະເທດທີ່ກ່ຽວຂ້ອງກ່ຽວກັບບັນດາການເຄື່ອນໄຫວທີ່ລະເມີດອະທິປະໄຕຂອງຫວຽດນາມ ສຳລັບເກາະ ຮ່ວາຍເອີນ ແລະ ບັນດາສິ່ງທີ່ຄົງຕົວເປັນເອກະລາດທີ່ກ່ຽວຂ້ອງຂອງເຈື່ອງຊາ.
ຍສໝ - ວັນທີ 2 ພຶດສະພາ ຢູ່ໄທ, ສູນສຶກສາຫວຽດນາມ ວິທະຍາ ຂຶ້ນກັບມະຫາວິທະຍາໄລ Ratjabath Udon Thani (ໄທ) ແລະ ສະມາຄົມມິດຕະພາບໄທ - ຫວຽດນາມ ໄດ້ຈັດພິທີລົງນາມໃນການຮ່ວມມືດ້ານການບຳລຸງສ້າງພາສາຫວຽດ.
ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງລັດຖະມົນຕີກະຊວງປ້ອງກັນປະເທດ ສະຫະພັນລັດເຊຍ ແລະ ດ້ວຍຂໍ້ຕົກລົງຂອງອຳນາດການປົກຄອງ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຕົກລົງສົ່ງທະຫານ 86 ຄົນເຂົ້າຮ່ວມຂະບວນແຫ່ຂະບວນສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່ (9 ພຶດສະພາ 1945 – 9 ພຶດສະພາ 2025) ຢູ່ສະຫະພັນລັດເຊຍ.
ຍສໝ - ໂດຍຕອບສະໜອງຕາມຄຳເຊີນຂອງທ່ານປະທານາທິບໍດີລັດເຊຍ Vladimir Putin, ແຕ່ວັນທີ 8 – 11 ພຶດສະພາ, ທ່ານເລຂາທິການໃຫຍ່ ໂຕເລີມ ແລະ ພັນລະຍາ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຫວຽດນາມ ຈະມາຢ້ຽມຢາມສະຫະພັນລັດເຊຍ ຢ່າງເປັນທາງການ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນໄຊຊະນະໃນສົງຄາມປົກປັກຮັກສາປະເທດຊາດອັນຍິ່ງໃຫຍ່.
ຍສໝ - ຕອນຄ່ຳວັນທີ 3 ພຶດສະພາ, ຢູ່ສຸສານຮ່າງເຢືອງ, ເມືອງໂກນດ໊າວ, ແຂວງບ່າເຣ້ຍ - ຫວູງເຕົ່າ ໄດ້ດໍາເນີນລາຍການສິລະປະສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍໂກນດ໊າວ (1-5-1975 / 1-5-2025) ດ້ວຍຫົວຂໍ້ “ໂກນດ໊າວ - ບົດເພງແຫ່ງເຈດຈໍານົງຫວຽດນາມ”. ທ່ານ ຟ້າມມິງຈິ໊ງ ນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ ແລະກ່າວຄຳເຫັນທີ່ລາຍການ.
ຍສໝ - ສິ່ງສຳຄັນທີ່ພາໄປເຖິງໄຊຊະນະໃນວັນທີ 30 ເມສາ 1975 ແມ່ນມີການນໍາພາອັນສະຫຼາດສ່ອງໃສຂອງພັກກອມມູນິດຫວຽດນາມ, ສືບທອດພາລະກິດຂອງປະທານໂຮ່ຈີມິນ, ນຳການປະຕິວັດຫວຽດນາມ ຍາດເອົາໄຊຊະນະ. ໄຊຊະນະໃນວັນທີ 30 ເມສາ 1975 ຍັງໄດ້ສະແດງໃຫ້ເຫັນນ້ຳໃຈສາມັກຄີ ແລະການຮ່ວມສໍາພັນສູ້ຮົບລະຫວ່າງ 3 ປະເທດອິນດູຈີນ, ໄດ້ຮັບການສະໜັບສະໜູນຈາກປະຊາຊົນທີ່ຮັກຫອມສັນຕິພາບໃນທົ່ວໂລກ
ພິທີສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ຫວຽດນາມ ແລະທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 50 ປີ (30 ເມສາ 1975 / 30 ເມສາ 2025) ລະດັບຊາດ ໂດຍ ຄະນະບໍລິຫານງານສູນກາງພັກ, ສະພາແຫ່ງຊາດ, ປະທານປະເທດ, ລັດຖະບານ, ຄະນະກໍາມະການແນວໂຮມປະເທດຊາດຫວຽດນາມ ແລະນະຄອນ ໂຮ່ຈີມິນ ຈັດຕັ້ງໃນວັນທີ 30 ເມສາ ທີ່ເສັ້ນທາງ ເລຢ້ວນ ແລະເສັ້ນທາງສໍາຄັນ ສາຍຕ່າງໆຈໍານວນໜຶ່ງຂອງເມືອງ 1, ນະຄອນ ໂຮ່ຈີມິນ.
ຍສໝ - ຕອນເຊົ້າວັນທີ 27 ເມສາ, ຢູ່ແຂວງ ແຄ໋ງຮ່ວາ ໄດ້ດຳເນີນກອງປະຊຸມສະຫຼຸບ 5 ປີແຫ່ງການຜັນຂະຫຍາຍໂຄງການ “ລະດົມຊາວຫວຽດນາມ ຢູ່ຕ່າງປະເທດເຂົ້າຮ່ວມການແນະນໍາ, ບໍລິໂພກຜະລິດຕະພັນ ແລະ ບັນດາຊ່ອງທາງຈໍາໜ່າຍສິນຄ້າຫວຽດນາມ ຢູ່ຕ່າງປະເທດ ໄລຍະ 2020-2024” ຕາມຂໍ້ຕົກລົງເລກທີ 1797/QD-TTg ວັນທີ 20 ທັນວາ 2019 ຂອງທ່ານນາຍົກລັດຖະມົນຕີຫວຽດນາມ.
ຍສໝ - ວັນທີ 28 ເມສາ, ທີ່ແຂວງຮ່າຕິງ, ທ່ານ ເລືອງເກື່ອງ ປະທານປະເທດຫວຽດນາມ ໄດ້ຕ້ອນຮັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດລາວ ເນື່ອງໃນໂອກາດທ່ານ ທອງລຸນ ສີສຸລິດ ມາຫວຽດນາມ ເຂົ້າຮ່ວມພິທີເປີດນໍາໃຊ້ທ່າເຮືອເລກ 3 - ທ່າກໍາປ່ັນຫວູງອ໊າງ - ແມ່ນໜຶ່ງໃນບັນດາຈິດຈະການສໍາຄັນເພື່ອເຊື່ອມຕໍ່ເສດຖະກິດລະຫວ່າງສອງປະເທດ ແລະເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດຫວຽດນາມເປັນເອກະພາບ.
ຍສໝ - ວັນທີ 26 ເມສາ, ກະຊວງການຕ່າງປະເທດຫວຽດນາມ ໄດ້ອອກຖະແຫຼງການ ໃຫ້ຮູ້ວ່າ:
ຍສໝ - ວັນທີ 25 ເມສາ ຢູ່ນະຄອນ ໂຮ່ຈີມິນ ຈະດຳເນີນລາຍການພົບປະ ແລະ ຍ້ອງຍໍໃຫ້ແກ່ຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ທີ່ໄດ້ປະກອບສ່ວນຫຼາຍຢ່າງເຂົ້າໃນຂະບວນການກໍ່ສ້າງ ແລະ ພັດທະນານະຄອນ ໂຮ່ຈີມິນ, ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025).
ຍສໝ - ນັ້ນແມ່ນຄວາມຫວັງຂອງທ່ານປະທານຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ດ່ານັ້ງ ເລວັນຈູງ ທີ່ການຕ້ອນຮັບທ່ານ Frank Joyce - ຫົວໜ້າສະພາຜູ້ອາວຸໂສແຫ່ງຊາດ ອາເມລິກາ ພ້ອມກັບຜູ້ຕາງໜ້າກອງທຶນຄືນດີ ແລະ ພັດທະນາ ເນື່ອງໃນໂອກາດທີ່ຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນ ດ່າຫນັງ ໃນຕອນບ່າຍວັນທີ 23 ເມສາ.
ຍສໝ - ວັນທີ 23 ເມສາ, ຢູ່ຮ່າໂນ້ຍ, ທ່ານ ຫງວຽນງອກຮຸ່ງ, ຮອງປະທານສະຫະພັນບັນດາອົງການມິດຕະພາບຫວຽດນາມ (VUFO) ໄດ້ຕ້ອນຮັບ ແລະເຮັດວຽກກັບຄະນະປະຕິບັດງານອົງການໝູບ້ານເດັກນ້ອຍ SOS ສາກົນ (SOS KDI) ໂດຍທ່ານ Biranchi Upadhyaya, ຜູ້ອໍານວຍການ SOS KDI ພາກພື້ນ ອາຊີ ເປັນນຳໜ້າ.
ຍສໝ - ວັນທີ 22 ເມສານີ້, ຢູ່ນະຄອນຫຼວງວຽງຈັນ, ສະຖານທູດຫວຽດນາມ ປະຈຳລາວ ໄດ້ໄຂງານວາງສະແດງຮູບພາບ ເພື່ອສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2025). ມີເກືອບ 300 ຜົນງານໄດ້ສ້າງບົດເລື່ອງທີ່ມີສີສັນສົດໃສກ່ຽວກັບບັນດາເຫດການພົ້ນເດັ່ນໃນສົງຄາມຕໍ່ສູ້ກູ້ຊາດຂອງປະຊາຊົນຫວຽດນາມ ແລະ ຄວາມສາມັກຄີແບບພິເສດຫວຽດນາມ - ລາວ.